ສຸພາສິດ2
ຜົນດີທາງສິນທໍາຂອງປັນຍາ
1ລູກຂອງພໍ່, ຖ້າເຈົ້າຍອມຮັບຄຳສອນຂອງພໍ່ແລະ ເກັບຮັກສາຄຳສັ່ງຂອງພໍ່ໄວ້ຢູ່ພາຍໃນເຈົ້າ,2ຈົ່ງງ່ຽງຫູຂອງເຈົ້າໄປຟັງປັນຍາແລະ ເອົາໃຈໃສ່ປະຕິບັດຕາມຄວາມເຂົ້າໃຈນັ້ນ3ແທ້ຈິງແລ້ວ, ຖ້າເຈົ້າເອີ້ນຫາຄວາມຮູ້ແລະ ຮ້ອງຫາຄວາມເຂົ້າໃຈ,4ແລະ ຖ້າເຈົ້າຊອກຫາປັນຍາດັ່ງຫາເງິນແລະ ຄົ້ນຫາປັນຍາດັ່ງຂຸມຊັບທີ່ຖືກເຊື່ອງໄວ້,5ແລ້ວເຈົ້າຈະເຂົ້າໃຈເຖິງການຢຳເກງພຣະເຈົ້າຢາເວແລະ ພົບຄວາມຮູ້ຂອງພຣະເຈົ້າ.6ເພາະພຣະເຈົ້າຢາເວເປັນຜູ້ໃຫ້ປັນຍາ;ຄວາມຮູ້ ແລະ ຄວາມເຂົ້າໃຈກໍອອກມາຈາກປາກຂອງພຣະອົງ.7ພຣະອົງຖືຮັກສາຄວາມສໍາເລັດ ໄວ້ໃຫ້ຄົນທ່ຽງທຳ,ພຣະອົງເປັນໂລ່ໃຫ້ຜູ້ທີ່ດຳເນີນຊີວິດຢ່າງບໍ່ມີຕໍາໜິ,8ເພາະພຣະອົງເຝົ້າຮັກສາທາງຂອງຜູ້ທີ່ທ່ຽງທຳແລະ ປົກປ້ອງຮັກສາທາງຂອງຜູ້ທີ່ສັດຊື່ຂອງພຣະອົງ.9ແລ້ວເຈົ້າຈະເຂົ້າໃຈສິ່ງທີ່ຖືກຕ້ອງ ແລະ ຍຸຕິທຳແລະ ຄວາມທ່ຽງທຳຄື ເຂົ້າໃຈທາງອັນດີທຸກຢ່າງ,10ເພາະປັນຍາຈະເຂົ້າໄປໃນຫົວໃຈຂອງເຈົ້າແລະ ຄວາມຮູ້ຈະເຮັດໃຫ້ຈິດວິນຍານຂອງເຈົ້າຍິນດີ.11ຄວາມຮອບຄອບຈະປົກປ້ອງເຈົ້າ,ແລະ ຄວາມເຂົ້າໃຈຈະເຝົ້າຮັກສາເຈົ້າ.12ປັນຍາຈະຊ່ວຍເຈົ້າໃຫ້ພົ້ນຈາກທາງຂອງຄົນຊົ່ວຮ້າຍ,ປັນຍາຈະຊ່ວຍເຈົ້າໃຫ້ພົ້ນຈາກຜູ້ທີ່ມັກປີ້ນຄວາມ.13ຜູ້ທີ່ປະຖິ້ມວິຖີທາງອັນຊອບທໍາກໍຈະເດີນໄປໃນທາງທີ່ມືດ,14ຜູ້ທີ່ພໍໃຈໃນການກະທໍາຜິດແລະ ຊື່ນຊົມໃນການປະພຶດຊົ່ວ,15ເສັ້ນທາງຂອງພວກເຂົາກໍຄົດງໍແລະ ວິຖີທາງຂອງພວກເຂົາກໍຄົດໂກງ.16ປັນຍາຍັງຈະຊ່ວຍເຈົ້າໃຫ້ພົ້ນຈາກຍິງຫລິ້ນຊູ້,ຈາກຍິງຂ້າງທາງດ້ວຍຄຳເວົ້າອັນລໍ້ລວງຂອງນາງ,17ຜູ້ທີ່ປະຖິ້ມຄູ່ຊີວິດຂອງນາງທີ່ຢູ່ນໍາກັນມາຕັ້ງແຕ່ໜຸ່ມແລະ ລືມໄລຕໍ່ຄຳໝັ້ນສັນຍາທີ່ນາງເຮັດໄວ້ຕໍ່ໜ້າພຣະເຈົ້າ. 18ບ້ານຂອງນາງນຳໄປສູ່ຄວາມຕາຍຢ່າງແນ່ນອນແລະ ທາງຂອງນາງກໍນໍາໄປສູ່ວິນຍານແຫ່ງຄົນຕາຍ.19ບໍ່ມີຜູ້ໃດທີ່ໄປຫານາງແລ້ວໄດ້ກັບຄືນມາຫລື ກັບເຂົ້າໄປສູ່ຫົນທາງແຫ່ງຊີວິດໄດ້ອີກ.20ດັ່ງນັ້ນ ເຈົ້າຈະເດີນໃນທາງທີ່ດີແລະ ຢຶດໝັ້ນໃນວິຖີທາງອັນຊອບທຳ21ເພາະຄົນທ່ຽງທຳຈະໄດ້ອາໄສໃນດິນແດນນັ້ນ,ແລະ ຄົນທີ່ບໍ່ມີຕຳໜິຈະຕັ້ງໝັ້ນຄົງຢູ່ທີ່ນັ້ນ22ແຕ່ຄົນຊົ່ວຮ້າຍຈະຖືກຕັດອອກຈາກດິນແດນນັ້ນ,ແລະ ຄົນບໍ່ສັດຊື່ຈະຖືກຖອນຮາກອອກຈາກດິນແດນນັ້ນ.Biblica, Inc.