ສຸພາສິດ12
1ຜູ້ໃດກໍຕາມທີ່ຮັກການເຟິກຝົນວິໄນກໍຮັກຄວາມຮູ້,ແຕ່ຜູ້ໃດກໍຕາມທີ່ກຽດຊັງການດັດແປງແກ້ໄຂກໍໂງ່ຈ້າ.2ຄົນດີໄດ້ຮັບຄວາມພໍໃຈຈາກພຣະເຈົ້າຢາເວ,ແຕ່ພຣະອົງກ່າວໂທດຄົນທີ່ວາງແຜນຊົ່ວ.3ບໍ່ມີຜູ້ໃດຢືນຢູ່ດ້ວຍຄວາມຊົ່ວຂອງຕົນ,ແຕ່ຮາກຖານຂອງຄົນຊອບທຳຈະບໍ່ຖືກຖອນຈັກເທື່ອ.4ເມຍທີ່ມີກຽດເປັນມົງກຸດຂອງຜົວ,ແຕ່ເມຍທີ່ເຮັດໃຫ້ອັບອາຍຂາຍໜ້າເປັນດັ່ງກະດູກຜ່ອຍ.5ແຜນການຂອງຄົນຊອບທຳນັ້ນຍຸຕິທຳ,ແຕ່ຄໍາແນະນໍາຂອງຄົນຊົ່ວຮ້າຍນັ້ນເປັນການຫລອກລວງ.6ຄໍາເວົ້າຂອງຄົນຊົ່ວຮ້າຍດັກລໍຖ້າເອົາຊີວິດແຕ່ຄໍາເວົ້າຂອງຄົນທ່ຽງທຳຊ່ວຍຄົນໃຫ້ພົ້ນໄດ້.7ຄົນຊົ່ວຮ້າຍຈະຫລົ້ມຈົມ ແລະ ດັບສູນໄປ,ແຕ່ເຮືອນຂອງຄົນຊອບທຳຕັ້ງໝັ້ນຄົງຢູ່.8ຄົນໄດ້ຮັບການຍົກຍ້ອງຕາມຄວາມສະຫລຽວສະຫລາດຂອງຕົນ,ແຕ່ຄົນທີ່ຄິດຄົດໂກງຈະຖືກໝິ່ນປະໝາດ.9ເປັນຄົນທໍາມະດາແຕ່ມີຄົນຮັບໃຊ້ກໍດີກວ່າເຮັດທໍາທ່າເປັນຄົນຍິ່ງໃຫຍ່ແຕ່ບໍ່ມີອາຫານກິນ.10ຄົນຊອບທຳເປັນຫ່ວງນໍາການເປັນຢູ່ຂອງສັດລ້ຽງຂອງພວກເຂົາ,ແຕ່ຄວາມກະລຸນາຂອງຄົນຊົ່ວຮ້າຍກໍຍັງໂຫດຮ້າຍຢູ່.11ຄົນທີ່ເຮັດວຽກໄຖດິນຂອງຕົນຈະມີອາຫານຢ່າງອຸດົມສົມບູນ,ແຕ່ຄົນທີ່ມີແຕ່ໃຝ່ຝັນກໍເປັນຄົນບໍ່ຮູ້ຈັກຄິດ.12ຄົນຊົ່ວຮ້າຍປາຖະໜາຢາກໄດ້ປ້ອມປ້ອງກັນຂອງຄົນເຮັດຊົ່ວ,ແຕ່ຮາກຖານຂອງຄົນຊອບທຳຈະໝັ້ນຄົງຢູ່.13ຄົນເຮັດຊົ່ວຈະຖືກບ້ວງແຮ້ວຍ້ອນຄຳເວົ້າຊົ່ວຂອງຕົນ,ແຕ່ຄົນຊອບທຳກໍພົ້ນຈາກຄວາມເດືອດຮ້ອນ.14ຜົນຈາກປາກຂອງພວກເຂົາ ເຮັດໃຫ້ມະນຸດເຕັມໄປດ້ວຍສິ່ງທີ່ດີ,ແລະ ການງານຈາກມືຂອງພວກເຂົາຈະນໍາລາງວັນມາໃຫ້ພວກເຂົາ.15ທາງຂອງຄົນໂງ່ຈ້າກໍເບິ່ງຄືວ່າຖືກຕ້ອງ,ແຕ່ຄົນມີປັນຍາຍ່ອມຟັງຄຳແນະນຳ.16ຄົນໂງ່ຈ້າສະແດງຄວາມຮ້າຍອອກມາໃຫ້ເຫັນທັນທີ,ແຕ່ຄົນສະຫລາດບໍ່ສົນໃຈຕໍ່ຄຳໝິ່ນປະໝາດ.17ພະຍານທີ່ສັດຊື່ກໍເວົ້າຄວາມຈິງ,ແຕ່ພະຍານບໍ່ຈິງກໍເວົ້າແຕ່ຄວາມຕົວະ.18ຄຳເວົ້າທີ່ບໍ່ຄິດກໍສຽບແທງດັ່ງດາບ,ແຕ່ລີ້ນຂອງຄົນມີປັນຍາກໍປິ່ນປົວໃຫ້ຫາຍດີ.19ຮິມສົບທີ່ເວົ້າຄວາມຈິງຍືນຍົງຕະຫລອດໄປ,ແຕ່ລີ້ນທີ່ຕົວະຢູ່ໄດ້ພຽງຊົ່ວຄາວ.20ການຫລອກລວງຢູ່ໃນໃຈຂອງຜູ້ທີ່ວາງແຜນການຊົ່ວຮ້າຍ,ແຕ່ຜູ້ທີ່ສົ່ງເສີມຄວາມສະຫງົບສຸກມີແຕ່ຄວາມຊື່ນຊົມຍິນດີ.21ບໍ່ມີເຫດຮ້າຍອັນໃດຕົກໃສ່ຄົນຊອບທຳແຕ່ຄົນຊົ່ວຮ້າຍກໍຈະເຕັມໄປດ້ວຍຄວາມເດືອດຮ້ອນ.22ພຣະເຈົ້າຢາເວກຽດຊັງປາກທີ່ເວົ້າຕົວະ,ແຕ່ພຣະອົງພໍໃຈນໍາຄົນທີ່ສັດຊື່.23ຄົນສະຫລາດເກັບຄວາມຮູ້ໄວ້ສໍາລັບພວກເຂົາເອງ,ແຕ່ໃຈຂອງຄົນໂງ່ຈ້າສະແດງຄວາມໂງ່ຈ້າຂອງພວກເຂົາອອກມາ.24ມືທີ່ດຸໝັ່ນກໍຈະໄດ້ປົກຄອງ,ແຕ່ຄວາມຂີ້ຄ້ານຈົບລົງດ້ວຍການຖືກບັງຄັບໃຊ້ແຮງງານ.25ຄວາມກະວົນກະວາຍເຮັດໃຫ້ໜັກໃຈ,ແຕ່ຄຳໜູນໃຈເຮັດໃຫ້ມີກໍາລັງຂຶ້ນ.26ຄົນຊອບທຳເລືອກໝູ່ຢ່າງລະມັດລະວັງ, ແຕ່ທາງຂອງຄົນຊົ່ວຮ້າຍນໍາພາພວກເຂົາໃຫ້ຫລົງເສຍໄປ.27ຄົນຂີ້ຄ້ານບໍ່ຍອມປິ້ງຊີ້ນທີ່ຄົນອື່ນຫາມາໃຫ້,ແຕ່ຄົນດຸໝັ່ນຊອກຫາອາຫານມາໄດ້ຢ່າງຫລວງຫລາຍ. 28ທາງແຫ່ງຄວາມຊອບທຳມີຊີວິດ;ທາງນັ້ນນຳໄປສູ່ຊີວິດນິລັນດອນ.
Biblica, Inc.