ສຸພາສິດ18

1ຄົນ​ທີ່​ບໍ່​ເປັນ​ມິດ​ສະແຫວງຫາ​ຈຸດຈົບ​ທີ່​ເຫັນ​ແກ່​ໂຕແລະ ຕໍ່ຕ້ານ​ການ​ຕັດສິນ​ທີ່​ຖືກຕ້ອງ​ທັງໝົດ ເຮັດ​ໃຫ້​ຜິດ​ຖຽງ​ກັນ.
2ຄົນ​ໂງ່​ຈ້າ​ບໍ່​ພົບ​ຄວາມ​ສຸກ​ໃນ​ຄວາມ​ເຂົ້າໃຈແຕ່​ມັກ​ຍິນດີ​ໃນ​ການ​ສະແດງ​ຄວາມ​ຄິດເຫັນ​ຂອງ​ຕົນ.
3ເມື່ອ​ຄວາມ​ຊົ່ວ​ມາ  ການ​ດູຖູກ​ກໍ​ມາ​ນໍາ,ແລະ ການ​ຕຳໜິ​ມາ​ພ້ອມ​ກັບ​ຄວາມ​ອັບອາຍ.
4ຄຳເວົ້າ​ຈາກ​ປາກ​ຂອງ​ຄົນ​ເປັນ​ດັ່ງ​ນ້ຳ​ເລິກ,ນ້ຳພຸ​ແຫ່ງ​ປັນຍາ​ເປັນ​ກະແສ​ນ້ຳ​ທີ່​ໄຫລ​ແຮງ.
5ການ​ເຂົ້າ​ຂ້າງ​ຄົນ​ຊົ່ວ​ຮ້າຍ​ບໍ່​ດີ​ສັນໃດແລະ ການ​ບໍ່​ໃຫ້​ຄວາມ​ຍຸຕິທຳ​ແກ່​ຄົນ​ບໍລິສຸດ​ກໍ​ບໍ່​ດີ​ສັນນັ້ນ.
6ຮິມສົບ​ຂອງ​ຄົນ​ໂງ່​ຈ້າ​ນໍາ​ເອົາ​ຄວາມ​ຂັດແຍ່ງ​ມາ​ສູ່​ພວກເຂົາ,ແລະ ປາກ​ຂອງ​ພວກເຂົາ​ນໍາ​ເອົາ​ການ​ຊົກຕ່ອຍ​ມາ.
7ປາກ​ຂອງ​ຄົນ​ໂງ່​ຈ້າ​ເປັນ​ຄວາມ​ຈິບຫາຍ​ຂອງ​ຕົນ,ຮິມສົບ​ຂອງ​ພວກເຂົາ​ເປັນ​ກັບດັກ​ຊີວິດ​ຂອງ​ຕົນ.
8ຄຳເວົ້າ​ນິນທາ​ເປັນ​ດັ່ງ​ອາຫານ​ທີ່​ແຊບ;ມັນ​ລົງ​ໄປ​ໃນ​ສ່ວນ​ເລິກ​ທີ່​ສຸດ​ຂອງ​ຄົນ.
9ຄົນ​ຂີ້ຄ້ານ​ໃນ​ການ​ເຮັດວຽກ​ຂອງ​ຕົນເປັນ​ພີ່ນ້ອງ​ກັບ​ຄົນ​ທີ່​ມັກ​ທໍາລາຍ.
10ນາມຊື່​ຂອງ​ພຣະເຈົ້າ​ຢາເວ​ເປັນ​ດັ່ງ​ປ້ອມ​ປ້ອງກັນ;ຄົນ​ຊອບທຳ​ແລ່ນ​ເຂົ້າ​ໄປ​ຫລົບ​ລີ້​ຢູ່​ທີ່​ນັ້ນ ແລະ ໄດ້​ຮັບ​ຄວາມ​ປອດໄພ.
11ຊັບສົມບັດ​ຂອງ​ຄົນ​ຮັ່ງມີ​ເປັນ​ດັ່ງ​ປ້ອມ​ປ້ອງກັນ​ເມືອງ​ຂອງ​ພວກເຂົາ;ພວກເຂົາ​ຄິດວ່າ​ມັນ​ເປັນ​ກຳແພງ​ສູງ​ເກີນ​ກວ່າ​ທີ່​ຈະ​ວັດແທກ​ໄດ້.
12ໃຈ​ຂອງ​ຄົນ​ໂອ້ອວດ​ກໍ​ຈະ​ຕົກຕໍ່າແຕ່​ການ​ຖ່ອມຕົວ​ນໍາ​ກຽດ​ມາ​ໃຫ້.
