ສຸພາສິດ15
1ຄຳຕອບອ່ອນຫວານຊ່ວຍລະງັບຄວາມໂກດຮ້າຍໄດ້,ແຕ່ຄຳເວົ້າຫຍາບຊ້າຍົວະໃຫ້ເກີດຄວາມໂມໂຫ.2ລິ້ນຂອງຄົນມີປັນຍາປະດັບດ້ວຍຄວາມຮູ້,ແຕ່ປາກຂອງຄົນໂງ່ຈ້າເວົ້າຄວາມໂງ່ອອກມາ.3ຕາຂອງພຣະເຈົ້າຢາເວຢູ່ທຸກຫົນທຸກແຫ່ງ,ພຣະອົງເຝົ້າເບິ່ງທັງຄົນຊົ່ວ ແລະ ຄົນດີ.4ລິ້ນທີ່ໜູນໃຈເປັນຕົ້ນໄມ້ແຫ່ງຊີວິດ,ແຕ່ລີ້ນທີ່ມັກປີ້ນຄວາມເຮັດໃຫ້ຈິດໃຈເຈັບປວດ.5ຄົນໂງ່ໝິ່ນປະໝາດຄຳສັ່ງສອນຂອງພໍ່ແມ່,ຜູ້ທີ່ຍອມຮັບການດັດແປງແກ້ໄຂສະແດງໃຫ້ເຫັນເຖິງຄວາມສະຫລາດ.6ບ້ານຂອງຄົນຊອບທຳມີຊັບສົມບັດຢ່າງຫລວງຫລາຍ,ແຕ່ລາຍໄດ້ຂອງຄົນຊົ່ວຮ້າຍກໍນໍາຄວາມຈິບຫາຍມາ.7ປາກຂອງຄົນມີປັນຍາກະຈາຍຄວາມຮູ້,ແຕ່ຈິດໃຈຂອງຄົນໂງ່ຈ້າແມ່ນບໍ່ຊື່ກົງ.8ພຣະເຈົ້າຢາເວກຽດຊັງເຄື່ອງບູຊາຂອງຄົນຊົ່ວຮ້າຍ,ແຕ່ພຣະອົງພໍໃຈນໍາຄຳພາວັນນາອະທິຖານຂອງຄົນທ່ຽງທຳ.9ພຣະເຈົ້າຢາເວກຽດຊັງທາງຂອງຄົນຊົ່ວຮ້າຍ,ແຕ່ພຣະອົງຮັກຜູ້ທີ່ຕິດຕາມຄວາມຊອບທຳ.10ຜູ້ທີ່ປະຖິ້ມທາງແຫ່ງຊີວິດຈະຖືກລົງໂທດຢ່າງໜັກໜ່ວງ,ຜູ້ທີ່ກຽດຊັງການປັບປຸງແກ້ໄຂຈະພົບຄວາມຕາຍ.11ແມ່ນແຕ່ຄວາມຕາຍ ແລະ ການທໍາລາຍກໍປາກົດແຈ້ງຕໍ່ໜ້າພຣະເຈົ້າຢາເວ.ໃຈມະນຸດຄິດຫຍັງຫລາຍເທົ່າໃດພຣະອົງກໍຮູ້.12ຄົນມັກເຢາະເຢີ້ຍບໍ່ມັກການປັບປຸງແກ້ໄຂ,ດັ່ງນັ້ນ ພວກເຂົາຈຶ່ງບໍ່ໄປຢູ່ໃກ້ຄົນມີປັນຍາ.13ໃຈທີ່ມີຄວາມສຸກເຮັດໃຫ້ໃບໜ້າສົດໃສ,ໃຈທີ່ມີຄວາມເຈັບປວດເຮັດໃຫ້ຈິດວິນຍານເສົ້າໝອງ.14ຄົນທີ່ຮູ້ຈັກຄິດສະແຫວງຫາຄວາມຮູ້,ແຕ່ປາກຂອງຄົນໂງ່ຈ້າກິນຄວາມໂງ່ເປັນອາຫານ.15ທຸກມື້ຂອງຜູ້ທີ່ຖືກກົດຂີ່ຂົ່ມເຫັງກໍເປັນເຄາະຮ້າຍ,ແຕ່ຫົວໃຈທີ່ມ່ວນຊື່ນກໍມີງານກິນລ້ຽງຕະຫລອດ.16ມີໜ້ອຍແຕ່ຢຳເກງພຣະເຈົ້າຢາເວ ກໍດີກວ່າຮັ່ງມີຫລາຍແຕ່ມີຄວາມວຸ້ນວາຍ.17ໄດ້ກິນຜັກໜ້ອຍໜຶ່ງໃນບ່ອນມີຄວາມຮັກກໍດີກວ່າກິນຊີ້ນງົວໃນບ່ອນມີຄວາມກຽດຊັງ.18ຄົນໃຈຮ້ອນເຮັດໃຫ້ເກີດການຂັດແຍ້ງກັນ,ແຕ່ຄົນທີ່ມີຄວາມອົດທົນລະງັບການຜິດຖຽງກັນ.19ທາງຂອງຄົນຂີ້ຄ້ານຖືກຂວາງດ້ວຍໜາມ,ແຕ່ທາງຂອງຄົນທ່ຽງທຳກໍສະດວກດີ.20ລູກທີ່ມີປັນຍາເຮັດໃຫ້ພໍ່ຂອງຕົນມີຄວາມສຸກ,ແຕ່ຄົນທີ່ໂງ່ຈ້າໝິ່ນປະໝາດແມ່ຂອງຕົນ.21ຄົນບໍ່ຮູ້ຈັກຄິດຊື່ນຊົມຄວາມໂງ່ຂອງຕົນແຕ່ຄົນທີ່ມີຄວາມເຂົ້າໃຈຮັກສາທາງຂອງຕົນໃຫ້ຊື່ໄປ.22ຂາດການປຶກສາແຜນການຕ່າງໆກໍລົ້ມເຫລວ,ແຕ່ມີທີ່ປຶກສາຫລາຍຄົນກໍພົບຄວາມສຳເລັດ.23ຄົນທີ່ໃຫ້ຄຳຕອບທີ່ເໝາະສົມກໍມີຄວາມສຸກແລະ ຄໍາເວົ້າທີ່ຖືກກາລະເທສະກໍດີຫລາຍເທົ່າໃດ!24ຄົນທີ່ສະຫລາດເດີນທາງຂຶ້ນໄປສູ່ຊີວິດ,ເພື່ອປ້ອງກັນພວກເຂົາບໍ່ໃຫ້ລົງໄປສູ່ແດນຂອງຄົນຕາຍ.25ພຣະເຈົ້າຢາເວມ້າງເຮືອນຂອງຄົນອວດຕົວ,ແຕ່ພຣະອົງວາງສີລາໄວ້ໃນເຂດແດນຂອງຍິງໝ້າຍ.26ພຣະເຈົ້າຢາເວກຽດຊັງຄວາມຄິດຂອງຄົນຊົ່ວຮ້າຍ,ແຕ່ພຣະອົງພໍໃຈຄໍາເວົ້າທີ່ມີບໍລິສຸດ.27ຄົນໂລບມາກກໍນຳຄວາມຈິບຫາຍມາສູ່ຄອບຄົວຂອງຕົນ,ແຕ່ຄົນທີ່ກຽດຊັງສິນບົນຈະມີຊີວິດຢູ່.28ໃຈຂອງຄົນຊອບທຳຄິດຊັ່ງຊາກ່ອນຕອບ,ແຕ່ປາກຂອງຄົນຊົ່ວຮ້າຍເວົ້າຄວາມຊົ່ວອອກມາ.29ພຣະເຈົ້າຢາເວຢູ່ຫ່າງໄກຈາກຄົນຊົ່ວຮ້າຍ,ແຕ່ພຣະອົງຟັງຄຳພາວັນນາອະທິຖານຂອງຄົນຊອບທຳ.30ແສງສະຫວ່າງໃນຕາຂອງຜູ້ສົ່ງຂ່າວນໍາຄວາມຍິນດີມາສູ່ຈິດໃຈ,ແລະ ຂ່າວດີເຮັດໃຫ້ກະດູກແຂງແຮງ.31ຜູ້ທີ່ໃສ່ໃຈການຕັກເຕືອນ ກໍໃຫ້ຊີວິດທີ່ຈະຢູ່ໃນເຮືອນທ່າມກາງຄົນມີປັນຍາ.32ຜູ້ທີ່ບໍ່ຍອມຮັບການຕີສອນກໍໝິ່ນປະໝາດຕົນເອງ,ແຕ່ຜູ້ທີ່ຍອມຮັບການປັບປຸງແກ້ໄຂກໍມີຄວາມເຂົ້າໃຈເພີ່ມຂຶ້ນ.33ຄຳສັ່ງສອນຂອງປັນຍາແມ່ນການຢຳເກງພຣະເຈົ້າຢາເວ,ແລະ ຄວາມຖ່ອມໃຈມາກ່ອນກຽດ.
Biblica, Inc.