ຈົດບັນຊີ10
ແກເງິນ
1ພຣະເຈົ້າຢາເວກ່າວແກ່ໂມເຊວ່າ:2“ຈົ່ງເອົາເງິນມາຕີເຮັດແກສອງອັນ, ແລະ ນຳໃຊ້ແກເຫລົ່ານັ້ນເພື່ອເປົ່າເອີ້ນຊຸມຊົນມາເຕົ້າໂຮມກັນ ແລະ ເພື່ອເຄື່ອນຍ້າຍບັນດາຄ້າຍພັກ.3ເມື່ອສຽງແກທັງສອງດັງຂຶ້ນ, ຊຸມຊົນທັງໝົດຈະມາເຕົ້າໂຮມກັນຕໍ່ໜ້າເຈົ້າທີ່ທາງເຂົ້າເຕັນນັດພົບ.4ຖ້າສຽງແກອັນດຽວດັງຂຶ້ນ, ພວກຜູ້ນຳ ແລະ ພວກຫົວໜ້າຕະກຸນຕ່າງໆຂອງອິດສະຣາເອນຈະຕ້ອງມາເຕົ້າໂຮມກັນຕໍ່ໜ້າເຈົ້າ.5ເມື່ອສຽງແກດັງຂຶ້ນເປັນສຽງສັ້ນ, ເຜົ່າຕ່າງໆທີ່ຕັ້ງຄ້າຍພັກຢູ່ດ້ານຕາເວັນອອກຈະຕ້ອງອອກເດີນທາງ.6ເມື່ອສຽງແກດັງຂຶ້ນເປັນສຽງສັ້ນຄັ້ງທີສອງ, ບັນດາຄ້າຍພັກຢູ່ດ້ານໃຕ້ຈະຕ້ອງອອກເດີນທາງ. ສຽງແກນີ້ຈະເປັນສັນຍານສຳລັບການອອກເດີນທາງ.7ເພື່ອເຕົ້າໂຮມຊຸມຊົນ, ຈົ່ງເປົ່າແກທັງສອງເປັນສຽງຍາວ, ແຕ່ບໍ່ແມ່ນດ້ວຍສັນຍານສຳລັບການອອກເດີນທາງ.8“ບັນດາລູກຊາຍຂອງອາໂຣນ, ຜູ້ເປັນປະໂລຫິດຈະຕ້ອງເປັນຜູ້ເປົ່າແກ. ນີ້ເປັນຂໍ້ປະຕິບັດສຳລັບພວກເຈົ້າ ແລະ ສືບໄປທຸກຊົ່ວອາຍຸ.9ເມື່ອພວກເຈົ້າອອກໄປສູ້ຮົບກັບສັດຕູຜູ້ທີ່ກົດຂີ່ຂົ່ມເຫັງພວກເຈົ້າໃນດິນແດນຂອງພວກເຈົ້າ, ຈົ່ງເປົ່າແກທັງສອງຂຶ້ນ. ແລ້ວພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະຈົດຈຳພວກເຈົ້າ ແລະ ຈະກອບກູ້ເອົາພວກເຈົ້າໃຫ້ພົ້ນຈາກບັນດາສັດຕູຂອງພວກເຈົ້າ.10ຈົ່ງເປົ່າແກທັງສອງໃນເວລາທີ່ພວກເຈົ້າມ່ວນຊື່ນໃນເທດສະການຕ່າງໆທີ່ກຳນົດໄວ້ ແລະ ໃນການສະຫລອງເດືອນອອກໃໝ່ນັ້ນ ພວກເຈົ້າຈະຕ້ອງເປົ່າແກຂຶ້ນເໜືອການຖວາຍເຄື່ອງເຜົາບູຊາ ແລະ ການຖວາຍເຄື່ອງຖວາຍເພື່ອຄວາມສາມັກຄີທຳ, ແລະ ສິ່ງເຫລົ່ານີ້ຈະເປັນຄວາມຊົງຈຳສຳລັບພວກເຈົ້າຕໍ່ໜ້າພຣະເຈົ້າຂອງພວກເຈົ້າ. ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ”.ຄົນອິດສະຣາເອນອອກຈາກຊີນາຍ
