ສຸພາສິດ23

ຄໍາສອນ​ທີ 7

1ເມື່ອ​ເຈົ້າ​ນັ່ງ​ກິນ​ເຂົ້າ​ກັບ​ຜູ້ປົກຄອງ,ຈົ່ງ​ສັງເກດ​ເບິ່ງ​ສິ່ງ  ທີ່​ຢູ່​ຕໍ່ໜ້າ​ເຈົ້າ​ໃຫ້​ດີ,2ຖ້າ​ເຈົ້າ​ເປັນ​ຄົນ​ມັກ​ກິນ​ຫລາຍ,ກໍ​ຈົ່ງ​ເອົາ​ມີດ​ຈີ້​ຄໍ​ຕົນເອງ​ໄວ້.3ຢ່າ​ໂລບມາກ​ໃນ​ອາຫານ​ທີ່​ດີ​ຂອງ​ລາວ,ເພາະ​ອາຫານ​ນັ້ນ​ເປັນ​ສິ່ງ​ທີ່​ຫລອກລວງ.

ຄໍາສອນ​ທີ 8

4ຢ່າ​ອິດເມື່ອຍ​ອ່ອນ​ແຮງ​ເພື່ອ​ຢາກ​ຮັ່ງມີ;ຢ່າ​ໄວ້​ວາງໃຈ​ໃນ​ຄວາມ​ເຂົ້າໃຈ​ຂອງ​ເຈົ້າ​ເອງ.5ຄວາມ​ຮັ່ງມີ​ກໍ​ຫາຍ​ໄປ​ໄດ້​ພຽງ​ແຕ່​ພັບຕາ​ດຽວ,ເພາະ​ປີກ​ມັນ​ຈະ​ງອກ​ອອກ​ມາແລະ ບິນ​ຂຶ້ນ​ສູ່​ທ້ອງຟ້າ​ເໝືອນ​ດັ່ງ​ນົກອິນຊີ.

ຄໍາສອນ​ທີ 9

6ຢ່າ​ກິນ​ອາຫານ​ຂອງ​ຄົນ​ທີ່​ຂີ້ຖີ່,ຢ່າ​ໂລບມາກ​ໃນ​ອາຫານ​ດີ​ຂອງ​ລາວ​ທີ່​ເອົາ​ມາ​ໃຫ້;7ເພາະ​ລາວ​ເປັນ​ຄົນ​ປະເພດທີ່​ຄິດ​ເລື່ອງ​ລາຄາ​ຢູ່​ໃນ​ໃຈ​ສະເໝີ. ລາວ​ເວົ້າ​ກັບ​ເຈົ້າ​ວ່າ, “ເຊີນ​ກິນ ແລະ ເຊີນ​ດື່ມ”ແຕ່​ໃຈ​ຂອງ​ລາວ​ບໍ່​ໄດ້​ຄິດ​ແບບ​ນັ້ນ.8ເຈົ້າ​ຈະ​ຮາກ​ອາຫານ​ທີ່​ເຈົ້າ​ໄດ້​ກິນ​ເຂົ້າ​ໄປ​ອອກ​ມາແລະ ຄໍາ​ຍ້ອງຍໍ​ຂອງ​ເຈົ້າ​ຈະ​ສູນເສຍ​ໄປ.

ຄໍາສອນ​ທີ 10

9ຢ່າ​ເວົ້າ​ກັບ​ຄົນ​ໂງ່ຈ້າ,ເພາະ​ພວກເຂົາ​ຈະ​ດູໝິ່ນ​ຄຳ​ແນະນຳ​ທີ່​ສະຫລາດ​ຂອງ​ເຈົ້າ.

ຄໍາສອນ​ທີ 11

10ຢ່າ​ຍ້າຍ​ຫລັກ​ເຂດແດນ​ເກົ່າຫລື ບຸກ​ຢຶດ​ທີ່ດິນ​ຂອງ​ລູກ​ກຳພ້າ,11ເພາະ​ຜູ້ປົກປ້ອງ​ຂອງ​ພວກເຂົາ​ກໍ​ເຂັ້ມແຂງ;ພຣະອົງ​ຈະ​ສູ້​ຄະດີ​ກັບ​ເຈົ້າ​ແທນ​ພວກເຂົາ.

ຄໍາສອນ​ທີ 12

12ຈົ່ງ​ເອົາໃຈໃສ່​ຕໍ່​ຄຳສັ່ງສອນແລະ ງ່ຽງ​ຫູ​ຟັງ​ຖ້ອຍຄຳ​ແຫ່ງ​ຄວາມ​ຮູ້.

