ສຸພາສິດ16
1ມະນຸດວາງແຜນການຢູ່ໃນໃຈ,ແຕ່ຄຳຕອບທີ່ຖືກຕ້ອງມາຈາກລີ້ນຂອງພຣະເຈົ້າຢາເວ.2ທາງທັງໝົດຂອງມະນຸດເບິ່ງຄືວ່າບໍລິສຸດໃນສາຍຕາຂອງພວກເຂົາ,ແຕ່ພຣະເຈົ້າຢາເວຊັ່ງຊາແຮງຈູງໃຈພາຍໃນ.3ຈົ່ງມອບທຸກສິ່ງທີ່ເຈົ້າເຮັດໄວ້ກັບພຣະເຈົ້າຢາເວ,ແລ້ວພຣະອົງຈະເຮັດໃຫ້ແຜນການຂອງເຈົ້າສໍາເລັດ.4ພຣະເຈົ້າຢາເວເຮັດໃຫ້ທຸກສິ່ງສິ້ນສຸດລົງຢ່າງເໝາະສົມແມ່ນແຕ່ຄົນຊົ່ວຮ້າຍກໍມີມື້ແຫ່ງຄວາມຈິບຫາຍ.5ພຣະເຈົ້າຢາເວກຽດຊັງທຸກຄົນທີ່ມີໃຈຍິ່ງຈອງຫອງ.ຈົ່ງແນ່ໃຈວ່າພວກເຂົາຈະໜີບໍ່ພົ້ນຈາກການລົງໂທດ.6ບາບຈະໄດ້ຮັບການຍົກໂທດດ້ວຍຄວາມຮັກ ແລະ ຄວາມສັດຊື່;ຈະຫລີກລ້ຽງຈາກສິ່ງຊົ່ວຮ້າຍໄດ້ໂດຍການຢຳເກງພຣະເຈົ້າຢາເວ.7ເມື່ອພຣະເຈົ້າຢາເວພໍໃຈໃນທາງຂອງຜູ້ໃດຜູ້ໜຶ່ງ,ພຣະອົງເຮັດໃຫ້ສັດຕູຂອງພວກເຂົາຄືນດີກັບພວກເຂົາ.8ໄດ້ມາໜ້ອຍດ້ວຍຄວາມຊອບທຳກໍດີກວ່າໄດ້ຫລາຍດ້ວຍຄວາມບໍ່ຍຸຕິທຳ.9ມະນຸດວາງແຜນການຢູ່ໃນໃຈຂອງຕົນ,ແຕ່ພຣະເຈົ້າຢາເວເປັນຜູ້ກຳນົດບາດກ້າວຂອງພວກເຂົາ.10ຮິບສົບຂອງກະສັດເວົ້າອອກມາເປັນດັ່ງຄໍາທໍານວາຍ,ແລະ ປາກຂອງເພິ່ນຈະບໍ່ທໍລະຍົດຄວາມຍຸຕິທຳ.11ຕາຊັ່ງ ແລະ ຕາຊິງທີ່ຊື່ສັດເປັນຂອງ ພຣະເຈົ້າຢາເວ;ໜ່ວຍວັດແທກນໍ້າໜັກທັງໝົດໃນຊິງໃນຖົງແມ່ນພຣະອົງເປັນຜູ້ສ້າງ.12ບັນດາກະສັດກຽດຊັງການກະທຳຜິດ,ເພາະບັນລັງໄດ້ຮັບການສະຖາປະນາຂຶ້ນໂດຍຄວາມຊອບທຳ.13ບັນດາກະສັດພໍໃຈໃນຄໍາເວົ້າສັດຊື່;ພວກເຂົາເຫັນຄຸນຄ່າຜູ້ທີ່ເວົ້າຄວາມຈິງ.14ຄວາມໂກດຮ້າຍຂອງກະສັດເປັນດັ່ງຜູ້ນຳຂ່າວແຫ່ງຄວາມຕາຍມາ,ແຕ່ຄົນມີປັນຍາຈະລະງັບມັນໄວ້ໄດ້.15ເມື່ອໃບໜ້າຂອງກະສັດຍິ້ມແຍ້ມແຈ່ມໃສ, ກໍໝາຍເຖິງຊີວິດ;ຄວາມເມດຕາກະລຸນາຂອງເພິ່ນເປັນດັ່ງເມກຝົນໃນລະດູໃບໄມ້ປົ່ງ.16ມີປັນຍາກໍດີກວ່າມີຄຳຫລາຍເທົ່າໃດ,ມີຄວາມເຂົ້າໃຈກໍດີກວ່າມີເງິນ!17ທາງຂອງຄົນທ່ຽງທຳກໍຫລີກໜີຈາກຄວາມຊົ່ວ;ຜູ້ທີ່ເຝົ້າລະວັງທາງຂອງຕົນກໍຮັກສາຊີວິດຂອງຕົນໄວ້.18ຄວາມອວດຕົວນຳໄປສູ່ການທຳລາຍ,ແລະ ໃຈທີ່ຍິ່ງຈອງຫອງກໍນຳໄປສູ່ການຫລົ້ມຈົມ.19ມີໃຈຖ່ອມລົງຢູ່ກັບຄົນທີ່ຖືກກົດຂີ່ຂົ່ມເຫັງກໍດີກວ່າແບ່ງສິ່ງຂອງທີ່ປຸ້ນມາໄດ້ກັບຄົນຈອງຫອງ.20ຜູ້ທີ່ເອົາໃຈໃສ່ຟັງຄຳສັ່ງສອນຈະຈະເລີນຮຸ່ງເຮືອງຂຶ້ນ,ແລະ ຄວາມສຸກເປັນຂອງຜູ້ທີ່ໄວ້ວາງໃຈໃນພຣະເຈົ້າຢາເວ.21ຜູ້ມີໃຈສະຫລາດເອີ້ນວ່າຄົນມີຄວາມຮອບຄອບ,ແລະ ຄໍາເວົ້າທີ່ມີຄວາມເມດຕາເຮັດໃຫ້ເພີ່ມຄວາມໜ້າເຊື່ອຖື. 22ຄວາມຮອບຄອບເປັນນໍ້າພຸແຫ່ງຊີວິດໃຫ້ແກ່ຄົນສະຫລາດ.ແຕ່ຄວາມໂງ່ຈ້ານຳການລົງໂທດມາສູ່ຄົນໂງ່ຈ້າ.23ໃຈຂອງຄົນມີປັນຍາເຮັດໃຫ້ລະວັງປາກຂອງຕົນ,ແລະ ຮິມສົບຂອງພວກເຂົາເຮັດໃຫ້ເກີດຄວາມໜ້າເຊື່ອຖື. 24ຄໍາເວົ້າທີ່ມີຄວາມເມດຕາເປັນດັ່ງນ້ຳເຜິ້ງ,ເຮັດໃຫ້ເກີດຄວາມຊື່ນໃຈແກ່ວິນຍານ ແລະ ຮັກສາກະດູກໄດ້. 25ມີທາງໜຶ່ງທີ່ເບິ່ງຄືວ່າຖືກຕ້ອງ,ແຕ່ສຸດທ້າຍມັນຈະນໍາໄປສູ່ຄວາມຕາຍ.26ຄວາມຢາກອາຫານຂອງຄົນເຮັດໃຫ້ຕົນດຸໝັ່ນ;ຄວາມຫິວຂອງພວກເຂົາກະຕຸ້ນໃຫ້ພວກເຂົາເຮັດວຽກຕໍ່ໄປ.27ຄົນຊົ່ວວາງແຜນການອັນຊົ່ວຮ້າຍ,ແລະ ຮິມສົບຂອງພວກເຂົາກໍເປັນເໝືອນໄຟທີ່ລຸກໄໝ້.28ຄົນມັກປີ້ນຄວາມເຮັດໃຫ້ເກີດການຜິດຖຽງກັນ,ຄົນມັກນິນທາເຮັດໃຫ້ໝູ່ສະໜິດແຕກແຍກກັນ.29ຄົນທີ່ໃຊ້ຄວາມຮຸນແຮງກໍຫລອກລວງເພື່ອນບ້ານແລະ ນຳພວກເຂົາລົງໄປໃນທາງທີ່ບໍ່ດີ.30ຜູ້ທີ່ຂະຫຍິບຕາຂອງຕົນກຳລັງຄິດແຜນການຮ້າຍ;ຜູ້ທີ່ເຮັດສົບຈູບອກໃຫ້ມິດງຽບກໍຫວັງທໍາລາຍ.31ຜົມຫງອກເປັນມົງກຸດແຫ່ງສະຫງ່າລາສີ;ມັນໄດ້ມາດ້ວຍວິຖີທາງອັນຊອບທຳ.32ເປັນຄົນທີ່ອົດທົນກໍດີກວ່າເປັນນັກຮົບ,ຄົນທີ່ຄວບຄຸມຕົນເອງໄດ້ກໍດີກວ່າຄົນທີ່ຕີເອົາເມືອງໄດ້.33ສະຫລາກໃຊ້ເພື່ອຢາກຮູ້ຄວາມປະສົງຂອງພຣະເຈົ້າ,ແຕ່ຄຳຊີ້ຂາດແມ່ນມາຈາກພຣະເຈົ້າຢາເວ.
Biblica, Inc.