ໂອບາດີຢາ1

ນິມິດ​ຂອງ​ໂອບາດີຢາ

1ນິມິດ​ຂອງ​ໂອບາດີຢາ.

ນີ້​ແມ່ນ​ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ໄດ້​ກ່າວ​ກ່ຽວ​ກັບ​ເອໂດມ​ວ່າ,
ພວກເຮົາ​ໄດ້​ຍິນ​ຖ້ອຍຄຳ​ຈາກ​ພຣະເຈົ້າ​ຢາເວ​ດັ່ງນີ້:ມີ​ທູດ​ຜູ້​ໜຶ່ງ​ຖືກ​ສົ່ງ​ໄປ​ຍັງ​ປະຊາຊາດ​ຕ່າງໆ​ເພື່ອ​ແຈ້ງ​ວ່າ,“ຈົ່ງ​ລຸກ​ຂຶ້ນ, ໃຫ້​ພວກເຮົາ​ໄປ​ຕໍ່ສູ້​ກັບ​ເອໂດມ”,
2“ເບິ່ງ​ແມ, ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ຜູ້​ຕ່ຳຕ້ອຍ​ໃນ​ທ່າມກາງ​ປະຊາຊາດ​ທັງຫລາຍ;ເຈົ້າ​ຈະ​ຖືກ​ດູຖູກ​ທີ່​ສຸດ.3ຄວາມ​ຈອງຫອງ​ຢູ່​ໃນ​ໃຈ​ຂອງ​ເຈົ້າ​ໄດ້​ຫລອກລວງ​ເຈົ້າ,ເຈົ້າ​ຜູ້​ອາໄສ​ຢູ່​ໃນ​ຫລືບ​ຫີນແລະ ສ້າງ​ເຮືອນ​ຂອງ​ຕົນ​ໄວ້​ເທິງ​ບ່ອນ​ສູງ,ເຈົ້າ​ຜູ້​ບອກ​ຕົນ​ເອງ​ວ່າ,‘ຜູ້ໃດ​ຈະ​ສາມາດ​ເອົາ​ເຮົາ​ລົງ​ໄປ​ຢູ່​ທີ່​ພື້ນ​ໄດ້?’4ເຖິງ​ແມ່ນ​ວ່າ​ເຈົ້າ​ຈະ​ບິນ​ຂຶ້ນ​ໄດ້​ເໝືອນ​ນົກອິນຊີແລະ ສ້າງ​ຮັງ​ຂອງ​ຕົນ​ໄວ້​ຢູ່​ຕາມ​ດາວ​ຕ່າງໆ​ກໍ​ຕາມ,ເຮົາ​ກໍ​ຈະ​ນຳ​ເຈົ້າ​ລົງ​ມາ​ຈາກ​ທີ່​ນັ້ນ”,ພຣະເຈົ້າ​ຢາເວ​ໄດ້​ປະກາດ​ດັ່ງນັ້ນ.5“ຖ້າ​ຄົນຂີ້ລັກ​ມາ​ຫາ​ເຈົ້າ,ຖ້າ​ໂຈນ​ບຸກ​ເຂົ້າມາ​ໃນ​ເວລາ​ກາງຄືນໂອ້, ໄພພິບັດ​ອັນ​ໃດ​ທີ່​ລໍຖ້າ​ເຈົ້າ​ຢູ່!ພວກເຂົາ​ຈະ​ບໍ່​ລັກ​ພຽງ​ແຕ່​ສິ່ງ​ທີ່​ພວກເຂົາ​ຕ້ອງການ​ບໍ?ຖ້າ​ຄົນ​ເກັບ​ໝາກອະງຸ່ນ​ມາ​ຫາ​ເຈົ້າ,ພວກເຂົາ​ຈະ​ບໍ່​ປະ​ໝາກອະງຸ່ນ​ໄວ້​ແດ່​ບໍ?6ແຕ່​ເອຊາວ​ຈະ​ຖືກ​ປຸ້ນ,ຊັບສົມບັດ​ທີ່​ລາວ​ເຊື່ອງ​ໄວ້​ກໍ​ຖືກ​ປຸ້ນ!7ພັນທະມິດ​ທັງໝົດ​ຂອງ​ເຈົ້າ​ຈະ​ບັງຄັບ​ໃຫ້​ເຈົ້າ​ອອກ​ໄປ​ຈົນ​ສຸດ​ຊາຍແດນ;ບັນດາ​ເພື່ອນ​ຂອງ​ເຈົ້າ​ຈະ​ຫລອກລວງ ແລະ ເອົາ​ຊະນະ​ເຈົ້າ;ບັນດາ​ຜູ້​ທີ່​ເຄີຍ​ກິນ​ອາຫານ​ຂອງ​ເຈົ້າ​ຈະ​ວາງ​ກັບດັກ​ໃສ່​ເຈົ້າ ແຕ່​ເຈົ້າ​ຈະ​ບໍ່​ພົບ​ມັນ”.
8ພຣະເຈົ້າ​ຢາເວ​ປະກາດ​ວ່າ, “ໃນ​ວັນ​ນັ້ນ,ເຮົາ​ຈະ​ບໍ່​ທຳລາຍ​ຄົນ​ມີ​ປັນຍາ​ຂອງ​ເອໂດມ,ແລະ ບັນດາ​ຜູ້​ທີ່​ມີ​ຄວາມ​ເຂົ້າໃຈ​ທີ່​ຢູ່​ຕາມ​ພູເຂົາ​ຕ່າງໆ​ຂອງ​ເອຊາວ​ບໍ?9ເຕມານ, ນັກຮົບ​ຂອງ​ເຈົ້າ​ຈະ​ຕົກໃຈຢ້ານແລະ ທຸກຄົນ​ທີ່​ພູເຂົາ​ຂອງ​ເອຊາວຈະ​ຖືກ​ຟັນ​ລົງ​ໃນ​ການ​ຂ້າ.10ເພາະ​ການ​ໃຊ້​ຄວາມ​ຮຸນແຮງ​ທີ່​ເຈົ້າ​ເຮັດ​ຕໍ່​ຢາໂຄບ​ນ້ອງຊາຍ​ຂອງ​ເຈົ້າ,ເຈົ້າ​ຈະ​ອັບອາຍ​ຂາຍ​ໜ້າ;ເຈົ້າ​ຈະ​ຖືກ​ທຳລາຍ​ໄປ​ຕະຫລອດ​ໄປ.11ໃນ​ມື້​ທີ່​ເຈົ້າ​ຢືນ​ຢູ່​ຫ່າງໆຂະນະ​ທີ່​ຄົນແປກໜ້າ​ຂົນ​ຊັບສົມບັດ​ຂອງ​ລາວ​ໄປແລະ ບັນດາ​ຄົນ​ຕ່າງຊາດ​ບຸກ​ເຂົ້າ​ປະຕູ​ຂອງ​ລາວແລະ ຈັບ​ສະຫລາກ​ເອົາ​ເຢຣູຊາເລັມ,ເຈົ້າ​ກໍ​ເປັນ​ເໝືອນ​ຄົນ​ໜຶ່ງ​ໃນ​ພວກເຂົາ.12ເຈົ້າ​ບໍ່​ຄວນ​ສົມ​ນ້ຳ​ໜ້າ​ນ້ອງຊາຍ​ຂອງ​ຕົນໃນ​ມື້​ທີ່​ລາວ​ຮັບ​ເຄາະ​ຮ້າຍ,ຫລື ຊື່ນຊົມຍິນດີ​ຕໍ່​ຊາວ​ຢູດາໃນ​ມື້​ທີ່​ພວກເຂົາ​ຖືກ​ທຳລາຍ,ຫລື ໂອ້​ອວດ​ຫລາຍໃນ​ມື້​ທີ່​ພວກເຂົາ​ເດືອດຮ້ອນ.13ເຈົ້າ​ບໍ່​ຄວນ​ເດີນ​ທັບ​ຜ່ານ​ປະຕູ​ເມືອງ​ຂອງ​ປະຊາຊົນ​ຂອງ​ເຮົາໃນ​ວັນ​ທີ່​ພວກເຂົາ​ປະສົບ​ໄພພິບັດ,ຫລື ດີໃຈ​ທີ່​ພວກເຂົາ​ຈິບຫາຍໃນ​ວັນ​ທີ່​ພວກເຂົາ​ປະສົບ​ໄພພິບັດ,ຫລື ຢຶດ​ຊັບສົມບັດ​ຂອງ​ພວກເຂົາໃນ​ວັນ​ທີ່​ພວກເຂົາ​ພິນາດ​ຈິບຫາຍ.14ເຈົ້າ​ບໍ່​ຄວນ​ລໍຖ້າ​ຢູ່​ທາງ​ແຍກເພື່ອ​ກຳຈັດ​ພວກເຂົາ​ທີ່​ໜີ​ໄພ​ມາ,ຫລື ມອບ​ໂຕ​ບັນດາ​ຄົນ​ທີ່​ລອດ​ຊີວິດໃນ​ວັນ​ທີ່​ພວກເຂົາ​ເດືອດຮ້ອນ.
