ສຸພາສິດ14
1ຍິງທີ່ມີປັນຍາສ້າງເຮືອນຂອງຕົນຂຶ້ນ,ແຕ່ຍິງທີ່ໂງ່ຈ້າມ້າງເຮືອນລົງດ້ວຍມືຂອງຕົນ.2ຜູ້ໃດກໍຕາມທີ່ຢຳເກງພຣະເຈົ້າຢາເວກໍເດີນໃນທາງຊື່ກົງ,ແຕ່ຄົນທີ່ດູໝິ່ນປະໝາດພຣະອົງກໍເດີນໃນທາງອັນຄົດລ້ຽວຂອງຕົນ.3ປາກຂອງຄົນໂງ່ກໍເວົ້າອອກມາດ້ວຍຄວາມຈອງຫອງ,ແຕ່ຄຳເວົ້າຂອງຄົນມີປັນຍາປົກປ້ອງຕົນໄວ້.4ບ່ອນໃດບໍ່ມີງົວ, ເລົ້າເຂົ້າກໍຫວ່າງເປົ່າ,ແຕ່ດ້ວຍກໍາລັງຂອງງົວກໍໄດ້ເກັບກ່ຽວຢ່າງອຸດົມສົມບູນ.5ພະຍານທີ່ສັດຊື່ຈະບໍ່ຫລອກລວງ,ແຕ່ພະຍານທີ່ບໍ່ຈິງເວົ້າຕົວະຢູ່ເລື້ອຍ.6ຄົນມັກເຢາະເຢີ້ຍສະແຫວງຫາປັນຍາແຕ່ບໍ່ພົບຈັກເທື່ອ,ແຕ່ຜູ້ທີ່ມີຄວາມເຂົ້າໃຈກໍພົບເຫັນໄດ້ຢ່າງງ່າຍດາຍ.7ຈົ່ງຢູ່ຫ່າງຈາກຄົນໂງ່ຈ້າ,ເພາະເຈົ້າຈະບໍ່ພົບຄວາມຮູ້ຈາກປາກຂອງພວກເຂົາ.8ປັນຍາຂອງຄົນສະຫລາດແມ່ນເຂົ້າໃຈທາງຂອງຕົນ,ແຕ່ຄວາມໂງ່ຂອງຄົນໂງ່ຈ້າແມ່ນການຫລອກລວງຕົນເອງ.9ຄົນໂງ່ຈ້າກໍເຢາະເຢີ້ຍການໃຊ້ໜີຄວາມຜິດບາບແຕ່ໃນທ່າມກາງຄົນທ່ຽງທຳກໍມີແຕ່ຄວາມຫວັງດີ.10ມີແຕ່ໃຈຕົນເອງທີ່ຮູ້ເຖິງຄວາມຂົມຂື່ນຂອງຕົນ,ແລະ ບໍ່ມີຜູ້ໃດສາມາດແບ່ງປັນຄວາມຍິນດີໃຫ້ຄົນອື່ນໄດ້.11ບ້ານຂອງຄົນຊົ່ວຮ້າຍຈະຖືກທຳລາຍ,ແຕ່ເຕັນຂອງຄົນທ່ຽງທຳຈະຈະເລີນຂຶ້ນ.12ມີທາງໜຶ່ງທີ່ເບິ່ງຄືວ່າຖືກຕ້ອງ,ແຕ່ສຸດທ້າຍມັນຈະນໍາໄປສູ່ຄວາມຕາຍ.13ແມ່ນແຕ່ຍາມຫົວເລາະ ຈິດໃຈອາດເຈັບປວດ,ແລະ ຄວາມຊື່ນຊົມຍິນດີອາດຈົບລົງດ້ວຍຄວາມໂສກເສົ້າ.14ຄົນປະຖິ້ມຄວາມເຊື່ອຈະໄດ້ຮັບຜົນກໍາຕອບສະໜອງຢ່າງເຕັມທີ່ສໍາລັບວິຖີທາງຂອງພວກເຂົາ,ແຕ່ຄົນດີກໍໄດ້ຮັບບຳເໜັດຂອງຕົນ.15ຄົນບໍ່ຮູ້ຈັກຄິດເຊື່ອໄປໝົດທຸກສິ່ງທຸກຢ່າງ,ແຕ່ຄົນສະຫລາດກໍຄິດກ່ອນຈຶ່ງກ້າວອອກໄປ.16ຄົນມີປັນຍາຢຳເກງພຣະເຈົ້າຢາເວ ແລະ ຫລີກລ້ຽງຈາກຄວາມຊົ່ວ,ແຕ່ຄົນໂງ່ຈ້າໃຈຮ້ອນລົງມືເຮັດໄປຢ່າງວ່ອງໄວ ຄິດໄປເອງວ່າຕົນປອດໄພ.17ຄົນທີ່ໃຈຮ້າຍງ່າຍເຮັດສິ່ງທີ່ໂງ່ຈ້າ,ແລະ ຄົນທີ່ຄິດແຜນການຊົ່ວກໍໜ້າກຽດຊັງ.18ຄົນບໍ່ຮູ້ຈັກຄິດໄດ້ຄວາມໂງ່ເປັນມໍລະດົກ,ແຕ່ຄົນສະຫລາດໄດ້ຄວາມຮູ້ເປັນມົງກຸດ.19ຄົນທີ່ເຮັດຊົ່ວຈະກົ້ມຂາບລົງຕໍ່ໜ້າຄົນດີ,ແລະ ຄົນຊົ່ວຮ້າຍຈະກົ້ມຂາບລົງທີ່ປະຕູຂອງຄົນຊອບທຳ.20ຄົນທຸກຍາກນັ້ນແມ່ນແຕ່ເພື່ອນບ້ານກໍເມີນໜ້າໜີ,ແຕ່ຄົນຮັ່ງມີມີໝູ່ເພື່ອນຢ່າງຫລວງຫລາຍ.21ຜູ້ທີ່ດູຖູກເພື່ອນບ້ານກໍເປັນຄວາມບາບ,ຄວາມສຸກເປັນຂອງຜູ້ທີ່ມີໃຈເມດຕາຕໍ່ຄົນທຸກຍາກ.22ຜູ້ທີ່ວາງແຜນການຊົ່ວຮ້າຍກໍຫລົງທາງໄປບໍ່ແມ່ນບໍ?ແຕ່ຜູ້ທີ່ວາງແຜນການອັນດີກໍພົບ ຄວາມຮັກ ແລະ ຄວາມສັດຊື່.23ການເຮັດວຽກຢ່າງໜັກກໍນໍາຜົນກຳໄລມາ,ຖ້າເອົາແຕ່ເວົ້າເທົ່ານັ້ນກໍນໍາໄປສູ່ຄວາມທຸກຍາກ.24ຄວາມຮັ່ງມີຂອງຄົນມີປັນຍາເປັນມົງກຸດຂອງຕົນ.ແຕ່ຄວາມໂງ່ຈ້າຂອງຄົນໂງ່ເຮັດໃຫ້ເກີດຄວາມໂງ່ຈ້າ.25ພະຍານທີ່ເວົ້າຄວາມຈິງກໍຊ່ວຍຊີວິດໄດ້,ແຕ່ພະຍານບໍ່ຈິງເປັນການຫລອກລວງ.26ຜູ້ທີ່ຢຳເກງພຣະເຈົ້າຢາເວມີປ້ອມປ້ອງກັນທີ່ປອດໄພ,ແລະ ມັນຈະເປັນບ່ອນລີ້ໄພໃຫ້ແກ່ລູກຫລານຂອງພວກເຂົາ.27ການຢຳເກງພຣະເຈົ້າຢາເວເປັນນ້ຳພຸແຫ່ງຊີວິດ,ຊ່ວຍຄົນໃຫ້ພົ້ນຈາກບ້ວງແຮ້ວແຫ່ງຄວາມຕາຍ.28ມີປະຊາຊົນຢ່າງຫລວງຫລາຍເປັນສະຫງ່າລາສີຂອງກະສັດ,ຖ້າບໍ່ມີປະຊາຊົນ ເຈົ້ານາຍກໍຈິບຫາຍໄປ.29ຜູ້ທີ່ມີຄວາມອົດທົນກໍມີຄວາມເຂົ້າໃຈທີ່ຍິ່ງໃຫຍ່,ແຕ່ຜູ້ທີ່ໃຈຮ້ອນກໍສະແດງຄວາມໂງ່ຈ້າ.30ຈິດໃຈທີ່ສະຫງົບສຸກໃຫ້ຊີວິດແກ່ຮ່າງກາຍ,ແຕ່ຄວາມອິດສາເຮັດໃຫ້ກະດູກເປື່ອຍເນົ່າ.31ຜູ້ທີ່ກົດຂີ່ຂົ່ມເຫັງຄົນທຸກຍາກກໍດູຖູກພຣະເຈົ້າຜູ້ສ້າງຂອງພວກເຂົາ,ແຕ່ຜູ້ທີ່ເມດຕາຄົນຂັດສົນກໍໃຫ້ກຽດພຣະເຈົ້າ.32ເມື່ອໄພພິບັດມາເຖິງ, ຄົນຊົ່ວກໍຖືກໂຄ່ນລົ້ມ,ແມ່ນແຕ່ຢູ່ໃນຄວາມຕາຍ ຄົນຊອບທຳສະແຫວງຫາບ່ອນລີ້ໄພໃນພຣະເຈົ້າ.33ຄົນມີປັນຍາກໍໄວ້ວາງໃຈໃນຄົນທີ່ຮູ້ຈັກຄິດແລະ ແມ່ນແຕ່ໃນທ່າມກາງຄົນໂງ່ຈ້າ ຄົນມີປັນຍາກໍເຮັດໃຫ້ຕົນເປັນທີ່ຮູ້ຈັກ.34ຄວາມຊອບທຳເຊີດຊູຊາດ,ແຕ່ບາບປະນາມຊົນຊາດຕ່າງໆ35ກະສັດພໍໃຈໃນຄົນຮັບໃຊ້ທີ່ມີປັນຍາ,ແຕ່ເພິ່ນໂກດຮ້າຍຄົນຮັບໃຊ້ທີ່ບໍ່ໄດ້ວຽກ.
Biblica, Inc.