ສຸພາສິດ17

1ກິນ​ເຂົ້າ​ແຫ້ງ​ຢ່າງ​ມິດງຽບ ແລະ ສະຫງົບສຸກກໍ​ດີ​ກວ່າ​ເຮືອນ​ທີ່​ເຕັມ​ໄປ​ດ້ວຍ​ງານລ້ຽງ​ພ້ອມ​ກັບ​ການ​ຜິດຖຽງ​ກັນ.
2ຄົນ​ຮັບໃຊ້​ທີ່​ສະຫລາດ​ຈະ​ປົກຄອງ​ລູກ​ທີ່​ໜ້າ​ອັບອາຍຂາຍໜ້າ.ແລະ ຈະ​ໄດ້​ຮັບ​ສ່ວນ​ແບ່ງ​ມໍລະດົກ​ເໝືອນ​ດັ່ງ​ຄົນ​ໃນ​ຄອບຄົວ.
3ເຕົາຫລອມ​ໃຊ້​ທົດສອບ​ເງິນ ແລະ ເຕົາ​ໄຟ​ທົດສອບ​ຄຳ​ເຕົາ​ໄຟ​ສັນໃດ,ພຣະເຈົ້າ​ຢາເວ​ກໍ​ທົດສອບ​ຈິດໃຈ.
4ຄົນ​ຊົ່ວຮ້າຍ​ມັກ​ຟັງ​ຄໍາເວົ້າ​ທີ່​ຫລອກລວງ;ຄົນ​ຂີ້ຕົວະ​ກໍ​ມັກ​ຟັງ​ລີ້ນ​ທີ່​ຫວັງ​ທໍາລາຍ.
5ຜູ້​ທີ່​ເຢາະເຢີ້ຍ​ຄົນ​ທຸກຍາກ​ກໍ​ໝິ່ນປະໝາດ​ພຣະເຈົ້າ​ຜູ້​ສ້າງ​ຂອງ​ພວກເຂົາ;ຜູ້​ທີ່​ດີ​ໃຈ​ເມື່ອ​ເຫັນ​ຄົນ​ພົບ​ໄພພິບັດ​ຈະ​ໜີ​ບໍ່​ພົ້ນ​ການ​ລົງໂທດ.
6ລູກ​ຫລານ​ເປັນ​ມົງກຸດ​ຂອງ​ຜູ້​ເຖົ້າ,ແລະ ພໍ່​ແມ່​ເປັນ​ຄວາມ​ພູມ​ໃຈ​ຂອງ​ພວກ​ລູກ.
7ຄໍາເວົ້າ​ທີ່​ມວນ​ບໍ່​ເໝາະສົມ​ກັບ​ຄົນ​ທີ່​ບໍ່​ນັບຖື​ພຣະເຈົ້າ​ສັນໃດຄຳເວົ້າ​ຕົວະ​ກໍ​ຍິ່ງ​ບໍ່​ເໝາະສົມ​ກັບ​ຜູ້ປົກຄອງ​ສັນນັ້ນ!
8ການ​ໃຫ້​ສິນບົນ​ຖື​ເປັນ​ສະເໜ່​ຂອງ​ຜູ້​ໃຫ້;ພວກເຂົາ​ຄິດ​ວ່າ​ຄວາມ​ສຳເລັດ​ຈະ​ເກີດຂຶ້ນ​ທຸກ​ຄັ້ງ.
9ຜູ້​ທີ່​ສົ່ງເສີມ​ຄວາມ​ຮັກ​ກໍ​ປິດບັງ​ຄວາມຜິດ,ແຕ່​ຜູ້​ທີ່​ເວົ້າ​ຟື້ນ​ເລື່ອງ​ເກົ່າ​ກໍ​ເຮັດ​ໃຫ້​ໝູ່​ສະໜິດ​ແຕກ​ແຍກ​ກັນ.
10ໃຫ້​ຄໍາ​ຕັກເຕືອນ​ພຽງ​ຄັ້ງ​ດຽວ​ແກ່​ຄົນ​ສະຫລາດກໍ​ດີ​ກວ່າ​ຂ້ຽນ​ຕີ​ຄົນ​ໂງ່​ຈ້າ​ຮ້ອຍ​ບາດ.
11ຄົນ​ຊົ່ວຮ້າຍ​ສົ່ງເສີມ​ການ​ກະບົດ​ຕໍ່ສູ້​ພຣະເຈົ້າ;ແຕ່​ຜູ້ນຳຂ່າວ​ແຫ່ງ​ຄວາມ​ຕາຍ​ຈະ​ຖືກ​ສົ່ງ​ມາ​ຕໍ່ສູ້​ພວກເຂົາ.
12ພົບ​ໝີ​ແມ່​ທີ່​ຖືກ​ລັກ​ລູກນ້ອຍ​ໄປກໍ​ດີກວ່າ​ໄປ​ພົບ​ຄົນ​ໂງ່ຈ້າ​ທີ່​ຫລົງ​ຢູ່​ໃນ​ຄວາມ​ໂງ່.
13ຄວາມ​ຊົ່ວ​ຈະ​ບໍ່​ໜີ​ຈາກ​ບ້ານ​ໄປຫາກ​ຄົນ​ນັ້ນ​ຕອບ​ແທນ​ຄວາມ​ດີ​ດ້ວຍ​ຄວາມ​ຊົ່ວ.
14ເລີ່ມ​ຜິດຖຽງກັນ​ກໍ​ເປັນ​ດັ່ງ​ເຂື່ອນ​ທີ່​ກໍາລັງ​ຈະ​ແຕກ;ດັ່ງນັ້ນ ຈົ່ງ​ຢຸດ​ເລື່ອງ​ນີ້​ກ່ອນ​ການ​ຜິດຖຽງ​ກັນ​ຈະ​ເກີດ​ຂຶ້ນ.
