ສຸພາສິດ19

1ເປັນ​ຄົນ​ທຸກຍາກ​ທີ່​ດຳເນີນ​ຊີວິດ​ຢ່າງ​ບໍ່​ມີ​ຕຳໜິກໍ​ດີ​ກວ່າ​ເປັນ​ຄົນ​ໂງ່​ຈ້າ​ທີ່​ເວົ້າ​ປີ້ນ​ຄວາມ.
2ຄວາມ​ປາຖະໜາ​ທີ່​ຂາດ​ຄວາມຮູ້​ບໍ່​ເປັນ​ການ​ດີຕີນ​ທີ່​ຟ້າວຟັ່ງ​ກໍ​ຈະ​ເຮັດ​ໃຫ້​ຫລົງ​ທາງ!
3ຄວາມ​ໂງ່ຈ້າ​ຂອງ​ຄົນ​ນໍາ​ໄປ​ສູ່​ຄວາມ​ຈິບຫາຍ,ແຕ່​ໃຈ​ຂອງ​ພວກເຂົາ​ໂມໂຫ​ກ່າວ​ໂທດ​ພຣະເຈົ້າ​ຢາເວ.
4ຄວາມ​ຮັ່ງມີ​ເຮັດ​ໃຫ້​ມີ​ໝູ່ເພື່ອນ​ຢ່າງ​ຫລວງຫລາຍ,ແມ່ນ​ແຕ່​ໝູ່​ສະໜິດ​ຂອງ​ຄົນທຸກ​ຍາກ​ກໍ​ຍັງ​ປະຖິ້ມ​ລາວ​ໄປ.
5ພະຍານ​ທີ່​ບໍ່​ຈິງ​ຈະ​ໜີ​ບໍ່​ພົ້ນ​ຈາກ​ການ​ລົງໂທດ,ແລະ ຜູ້​ທີ່​ເວົ້າ​ຕົວະ​ຈະ​ບໍ່​ເປັນ​ອິດສະຫລະ.
6ຄົນ​ສ່ວນ​ຫລາຍ​ເອົາໃຈ​ຜູ້​ມີ​ອຳນາດ,ແລະ ທຸກຄົນ​ຈະ​ເປັນ​ໝູ່​ກັບ​ຜູ້​ທີ່​ເອົາ​ຂອງຂັວນ​ໃຫ້.
7ຄົນ​ທຸກຍາກ​ນັ້ນ​ພີ່ນ້ອງ​ທຸກ​ຄົນ​ກໍ​ກຽດຊັງແລະ ໝູ່ເພື່ອນ​ຂອງ​ພວກເຂົາ​ກໍ​ຍິ່ງ​ຫລີກ​ໜີ​ຫ່າງ​ຈາກ​ພວກເຂົາ!ເຖິງ​ແມ່ນ​ວ່າ ຄົນ​ທຸກຍາກ​ຕາມ​ໄປ​ອ້ອນວອນ​ຂໍ​ພວກເຂົາ,ພວກເຂົາ​ກໍ​ຫລົບ​ໜີ​ໄປ​ໝົດ. 
8ຜູ້​ທີ່​ມີ​ປັນຍາ​ກໍ​ຮັກ​ຊີວິດ​ຂອງ​ຕົນເອງ;ຜູ້​ທີ່​ທະນຸຖະໜອມ​ຄວາມ​ເຂົ້າໃຈ​ອີກ​ບໍ່​ດົນ​ກໍ​ຈະ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ.
9ພະຍານ​ທີ່​ບໍ່​ຈິງ​ຈະ​ໜີ​ບໍ່​ພົ້ນ​ຈາກ​ການ​ລົງໂທດ,ແລະ ຜູ້​ເວົ້າ​ຕົວະ​ຈະ​ຈິບຫາຍ.
10ຄົນ​ໂງ່​ຈ້າ​ບໍ່​ຄວນ​ໃຊ້​ຊີວິດ​ຢ່າງ​ຟຸມເຟືອຍ​ສັນໃດຂ້າທາດ​ກໍ​ບໍ່​ຄວນ​ຈະ​ປົກຄອງ​ເຈົ້ານາຍ​ສັນນັ້ນ!