ຄໍາສອນ​ທີ 13

13ຢ່າ​ລັງເລ​ໃນ​ການ​ຕີສອນ​ລູກ;ຖ້າ​ເຈົ້າ​ລົງໂທດ​ພວກເຂົາ​ດ້ວຍ​ໄມ້ແສ້, ພວກເຂົາ​ຈະ​ບໍ່​ຕາຍ.14ຈົ່ງ​ລົງໂທດ​ພວກເຂົາ​ດ້ວຍ​ໄມ້ແສ້ແລະ ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ຄວາມ​ຕາຍ.

ຄໍາສອນ​ທີ 14

15ລູກ​ເອີຍ, ຖ້າ​ໃຈ​ຂອງ​ເຈົ້າ​ມີ​ປັນຍາ,ຫົວໃຈ​ຂອງ​ພໍ່​ກໍ​ຈະ​ມີ​ຄວາມ​ຍິນດີ​ຫລາຍ;16ເມື່ອ​ປາກ​ຂອງ​ເຈົ້າ​ເວົ້າ​ສິ່ງ​ທີ່​ຖືກຕ້ອງຈິດວິນຍານ​ຂອງ​ພໍ່​ກໍ​ຈະ​ຊື່ນຊົມຍິນດີ.

ຄໍາສອນ​ທີ 15

17ຢ່າ​ໃຫ້​ໃຈ​ຂອງ​ເຈົ້າ​ອິດສາ​ພວກ​ຄົນບາບ,ແຕ່​ຈົ່ງ​ກະຕືລືລົ້ນ​ໃນ​ການ​ຢຳເກງ​ພຣະເຈົ້າຢາເວ​ຢູ່​ສະເໝີ.18ເພາະ​ມີ​ຄວາມ​ຫວັງ​ໃນ​ອະນາຄົດ​ສໍາລັບ​ເຈົ້າ​ຢ່າງ​ແນ່ນອນ,ແລະ ຄວາມ​ຫວັງ​ຂອງ​ເຈົ້າ​ຈະ​ບໍ່​ສູນເສຍ​ໄປ.

ຄໍາສອນ​ທີ 16

19ລູກ​ເອີຍ, ຈົ່ງ​ຟັງ ແລະ ມີ​ປັນຍາ,ຈົ່ງ​ຮັກສາ​ໃຈ​ຂອງ​ເຈົ້າ​ໃຫ້​ຢູ່​ໃນ​ທາງ​ທີ່​ຖືກຕ້ອງ​ດັ່ງ​ນີ້:20ຢ່າ​ຮ່ວມ​ວົງ​ກັບ​ຜູ້​ທີ່​ດື່ມ​ເຫລົ້າ​ໜັກຫລື ຜູ້​ທີ່​ເຫັນ​ແກ່​ກິນ,21ເພາະ​ຄົນ​ຂີ້ເມົາ ແລະ ຄົນ​ໂລບມາກ​ຈະ​ກາຍເປັນ​ຄົນ​ທຸກຍາກ,ແລະ ຖ້າ​ມີ​ແຕ່​ນອນ​ຈະ​ເຮັດ​ໃຫ້​ພວກເຂົາ​ນຸ່ງ​ເຄື່ອງ​ຂາດ.

ຄໍາສອນ​ທີ 17

22ຈົ່ງ​ຟັງ​ຄວາມ​ພໍ່​ຂອງ​ເຈົ້າ, ຜູ້​ທີ່​ໃຫ້​ຊີວິດ​ແກ່​ເຈົ້າ,ແລະ ຢ່າ​ດູໜິ່ນ​ແມ່​ຂອງ​ເຈົ້າ​ເມື່ອ​ເພິ່ນ​ເຖົ້າແກ່.23ຈົ່ງ​ຊື້​ຄວາມ​ຈິງ ແລະ ຢ່າ​ຂາຍ​ສິ່ງ​ເຫລົ່ານີ້​ຄື:ປັນຍາ, ຄຳສັ່ງສອນ  ແລະ ຄວາມ​ເຂົ້າໃຈ.24ພໍ່​ທີ່​ມີ​ລູກ​ເປັນ​ຄົນ​ຊອບທຳ​ກໍ​ມີ​ຄວາມ​ສຸກ​ຫລາຍ;ພໍ່​ທີ່​ມີ​ລູກ​ມີ​ປັນຍາ​ກໍ​ພູມ​ໃຈ​ໃນ​ຕົວ​ລາວ.25ຈົ່ງ​ເຮັດ​ໃຫ້​ພໍ່​ແມ່​ຂອງ​ເຈົ້າ​ມີ​ຄວາມ​ຊື່ນຊົມ​ຍິນດີ;ຈົ່ງ​ເຮັດ​ໃຫ້​ແມ່​ຜູ້​ທີ່​ເກີດ​ເຈົ້າ​ມີ​ຄວາມ​ສຸກ!