13ຄົນ​ທີ່​ຕອບ​ກ່ອນ​ຟັງກໍ​ເປັນ​ຄວາມ​ໂງ່ຈ້າ ແລະ ຄວາມ​ອັບອາຍ​ຂາຍ​ໜ້າ.
14ຈິດໃຈ​ຂອງ​ຄົນ​ອົດທົນ​ຕໍ່​ຄວາມ​ເຈັບປ່ວຍ​ໄດ້ແຕ່​ເມື່ອ​ຈິດໃຈ​ແຕກ​ສະຫລາຍ​ຜູ້ໃດ​ຈະ​ອົດທົນ​ໄດ້?
15ໃຈ​ຂອງ​ຄົນ​ສະ​ຫລາດ​ສະແຫວງ​ຫາ​ຄວາມ​ຮູ້ແລະ ຫູ​ຂອງ​ຄົນ​ມີ​ປັນຍາ​ສະແຫວງ​ຫາ​ຄວາມ​ຮູ້.
16ຂອງຂັວນ​ເປີດ​ຊ່ອງທາງແລະ ນໍາ​ທາງ​ແກ່​ຜູ້​ໃຫ້​ເພື່ອ​ຈະ​ໄດ້​ເຂົ້າ​ມາ​ພົບ​ຜູ້​ໃຫຍ່.
17ຄົນ​ທີ່​ເວົ້າ​ກ່ອນ​ໃນ​ສານ​ເບິ່ງ​ຄື​ວ່າ​ເປັນ​ຝ່າຍຖືກ,ຈົນກວ່າ​ອີກ​ຝ່າຍ​ເຂົ້າ​ມາ ແລະ ໂຕ້ແຍ້ງ.
18ການ​ຈັບ​ສະຫລາກ​ຢຸດຕິ​ການ​ຜິດຖຽງ​ກັນແລະ ແຍກ​ຄູ່​ຂັດແຍ້ງ​ອອກ​ຈາກ​ກັນ​ໄດ້.
19ການ​ໄກ່ເກ່ຍ​ອ້າຍ​ເອື້ອຍ​ນ້ອງ​ທີ່​ຜິດ​ກັນ​ກໍ​ຍາກ​ກວ່າ​ການ​ຢຶດ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ;ການ​ຜິດຖຽງ​ກັນ​ເປັນ​ດັ່ງ​ປະຕູ​ຮົ້ວ​ທີ່​ກັ້ນ​ໄວ້.
20ຜົນ​ຈາກ​ປາກ​ເຮັດ​ໃຫ້​ຄົນ​ອີ່ມ​ທ້ອງ;ພວກເຂົາ​ພໍໃຈ​ດ້ວຍ​ການ​ເກັບກ່ຽວ​ຜົນ​ຈາກ​ຮິມສົບ​ຂອງ​ຕົນ.
21ລີ້ນ​ມີ​ອຳນາດ​ແຫ່ງ​ຊີວິດ ແລະ ຄວາມ​ຕາຍ,ແລະ ຄົນ​ທີ່​ຮັກ​ການ​ເວົ້າ​ຈະ​ໄດ້​ກິນ​ຜົນ​ຂອງ​ມັນ.
22ຜູ້​ທີ່​ພົບ​ເມຍ​ກໍ​ພົບ​ສິ່ງ​ທີ່​ດີແລະ ໄດ້​ຮັບ​ຄວາມ​ພໍໃຈ​ຈາກ​ພຣະເຈົ້າ​ຢາເວ.
23ຄົນ​ທຸກຍາກ​ອ້ອນວອນ​ຂໍ​ຄວາມ​ເມດຕາ,ແຕ່​ຄົນ​ຮັ່ງມີ​ຕອບ​ຢ່າງ​ຫຍາບຊ້າ.
24ຜູ້​ທີ່​ມີ​ໝູ່ເພື່ອນ​ທີ່​ໄວ້ໃຈ​ບໍ່​ໄດ້​ຈະ​ນໍາ​ຄວາມ​ຈິບຫາຍ​ມາ​ໃຫ້,ແຕ່​ມີ​ໝູ່ເພື່ອນ​ທີ່​ໃກ້​ຊິດ​ສະໜິດ​ແໜ້ນ​ກໍ​ດີ​ກວ່າ​ພີ່ນ້ອງ.

Biblica, Inc.

https://app.library.bible/content/eab9312f9f16b3a2