11ປັນຍາ​ຂອງ​ຄົນ​ເຮັດ​ໃຫ້​ເກີດ​ຄວາມ​ອົດ​ທົນ;ແລະ ກຽດ​ຂອງ​ຄົນ​ນັ້ນ​ຄື​ການ​ເບິ່ງ​ຂ້າມ​ຄວາມຜິດ​ຂອງ​ຄົນ​ອື່ນ.
12ຄວາມ​ໂກດຮ້າຍ​ຂອງ​ກະສັດ​ເປັນ​ດັ່ງ​ສຽງ​ໂຕສິງ​ແຜດສຽງ,ແຕ່​ຄວາມ​ເມດຕາ​ຂອງ​ເພິ່ນ​ເປັນ​ດັ່ງ​ນໍ້າໝອກ​ຢູ່​ເທິງ​ຫຍ້າ.
13ລູກ​ໂງ່​ຈ້າ​ນໍາ​ຄວາມ​ຈິບຫາຍ​ມາ​ໃຫ້​ພໍ່,ແລະ ເມຍ​ທີ່​ມັກ​ທະເລາະ​ວິວາດ​ກໍ​ເໝືອນ​ຫລັງຄາ​ຮົ່ວທີ່​ມີ​ນ້ຳຝົນ​ຍ້ອຍ​ຢູ່​ຕະຫລອດ.
14ເຮືອນ ແລະ ຊັບສົມບັດ​ເປັນ​ມໍລະດົກ​ຈາກ​ພໍ່​ແມ່,ແຕ່​ເມຍ​ທີ່​ສະຫລາດ​ແມ່ນ​ມາ​ຈາກ​ພຣະເຈົ້າ​ຢາເວ.
15ຄວາມ​ຂີ້ຄ້ານ​ເຮັດ​ໃຫ້​ຫລັບ​ສະໜິດ,ແລະ ຄົນ​ຂີ້ຄ້ານ​ກໍ​ຈະ​ຫິວໂຫຍ.
16ຜູ້​ທີ່​ຖື​ຮັກສາ​ກົດບັນຍັດ​ກໍ​ຮັກສາ​ຊີວິດ​ຂອງ​ຕົນ​ໄວ້.ແຕ່​ຜູ້​ທີ່​ບໍ່​ເອົາໃຈໃສ່​ທາງ​ຂອງ​ຕົນ​ຈະ​ເສຍ​ຊີວິດ.
17ຜູ້​ທີ່​ເມດຕາ​ຕໍ່​ຄົນ​ທຸກຍາກ​ກໍ​ເທົ່າ​ກັບ​ໃຫ້​ພຣະເຈົ້າ​ຢາເວ​ຢືມ,ແລະ ພຣະອົງ​ຈະ​ໃຫ້​ລາງວັນ​ຕອບ​ແທນ​ຕໍ່​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ.
18ຈົ່ງ​ແອບສອນ​ລູກ​ຂອງ​ເຈົ້າ, ເພາະ​ໃນ​ນັ້ນ​ຍັງ​ມີ​ຄວາມ​ຫວັງ​ຢູ່;ການ​ຕາມ​ໃຈ​ລູກ​ຄື​ການ​ສົ່ງເສີມ​ພວກເຂົາ​ໄປ​ສູ່​ຄວາມ​ຕາຍ.
19ຄົນ​ໃຈຮ້ອນ​ຈະ​ໄດ້​ຮັບ​ການ​ລົງໂທດ;ຖ້າ​ເຈົ້າ​ຊ່ວຍ​ພວກເຂົາ, ເຈົ້າ​ກໍ​ຈະ​ຕ້ອງ​ຊ່ວຍ​ພວກເຂົາ​ອີກ.
