ໂຢນາ1
ໂຢນາໜີຈາກພຣະເຈົ້າຢາເວ
1ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງໂຢນາ ລູກຊາຍຂອງອາມິດໄຕວ່າ:2“ຈົ່ງໄປຍັງນີເນເວເມືອງໃຫຍ່ ແລະ ເທດສະໜາຕັກເຕືອນເມືອງນັ້ນ, ເພາະຄວາມຊົ່ວຊ້າຂອງເມືອງນັ້ນດັງຂຶ້ນມາຕໍ່ໜ້າເຮົາ”.3ແຕ່ໂຢນາໄດ້ປົບໜີຈາກພຣະເຈົ້າຢາເວ ແລະ ມຸ່ງໜ້າໄປທີ່ເມືອງຕາກຊິດ. ລາວໄດ້ເດີນທາງໄປທີ່ຢົບປາ, ບ່ອນທີ່ລາວພົບເຮືອທີ່ຈະໄປເມືອງນັ້ນ. ຫລັງຈາກຈ່າຍຄ່າໂດຍສານແລ້ວ, ລາວກໍໄດ້ຂຶ້ນເຮືອ ແລະ ເດີນທາງໄປທີ່ທາຣາສິດເພື່ອໜີໄປຈາກພຣະເຈົ້າຢາເວ.4ແລ້ວພຣະເຈົ້າຢາເວໄດ້ບັນດານໃຫ້ເກີດພະຍຸໃຫຍ່ເໜືອທະເລ ແລະ ພະຍຸໄດ້ພັດກະໜ່ຳຈົນເຮືອເກືອບຈະແຕກ.5ລູກເຮືອທັງໝົດພາກັນຢ້ານຫລາຍ ແລະ ຕ່າງກໍຮ້ອງໃຫ້ພະຂອງຕົນມາຊ່ວຍ ແລະ ພວກເຂົາໄດ້ໂຍນສິນຄ້າຖິ້ມໄປເພື່ອໃຫ້ເຮືອເບົາລົງ.ສ່ວນໂຢນາແມ່ນນອນຫລັບສະໜິດຢູ່ໃນຫ້ອງທາງໃນເຮືອ.6ນາຍເຮືອຈຶ່ງໄປຫາລາວ ແລະ ເວົ້າວ່າ, “ເຈົ້ານອນຫລັບຢູ່ໄດ້ແນວໃດ? ຈົ່ງລຸກຂຶ້ນມາ ແລະ ຮ້ອງຫາພຣະເຈົ້າຂອງເຈົ້າຊ່ວຍ! ເພື່ອພຣະອົງຈະກະລຸນາພວກເຮົາ ເພື່ອວ່າພວກເຮົາຈະໄດ້ລອດຕາຍ”.7ແລ້ວລູກເຮືອທັງຫລາຍກໍໄດ້ເວົ້າກັນວ່າ, “ມາ! ໃຫ້ພວກເຮົາຈັບສະຫລາກເພື່ອໃຫ້ຮູ້ວ່າຜູ້ໃດທີ່ເປັນຕົ້ນເຫດເຮັດໃຫ້ເກີດໄພພິບັດຄັ້ງນີ້”. ພວກເຂົາຈຶ່ງຈັບສະຫລາກ ແລະ ສະຫລາກໄດ້ຕົກຖືກໂຢນາ.8ດັ່ງນັ້ນ ພວກເຂົາຈຶ່ງໄດ້ຖາມໂຢນາວ່າ, “ຈົ່ງບອກພວກເຮົາມາວ່າ, ຜູ້ໃດເປັນຕົ້ນເຫດສ້າງຄວາມເດືອດຮ້ອນໃຫ້ພວກເຮົາໃນເທື່ອນີ້? ເຈົ້າເຮັດວຽກຫຍັງ? ເຈົ້າມາຈາກໃສ? ເຈົ້າຢູ່ປະເທດໃດ? ເຈົ້າເປັນຄົນຊາດໃດ?”9ໂຢນາໄດ້ຕອບວ່າ, “ຂ້ອຍເປັນຊາວເຮັບເຣີ ແລະ ຂ້ອຍນະມັດສະການພຣະເຈົ້າຢາເວ, ພຣະເຈົ້າແຫ່ງຟ້າສະຫວັນ ຜູ້ສ້າງທະເລ ແລະ ແຜ່ນດິນ”.10ສິ່ງນີ້ເຮັດໃຫ້ພວກເຂົາຕົກໃຈຢ້ານຫລາຍ ແລະ ພວກເຂົາໄດ້ຖາມວ່າ, “ເຈົ້າເຮັດຫຍັງລົງໄປ?” (ພວກເຂົາຮູ້ວ່າໂຢນາກຳລັງປົບໜີຈາກພຣະເຈົ້າຢາເວ, ເພາະໂຢນາໄດ້ເລົ່າໃຫ້ພວກເຂົາຟັງກ່ອນໜ້ານີ້ແລ້ວ).11ທະເລໄດ້ພັດແຮງຂຶ້ນເລື້ອຍໆ. ດັ່ງນັ້ນ ພວກເຂົາຈຶ່ງໄດ້ຖາມໂຢນາວ່າ, “ພວກເຮົາຄວນເຮັດກັບເຈົ້າແນວໃດ ທະເລຈຶ່ງຈະສະຫງົບລົງ?”12ໂຢນາໄດ້ຕອບວ່າ, “ອູ້ມຂ້ອຍແລ້ວຖິ້ມລົງໃນທະເລ ແລະ ທະເລກໍຈະສະຫງົບລົງ. ຂ້ອຍຮູ້ວ່າທີ່ມັນເກີດພະຍຸໃຫຍ່ຄັ້ງນີ້ກັບພວກເຈົ້າກໍເພາະຂ້ອຍຜິດເອງ”.13ຄົນເຫລົ່ານັ້ນໄດ້ພັດພະຍາຍາມພາຍເຮືອກັບເຂົ້າຝັ່ງ. ແຕ່ພວກເຂົາບໍ່ສາມາດເຮັດໄດ້, ເພາະທະເລຍິ່ງພັດແຮງຂຶ້ນກວ່າເກົ່າ.14ດັ່ງນັ້ນ ພວກເຂົາຈຶ່ງຮ້ອງຫາພຣະເຈົ້າຢາເວວ່າ, “ຂ້າແດ່ພຣະເຈົ້າຢາເວ ຂໍໂຜດຢ່າໃຫ້ພວກເຮົາຕ້ອງຕາຍເພາະເອົາຊີວິດຂອງຊາຍຜູ້ນີ້ເລີຍ. ຢ່າໃຫ້ພວກເຮົາຕ້ອງຮັບໂທດທີ່ຂ້າຄົນທີ່ບໍ່ມີຄວາມຜິດເລີຍ, ຂ້າແດ່ພຣະເຈົ້າຢາເວ ເພາະພຣະອົງໄດ້ເຮັດຕາມທີ່ພຣະອົງພໍໃຈ”.15ຫລັງຈາກນັ້ນ ພວກເຂົາກໍໄດ້ຈັບໂຢນາແລ້ວໂຍນລາວລົງຈາກເຮືອ ແລະ ພະຍຸທີ່ພັດແຮງກໍສະຫງົບລົງ.16ຄົນທັງຫລາຍຈຶ່ງຢຳເກງພຣະເຈົ້າຢາເວຫລາຍ ແລະ ພວກເຂົາໄດ້ຖວາຍເຄື່ອງບູຊາແກ່ພຣະເຈົ້າຢາເວ ແລະ ໄດ້ປະຕິຍານຕໍ່ພຣະອົງ.
ການອະທິຖານຂອງໂຢນາ
17ແຕ່ພຣະເຈົ້າຢາເວໄດ້ໃຊ້ປາໃຫຍ່ໂຕໜຶ່ງມາກືນໂຢນາເຂົ້າໄປ ແລະ ໂຢນາໄດ້ຢູ່ໃນທ້ອງປາສາມວັນສາມຄືນ.Biblica, Inc.