15ສອງ​ສິ່ງ​ທີ່​ພຣະເຈົ້າ​ຢາເວ​ກຽດຊັງ​ຄືການ​ປ່ອຍ​ໃຫ້​ຄົນ​ຜິດ​ໜີ​ໄປ ແລະ ການ​ລົງໂທດ​ຄົນ​ຊອບທຳ.
16ເປັນຫຍັງ​ພວກ​ຄົນ​ໂງ່​ຈ້າ​ຈຶ່ງ​ມີ​ເງິນ​ໃນ​ມື​ເພື່ອ​ຊື້​ປັນຍາ,ເມື່ອ​ພວກເຂົາ​ບໍ່​ສາມາດ​ເຂົ້າໃຈ​ປັນຍາ​ໄດ້?
17ໝູ່​ມີ​ຄວາມ​ຮັກ​ຕໍ່​ກັນ​ຢູ່​ຕະຫລອດ​ເວລາ,ແລະ ອ້າຍ​ເອື້ອຍ​ນ້ອງ​ກັນ​ກໍ​ເກີດ​ມາ​ເພື່ອ​ຊ່ວຍ​ກັນ​ໃນ​ຍາມ​ຍາກ​ລໍາບາກ.
18ຄົນ​ບໍ່ຮູ້ຈັກຄິດ​ຈັບ​ມື​ໃຫ້​ຄໍາ​ສັນຍາແລະ ຄ້ຳປະກັນ​ໃຫ້​ເພື່ອນບ້ານ.
19ຜູ້​ທີ່​ມັກ​ການ​ຜິດຖຽງກັນ​ກໍ​ຮັກ​ຄວາມ​ບາບ;ຜູ້​ທີ່​ຍິ່ງ​ອວດຕົວ​ກໍ​ນໍາ​ຄວາມ​ຈິບຫາຍ​ມາ​ສູ່​ຕົນ.
20ຄົນ​ທີ່​ມີ​ຈິດໃຈ​ຄົດ​ໂກງ​ຈະ​ບໍ່​ຈະເລີນ,ຄົນ​ທີ່​ເວົ້າ​ປີ້ນ​ຄວາມ​ຈະ​ຕົກ​ລົງ​ໃນ​ຄວາມ​ຍາກ​ລຳບາກ.
21ການ​ທີ່​ມີ​ລູກ​ເປັນ​ຄົນ​ໂງ່​ຈ້າ​ຈະ​ນໍາ​ຄວາມ​ໂສກເສົ້າ​ມາ;ພໍ່ແມ່​ຂອງ​ຄົນ​ໂງ່ຈ້າ​ບໍ່​ມີ​ຄວາມ​ສຸກ.
22ຈິດໃຈ​ທີ່​ມ່ວນຊື່ນ​ກໍ​ເປັນ​ຢາ​ຊັ້ນດີແຕ່​ຈິດ​ວິນຍານ​ທີ່​ແຕກສະຫລາຍ​ກໍ​ເຮັດ​ໃຫ້​ກະດູກ​ຫ່ຽວແຫ້ງ.
23ຄົນ​ຊົ່ວຮ້າຍ​ຍອມ​ຮັບ​ສິນບົນ​ຢ່າງ​ລັບໆເພື່ອ​ບິດ​ເບືອນ​ທາງ​ແຫ່ງ​ຄວາມ​ຍຸຕິທຳ.
24ຄົນ​ສະຫລາດ​ຍ່ອມ​ຮັກສາ​ປັນຍາ​ໄວ້,ແຕ່​ຕາ​ຂອງ​ຄົນ​ໂງ່​ຈ້າ​ແນມ​ຫາ​ໄປ​ຈົນ​ສຸດປາຍ​ແຜ່ນດິນ​ໂລກ.
25ລູກ​ໂງ່​ຈ້າ​ນໍາ​ຄວາມ​ໂສກເສົ້າ​ມາ​ສູ່​ພໍ່​ຂອງ​ຕົນແລະ ນໍາ​ຄວາມ​ຂົມຂື່ນ​ມາ​ສູ່​ແມ່​ຂອງ​ຕົນ ຜູ້​ໃຫ້​ກຳ​ເນີດ​ຕົນ​ມາ.
26ຖ້າ​ການ​ລົງໂທດ​ຄົນບໍລິສຸດ​ເປັນ​ເລື່ອງ​ບໍ່​ດີການ​ຂ້ຽນ​ຕີ​ເຈົ້າໜ້າທີ່​ທີ່​ຊື່ສັດ​ກໍ​ບໍ່​ຖືກຕ້ອງ​ຢ່າງ​ແນ່ນອນ.
27ຜູ້​ທີ່​ມີ​ຄວາມ​ຮູ້​ກໍ​ຈະ​ໃຊ້​ຄໍາເວົ້າ​ດ້ວຍ​ຄວາມ​ລະມັດລະວັງຜູ້​ທີ່​ມີ​ຄວາມ​ເຂົ້າໃຈ​ກໍ​ເປັນ​ຄົນ​ໃຈ​ເຢັນ.
28ແມ່ນແຕ່​ຄົນ​ໂງ່ຈ້າ​ກໍ​ຖືວ່າ​ເປັນ​ຄົນ​ມີ​ປັນຍາຖ້າ​ພວກເຂົາ​ມິດງຽບ​ຢູ່ ແລະ ຖ້າ​ພວກເຂົາ​ງັບ​ປາກ​ໄວ້​ໄດ້​ກໍ​ຖື​ວ່າ​ພວກເຂົາ​ເປັນ​ຄົນ​ສະຫລາດ.

Biblica, Inc.

https://app.library.bible/content/eab9312f9f16b3a2