ຄໍາສອນ​ທີ 18

26ລູກ​ເອີຍ, ຂໍ​ໃຈ​ຂອງ​ເຈົ້າ​ໃຫ້​ເຮົາແລະ ຈົ່ງ​ໃຫ້​ຕາ​ຂອງ​ເຈົ້າ​ຍິນດີ​ໃນ​ທາງ​ຂອງ​ເຮົາ,27ເພາະ​ຍິງ​ຫລິ້ນຊູ້​ເປັນ​ດັ່ງ​ຂຸມ​ເລິກ,ແລະ ເມຍ​ທີ່​ເອົາ​ແຕ່​ໃຈ​ເປັນ​ນໍ້າສ້າງ​ແຄບໆ.28ນາງ​ນອນ​ໝອບ​ລໍຖ້າ​ຢູ່​ຄື​ໂຈນແລະ ເຮັດ​ໃຫ້​ຊາຍ​ຫລາຍ​ຄົນ​ບໍ່​ສັດຊື່​ຕໍ່​ເມຍ​ຂອງ​ຕົນ.

ຄໍາສອນ​ທີ 19

29ຜູ້​ໃດ​ທີ່​ທຸກ​ທໍລະມານ? ຜູ້ໃດ​ທີ່​ໂສກ​ເສົ້າ?ຜູ້​ໃດ​ທີ່​ຜິດຖຽງ​ກັນ? ຜູ້​ໃດ​ທີ່​ຈົ່ມທຸກ?ຜູ້​ໃດ​ມີ​ຮອຍ​ຊໍ້າ​ດໍາ​ຂຽວ​ໂດຍ​ບໍ່​ຈຳເປັນ? ຜູ້​ໃດ​ທີ່​ມີ​ຕາ​ແດງ​ກ່ຳ?30ກໍ​ຄື​ຄົນ​ທີ່​ມົວເມົາ​ຢູ່​ກັບ​ເຫລົ້າ,ຄົນ​ທີ່​ລອງ​ຊີມ​ເຫລົ້າ​ປະສົມ​ກັນ​ຫລາຍ​ຊະນິດ​ຢູ່​ໃນ​ຖ້ວຍ.31ຢ່າ​ຈ້ອງ​ເບິ່ງ​ເຫລົ້າ​ອະງຸ່ນ​ທີ່​ມີ​ສີ​ແດງ,ເມື່ອ​ມັນ​ເປັ່ງປະກາຍ​ຢູ່​ໃນ​ຈອກ,ເມື່ອ​ດື່ມ​ມັນ​ລົງ​ໄປ​ກໍ​ລື່ນ​ຄໍ​ດີ!32ໃນ​ບັ້ນ​ປາຍ​ແລ້ວ ມັນ​ຕອດ​ຄື​ງູແລະ ມີ​ພິດຮ້າຍ​ເໝືອນ​ງູ​ພິດ.33ຕາ​ຂອງ​ເຈົ້າ​ຈະ​ເຫັນ​ພາບ​ແປກໆ,ແລະ ຄວາມ​ຄິດ​ຂອງ​ເຈົ້າ​ຈະ​ຄິດ​ສິ່ງ​ທີ່​ສັບສົນ.34ເຈົ້າ​ຈະ​ເປັນ​ດັ່ງ​ຄົນ​ທີ່​ກໍາລັງ​ນອນ​ຢູ່​ກາງ​ທະເລ,ແລະ ເປັນ​ດັ່ງ​ຄົນ​ທີ່​ກໍາລັງ​ນອນ​ຢູ່​ເທິງ​ຍອດ​ເສົາ​ຂອງ​ເຮືອໃບ.35ເຈົ້າ​ຈະ​ເວົ້າ​ວ່າ, “ພວກເຂົາ​ຕ່ອຍ​ຂ້ອຍ,ແຕ່​ຂ້ອຍ​ບໍ່​ເຈັບ! ພວກເຂົາ​ຟາດ​ຂ້ອຍ,ແຕ່​ຂ້ອຍ​ບໍ່​ຮູ້ສຶກ!ເມື່ອໃດ​ຂ້ອຍ​ຈະ​ຕື່ນ​ຂຶ້ນ​ມາ ຂ້ອຍ​ຈະ​ໄປ​ດື່ມ​ອີກ”

Biblica, Inc.

https://app.library.bible/content/eab9312f9f16b3a2