ເຮັບເຣີ1

ຖ້ອຍຄຳ​ສຸດທ້າຍ​ຂອງ​ພຣະເຈົ້າ​ຄື: ພຣະບຸດ​ຂອງ​ພຣະອົງ

1ໃນ​ອະດີດ​ພຣະເຈົ້າ​ໄດ້​ກ່າວ​ກັບ​ບັນພະບຸລຸດ​ຂອງ​ພວກເຮົາ​ຜ່ານທາງ​ຜູ້ທຳນວາຍ​ຫລາຍ​ເທື່ອ ແລະ ໂດຍ​ວິທີການ​ຕ່າງໆ,2ແຕ່​ໃນ​ຍຸກ​ສຸດທ້າຍ​ນີ້​ພຣະອົງ​ໄດ້​ກ່າວ​ກັບ​ພວກເຮົາ​ທັງຫລາຍ​ໂດຍ​ພຣະບຸດ​ຂອງ​ພຣະອົງ, ຜູ້​ທີ່​ພຣະອົງ​ໄດ້​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ຮັບມໍລະດົກ​ທຸກ​ສິ່ງ ແລະ ໄດ້​ສ້າງ​ຈັກກະວານ​ໂດຍ​ພຣະບຸດ​ນີ້.3ພຣະບຸດ​ເປັນ​ແສງສະທ້ອນ​ແຫ່ງ​ສະຫງ່າລາສີ​ຂອງ​ພຣະເຈົ້າ ແລະ ເປັນ​ເໝືອນ​ພຣະເຈົ້າ​ທຸກ​ປະການ ແລະ ໄດ້​ຄ້ຳຊູ​ສັບພະສິ່ງ​ໄວ້​ດ້ວຍ​ຖ້ອຍຄຳ​ທີ່​ມີ​ລິດອຳນາດ​ຂອງ​ພຣະອົງ. ຫລັງ​ຈາກ​ທີ່​ພຣະອົງ​ໄດ້​ຊຳລະ​ບາບ​ແລ້ວ, ພຣະອົງ​ຈຶ່ງ​ໄດ້​ນັ່ງ​ລົງ​ທີ່​ເບື້ອງຂວາ​ມື​ຂອງ​ອົງ​ຜູ້​ມີ​ບາລະມີ​ໃນ​ສະຫວັນ4ດັ່ງນັ້ນ ພຣະອົງ​ຈຶ່ງ​ຍິ່ງໃຫຍ່​ເໜືອ​ບັນດາ​ເທວະດາ ເພາະ​ນາມ​ທີ່​ພຣະອົງ​ໄດ້​ຮັບ​ນັ້ນ​ສູງສົ່ງ​ກວ່າ​ນາມ​ຂອງ​ບັນດາ​ເທວະດາ.

