ສຸພາສິດ22

1ຊື່ສຽງ​ດີ​ກໍ​ເປັນ​ທີ່​ຕ້ອງການ​ຫລາຍ​ກວ່າ​ຄວາມ​ຮັ່ງມີ;ໄດ້​ຮັບ​ການ​ຍ້ອງຍໍ​ກໍ​ດີ​ກວ່າ​ໄດ້​ເງິນ ຫລື ຄໍາ.
2ຄົນ​ຮັ່ງມີ ແລະ ຄົນ​ທຸກຍາກ​ມີ​ສິ່ງ​ໜຶ່ງ​ທີ່​ຄື​ກັນ​ຄື:ພຣະເຈົ້າ​ຢາເວ​ເປັນ​ຜູ້​ສ້າງ​ຂອງ​ພວກເຂົາ​ທັງໝົດ.
3ຄົນ​ສະຫລາດ​ເຫັນ​ໄພ​ອັນຕະລາຍ ແລະ ເຂົ້າ​ໄປ​ລີ້ໄພ,ແຕ່​ຜູ້​ທີ່​ບໍ່​ຮູ້ຈັກ​ຄິດ​ກໍ​ຍ່າງ​ຕໍ່ໄປ ແລະ ໄດ້​ຮັບ​ໂທດ.
4ຄວາມ​ຖ່ອມຕົວ​ຄື​ການ​ຢຳເກງ​ພຣະເຈົ້າ​ຢາເວ;ຄ່າຈ້າງ​ຂອງ​ຄວາມ​ຖ່ອມຕົວ​ຄື ຄວາມ​ຮັ່ງມີ, ກຽດຕິຍົດ ແລະ ຊີວິດ.
5ທາງ​ຂອງ​ຄົນ​ຊົ່ວຮ້າຍ​ເປັນ​ບ້ວງແຮ້ວ ແລະ ເປັນ​ກັບດັກ,ແຕ່​ຄົນ​ທີ່​ຮັກສາ​ຊີວິດ​ຂອງ​ຕົນ​ຈະ​ຫລີກ​ໜີ​ຈາກ​ສິ່ງ​ເຫລົ່າ​ນັ້ນ.
6ຈົ່ງ​ເລີ່ມ​ອົບຮົມ​ເດັກນ້ອຍ​ໃນ​ທາງ​ທີ່​ພວກເຂົາ​ຄວນ​ຈະ​ໄປ, ແລະ ເມື່ອ​ພວກເຂົາ​ໃຫຍ່​ຂຶ້ນ ພວກເຂົາ​ຈະ​ບໍ່​ຫັນ​ໜີ​ຈາກ​ທາງ​ນັ້ນ.
7ຄົນ​ຮັ່ງມີ​ປົກຄອງ​ຄົນ​ທຸກຈົນ,ແລະ ຄົນ​ທີ່​ເປັນ​ໜີ້​ກໍ​ເປັນ​ຂ້າທາດ​ຂອງ​ເຈົ້າ​ໜີ້.
8ຜູ້​ທີ່​ຫວ່ານ​ຄວາມ​ບໍ່​ຍຸຕິທໍາ​ກໍ​ເກັບກ່ຽວ​ໄພພິບັດ,ແລະ ໄມ້ແສ້​ຄື​ອຳນາດ​ທີ່​ພວກເຂົາ​ໃຊ້​ກົດຂີ່​ຄົນ​ອື່ນ​ຈະ​ຖືກ​ທຳລາຍ.
9ຄວາມສຸກ​ເປັນ​ຂອງ​ຄົນ​ໃຈ​ກວ້າງ,ເພາະ​ພວກເຂົາ​ແບ່ງປັນ​ອາຫານ​ຂອງ​ຕົນ​ໃຫ້​ຄົນ​ທຸກຍາກ.
10ຈົ່ງ​ໄລ່​ຄົນ​ມັກ​ເຢາະເຢີ້ຍ​ອອກ​ໄປ, ແລະ ການ​ຜິດຖຽງ​ກັນ​ກໍ​ຈະ​ບໍ່ມີ;ການ​ສຽດສີ ແລະ ການ​ໝິ່ນປະໝາດ​ຈະ​ຈົບ​ລົງ.
11ຜູ້​ທີ່​ຮັກ​ຈິດໃຈ​ທີ່​ບໍລິສຸດ ແລະ ເວົ້າ​ຈາ​ອ່ອນຫວານຈະ​ມີ​ໝູ່​ເປັນ​ກະສັດ.
12ຕາ​ຂອງ​ພຣະເຈົ້າ​ຢາເວ​ເຝົ້າ​ຮັກສາ​ຄວາມ​ຮູ້​ໄວ້,ແຕ່​ພຣະອົງ​ທໍາລາຍ​ຄຳເວົ້າ​ຂອງ​ຄົນ​ບໍ່​ສັດຊື່.
13ຄົນ​ຂີ້ຄ້ານ​ເວົ້າ​ວ່າ “ມີ​ໂຕສິງ​ຢູ່​ຂ້າງ​ນອກ!”“ຂ້ອຍ​ຈະ​ຖືກ​ມັນ​ຂ້າ​ຢູ່​ກາງ​ທາງ​ກໍ​ໄດ້!”
14ປາກ​ຂອງ​ຍິງ​ຫລິ້ນຊູ້​ເປັນ​ດັ່ງ​ຂຸມ​ເລິກ;ຄົນ​ທີ່​ຖືກ​ພຣະເຈົ້າ​ຢາເວ​ໂກດຮ້າຍ​ຈະ​ຕົກ​ລົງ​ໄປ​ໃນ​ຂຸມ​ນັ້ນ.
15ຄວາມ​ໂງ່ຈ້າ​ຝັງ​ໄວ້​ຢູ່​ໃນ​ໃຈ​ຂອງ​ເດັກນ້ອຍ,ແຕ່​ໄມ້ແສ້​ທີ່​ຕີສອນ​ຈະ​ຊ່ວຍ​ໄລ່​ມັນ​ອອກ​ໄປ.
16ຜູ້​ທີ່​ກົດຂີ່​ຂົ່ມເຫັງ​ຄົນ​ທຸກຍາກ​ເພື່ອ​ໃຫ້​ຕົນເອງ​ຮັ່ງມີ​ຂຶ້ນ.ແລະ ຜູ້​ທີ່​ເອົາ​ຂອງຂັວນ​ໃຫ້​ຄົນ​ຮັ່ງມີ ຈະ​ເຮັດ​ໃຫ້​ທັງ​ສອງ​ຄົນ​ທຸກ​ຈົນ​ລົງ.

ຄໍາສອນ​ທີ 1

17ຈົ່ງ​ຕັ້ງໃຈ ແລະ ຟັງ​ຄຳເວົ້າ​ຂອງ​ຄົນ​ມີ​ປັນຍາແລະ ຈົ່ງ​ເອົາໃຈໃສ່​ໃນ​ສິ່ງ​ທີ່​ປັນຍາ​ສັ່ງສອນ,18ເພາະ​ມັນ​ຈະ​ເຮັດ​ໃຫ້​ເຈົ້າ​ສຸກ​ໃຈ ເມື່ອ​ເຈົ້າ​ຮັກສາ​ຄຳ​ສັ່ງສອນ​ນັ້ນ​ໄວ້​ໃນ​ໃຈ​ຂອງ​ເຈົ້າ.ແລະ ມີ​ຄຳ​ສັ່ງສອນ​ທັງໝົດ​ຢູ່​ໃນ​ປາກ​ຂອງ​ເຈົ້າ.19ເພື່ອ​ໃຫ້​ຄວາມ​ໄວ້ວາງໃຈ​ຂອງ​ເຈົ້າ​ຢູ່​ໃນ​ພຣະເຈົ້າ​ຢາເວ,ເຮົາ​ສອນ​ເຈົ້າ​ໃນ​ມື້ນີ້, ແມ່ນແຕ່​ເຈົ້າ​ເອງ​ກໍ​ຄື​ກັນ.20ເຮົາ​ໄດ້​ຂຽນ​ຄຳສັ່ງສອນ​ສາມສິບ​ຕອນ​ໄວ້​ໃຫ້​ເຈົ້າ​ບໍ່ແມ່ນ​ບໍ,ເປັນ​ຄຳ​ແນະນຳ ແລະ ຄວາມ​ຮູ້.21ສັ່ງສອນ​ເຈົ້າ​ໃຫ້​ເປັນ​ຄົນ​ສັດຊື່ ແລະ ເວົ້າ​ຄວາມຈິງ,ເພື່ອ​ເຈົ້າ​ຈະ​ນໍາ​ຄວາມ​ຈິງ​ກັບ​ມາ​ລາຍງານຜູ້​ທີ່​ໃຊ້​ເຈົ້າ​ໄປ?

