ຈົດບັນຊີ9
ປັດສະຄາ
1ພຣະເຈົ້າຢາເວກ່າວແກ່ໂມເຊທີ່ຖິ່ນແຫ້ງແລ້ງຊີນາຍໃນເດືອນທີໜຶ່ງຂອງປີທີສອງຫລັງຈາກພວກເຂົາອອກມາຈາກເອຢິບແລ້ວ. ພຣະອົງກ່າວວ່າ,2“ຈົ່ງໃຫ້ຄົນອິດສະຣາເອນສະຫລອງປັດສະຄາຕາມເວລາທີ່ກຳນົດໄວ້.3ຈົ່ງສະຫລອງປັດສະຄານັ້ນຕາມເວລາທີ່ກຳນົດຄື: ເລີ່ມຕັ້ງແຕ່ຫົວຄ່ຳຂອງວັນທີສິບສີ່ຂອງເດືອນນີ້, ຕາມກົດລະບຽບ ແລະ ລະບຽບການທັງໝົດຂອງປັດສະຄາ”.4ດັ່ງນັ້ນໂມເຊຈຶ່ງບອກໃຫ້ຄົນອິດສະຣາເອນສະຫລອງປັດສະຄາ,5ແລະ ພວກເຂົາກໍໄດ້ສະຫລອງປັດສະຄາທີ່ຖິ່ນແຫ້ງແລ້ງຊີນາຍຕັ້ງແຕ່ຫົວຄ່ຳຂອງວັນທີສິບສີ່ຂອງເດືອນທີໜຶ່ງ. ຄົນອິດສະຣາເອນກໍເຮັດທຸກຢ່າງຕາມທີ່ພຣະເຈົ້າຢາເວສັ່ງໂມເຊໄວ້.6ແຕ່ມີບາງຄົນບໍ່ສາມາດສະຫລອງປັດສະຄາໃນວັນນັ້ນໄດ້ເພາະພວກເຂົາເປັນມົນທິນຕາມພິທີກຳໃນເລື່ອງຊາກສົບຂອງຄົນຕາຍ. ດັ່ງນັ້ນພວກເຂົາຈຶ່ງມາຫາໂມເຊກັບອາໂຣນໃນວັນດຽວກັນນັ້ນ7ແລະ ເວົ້າຕໍ່ໂມເຊວ່າ, “ພວກເຮົາເປັນມົນທິນເນື່ອງຈາກຊາກສົບຂອງຄົນຕາຍ, ແຕ່ເປັນຫຍັງຈຶ່ງຖືກຍົກເວັ້ນຈາກການຖວາຍເຄື່ອງບູຊາແກ່ພຣະເຈົ້າຢາເວຮ່ວມກັບພີ່ນ້ອງອິດສະຣາເອນຄົນອື່ນໆຕາມເວລາທີ່ກຳນົດ?”8ໂມເຊຕອບພວກເຂົາວ່າ, “ຈົ່ງລໍຖ້າຈົນກວ່າເຮົາໄດ້ຮັບຄຳສັ່ງຂອງພຣະເຈົ້າກ່ຽວກັບພວກເຈົ້າກ່ອນ”.9ແລ້ວພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ,10“ຈົ່ງບອກຄົນອິດສະຣາເອນວ່າ: ‘ເມື່ອຜູ້ໃດໃນພວກເຈົ້າ ຫລື ເຊື້ອສາຍຂອງພວກເຈົ້າເປັນມົນທິນເພາະຊາກສົບຂອງຄົນຕາຍ ຫລື ຢູ່ລະຫວ່າງການເດີນທາງນັ້ນ, ພວກເຂົາກໍຍັງສະຫລອງປັດສະຄາຂອງພຣະເຈົ້າຢາເວໄດ້ເໝືອນກັນ,11ແຕ່ພວກເຂົາຈະຕ້ອງສະຫລອງປັດສະຄາໃນວັນທີສິບສີ່ຂອງເດືອນທີສອງໃນເວລາຫົວຄ່ຳ. ພວກເຂົາຕ້ອງກິນລູກແກະ, ພ້ອມກັບເຂົ້າຈີ່ບໍ່ມີເຊື້ອແປ້ງ ແລະ ຜັກຂົມ.12ພວກເຂົາຕ້ອງບໍ່ປະສິ່ງໃດໃຫ້ເຫລືອຄ້າງໄວ້ຈົນເຖິງຕອນເຊົ້າ ຫລື ບໍ່ຫັກກະດູກແກະແມ່ນແຕ່ຊີກດຽວ. ເມື່ອພວກເຂົາສະຫລອງປັດສະຄາ, ພວກເຂົາຕ້ອງປະຕິບັດຕາມລະບຽບການທັງໝົດ.13ແຕ່ຖ້າຜູ້ໃດບໍ່ເປັນມົນທິນຕາມພິທີກຳ ແລະ ບໍ່ໄດ້ຢູ່ລະຫວ່າງການເດີນທາງ ແຕ່ບໍ່ໄດ້ສະຫລອງປັດສະຄາ, ພວກເຂົາຈະຕ້ອງຖືກຕັດອອກຈາກກຸ່ມປະຊາຊົນຂອງພວກເຂົາເພາະບໍ່ໄດ້ຖວາຍເຄື່ອງຖວາຍບູຊາແກ່ພຣະເຈົ້າຢາເວຕາມເວລາທີ່ໄດ້ກຳນົດໄວ້. ພວກເຂົາຈະຕ້ອງຮັບຜິດຊອບຜົນຕາມມາຈາກບາບຂອງພວກເຂົາ.14“ ‘ຄົນຕ່າງດ້າວທີ່ອາໄສຢູ່ໃນທ່າມກາງພວກເຈົ້າກໍຮ່ວມສະຫລອງປັດສະຄາຂອງພຣະເຈົ້າຢາເວໄດ້ເໝືອນກັນຕາມກົດລະບຽບ ແລະ ລະບຽບການຕ່າງໆຂອງປັດສະຄານັ້ນ. ພວກເຈົ້າຕ້ອງປະຕິບັດລະບຽບການດຽວກັນບໍ່ວ່າຊາວຕ່າງດ້າວ ແລະ ຄົນອິດສະຣາເອນໂດຍກຳເນີດ’ ”.ເມກທີ່ຢູ່ເໜືອຫໍເຕັນ
15ໃນມື້ທີ່ຫໍເຕັນ, ຫໍເຕັນຂອງກົດບັນຍັດແຫ່ງພັນທະສັນຍາຖືກຕັ້ງຂຶ້ນນັ້ນ, ເມກກໍມາປົກຄຸມເໜືອຫໍເຕັນ. ຕັ້ງແຕ່ໃກ້ຄ່ຳຈົນເຖິງມື້ເຊົ້າທີ່ເມກປົກຄຸມຢູ່ເໜືອຫໍເຕັນເບິ່ງແລ້ວເໝືອນໄຟ.16ຈະສືບຕໍ່ເປັນຢ່າງນີ້ຕະຫລອດໄປຄືເມກຈະປົກຄຸມຫໍເຕັນໃນເວລາກາງເວັນ ແລະ ໃນເວລາກາງຄືນເມກນັ້ນກໍເປັນເໝືອນດັ່ງໄຟ.17ເມື່ອໃດທີ່ເມກເລື່ອນຂຶ້ນເໜືອເຕັນ, ຄົນອິດສະຣາເອນກໍອອກເດີນທາງ; ບ່ອນໃດທີ່ເມກຢຸດຢູ່, ຄົນອິດສະຣາເອນກໍໄດ້ຕັ້ງຄ້າຍພັກບ່ອນນັ້ນ.18ຄົນອິດສະຣາເອນອອກເດີນທາງ ແລະ ຕັ້ງຄ້າຍພັກຕາມຄຳສັ່ງຂອງພຣະເຈົ້າຢາເວ. ຍາມໃດທີ່ເມກຍັງປົກຄຸມຢູ່ເໜືອຫໍເຕັນຢູ່ນັ້ນ, ພວກເຂົາກໍຍັງຢູ່ໃນຄ້າຍພັກ.19ເມື່ອເມກຍັງຢູ່ເໜືອຫໍເຕັນເປັນເວລາດົນນານ, ຄົນອິດສະຣາເອນກໍເຊື່ອຟັງຄຳສັ່ງຂອງອົງພຣະຜູ້ເປັນເຈົ້າ ແລະ ບໍ່ໄດ້ອອກເດີນທາງ.20ບາງຄັ້ງເມກກໍຢູ່ເໜືອຫໍເຕັນພຽງແຕ່ສອງສາມວັນ, ຕາມຄຳສັ່ງຂອງພຣະເຈົ້າຢາເວພວກເຂົາກໍຈະຕັ້ງຄ້າຍພັກຢູ່ ແລະ ຫລັງຈາກນັ້ນພວກເຂົາກໍຈະອອກເດີນທາງຕາມຄຳສັ່ງຂອງພຣະອົງ.21ບາງຄັ້ງເມກກໍຢູ່ພຽງແຕ່ເວລາໃກ້ຄ່ຳເຖິງມື້ເຊົ້າເທົ່ານັ້ນ ແລະ ເມື່ອເມກເລື່ອນຂຶ້ນໃນຕອນເຊົ້ານັ້ນ, ພວກເຂົາກໍອອກເດີນທາງ. ບໍ່ວ່າກາງເວັນ ຫລື ກາງຄືນ, ເມື່ອໃດທີ່ເມກເລື່ອນຂຶ້ນ, ພວກເຂົາກໍອອກເດີນທາງ.22ບໍ່ວ່າເມກຢູ່ເໜືອຫໍເຕັນສອງວັນ ຫລື ໜຶ່ງເດືອນ ຫລື ໜຶ່ງປີ, ຄົນອິດສະຣາເອນຈະຍັງຢູ່ໃນຄ້າຍພັກ ແລະ ບໍ່ອອກເດີນທາງ; ແຕ່ເມື່ອເມກເລື່ອນຂຶ້ນ, ພວກເຂົາກໍຈະອອກເດີນທາງ.23ພວກເຂົາຕັ້ງຄ້າຍພັກຕາມຄຳສັ່ງຂອງພຣະເຈົ້າຢາເວ ແລະ ອອກເດີນທາງຕາມຄຳສັ່ງຂອງພຣະເຈົ້າຢາເວ. ພວກເຂົາເຊື່ອຟັງລະບຽບຂອງພຣະເຈົ້າຢາເວ, ໂດຍອີງຕາມຄຳສັ່ງຂອງພຣະອົງຜ່ານທາງໂມເຊ.Biblica, Inc.