ສຸພາສິດ3
ປັນຍາເຮັດໃຫ້ມີຄວາມເປັນຢູ່ທີ່ດີ
1ລູກເອີຍ, ຢ່າລືມຄຳສັ່ງສອນຂອງພໍ່,ແຕ່ຈົ່ງຮັກສາຄຳສັ່ງຂອງພໍ່ໄວ້ໃນໃຈຂອງເຈົ້າ,2ເພາະສິ່ງເຫລົ່ານີ້ຈະເຮັດໃຫ້ເຈົ້າມີຊີວິດຍືນຍາວແລະ ນຳເອົາສັນຕິສຸກ ແລະ ຄວາມຈະເລີນຮຸ່ງເຮືອງມາສູ່ເຈົ້າ.3ຢ່າໃຫ້ຄວາມຮັກ ແລະ ຄວາມສັດຊື່ໜີໄປຈາກເຈົ້າ;ຈົ່ງມັດມັນໄວ້ອ້ອມຄໍຂອງເຈົ້າ,ຈົ່ງຂຽນມັນໃສ່ແຜ່ນຫົວໃຈຂອງເຈົ້າ.4ແລ້ວເຈົ້າຈະເປັນທີ່ພໍໃຈ ແລະ ມີຊື່ສຽງດີໃນສາຍຕາພຣະເຈົ້າ ແລະ ໃນສາຍຕາມະນຸດ.5ຈົ່ງໄວ້ວາງໃຈໃນພຣະເຈົ້າຢາເວດ້ວຍສຸດໃຈຂອງເຈົ້າແລະ ຢ່າເພິ່ງພາຄວາມເຂົ້າໃຈຂອງເຈົ້າເອງ;6ຈົ່ງຍອມຈໍານົນຕໍ່ພຣະອົງໃນທຸກວິຖີທາງຂອງເຈົ້າ,ແລະ ພຣະອົງຈະເຮັດໃຫ້ທາງຂອງເຈົ້າຊື່ໄປ. 7ຢ່າຄິດວ່າຕົນເປັນຄົນສະຫລາດ;ຈົ່ງຢຳເກງພຣະເຈົ້າຢາເວ ແລະ ຈົ່ງຫລີກໜີຈາກຄວາມຊົ່ວຮ້າຍ.8ສິ່ງນີ້ຈະນໍາສຸຂະພາບທີ່ດີມາສູ່ຮ່າງກາຍຂອງເຈົ້າແລະ ບໍາລຸງລ້ຽງກະດູກຂອງເຈົ້າ.9ຈົ່ງໃຫ້ກຽດພຣະເຈົ້າຢາເວດ້ວຍຊັບສິນຂອງເຈົ້າ,ດ້ວຍຜົນທໍາອິດຈາກຜົນລະປູກທັງໝົດຂອງເຈົ້າ;10ແລ້ວເລົ້າເຂົ້າຂອງເຈົ້າຈະເຕັມລົ້ນ,ແລະ ຖັງຂອງເຈົ້າຈະເຕັມໄປດ້ວຍເຫລົ້າອະງຸ່ນໃໝ່.11ລູກເອີຍ, ຢ່າໜິ່ນປະໝາດການຕີສອນຂອງພຣະເຈົ້າຢາເວ,ຢ່າຄຽດຕໍ່ຄໍາຕັກເຕືອນຂອງພຣະອົງ,12ເພາະພຣະເຈົ້າຢາເວຕີສອນຜູ້ທີ່ພຣະອົງຮັກ,ເໝືອນດັ່ງພໍ່ຕີສອນລູກຜູ້ທີ່ເພິ່ນພູມໃຈນຳ. 13ຄວາມສຸກເປັນຂອງຜູ້ທີ່ພົບປັນຍາ,ຜູ້ທີ່ໄດ້ຮັບຄວາມເຂົ້າໃຈ,14ເພາະປັນຍາໃຫ້ປະໂຫຍດຫລາຍກວ່າເງິນແລະ ໃຫ້ຜົນຕອບແທນຫລາຍກວ່າຄຳ.15ປັນຍາມີຄຸນຄ່າຫລາຍກວ່າເພັດພອຍ;ບໍ່ມີສິ່ງໃດທີ່ເຈົ້າປາຖະໜາຈະປຽບທຽບກັບປັນຍາໄດ້.16ໃນມືຂວາຂອງປັນຍາມີຊີວິດຍືນຍາວ;ໃນມືຊ້າຍມີຄວາມຮັ່ງມີ ແລະ ກຽດສັກສີດ້ວຍ.17ທາງຂອງປັນຍາເປັນທາງອັນລາບລື່ນວິຖີທາງທັງສິ້ນຂອງປັນຍາຄືສັນຕິສຸກ.18ປັນຍາເປັນຕົ້ນໄມ້ແຫ່ງຊີວິດແກ່ຜູ້ທີ່ຢຶດປັນຍາໄວ້;ຄວາມສຸກຈະເປັນຂອງຜູ້ທີ່ຢຶດປັນຍາໄວ້ໃຫ້ແໜ້ນ.19ດ້ວຍປັນຍາ ພຣະເຈົ້າຢາເວໄດ້ວາງຮາກຖານຂອງແຜ່ນດິນໂລກ,ດ້ວຍຄວາມເຂົ້າໃຈ ພຣະອົງຕັ້ງຟ້າສະຫວັນໄວ້ໃນທີ່ນັ້ນ;20ດ້ວຍຄວາມຮອບຮູ້ຂອງພຣະອົງ ນໍ້າເລິກກໍຖືກແຍກອອກ,ແລະ ເມກກໍເຮັດໃຫ້ນ້ຳໝອກຕົກລົງມາ.21ລູກເອີຍ, ຢ່າໃຫ້ປັນຍາ ແລະ ຄວາມເຂົ້າໃຈໜີໄປຈາກສາຍຕາຂອງເຈົ້າໄດ້,ຈົ່ງຮັກສາການການຕັດສິນອັນຖືກຕ້ອງ ແລະ ຄວາມຮອບຄອບໄວ້;22ສິ່ງເຫລົ່ານີ້ຈະເປັນຊີວິດໃຫ້ແກ່ເຈົ້າ,ແລະ ເປັນເຄື່ອງເອ້ຍ້ອງເພື່ອປະດັບຄໍຂອງເຈົ້າ.23ແລ້ວເຈົ້າຈະເດີນໄປຕາມທາງຂອງຕົນຢ່າງປອດໄພ,ແລະ ຕີນຂອງເຈົ້າຈະບໍ່ເຕະສະດຸດລົ້ມ.24ເມື່ອເຈົ້ານັ່ງລົງ, ເຈົ້າຈະບໍ່ຢ້ານ;ເມື່ອເຈົ້ານອນຫລັບ, ເຈົ້າກໍຈະນອນຫລັບສະບາຍ.25ຢ່າຢ້ານກົວໄພພິບັດທີ່ມາຢ່າງກະທັນຫັນຫລື ຄວາມຈິບຫາຍທີ່ໂຈມຕີຄົນຊົ່ວ,26ເພາະພຣະເຈົ້າຢາເວຈະຢູ່ຄຽງຂ້າງເຈົ້າ ແລະ ຈະຮັກສາຕີນຂອງເຈົ້າຈາກບ້ວງແຮ້ວ.27ຢ່າເກັບສິ່ງທີ່ດີໄວ້ຈາກຜູ້ທີ່ສົມຄວນໄດ້ຮັບ,ເມື່ອມັນຢູ່ໃນອຳນາດຂອງເຈົ້າທີ່ຈະກະທຳໄດ້.28ຢ່າເວົ້າກັບເພື່ອນບ້ານຂອງເຈົ້າວ່າ,“ຈົ່ງກັບມາມື້ອື່ນ ແລ້ວຂ້ອຍຈະເອົາມັນໃຫ້ເຈົ້າ”ໃນເມື່ອເຈົ້າມີມັນຢູ່ແລ້ວ.29ຢ່າວາງແຜນຮ້າຍຕໍ່ເພື່ອນບ້ານຂອງເຈົ້າ,ຜູ້ອາໄສຢູ່ໃກ້ເຈົ້າທີ່ໄວ້ວາງໃຈໃນຕົວເຈົ້າ.30ຢ່າກ່າວຫາຜູ້ໃດໂດຍບໍ່ມີເຫດຜົນໃນເມື່ອພວກເຂົາບໍ່ໄດ້ທໍາຮ້າຍເຈົ້າ.31ຢ່າອິດສາຄົນທີ່ໃຊ້ຄວາມຮຸນແຮງຫລື ຢ່າເລືອກເອົາວິຖີທາງຂອງພວກເຂົາ.32ເພາະພຣະເຈົ້າຢາເວກຽດຊັງຜູ້ທີ່ມັກປີ້ນຄວາມແຕ່ໄວ້ວາງໃຈນໍາຄົນທ່ຽງທຳຂອງພຣະອົງ.33ຄຳສາບແຊ່ງຂອງພຣະເຈົ້າຢາເວຢູ່ເທິງເຮືອນຂອງຄົນຊົ່ວຮ້າຍ,ແຕ່ພຣະອົງອວຍພອນເຮືອນຂອງຄົນຊອບທຳ.34ພຣະອົງເຢາະເຢີ້ຍຄົນທີ່ມັກເຢາະເຢີ້ຍແຕ່ສະແດງຄວາມເມດຕາແກ່ຄົນຖ່ອມຕົວ ແລະ ຄົນທີ່ຖືກກົດຂີ່.35ຄົນມີປັນຍາຈະໄດ້ຮັບກຽດເປັນມໍລະດົກແຕ່ຄົນໂງ່ຈ້າຈະໄດ້ຮັບພຽງແຕ່ຄວາມອັບອາຍ.Biblica, Inc.