ສຸພາສິດ24
ຄໍາສອນທີ 20
1ຢ່າອິດສາຄົນຊົ່ວຮ້າຍ,ຢ່າປາຖະໜາເປັນໝູ່ກັບພວກເຂົາ;2ເພາະໃຈຂອງພວກເຂົາວາງແຜນການອັນໂຫດຮ້າຍ,ແລະ ປາກຂອງພວກເຂົາເວົ້າແຕ່ເລື່ອງທີ່ເຮັດໃຫ້ເກີດຄວາມເດືອດຮ້ອນ.ຄໍາສອນທີ 21
3ເຮືອນຖືກສ້າງຂຶ້ນໂດຍຄົນມີປັນຍາ,ແລະ ຕັ້ງຂຶ້ນດ້ວຍຄວາມເຂົ້າໃຈ;4ດ້ວຍຄວາມຮູ້ ຫ້ອງຕ່າງໆໃນເຮືອນກໍເຕັມໄປດ້ວຍຊັບສົມບັດທີ່ຫາຍາກ ແລະ ງົດງາມ,ຄໍາສອນທີ 22
5ຄົນມີປັນຍາເອົາຊະນະດ້ວຍອຳນາດອັນຍິ່ງໃຫຍ່,ແລະ ຄົນທີ່ມີຄວາມຮູ້ກໍຮວບຮວມກຳລັງຂອງຕົນໄວ້.6ແນ່ນອນວ່າເຈົ້າຕ້ອງການຄໍາແນະນໍາເມື່ອເຮັດສົງຄາມ,ແລະ ຈະໄດ້ຮັບໄຊຊະນະກໍໂດຍການມີທີ່ປຶກສາຫລາຍຄົນ.ຄໍາສອນທີ 23
7ປັນຍາຢູ່ສູງເກີນໄປສຳລັບຄົນໂງ່ຈ້າ;ພວກເຂົາບໍ່ຄວນເປີດປາກເວົ້າໃນບ່ອນຊຸມນຸມທີ່ປະຕູເມືອງ.ຄໍາສອນທີ 24
8ຜູ້ທີ່ວາງແຜນການຊົ່ວຮ້າຍຈະຖືກເອີ້ນວ່າ ເປັນຜູ້ສ້າງຄວາມເດືອດຮ້ອນ.9ແຜນການແຫ່ງຄວາມໂງ່ຄືບາບ,ແລະ ປະຊາຊົນກຽດຊັງຄົນມັກເຢາະເຢີ້ຍ.ຄໍາສອນທີ 25
10ຖ້າເຈົ້າທໍ້ໃຈໃນເວລາມີບັນຫາ,ກຳລັງຂອງເຈົ້າກໍໜ້ອຍຫລາຍ!11ຈົ່ງຊ່ວຍເຫລືອຜູ້ທີ່ຖືກນຳໄປສູ່ຄວາມຕາຍ;ແລະ ຢ່າຊັກຊ້າທີ່ຈະຊ່ວຍຄົນກຳລັງຈະຖືກຂ້າ.12ຖ້າເຈົ້າເວົ້າວ່າ, “ແຕ່ພວກເຮົາບໍ່ຮູ້ຫຍັງກ່ຽວກັບເລື່ອງນີ້”,ພຣະອົງຜູ້ທີ່ຊັ່ງເບິ່ງຈິດໃຈຂອງເຈົ້າຈະບໍ່ເຫັນບໍ?ພຣະອົງຜູ້ທີ່ເຝົ້າຮັກສາຊີວິດຂອງເຈົ້າຈະບໍ່ຮູ້ບໍ?ພຣະອົງຈະບໍ່ຕອບແທນທຸກຄົນຕາມສິ່ງທີ່ພວກເຂົາໄດ້ເຮັດບໍ?ຄໍາສອນທີ 26
13ລູກເອີຍ, ຈົ່ງກິນນ້ຳເຜິ້ງເພາະມັນເປັນສິ່ງທີ່ດີ;ນ້ຳເຜິ້ງທີ່ມາຈາກຮັງນັ້ນກໍມີລົດຫວານດີ.14ຈົ່ງຮູ້ຈັກວ່າ ປັນຍາກໍຫວານເໝືອນດັ່ງນ້ຳເຜິ້ງສຳລັບຊີວິດຂອງເຈົ້າ:ຖ້າເຈົ້າພົບປັນຍາ, ກໍມີຄວາມຫວັງໃນອະນາຄົດສໍາລັບເຈົ້າ,ແລະ ຄວາມຫວັງຂອງເຈົ້າຈະບໍ່ສູນເສຍໄປ.ຄໍາສອນທີ 27
15ຢ່າດັກຊຸ້ມເໝືອນໂຈນທີ່ຢູ່ໃກ້ເຮືອນຂອງຄົນຊອບທຳ,ຢ່າປຸ້ນທີ່ຢູ່ອາໄສຂອງພວກເຂົາ;16ເພາະເຖິງແມ່ນວ່າຄົນຊອບທຳລົ້ມລົງເຈັດຄັ້ງ, ພວກເຂົາກໍລຸກຂຶ້ນມາໄດ້ອີກ.ແຕ່ຄົນຊົ່ວຮ້າຍນັ້ນກໍລົ້ມລົງເມື່ອຄວາມຈິບຫາຍມາໂຈມຕີ.ຄໍາສອນທີ 28