ຄໍາສອນ​ທີ 2

22ຢ່າ​ເອົາ​ປຽບ​ຄົນ​ທຸກຈົນ ເພາະ​ພວກເຂົາ​ກໍ​ທຸກຈົນ​ຢູ່​ແລ້ວແລະ ຢ່າ​ຢຽບຢໍ່າ​ຄົນ​ຂັດສົນ​ຢູ່​ໃນ​ສານ,23ເພາະ​ພຣະເຈົ້າ​ຢາເວ​ຈະ​ແກ້​ຄະດີ​ໃຫ້​ພວກເຂົາແລະ ຈະ​ເອົາ​ຊີວິດ​ຂອງ​ຜູ້​ທີ່​ຈະ​ເອົາ​ຊີວິດ​ຂອງ​ພວກເຂົາ.

ຄໍາສອນ​ທີ 3

24ຢ່າ​ເປັນ​ໝູ່​ກັບ​ຄົນ​ໃຈ​ຮ້ອນ,ຢ່າ​ຄົບ​ກັບ​ຄົນ​ທີ່​ໃຈຮ້າຍ​ງ່າຍ,25ເພາະ​ເຈົ້າ​ອາດ​ຈະ​ຮຽນ​ແບບ​ວິຖີທາງ​ຂອງ​ພວກເຂົາແລະ ເຮັດ​ໃຫ້​ຕົນ​ເອງ​ຕົກ​ຢູ່​ໃນ​ບ້ວງແຮ້ວ.

ຄໍາສອນ​ທີ 4

26ຢ່າ​ເປັນ​ຜູ້​ທີ່​ຈັບ​ມື​ໃຫ້​ຄໍາສັນຍາຫລື ຄ້ຳປະກັນ​ໃນ​ການ​ໃຊ້​ໜີ້​ຄົນ​ອື່ນ;27ຖ້າ​ເຈົ້າ​ບໍ່​ມີ​ເງິນ​ຈ່າຍ,ແມ່ນແຕ່​ບ່ອນນອນ​ກໍ​ຈະ​ຖືກ​ດຶງ​ອອກ​ໄປ​ຈາກ​ຫລັງ​ຂອງ​ເຈົ້າ.

ຄໍາສອນ​ທີ 5

28ຢ່າ​ຍ້າຍ​ຫລັກ​ເຂດແດນ​ເກົ່າທີ່​ບັນພະບຸລຸດ​ຂອງ​ເຈົ້າ​ໄດ້​ຕັ້ງ​ໄວ້.

ຄໍາສອນ​ທີ 6

29ເຈົ້າ​ເຫັນ​ຄົນ​ທີ່​ມີ​ຄວາມ​ຊຳນານ​ໃນ​ວຽກງານ​ຂອງ​ພວກເຂົາ​ບໍ?ພວກເຂົາ​ຈະ​ໄດ້​ຮັບໃຊ້​ກະສັດ;ພວກເຂົາ​ຈະ​ບໍ່​ຮັບ​ໃຊ້​ຂ້າລາຊະການ​ຊັ້ນຕໍ່າ.

Biblica, Inc.

https://app.library.bible/content/eab9312f9f16b3a2