ພຣະບຸດ​ຜູ້​ຍິ່ງໃຫຍ່​ເໜືອ​ເທວະດາ

5ເພາະ​ພຣະເຈົ້າ​ເຄີຍ​ກ່າວ​ກັບ​ເທວະດາ​ຕົນ​ໃດ​ວ່າ,“ທ່ານ​ເປັນ​ບຸດ​ຂອງ​ເຮົາ,ວັນ​ນີ້ ເຮົາ​ໄດ້​ກາຍເປັນ​ບິດາ  ​ຂອງ​ທ່ານ”?ຫລື ອີກ​ຄັ້ງ​ໜຶ່ງ,“ເຮົາ​ຈະ​ເປັນ​ບິດາ  ​ຂອງ​ລາວ,ແລະ ລາວ​ຈະ​ເປັນ​ບຸດ​ຂອງ​ເຮົາ”?
6ແລະ ອີກ​ຄັ້ງໜຶ່ງ, ເມື່ອ​ພຣະເຈົ້າ​ນຳ​ບຸດກົກ​ຂອງ​ພຣະອົງ​ເຂົ້າ​ມາ​ໃນ​ໂລກ ພຣະອົງ​ກ່າວ​ວ່າ,“ໃຫ້​ບັນດາ​ເທວະດາ​ຂອງ​ພຣະເຈົ້າ​ທຸກ​ຕົນ​ນະມັດສະການ​ພຣະອົງ”. 
7ພຣະອົງ​ກ່າວ​ເຖິງ​ບັນດາ​ເທວະດາ​ນັ້ນ​ວ່າ,“ພຣະອົງ​ເຮັດ​ໃຫ້​ເທວະດາ​ຂອງ​ພຣະອົງ​ເປັນ​ວິນຍານ,ແລະ ໃຫ້​ຜູ້ຮັບໃຊ້​ຂອງ​ພຣະອົງ​ເປັນ​ແປວໄຟ”. 
8ແຕ່​ສ່ວນ​ພຣະບຸດ​ນັ້ນ​ພຣະອົງ​ກ່າວ​ວ່າ,“ຂ້າແດ່​ພຣະເຈົ້າ, ບັນລັງ​ຂອງ​ພຣະອົງ​ຈະ​ຕັ້ງໝັ້ນຄົງ​ຕະຫລອດໄປ​ເປັນນິດ,ພຣະອົງ​ຈະ​ປົກຄອງ​ອານາຈັກ​ຂອງ​ພຣະອົງ​ດ້ວຍ​ກະບອງ​ແຫ່ງ​ຄວາມຊອບທຳ.9ພຣະອົງ​ຮັກ​ຄວາມຊອບທຳ ແລະ ກຽດຊັງ​ຄວາມ​ຊົ່ວ,ເຫດສະນັ້ນ ພຣະເຈົ້າ​ຜູ້​ເປັນ​ພຣະເຈົ້າ​ຂອງ​ພຣະອົງ ຈຶ່ງ​ໄດ້​ຕັ້ງ​ພຣະອົງ​ໄວ້​ເໜືອ​ສະຫາຍ​ທັງປວງ​ຂອງ​ພຣະອົງດ້ວຍ​ການ​ເຈີມ​ພຣະອົງ​ດ້ວຍ​ນ້ຳມັນ​ແຫ່ງ​ຄວາມຊື່ນຊົມຍິນດີ”. 
10ແລະ ພຣະອົງ​ກ່າວ​ອີກ​ວ່າ,“ຂ້າແດ່​ອົງພຣະຜູ້ເປັນເຈົ້າ ໃນ​ປະຖົມມະການ​ພຣະອົງ​ວາງຮາກ​ຂອງ​ແຜ່ນດິນໂລກ,ແລະ ຟ້າ​ສະຫວັນ​ດ້ວຍ​ມື​ຂອງ​ພຣະອົງ11ສິ່ງ​ເຫລົ່ານັ້ນ​ຈະ​ສູນຫາຍ​ໄປ ແຕ່​ພຣະອົງ​ດຳລົງ​ຢູ່,ສິ່ງ​ເຫລົ່ານັ້ນ​ທັງໝົດ​ຈະ​ເກົ່າ​ໄປ​ເໝືອນດັ່ງ​ເຄື່ອງນຸ່ງຫົ່ມ.12ພຣະອົງ​ຈະ​ມ້ວນ​ສິ່ງ​ເຫລົ່ານັ້ນ​ໄວ້​ເໝືອນດັ່ງ​ເສື້ອຄຸມ,ສິ່ງ​ເຫລົ່ານັ້ນ​ຈະ​ຖືກ​ປ່ຽນ​ໄປ​ເໝືອນດັ່ງ​ເສື້ອຜ້າ.ແຕ່​ພຣະອົງ​ຍັງ​ເໝືອນເດີມ,ແລະ ປີ​ທັງຫລາຍ​ຂອງ​ພຣະອົງ​ກໍ​ຈະ​ບໍ່​ສິ້ນສຸດ​ຈັກເທື່ອ” 
13ມີ​ເທວະດາ​ຕົນ​ໃດ​ແດ່​ທີ່​ພຣະເຈົ້າ​ເຄີຍ​ກ່າວ​ວ່າ,“ຈົ່ງ​ນັ່ງ​ທີ່​ເບື້ອງຂວາ​ມື​ຂອງ​ເຮົາຈົນກວ່າ​ເຮົາ​ຈະ​ເຮັດ​ໃຫ້​ສັດຕູ​ຂອງ​ທ່ານເປັນ​ບ່ອນຮອງຕີນ​ຂອງ​ທ່ານ”  ?
14ເທວະດາ​ທັງປວງ​ນັ້ນ​ຄື​ວິນຍານ​ຮັບໃຊ້​ທີ່​ພຣະເຈົ້າ​ໃຊ້​ໄປ​ບົວລະບັດ​ບັນດາ​ຜູ້​ທີ່​ຈະ​ໄດ້​ຮັບ​ຄວາມພົ້ນ​ເປັນ​ມໍລະດົກ​ບໍ່​ແມ່ນ​ບໍ?

Biblica, Inc.

https://app.library.bible/content/eab9312f9f16b3a2