15“ວັນ​ແຫ່ງ​ພຣະເຈົ້າ​ຢາເວ​ແມ່ນ​ໃກ້​ເຂົ້າ​ມາ​ແລ້ວສຳລັບ​ປະຊາຊາດ​ທັງໝົດ.ເຈົ້າ​ເຮັດ​ສິ່ງໃດ​ໄວ້, ເຈົ້າ​ກໍ​ຈະ​ໄດ້​ຮັບ​ສິ່ງ​ນັ້ນ​ຕອບແທນ;ການ​ກະທຳ​ຂອງ​ເຈົ້າ​ຈະ​ກັບ​ຄືນ​ມາ​ຕົກ​ໃສ່​ເທິງ​ຫົວ​ຂອງ​ເຈົ້າ.16ເໝືອນ​ດັ່ງ​ທີ່​ເຈົ້າ​ໄດ້​ດື່ມ​ຢູ່​ເທິງ​ໂນນພູ​ສັກສິດ​ຂອງ​ເຮົາ,ດັ່ງນັ້ນ ປະຊາຊາດ​ທັງໝົດ​ຈະ​ດື່ມ​ຢ່າງ​ບໍ່​ຢຸດຢັ້ງ;ພວກເຂົາ​ຈະ​ດື່ມ​ແລ້ວ​ດື່ມ​ອີກແລະ ຈະ​ເປັນ​ຢ່າງ​ທີ່​ບໍ່​ເຄີຍ​ເປັນ​ມາ​ກ່ອນ.17ແຕ່​ຢູ່​ເທິງ​ພູເຂົາ​ຊີໂອນ​ຈະ​ມີ​ການ​ກອບກູ້;ພູເຂົາ​ນັ້ນ​ຈະ​ສັກສິດ,ແລະ ຢາໂຄບ​ຈະ​ໄດ້​ຄອບຄອງ​ມໍລະດົກ​ຂອງ​ຕົນ.18ຢາໂຄບ​ຈະ​ເປັນ​ໄຟໂຢເຊັບ​ຈະ​ເປັນ​ແປວໄຟ;ເອຊາວ​ຈະ​ເປັນ​ຕໍ,ແລະ ພວກເຂົາ​ຈະ​ຈູດ​ໄຟ​ເຜົາ​ລາວ ແລະ ທຳລາຍ​ລາວ.ຢູ່​ທີ່​ນັ້ນ​ຈະ​ບໍ່​ມີ​ຜູ້ໃດ​ລອດ​ຊີວິດຈາກ​ເອຊາວ”.ພຣະເຈົ້າ​ຢາເວ​ໄດ້​ເວົ້າ​ເວົ້າ.
19ປະຊາຊົນ​ຈາກ​ເນເກັບ​ຈະ​ຢຶດຄອງບັນດາ​ພູເຂົາ​ຂອງ​ເອຊາວ,ແລະ ປະຊາຊົນ​ຈາກ​ຕີນພູ​ຈະ​ຄອບຄອງດິນແດນ​ຂອງ​ຊາວ​ຟີລິດສະຕິນພວກເຂົາ​ຈະ​ຢຶດຄອງ​ທົ່ງ​ພຽງ​ຂອງ​ເອຟຣາອິມ ແລະ ຊາມາເຣຍ,ແລະ ເບັນຢາມິນ​ຈະ​ຄອບຄອງ​ກີເລອາດ.20ກຸ່ມ​ຊາວ​ອິດສະຣາເອນ​ທີ່​ຖືກ​ເນລະເທດ ເຊິ່ງ​ຢູ່​ໃນ​ການາອານຈະ​ຄອບຄອງ​ດິນແດນ​ໄກ​ຈົນ​ໄປ​ເຖິງ​ເຊເຣຟາດ;ຄົນ​ທີ່​ຖືກ​ເນລະເທດ​ຈາກ​ເຢຣູຊາເລັມ ເຊິ່ງ​ຢູ່​ໃນ​ເສຟາລາດຈະ​ຄອບຄອງ​ເມືອງ​ຕ່າງໆ​ຂອງ​ເນເກັບ.21ບັນດາ​ຜູ້​ກອບກູ້​ຈະ​ຂຶ້ນ​ໄປ​ເທິງ  ​ພູເຂົາ​ຊີໂອນເພື່ອ​ປົກຄອງ​ພູເຂົາ​ຕ່າງໆ​ຂອງ​ເອຊາວ.ແລະ ອານາຈັກ​ນັ້ນ​ຈະ​ເປັນ​ຂອງ​ພຣະເຈົ້າ​ຢາເວ.

Biblica, Inc.

https://app.library.bible/content/eab9312f9f16b3a2