11ໃນມື້ທີຊາວຂອງເດືອນທີສອງຂອງປີທີສອງ, ເມກໄດ້ເລື່ອນຂຶ້ນເໜືອຫໍເຕັນຂອງກົດບັນຍັດແຫ່ງພັນທະສັນຍາ.12ແລ້ວຄົນອິດສະຣາເອນຈຶ່ງອອກເດີນທາງຈາກທະເລຊາຍຊີນາຍ ແລະ ເດີນຕິດຕາມເມກໄປເລື້ອຍໆຈົນກວ່າເມກນັ້ນມາຢຸດຢູ່ທີ່ທະເລຊາຍປາຣານ.13ພວກເຂົາອອກເດີນທາງເປັນຄັ້ງທຳອິດ, ຕາມຄຳສັ່ງຂອງພຣະເຈົ້າຢາເວຜ່ານໂມເຊ.14ກອງຂອງຄ້າຍພັກຂອງຢູດາອອກເດີນທາງໄປກ່ອນພາຍໃຕ້ທຸງປະຈຳກອງຂອງພວກເຂົາ. ໂດຍມີນາໂຊນລູກຊາຍຂອງອຳມີນາດາບເປັນຜູ້ບັນຊາ.15ເນທາເນນລູກຊາຍຊູອາເປັນຜູ້ບັນຊາກອງຂອງເຜົ່າອິດຊາຄາ,16ແລະ ເອລີອາບລູກຊາຍຂອງເຮໂລນເປັນຜູ້ບັນຊາກອງຂອງເຜົ່າເຊບູໂລນ.17ແລ້ວຫໍເຕັນກໍຖືກມ້າງລົງ, ແລະ ຊາວເກໂຊນ ແລະ ຊາວເມຣາຣີເປັນຜູ້ຂົນຍ້າຍກໍອອກເດີນທາງຕໍ່ໄປ.18ຈາກນັ້ນແມ່ນກອງຄ້າຍພັກຂອງຣູເບັນເຄື່ອນຂະບວນອອກໄປ, ພາຍໃຕ້ທຸງປະຈຳກອງຂອງພວກເຂົາ. ໂດຍມີເອລີຊູລູກຊາຍຂອງເຊເດອູເຣເປັນຜູ້ບັນຊາ.19ເຊລູມີເອນລູກຊາຍຂອງຊູຣິດຊັດດາຍເປັນຜູ້ບັນຊາກອງຂອງເຜົ່າຊີເມໂອນ,20ແລະ ເອລີອາສັບລູກຊາຍຂອງດູເອນເປັນຜູ້ບັນຊາກອງຂອງເຜົ່າກາດ.21ແລ້ວຄົນໂກຮາດ ເຊິ່ງເປັນຜູ້ຂົນຍ້າຍສິ່ງບໍລິສຸດກໍອອກເດີນທາງ. ຫໍເຕັນຈະຕ້ອງຖືກຕັ້ງຂຶ້ນກ່ອນທີ່ພວກເຂົາໄປເຖິງ.22ຕໍ່ໄປກໍແມ່ນກອງຄ້າຍພັກຂອງເອຟຣາອິມອອກເດີນທາງ, ພາຍໃຕ້ທຸງປະຈຳກອງຂອງພວກເຂົາ. ໂດຍມີເອລີຊາມາລູກຊາຍຂອງອາມມີຮຸດເປັນຜູ້ບັນຊາ.23ກາມາລີເອນລູກຊາຍເປດາຊູເປັນຜູ້ບັນຊາກອງຂອງເຜົ່າມານາເຊ,24ແລະ ອາບີດານລູກຊາຍຂອງກີເດໂອນີເປັນຜູ້ບັນຊາກອງຂອງເຜົ່າເບັນຢາມິນ.25ຂະບວນສຸດທ້າຍໃນຖານະເປັນໜ່ວຍປ້ອງກັນດ້ານຫລັງ, ເຄື່ອນຂະບວນໂດຍກອງຄ້າຍພັກຂອງດານພາຍໃຕ້ທຸງປະຈຳກອງຂອງພວກເຂົາ. ໂດຍມີອາຮີເອເຊລູກຊາຍຂອງອຳມີຊັດດາຍເປັນຜູ້ບັນຊາ.26ປາກີເອນລູກຊາຍຂອງອົກກະຣັນເປັນຜູ້ບັນຊາກອງຂອງເຜົ່າອາເຊ,27ແລະ ອາຮີຣາລູກຊາຍຂອງເອນານເປັນຜູ້ບັນຊາກອງຂອງເຜົ່າເນັບທາລີ.28ນີ້ແມ່ນລຳດັບຂອງຂະບວນການເດີນທາງຂອງຄົນອິດສະຣາເອນ.29ບັດນີ້ໂມເຊກ່າວກັບໂຮບັບລູກຊາຍຂອງເຣອູເອນຊາວມີດີອານ, ຜູ້ເປັນພໍ່ເຖົ້າຂອງຕົນວ່າ, “ພວກເຮົາກຳລັງອອກເດີນທາງໄປຍັງດິນແດນທີ່ພຣະເຈົ້າຢາເວກ່າວໄວ້ວ່າ, ‘ເຮົາຈະມອບດິນແດນນີ້ໃຫ້ແກ່ພວກເຈົ້າ’. ເຊີນມາຮ່ວມເດີນທາງກັບເຮົາ ແລ້ວພວກເຮົາຈະປະຕິບັດຕໍ່ທ່ານເປັນຢ່າງດີ, ເພາະພຣະເຈົ້າຢາເວໄດ້ສັນຍາຈະມອບສິ່ງທີ່ດີໆແກ່ອິດສະຣາເອນ”.30ໂຣບັບຕອບວ່າ, “ບໍ່, ຂ້າພະເຈົ້າຈະບໍ່ໄປດອກ; ຂ້າພະເຈົ້າຈະກັບຄືນໄປຍັງດິນແດນ ແລະ ຍາດພີ່ນ້ອງຂອງຂ້າພະເຈົ້າ”.31ແຕ່ໂມເຊກ່າວວ່າ, “ຢ່າຈາກພວກເຮົາໄປເລີຍ. ທ່ານຮູ້ບ່ອນທີ່ພວກເຮົາຄວນຈະຕັ້ງຄ້າຍພັກໃນຖິ່ນແຫ້ງແລ້ງກັນດານ ແລະ ທ່ານຈະໄດ້ຊ່ວຍເປັນຫູເປັນຕາໃຫ້ພວກເຮົາດ້ວຍ.32ຖ້າທ່ານໄປກັບພວກເຮົາ, ພວກເຮົາກໍຈະແບ່ງປັນສິ່ງດີໆທີ່ພຣະເຈົ້າຢາເວປະທານແກ່ພວກເຮົາໃຫ້ທ່ານ”.33ດັ່ງນັ້ນ ພວກເຂົາຈຶ່ງອອກເດີນທາງຈາກພູເຂົາຂອງພຣະເຈົ້າຢາເວ ແລະ ເດີນທາງເປັນເວລາສາມວັນ. ໃນລະຫວ່າງນັ້ນມີຫີບພັນທະສັນຍາຂອງພຣະເຈົ້າຢາເວນຳໜ້າເພື່ອຊອກຫາບ່ອນພັກເຊົາໃຫ້ແກ່ພວກເຂົາ.34ເມື່ອພວກເຂົາອອກເດີນທາງຈາກຄ້າຍພັກໄປນັ້ນ ເມກຂອງພຣະເຈົ້າຢາເວກໍຢູ່ເໜືອພວກເຂົາໃນເວລາກາງເວັນ.35ເມື່ອໃດທີ່ຫີບພັນທະສັນຍາອອກນຳໜ້າໄປ, ໂມເຊກ່າວວ່າ,“ຂ້າແດ່ພຣະເຈົ້າຢາເວ, ຂໍລຸກຂຶ້ນ!ຂໍໃຫ້ສັດຕູທັງຫລາຍຂອງພຣະອົງກະຈັດກະຈາຍໄປ;ຂໍໃຫ້ບັນດາສັດຕູຂອງພຣະອົງຜ່າຍໜີໄປຕໍ່ໜ້າພຣະອົງ”.36ເມື່ອໃດມາເຖິງບ່ອນພັກຜ່ອນ, ເພິ່ນກໍກ່າວວ່າ,“ຂ້າແດ່ພຣະເຈົ້າຢາເວ, ຂໍພຣະອົງກັບມາ,ສູ່ຊາວອິດສະຣາເອນນັບເປັນແສນເປັນລ້ານນີ້ດ້ວຍ”.Biblica, Inc.