ສຸພາສິດ13
1ລູກທີ່ມີປັນຍາເອົາໃຈໃສ່ຟັງຄຳສັ່ງສອນຂອງພໍ່,ແຕ່ຄົນມັກເຢາະເຢີ້ຍບໍ່ຍອມຟັງຄຳຕຳໜິ.2ຄົນເຮົາມີຄວາມຍິນດີກັບສິ່ງທີ່ດີຈາກຜົນແຫ່ງປາກຂອງຕົນ,ແຕ່ຄົນບໍ່ສັດຊື່ກໍປາຖະໜາຫາຄວາມໂຫດຮ້າຍ.3ຜູ້ທີ່ລະວັງປາກກໍຮັກສາຊີວິດຂອງຕົນໄວ້,ແຕ່ຜູ້ທີ່ເວົ້າບໍ່ຄິດຈະມາສູ່ຄວາມຈິບຫາຍ.4ຄວາມກະຫາຍຂອງຄົນຂີ້ຄ້ານຈະບໍ່ໄດ້ຮັບການເຕີມເຕັມ,ແຕ່ຄວາມປາຖະໜາຂອງຄົນດຸໝັ່ນຈະຖືກເຕີມເຕັມຢ່າງພໍໃຈ.5ຄົນຊອບທຳກຽດຊັງສິ່ງທີ່ບໍ່ຖືກຕ້ອງ,ແຕ່ຄົນຊົ່ວເຮັດໃຫ້ຕົນມີກິ່ນເໝັນແລະ ນໍາຄວາມອັບອາຍຂາຍໜ້າມາສູ່ຕົນ.6ຄວາມຊອບທຳຮັກສາຄົນສັດຊື່ແຕ່ຄວາມຊົ່ວຮ້າຍຂວໍ້າຄົນບາບ.7ຄົນທີ່ທຳທ່າເປັນຄົນຮັ່ງມີ, ແຕ່ບໍ່ມີອັນໃດເລີຍ;ແຕ່ຄົນທີ່ເຮັດເໝືອນຄົນທຸກຍາກ, ແຕ່ມີຊັບສົມບັດຢ່າງຫລວງຫລາຍ.8ຄົນຮັ່ງມີອາດໃຊ້ເງິນໄຖ່ຊີວິດຂອງຕົນໄດ້,ແຕ່ຄົນທຸກຍາກບໍ່ເຄີຍຖືກຂົ່ມຂູ່.9ຄວາມສະຫວ່າງຂອງຄົນຊອບທຳສ່ອງແສງແຈ້ງ,ແຕ່ຕະກຽງຂອງຄົນຊົ່ວຮ້າຍຈະດັບໄປ.10ມີຄວາມອວດຕົວຢູ່ບ່ອນໃດກໍມີການຜິດຖຽງກັນ,ແຕ່ປັນຍາພົບໄດ້ໃນຜູ້ທີ່ຮັບຟັງຄຳແນະນຳ.11ເງິນທີ່ໄດ້ມາຢ່າງບໍ່ສັດຊື່ກໍເສຍໄປໄວ,ແຕ່ຜູ້ໃດກໍຕາມທີ່ສະສົມເງິນໄວ້ເທື່ອລະໜ້ອຍເຮັດໃຫ້ເງິນນັ້ນເພີ່ມພູນຂຶ້ນ.12ຄວາມຫວັງທີ່ຖືກປະໄວ້ເຮັດໃຫ້ທໍລະມານໃຈ,ແຕ່ຄວາມປາຖະໜາທີ່ບັນລຸຜົນສໍາເລັດເປັນດັ່ງຕົ້ນໄມ້ແຫ່ງຊີວິດ.13ຜູ້ໃດກໍຕາມທີ່ດູຖູກຄຳສັ່ງສອນຈະໄດ້ຮັບຄວາມຈິບຫາຍ,ແຕ່ຜູ້ໃດທີ່ເຄົາລົບນັບຖືຄຳສັ່ງສອນກໍໄດ້ຮັບບຳເໜັດ.14ຄຳສອນຂອງຄົນມີປັນຍາເປັນນ້ຳພຸແຫ່ງຊີວິດ,ມັນຊ່ວຍໃຫ້ຄົນພົ້ນຈາກບ້ວງແຮ້ວແຫ່ງຄວາມຕາຍ.15ຄົນທີ່ມີປັນຍານຳໄປສູ່ຄວາມພໍໃຈ,ແຕ່ທາງຂອງຄົນບໍ່ສັດຊື່ນຳໄປສູ່ຄວາມຈິບຫາຍ. 16ທຸກຄົນທີ່ສະຫລາດກໍປະຕິບັດດ້ວຍຄວາມຮູ້ ແຕ່ຄົນໂງ່ຈ້າເປີດເຜີຍຄວາມໂງ່ຂອງຕົນອອກມາ.17ຜູ້ສົ່ງຂ່າວທີ່ຊົ່ວຮ້າຍຈະຕົກຢູ່ໃນຄວາມເດືອດຮ້ອນ,ແຕ່ທູດທີ່ສັດຊື່ໄດ້ນຳການຮັກສາມາ.18ຜູ້ທີ່ເມີນເສີຍຕໍ່ຄໍາສັ່ງສອນກໍຈະໄດ້ຮັບຄວາມທຸກຍາກ ແລະ ຄວາມອັບອາຍ,ແຕ່ຜູ້ທີ່ຍອມຮັບການປັບປຸງແກ້ໄຂຈະໄດ້ຮັບກຽດ.19ຄວາມປາຖະໜາທີ່ບັນລຸຜົນສໍາເລັດເປັນຄວາມຊື່ນບານແກ່ວິນຍານ,ແຕ່ຄົນໂງ່ຈ້າກຽດຊັງການຫັນໜີຈາກຄວາມຊົ່ວ.20ຄົບກັບຄົນສະຫລາດກໍຈະເປັນຄົນສະຫລາດ,ເພາະໝູ່ຂອງຄົນໂງ່ຈ້າກໍໄດ້ຮັບອັນຕະລາຍ.21ຄວາມເດືອດຮ້ອນໄລ່ຕາມຄົນບາບ,ແຕ່ຄົນຊອບທຳໄດ້ຮັບສິ່ງທີ່ດີເປັນບໍາເໜັດ.22ຄົນດີປະມໍລະດົກໄວ້ໃຫ້ລູກຫລານ,ແຕ່ຊັບສົມບັດຂອງຄົນບາບກໍສະສົມໄວ້ໃຫ້ຄົນຊອບທຳ.23ທົ່ງນາທີ່ບໍ່ໄດ້ໄຖກໍຍັງເກີດພືດຜັກໃຫ້ຄົນທຸກຍາກ,ແຕ່ຄວາມບໍ່ຍຸຕິທຳກວາດເອົາທຸກສິ່ງໄປໝົດ.24ຜູ້ທີ່ບໍ່ໃຊ້ໄມ້ແສ້ກໍກຽດຊັງລູກຂອງຕົນ,ແຕ່ຜູ້ທີ່ຮັກລູກກໍເອົາໃຈໃສ່ສັ່ງສອນພວກເຂົາ.25ຄົນຊອບທຳໄດ້ກິນຈົນເຫລືອ,ແຕ່ທ້ອງຂອງຄົນຊົ່ວຮ້າຍກໍອຶດຫິວຢູ່ເລື້ອຍ.
Biblica, Inc.