ຈົດບັນຊີ8
ການຕັ້ງຕະກຽງ
1ພຣະເຈົ້າຢາເວກ່າວແກ່ໂມເຊວ່າ,2“ຈົ່ງແຈ້ງອາໂຣນ ແລະ ບອກລາວວ່າ, ‘ເມື່ອເຈົ້າຈູດຕະກຽງນັ້ນ, ຈົ່ງເບິ່ງວ່າຕະກຽງທັງເຈັດໜ່ວຍນັ້ນຕ້ອງໃຫ້ແສງສະຫວ່າງຮຸ່ງຢູ່ບໍລິເວນດ້ານໜ້າຂອງຫລັກຕະກຽງ’ ”.3ອາໂຣນກໍປະຕິບັດຕາມນັ້ນ; ລາວຕັ້ງເພື່ອວ່າຕະກຽງປິ່ນໜ້າໃສ່ຫລັກຕະກຽງ, ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ.4ວິທີເຮັດຫລັກຮອງຕະກຽງຄື: ເຮັດດ້ວຍຄຳທີ່ຕີເປັນລວດລາຍຈາກພື້ນຈົນເຖິງຍອດຂອງຫລັກ. ຫລັກຮອງຕະກຽງໄດ້ເຮັດຂຶ້ນຢ່າງຖືກຕ້ອງກັບແບບທີ່ພຣະເຈົ້າຢາເວໄດ້ສຳແດງແກ່ໂມເຊ.ການແຍກຄົນເລວີອອກໄວ້ສະເພາະ
5ພຣະເຈົ້າຢາເວກ່າວແກ່ໂມເຊວ່າ:6“ຈົ່ງແຍກເອົາຄົນເລວີອອກຈາກຄົນອິດສະຣາເອນທັງໝົດ ແລະ ເຮັດໃຫ້ພວກເຂົາບໍ່ມີມົນທິນຕາມພິທີກຳ.7ຈົ່ງຊຳລະພວກເຂົາດ້ວຍວິທີນີ້ຄື: ຊິດນ້ຳແຫ່ງການຊຳລະໃສ່ພວກເຂົາ; ແລ້ວໃຫ້ພວກເຂົາແຖຂົນໝົດທົ່ວຮ່າງກາຍ ແລະ ໃຫ້ພວກເຂົາຊັກເສື້ອຜ້າຂອງຕົນ. ແລະ ແລ້ວພວກເຂົາຈະຊຳລະພວກເຂົາເອງໃຫ້ບໍລິສຸດ.8ໃຫ້ພວກເຂົານຳເອົາງົວໜຸ່ມໂຕໜຶ່ງພ້ອມດ້ວຍເຄື່ອງຖວາຍພືດພັນເປັນເມັດຄືແປ້ງລະອຽດປະສົມນ້ຳມັນໝາກກອກ; ແລ້ວໃຫ້ເຈົ້ານຳເອົາງົວໜຸ່ມໂຕທີສອງມາເພື່ອເປັນເຄື່ອງຖວາຍໄຖ່ບາບ .9ຈົ່ງນຳເອົາຄົນເລວີມາຕໍ່ໜ້າເຕັນນັດພົບ ແລະ ໃຫ້ເຕົ້າໂຮມຊຸມຊົນຄົນອິດສະຣາເອນທັງໝົດ.10ເຈົ້າຈົ່ງນຳເອົາຄົນເລວີມາຕໍ່ໜ້າພຣະເຈົ້າຢາເວ, ແລະ ໃຫ້ຄົນອິດສະຣາເອນວາງມືຂອງຕົນໃສ່ພວກເຂົາ.11ອາໂຣນຈະຕ້ອງຖວາຍຄົນເລວີຕໍ່ໜ້າພຣະເຈົ້າຢາເວເປັນເຄື່ອງບູຊາແກວ່ງໄປມາຖວາຍຈາກຄົນອິດສະຣາເອນ, ເພື່ອວ່າພວກເຂົາຈະຕຽມພ້ອມເຮັດວຽກງານຂອງພຣະເຈົ້າຢາເວ.12“ແລ້ວຄົນເລວີຈະວາງມືຂອງພວກເຂົາໃສ່ຫົວງົວຜູ້ທັງສອງໂຕ, ໂຕໜຶ່ງຖວາຍແກ່ພຣະເຈົ້າຢາເວເພື່ອເປັນເຄື່ອງຖວາຍໄຖ່ບາບ ແລະ ອີກໂຕໜຶ່ງເປັນເຄື່ອງເຜົາບູຊາເພື່ອລຶບລ້າງບາບໃຫ້ຄົນເລວີ.13ໃຫ້ຄົນເລວີມາຢືນຢູ່ຕໍ່ໜ້າອາໂຣນ ແລະ ບັນດາລູກຊາຍຂອງລາວ ແລ້ວຖວາຍພວກເຂົາເປັນເຄື່ອງບູຊາແກວ່ງໄປມາຖວາຍແກ່ພຣະເຈົ້າຢາເວ.14ດ້ວຍວິທີນີ້ ເຈົ້າໄດ້ແຍກຄົນເລວີອອກຈາກຄົນອິດສະຣາເອນຄົນອື່ນໆ, ແລະ ຄົນເລວີກໍຈະເປັນຂອງເຮົາ.15“ຫລັງຈາກເຈົ້າໄດ້ຊຳລະຄົນເລວີ ແລະ ຖວາຍພວກເຂົາເປັນເຄື່ອງບູຊາແກວ່ງໄປມາຖວາຍແລ້ວ, ພວກເຂົາຈຶ່ງມາປະຕິບັດວຽກງານຂອງພວກເຂົາທີ່ເຕັນນັດພົບ.16ພວກເຂົາຄືຄົນອິດສະຣາເອນທີ່ຈະຕ້ອງມອບໃຫ້ເປັນຂອງເຮົາຢ່າງຂາດຕົວ. ເຮົາຮັບເອົາພວກເຂົາເປັນຕົວແທນລູກຊາຍກົກ, ເຊື້ອສາຍຜູ້ຊາຍຄົນທຳອິດຈາກແມ່ຍິງຄົນອິດສະຣາເອນທຸກຄົນ.17ລູກກົກທີ່ເປັນເພດຊາຍທຸກຄົນໃນອິດສະຣາເອນ, ບໍ່ວ່າຄົນ ຫລື ສັດເປັນຂອງເຮົາ. ເມື່ອເຮົາຂ້າລູກກົກທຸກຄົນໃນເອຢິບນັ້ນ, ເຮົາໄດ້ແຍກພວກເຂົາໄວ້ເປັນຂອງເຮົາ.18ແລະ ເຮົາຮັບຄົນເລວີແທນລູກຊາຍກົກທັງໝົດໃນອິດສະຣາເອນ.19ຈາກບັນດາຄົນອິດສະຣາເອນທັງໝົດ, ເຮົາໄດ້ມອບຄົນເລວີເປັນເໝືອນຂອງຂັວນໃຫ້ແກ່ອາໂຣນ ແລະ ລູກຊາຍຂອງລາວ ເພື່ອປະຕິບັດວຽກງານທີ່ເຕັນນັດພົບແທນຄົນອິດສະຣາເອນ ແລະ ເຮັດການລຶບລ້າງບາບໃຫ້ແກ່ພວກເຂົາ ເພື່ອວ່າໄພພິບັດຈະບໍ່ທຳລາຍຄົນອິດສະຣາເອນເມື່ອພວກເຂົາເຂົ້າໄປໃກ້ສະຖານນະມັດສະການ”.20ໂມເຊ, ອາໂຣນ ແລະ ຊຸມຊົນອິດສະຣາເອນທັງໝົດໄດ້ປະຕິບັດຕໍ່ຄົນເລວີຕາມທີ່ພຣະເຈົ້າຢາເວສັ່ງໂມເຊໄວ້.21ຄົນເລວີໄດ້ຊຳລະຕົນເອງ ແລະ ຊັກເສື້ອຜ້າຂອງພວກເຂົາ. ແລ້ວອາໂຣນກໍໄດ້ຖວາຍພວກເຂົາເປັນເຄື່ອງບູຊາແກວ່ງໄປມາຖວາຍຕໍ່ໜ້າພຣະເຈົ້າຢາເວ ແລະ ເຮັດພິທີລຶບລ້າງບາບໃຫ້ພວກເຂົາເພື່ອຊຳລະພວກເຂົາໃຫ້ບໍລິສຸດ.22ຫລັງຈາກນັ້ນ, ຄົນເລວີຈຶ່ງມາປະຕິບັດວຽກງານທີ່ເຕັນນັດພົບພາຍໃຕ້ການດູແລຂອງອາໂຣນ ແລະ ບັນດາລູກຊາຍຂອງລາວ. ພວກເຂົາໄດ້ປະຕິບັດຕໍ່ຄົນເລວີຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ.23ພຣະເຈົ້າຢາເວກ່າວແກ່ໂມເຊວ່າ,24“ນີ້ແມ່ນສິ່ງທີ່ຄົນເລວີຈະຕ້ອງນຳໄປປະຕິບັດຄື: ຜູ້ຊາຍຄົນເລວີທີ່ມີອາຍຸແຕ່ຊາວຫ້າປີ ຫລືຫລາຍກວ່ານັ້ນຈະຕ້ອງເຂົ້າມາມີສ່ວນໃນວຽກງານທີ່ເຕັນນັດພົບ,25ແຕ່ເມື່ອອາຍຸຄົບຫ້າສິບປີແລ້ວ, ພວກເຂົາຕ້ອງຢຸດພັກຈາກການປະຕິບັດວຽກງານປົກກະຕິຂອງພວກເຂົາ ແລະ ບໍ່ຕ້ອງເຮັດວຽກນັ້ນອີກ.26ພວກເຂົາອາດຈະຊ່ວຍວຽກພີ່ນ້ອງຂອງພວກເຂົາທີ່ເຕັນນັດພົບ ແຕ່ພວກເຂົາເອງບໍ່ຕ້ອງລົງມືເຮັດ. ນີ້ແມ່ນວິທີທີ່ເຈົ້າຈະແຕ່ງຕັ້ງຄວາມຮັບຜິດຊອບແກ່ຄົນເລວີ”.Biblica, Inc.