17ຢ່າດີໃຈເມື່ອສັດຕູຂອງເຈົ້າລົ້ມລົງ;ຢ່າຊື່ນຊົມຍິນດີເມື່ອພວກເຂົາສະດຸດລົ້ມ,18ຢ້ານວ່າພຣະເຈົ້າຢາເວຈະເຫັນ ແລະ ບໍ່ພໍໃຈແລະ ຫັນຄວາມໂກດຮ້າຍຂອງພຣະອົງໄປຈາກພວກເຂົາ.ຄໍາສອນທີ 28
19ຢ່າກັງວົນໃຈເພາະຄົນຊົ່ວຫລື ຢ່າອິດສາຄົນຊົ່ວຮ້າຍ,20ເພາະຄົນຊົ່ວບໍ່ມີຄວາມຫວັງໃນອະນາຄົດຕະກຽງຂອງຄົນຊົ່ວຈະດັບໄປ.ຄໍາສອນທີ 30
21ລູກເອີຍ, ຈົ່ງຢຳເກງພຣະເຈົ້າຢາເວ ແລະ ກະສັດຢ່າຮ່ວມກັບເຈົ້າໜ້າທີ່ຜູ້ກະບົດ,22ເພາະທັງສອງຈະພົບຄວາມຈິບຫາຍມາເຖິງພວກເຂົາຢ່າງກະທັນຫັນ.ແລະ ຜູ້ໃດຈະຮູ້ເຖິງໄພພິບັດທີ່ທັງສອງຈະນໍາມາ?23ສິ່ງເຫລົ່ານີ້ຄືຄໍາສອນຂອງຄົນມີປັນຍາ:ການຕັດສິນເຂົ້າຂ້າງເປັນສິ່ງທີ່ບໍ່ດີຄື:24ຜູ້ທີ່ເວົ້າກັບຄົນເຮັດຜິດວ່າ, “ເຈົ້າເປັນຄົນບໍລິສຸດ,”ຈະຖືກຄົນສາບແຊ່ງ ແລະ ບັນດາປະຊາຊາດຈະປະນາມລາວ.25ສ່ວນຜູ້ຕັດສິນລົງໂທດຄົນເຮັດຜິດຈະໄດ້ດີ,ພຣະພອນອັນອຸດົມຈະມາເຖິງພວກເຂົາ.26ຄຳຕອບທີ່ຊື່ສັດເປັນເຄື່ອງໝາຍແຫ່ງມິດແທ້.27ຈົ່ງເຮັດວຽກໄຖນາໃຫ້ສຳເລັດແລະ ຕຽມທົ່ງນາຂອງເຈົ້າໃຫ້ພ້ອມ;ຫລັງຈາກນັ້ນ, ຈຶ່ງສ້າງເຮືອນຂອງເຈົ້າ.28ຢ່າເປັນພະຍານຕໍ່ສູ້ເພື່ອນບ້ານຂອງເຈົ້າໂດຍບໍ່ມີສາເຫດຄືເຈົ້າຈະໃຊ້ປາກຂອງເຈົ້າເວົ້າຫລອກລວງບໍ?29ຢ່າເວົ້າວ່າ, “ຂ້ອຍຈະເຮັດຕໍ່ພວກເຂົາເໝືອນດັ່ງທີ່ພວກເຂົາໄດ້ເຮັດຕໍ່ຂ້ອຍ;ຂ້ອຍຈະແກ້ແຄ້ນສໍາລັບສິ່ງທີ່ພວກເຂົາໄດ້ເຮັດໄປນັ້ນ”.30ຂ້ອຍໄດ້ຍ່າງຜ່ານໄປທີ່ທົ່ງນາຂອງຄົນຂີ້ຄ້ານ,ແລະ ສວນອະງຸ່ນຂອງຄົນບໍ່ຮູ້ຈັກຄິດ;31ສວນນັ້ນມີຟຸ່ມໜາມຂຶ້ນເຕັມໄປໝົດ, ຫຍ້າກໍປົ່ງຂຶ້ນປົກຄຸມພື້ນດິນ ແລະກຳແພງຫີນກໍຫັກພັງລົງ.32ຂ້ອຍຄິດຢູ່ໃນໃຈເຖິງສິ່ງທີ່ຂ້ອຍສັງເກດເຫັນແລະ ໄດ້ບົດຮຽນຈາກສິ່ງທີ່ຂ້ອຍເຫັນກໍຄື:33ຂໍນອນອີກໜ້ອຍໜຶ່ງ, ເຊືອບນອນອີກຈັກໜ້ອຍ,ເອົາມືກອດເອິກຫລັບບຶດໜຶ່ງ.34ແລ້ວຄວາມທຸກຍາກຈະມາຫາເຈົ້າດັ່ງຄົນຂີ້ລັກແລະ ຄວາມຂັດສົນຈະໂຈມຕີເຈົ້າດັ່ງມີຄົນໜຶ່ງຖືອາວຸດມາ.Biblica, Inc.