20ຈົ່ງ​ຟັງ​ຄຳ​ແນະນຳ ແລະ ຍອມຮັບ​ເອົາ​ການ​ຕີສອນ,ແລະ ໃນ​ທີ່ສຸດ​ເຈົ້າ​ຈະ​ຖືກ​ນັບ​ເຂົ້າ​ເປັນ​ໜຶ່ງ​ໃນ​ທ່າມກາງ​ຄົນ​ມີ​ປັນຍາ.
21ໃນ​ໃຈ​ຂອງ​ມະນຸດ​ມີ​ແຜນການ​ຢ່າງ​ຫລວງ​ຫລາຍ,ແຕ່​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ຢາເວ​ນັ້ນ​ຈະ​ພົ້ນເດັ່ນ.
22ສິ່ງ​ທີ່​ຄົນ​ປາຖະໜາ​ແມ່ນ​ຄວາມ​ຮັກ​ໝັ້ນຄົງ; ແລະ ເປັນ​ຄົນ​ທຸກຍາກ​ກໍ​ດີກວ່າ​ເປັນ​ຄົນ​ຂີ້ຕົວະ.
23ການ​ຢຳເກງ​ພຣະເຈົ້າ​ຢາເວ​ນຳ​ໄປ​ສູ່​ຊີວິດ;ແລ້ວ​ລາວ​ກໍ​ພັກຜ່ອນ​ຢ່າງ​ປອດໄພ​ໂດຍ​ປາສະຈາກ​ບັນຫາ.
24ຄົນ​ຂີ້ຄ້ານ​ແຊ່​ມື​ຂອງ​ຕົນ​ໄວ້​ຢູ່​ໃນ​ຈານ;ລາວ​ບໍ່​ຍອມ​ແມ່ນ​ແຕ່​ຈະ​ຈັບ​ອາຫານ​ເຂົ້າ​ໃສ່​ປາກ​ຕົນ​ເອງ!
25ຈົ່ງ​ຂ້ຽນ​ຕີ​ຄົນ​ທີ່​ມັກ​ເຢາະເຢີ້ຍ, ແລະ ຜູ້​ທີ່​ບໍ່ຮູ້ຈັກຄິດ​ຈະ​ຮຽນຮູ້​ເອົາ​ຄວາມ​ສະຫລາດ;ຈົ່ງ​ຕັກເຕືອນ​ຄົນ​ສະຫລາດ ແລະ ພວກເຂົາ​ຈະ​ມີ​ຄວາມ​ຮູ້​ເພີ່ມ​ຂຶ້ນ.
26ລູກ​ທີ່​ປຸ້ນ​ພໍ່ ແລະ ໄລ່​ແມ່​ໜີກໍ​ເປັນ​ລູກ​ທີ່​ນຳ​ຄວາມ​ອັບອາຍ ແລະ ຄວາມ​ລະອາຍ​ມາ​ໃຫ້.
27ລູກ​ເອີຍ, ຖ້າ​ບໍ່​ຟັງ​ຄຳ​ສັ່ງສອນ,ເຈົ້າ​ກໍ​ຈະ​ຫລົງ​ໄປ​ຈາກ​ຖ້ອຍຄຳ​ແຫ່ງ​ຄວາມ​ຮູ້.
28ພະຍານ​ທີ່​ຫລອກລວງ​ເຢາະເຢີ້ຍ​ຄວາມ​ຍຸຕິທຳ,ແລະ ປາກ​ຂອງ​ຄົນ​ຊົ່ວຮ້າຍ​ກໍ​ກືນ​ກິນ​ຄວາມ​ຊົ່ວຮ້າຍ.
29ການ​ລົງໂທດ​ຕຽມ​ໄວ້​ສໍາລັບ​ຄົນ​ມັກ​ເຢາະເຍີ້ຍ,ແລະ ການ​ຂ້ຽນຕີ​ຕຽມ​ໄວ້​ສໍາລັບ​ຫລັງ​ຂອງ​ຄົນ​ໂງ່​ຈ້າ.

Biblica, Inc.

https://app.library.bible/content/eab9312f9f16b3a2