ສຸພາສິດ11
1ພຣະເຈົ້າຢາເວກຽດຊັງຕາຊິງທີ່ບໍ່ສັດຊື່,ແຕ່ພຣະອົງພໍໃຈນໍາການຊັ່ງຕວງທີ່ຖືກຕ້ອງ.2ເມື່ອຄວາມອວດຕົວມາ, ຄວາມອັບອາຍຂາຍໜ້າກໍຕາມມາ,ແຕ່ປັນຍາມານໍາຄວາມຖ່ອມຕົວ.3ຄວາມສັດຊື່ນຳທາງຄົນທ່ຽງທຳ,ແຕ່ຄວາມບໍ່ສັດຊື່ກໍຖືກທຳລາຍດ້ວຍກົນອຸບາຍຂອງຕົນ.4ຄວາມຮັ່ງມີຈະຊ່ວຍຫຍັງບໍ່ໄດ້ໃນວັນແຫ່ງຄວາມໂກດຮ້າຍ,ແຕ່ຄວາມຊອບທຳຊ່ວຍໃຫ້ພົ້ນຈາກຄວາມຕາຍ.5ຄວາມຊອບທຳຂອງຄົນບໍ່ມີທີ່ຕຳໜິເຮັດໃຫ້ທາງຂອງພວກເຂົາຊື່ໄປ.ແຕ່ຄົນຊົ່ວຮ້າຍຈະລົ້ມລົງດ້ວຍຄວາມຊົ່ວຮ້າຍຂອງຕົນ.6ຄວາມຊອບທຳຂອງຄົນທ່ຽງທຳຊ່ວຍພວກເຂົາໃຫ້ພົ້ນ,ແຕ່ຄົນບໍ່ສັດຊື່ຈະຖືກບ້ວງແຮ້ວຍ້ອນຄວາມປາດຖະໜາຊົ່ວຂອງຕົນ.7ຄວາມຫວັງທີ່ຝາກໄວ້ນໍາຄົນຊົ່ວກໍຕາຍໄປພ້ອມກັບພວກເຂົາ;ຄໍາສັນຍາທັງໝົດແຫ່ງອໍານາດຂອງພວກເຂົາກໍຈະສູນເປົ່າ. 8ຄົນຊອບທຳໄດ້ຮັບການກອບກູ້ໃຫ້ພົ້ນຈາກຄວາມເດືອດຮ້ອນ.ແຕ່ຄວາມເດືອດຮ້ອນນັ້ນຈະຕົກໃສ່ຄົນຊົ່ວຮ້າຍແທນ.9ປາກຂອງຄົນບໍ່ຮູ້ພຣະເຈົ້າທຳລາຍເພື່ອນບ້ານຂອງຕົນ,ແຕ່ຄົນຊອບທຳໜີໄປໄດ້ໂດຍອາໄສຄວາມຮູ້.10ເມື່ອຄົນຊອບທຳຈະເລີນຮຸ່ງເຮືອງ, ບ້ານເມືອງກໍຊົມຊື່ນຍິນດີ;ເມື່ອຄົນຊົ່ວຮ້າຍຈິບຫາຍໄປ, ກໍມີສຽງໂຮຮ້ອງຍິນດີ.11ໂດຍພອນຂອງຄົນທ່ຽງທຳ ບ້ານເມືອງກໍໄດ້ຮັບການຍົກຍ້ອງ,ແຕ່ໂດຍປາກຂອງຄົນຊົ່ວຮ້າຍ ບ້ານເມືອງກໍຖືກທໍາລາຍ.12ຄົນບໍ່ຮູ້ຈັກຄິດກໍດູຖູກເພື່ອນບ້ານຂອງຕົນ,ແຕ່ຄົນທີ່ມີຄວາມເຂົ້າໃຈກໍຄວບຄຸມລີ້ນຂອງຕົນໄວ້.13ຄຳນິນທາທໍລະຍົດຄວາມໄວ້ວາງໃຈ,ແຕ່ຄົນທີ່ສັດຊື່ໄດ້ກໍຮັກສາຄວາມລັບໄວ້.14ເພາະຂາດການຊີ້ນຳ ປະເທດຊາດກໍລົ້ມຈົມ,ແຕ່ມີທີ່ປຶກສາຫລາຍຄົນກໍປອດໄພ.15ຜູ້ໃດກໍ່ຕາມທີ່ຄ້ຳປະກັນໃຫ້ຄົນແປກໜ້າຈະເດືອດຮ້ອນແນ່ນອນ,ແຕ່ຜູ້ທີ່ປະຕິເສດການຈັບມືສັນຍາກໍປອດໄພ.16ຍິງທີ່ມີໃຈເມດຕາກໍໄດ້ຮັບກຽດ,ແຕ່ຊາຍໂຫດຮ້າຍໄດ້ພຽງແຕ່ຄວາມຮັ່ງມີເທົ່ານັ້ນ.17ຜູ້ທີ່ມີໃຈເມດຕາກໍສ້າງປະໂຫຍດໃຫ້ຕົນເອງ,ແຕ່ຜູ້ທີ່ໂຫດຮ້າຍນໍາຄວາມຈິບຫາຍມາສູ່ຕົນເອງ.18ຄົນຊົ່ວຮ້າຍໄດ້ຄ່າຈ້າງທີ່ຫລອກລວງ,ແຕ່ຜູ້ທີ່ຫວ່ານຄວາມຊອບທຳ ຍ່ອມໄດ້ຮັບບຳເໜັດຢ່າງແນ່ນອນ.19ຄົນຊອບທຳຈະໄດ້ຮັບຊີວິດທີ່ແທ້ຈິງ,ແຕ່ຜູ້ໃດທີ່ຕິດຕາມຄວາມຊົ່ວກໍຈະພົບຄວາມຕາຍ.20ພຣະເຈົ້າຢາເວກຽດຊັງຄົນທີ່ມີໃຈຫລອກລວງ,ແຕ່ພຣະອົງພໍໃຈໃນທາງຂອງຄົນທີ່ບໍ່ມີຕຳໜິ.21ຈົ່ງໝັ້ນໃຈວ່າ: ຄົນຊົ່ວຮ້າຍຈະໜີບໍ່ພົ້ນການລົງໂທດ,ແຕ່ຄົນຊອບທຳຈະໄດ້ຮັບການປົດປ່ອຍ.22ຜູ້ຍິງງາມທີ່ບໍ່ມີຄວາມຮອບຄອບກໍເໝືອນແຫວນຄຳເກາະດັງໝູ.23ຄວາມປາຖະໜາຂອງຄົນຊອບທຳຈົບລົງດ້ວຍດີ,ແຕ່ຄວາມຫວັງຂອງຄົນຊົ່ວຮ້າຍຈົບລົງດ້ວຍຄວາມໂກດຮ້າຍ.24ຄົນໜຶ່ງໃຫ້ດ້ວຍໃຈກວ້າງຂວາງ, ຍິ່ງມີເພີ່ມຂຶ້ນ;ແຕ່ບາງຄົນຍິ່ງຂີ້ຖີ່ຍິ່ງທຸກຈົນລົງ.25ຄົນທີ່ມີໃຈເອື້ອເຟື້ອເພື່ອແຜ່ຈະຈະເລີນຮຸ່ງເຮືອງ;ຜູ້ໃດກໍ່ຕາມທີ່ນຳຄວາມຊື່ນໃຈໄປສູ່ຄົນອື່ນ ກໍຈະໄດ້ຮັບພຣະພອນ.26ປະຊາຊົນສາບແຊ່ງຜູ້ທີ່ກັກເຂົ້າໄວ້ຂາຍກິນກຳໄລ,ແຕ່ພວກເຂົາອະທິຖານອວຍພອນຜູ້ທີ່ເຕັມໃຈຂາຍໃຫ້.27ຜູ້ທີ່ສະແຫວງຫາເຮັດຄວາມດີ ກໍຈະໄດ້ຮັບຄວາມກະລຸນາ,ແຕ່ຄວາມຊົ່ວຈະມາຫາຜູ້ທີ່ສະແຫວງຫາມັນ.28ຄົນທີ່ວາງໃຈໃນຊັບສົມບັດຂອງຕົນນັ້ນ ຈະລົ້ມລົງ,ແຕ່ຄົນຊອບທຳຈະຈະເລີນຂຶ້ນດັ່ງໃບໄມ້ຂຽວ.29ຜູ້ໃດກໍຕາມທີ່ນໍາຄວາມຈິບຫາຍມາສູ່ຄອບຄົວຂອງຕົນຈະບໍ່ເຫລືອຫຍັງ,ແລະ ຄົນໂງ່ຈ້າຈະເປັນຄົນຮັບໃຊ້ຂອງຄົນສະຫລາດ.30ຜົນແຫ່ງຄົນຊອບທຳເປັນຕົ້ນໄມ້ແຫ່ງຊີວິດ,ແລະ ຄົນສະຫລາດຈະຊ່ວຍໃຫ້ຄົນອື່ນມີຊີວິດຢູ່.31ຖ້າຄົນຊອບທຳໄດ້ຮັບບຳເໜັດຂອງຕົນໃນແຜ່ນດິນໂລກ,ຄົນບໍ່ນັບຖືພຣະເຈົ້າ ແລະ ຄົນບາບຍິ່ງຈະໄດ້ຮັບຜົນຂອງຕົນຫລາຍກວ່ານັ້ນອີກເທົ່າໃດນໍ!
Biblica, Inc.