ອາໂມດ9
ອິດສະຣາເອນຈະຖືກທຳລາຍ
1ຂ້າພະເຈົ້າເຫັນອົງພຣະຜູ້ເປັນເຈົ້າຢືນຢູ່ຂ້າງແທ່ນບູຊາ ແລະ ພຣະອົງໄດ້ກ່າວວ່າ:“ຈົ່ງຟາດຍອດເສົາທັງຫລາຍເພື່ອໃຫ້ທໍລະນີປະຕູສັ່ນສະເທືອນ.ໃຫ້ເສົາເຫລົ່ານັ້ນພັງລົງທັບປະຊາຊົນທັງໝົດ;ບັນດາຜູ້ທີ່ເຫລືອ ເຮົາຈະຂ້າດ້ວຍດາບ.ຈະບໍ່ມີຜູ້ໃດໜີພົ້ນໄປໄດ້ແມ່ນແຕ່ຄົນດຽວ,ຈະບໍ່ມີຜູ້ໃດໜີໄປໄດ້ເລີຍ.2ເຖິງແມ່ນວ່າພວກເຂົາຈະຂຸດເລິກລົງໄປເຖິງກົ້ນຂຸມຝັງສົບກໍຕາມມືຂອງເຮົາກໍຈະເອົາພວກເຂົາຂຶ້ນມາຈາກທີ່ນັ້ນ.ເຖິງແມ່ນວ່າພວກເຂົາປີນຂຶ້ນເຖິງຟ້າສະຫວັນເບື້ອງເທິງກໍຕາມ,ເຮົາກໍຈະນຳພວກເຂົາລົງມາຈາກທີ່ນັ້ນ.3ເຖິງແມ່ນວ່າພວກເຂົາເຊື່ອງຕົນເອງຢູ່ເທິງຍອດພູເຂົາກາເມນກໍຕາມ,ເຮົາກໍຈະຕາມລ່າພວກເຂົາລົງມາຈາກທີ່ນັ້ນ ແລະ ຈັບພວກເຂົາ.ເຖິງແມ່ນວ່າພວກເຂົາໜີໄປລີ້ຈາກສາຍຕາຂອງເຮົາຢູ່ທີ່ກົ້ນທະເລກໍຕາມ,ເຮົາກໍຈະສັ່ງງູພິດໃຫ້ກັດພວກເຂົາຢູ່ທີ່ນັ້ນ.4ເຖິງແມ່ນວ່າພວກເຂົາຖືກສັດຕູກວາດຕ້ອນໄປເປັນຊະເລີຍກໍຕາມເຮົາກໍຈະສັ່ງໃຫ້ດາບຂ້າພວກເຂົາຢູ່ທີ່ນັ້ນ.“ເຮົາຈະຈັບຕາເບິ່ງພວກເຂົາເພື່ອເຮັດອັນຕະລາຍ ແລະ ບໍ່ແມ່ນດ້ວຍຫວັງດີ”.5ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ພຣະອົງຜູ້ແຕະໂລກແລ້ວ ມັນກໍລະລາຍ,ແລະ ທຸກຄົນທີ່ອາໄສຢູ່ໃນໂລກກໍໄວ້ທຸກ;ທົ່ວທັງດິນແດນກໍນອງຂຶ້ນເໝືອນແມ່ນ້ຳນິນແລ້ວກໍຈົມລົງເໝືອນແມ່ນ້ຳເອຢິບ.6ພຣະອົງຜູ້ສ້າງບ່ອນຢູ່ອັນສູງສົ່ງ ໄວ້ໃນຟ້າສະຫວັນແລະ ວາງຖານຮາກ ຂອງມັນໄວ້ທີ່ແຜ່ນດິນໂລກ;ພຣະອົງຜູ້ເອີ້ນນ້ຳທະເລຂຶ້ນມາແລະ ເທມັນລົງເທິງໜ້າແຜ່ນດິນໂລກນາມຂອງພຣະອົງຄືພຣະເຈົ້າຢາເວ.7“ຊາວອິດສະຣາເອນ ສຳລັບເຮົາແລ້ວພວກເຈົ້າກໍບໍ່ໄດ້ແຕກຕ່າງຫຍັງຈາກຊາວກູເຊ ບໍ່ແມ່ນບໍ?”ພຣະເຈົ້າຢາເວປະກາດດັ່ງນັ້ນ.“ເຮົາບໍ່ໄດ້ນຳອິດສະຣາເອນອອກມາຈາກເອຢິບ,ນຳຊາວຟີລິດສະຕິນອອກມາຈາກຄັບໂທ ແລະ ນຳຊາວອາຣາມອອກມາຈາກກີຣະບໍ?”8“ແນ່ນອນ ພຣະເຈົ້າຢາເວອົງເຈົ້ານາຍຈັບຕາເບິ່ງອານາຈັກທີ່ເຕັມໄປດ້ວຍບາບ.ເຮົາຈະທຳລາຍມັນຈາກໜ້າແຜ່ນດິນໂລກ.ເຖິງປານນັ້ນເຮົາກໍຈະບໍ່ທຳລາຍເຊື້ອສາຍຂອງຢາໂຄບລົງຢ່າງເດັດຂາດ”,ພຣະເຈົ້າຢາເວປະກາດດັ່ງນັ້ນ.9“ເພາະເຮົາຈະອອກຄຳສັ່ງແລະ ເຮົາຈະສັ່ນປະຊາຊົນອິດສະຣາເອນທ່າມກາງທຸກປະຊາຊາດເໝືອນຝັດຮ່ອນເຂົ້າຢູ່ໃນກະດົ້ງ,ແຕ່ຈະບໍ່ມີແມ່ນແຕ່ເມັດດຽວຕົກເຖິງພື້ນ10ຄົນບາບທຸກຄົນທີ່ຢູ່ໃນທ່າມກາງປະຊາຊົນຂອງເຮົາຈະຕາຍດ້ວຍຄົມດາບ,ຄືບັນດາທຸກຄົນທີ່ເວົ້າວ່າ,‘ໄພພິບັດຈະບໍ່ມາຫລິ້ນງານພວກເຮົາ ຫລື ມາເຖິງພວກເຮົາ’.ອິດສະຣາເອນຄືນສູ່ສະພາບດີ
11“ໃນວັນນັ້ນ“ເຮົາຈະສ້າງເຕັນຂອງດາວິດທີ່ລົ້ມລົງຂຶ້ນມາໃໝ່ເຮົາຈະສ້ອມແປງກຳແພງບ່ອນທີ່ຫັກພັງແລະ ຟື້ນຟູບ່ອນທີ່ຫັກພັງແລະ ສ້າງມັນຂຶ້ນມາໃຫ້ດີເໝືອນເດີມ,12ເພື່ອພວກເຂົາຈະຄອບຄອງຄົນພຽງຢິບມືດຽວທີ່ເຫລືອຢູ່ຂອງເອໂດມແລະ ຄອບຄອງປະຊາຊາດທັງໝົດທີ່ໄດ້ຊື່ຕາມນາມຂອງເຮົາ ”,ພຣະເຈົ້າຢາເວຜູ້ຈະກະທຳສິ່ງເຫລົ່ານີ້ ປະກາດດັ່ງນັ້ນ.13ພຣະເຈົ້າຢາເວປະກາດດັ່ງນີ້ວ່າ:“ວັນເວລາຈະມາເຖິງເມື່ອຄົນທີ່ໄຖຈະຕາມທັນຄົນທີ່ກ່ຽວແລະ ຄົນຢຽບໝາກອະງຸ່ນຈະຕາມທັນຄົນທີ່ປູກ.ຈະມີເຫລົ້າອະງຸ່ນໃໝ່ຢອດຈາກພູເຂົາແລະ ໄຫລຈາກໂນນພູທັງໝົດ.14ເຮົາຈະນຳອິດສະຣາເອນປະຊາຊົນຂອງເຮົາທີ່ຕົກເປັນຊະເລີຍນັ້ນກັບຄືນມາ. “ພວກເຂົາຈະສ້າງເມືອງຕ່າງໆທີ່ຫັກພັງຂຶ້ນໃໝ່ ແລ້ວເຂົ້າອາໄສຢູ່ໃນເມືອງເຫລົ່ານັ້ນ.ພວກເຂົາຈະເຮັດສວນອະງຸ່ນ ແລະ ດື່ມເຫລົ້າອະງຸ່ນຂອງຕົນ;ພວກເຂົາຈະເຮັດສວນ ແລະ ກິນຜົນຜະລິດຂອງຕົນ.15ເຮົາຈະປູກອິດສະຣາເອນໄວ້ໃນດິນແດນຂອງພວກເຂົາເອງ,ພວກເຂົາຈະບໍ່ຖືກຖອນຮາກອອກຈາກດິນແດນທີ່ເຮົາໄດ້ມອບໃຫ້ພວກເຂົາອີກເລີຍ”,ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກ່າວດັ່ງນັ້ນ.Biblica, Inc.