ຈົດບັນຊີ3
ຄົນເລວີ
1ຕໍ່ໄປນີ້ເປັນເລື່ອງຂອງຄອບຄົວອາໂຣນ ແລະ ໂມເຊ ເມື່ອເວລາທີ່ພຣະເຈົ້າຢາເວໄດ້ເວົ້າກັບໂມເຊຢູ່ທີ່ພູເຂົາຊີນາຍ.2ບັນດາຊື່ລູກຊາຍຂອງອາໂຣນມີຄື: ນາດາບ ເຊິ່ງເປັນລູກຊາຍກົກ ແລະ ອາບີຮູ, ເອເລອາຊາ ແລະ ອີທາມາ.3ຄົນເຫລົ່ານີ້ເປັນລູກຊາຍຂອງອາໂຣນ, ຜູ້ທີ່ໄດ້ຮັບການເຈີມໃຫ້ເປັນປະໂລຫິດ, ຜູ້ທີ່ໄດ້ຖືກສະຖາປະນາເພື່ອໃຫ້ຮັບໃຊ້ໃນຖານະປະໂລຫິດ.4ແຕ່ນາດາບ ແລະ ອາບີຮູໄດ້ຕາຍໄປຕໍ່ໜ້າພຣະເຈົ້າຢາເວ ເມື່ອພວກເຂົາໄດ້ເຮັດການຖວາຍບູຊາ ໂດຍຈຸດໄຟທີ່ບໍ່ໄດ້ຮັບອະນຸຍາດຂຶ້ນຕໍ່ໜ້າພຣະອົງໃນຖິ່ນແຫ້ງແລ້ງກັນດານຊີນາຍ. ພວກເຂົາບໍ່ມີລູກ, ດັ່ງນັ້ນ ເອເລອາຊາ ແລະ ອີທາມາຈຶ່ງໄດ້ຮັບໃຊ້ໃນຖານະປະໂລຫິດ ໃນຊ່ວງຊີວິດຂອງອາໂຣນຜູ້ເປັນພໍ່ຂອງພວກເຂົາ.5ພຣະເຈົ້າຢາເວໄດ້ເວົ້າກັບໂມເຊວ່າ,6“ຈົ່ງນຳຄົນເຜົ່າເລວີມາ ແລະ ມອບພວກເຂົາໃຫ້ປະໂລຫິດອາໂຣນເພື່ອເປັນຊ່ວຍລາວ.7ພວກເຂົາຈະປະຕິບັດໜ້າທີ່ຢູ່ໃນເຕັນນັດພົບແທນອາໂຣນ ແລະ ແທນຊຸມຊົນຄົນອິດສະຣາເອນທັງໝົດ ໂດຍຮັບຜິດຊອບງານກ່ຽວກັບຫໍເຕັນ.8ພວກເຂົາຈະຕ້ອງເບິ່ງແຍງສ່ວນປະກອບທັງໝົດຂອງເຕັນນັດພົບ, ເຮັດໜ້າທີ່ເພື່ອຄົນອິດສະຣາເອນ ໂດຍຮັບຜິດຊອບງານກ່ຽວກັບຫໍເຕັນ.9ຈົ່ງມອບຄົນເລວີໃຫ້ແກ່ອາໂຣນ ແລະ ບັນດາລູກຊາຍຂອງລາວ; ພວກເຂົາເປັນຄົນອິດສະຣາເອນທີ່ຄອຍຖ້າຊ່ວຍງານລາວ ຢ່າງເຕັມທີ່.10ຈົ່ງແຕ່ງຕັ້ງອາໂຣນ ແລະ ລູກຊາຍຂອງລາວ ໃຫ້ຮັບໃຊ້ໃນຖານະປະໂລຫິດ; ຜູ້ໃດກໍຕາມທີ່ເຂົ້າມາໃກ້ສະຖານນະມັດສະການຈະຕ້ອງຕາຍ”.11ພຣະເຈົ້າຢາເວໄດ້ເວົ້າກັບໂມເຊເໝືອນກັນວ່າ,12“ເຮົາໄດ້ເລືອກຄົນເລວີຈາກທ່າມກາງຄົນອິດສະຣາເອນ ໃຫ້ເປັນຕົວແທນລູກຊາຍກົກຂອງແມ່ຍິງຄົນອິດສະຣາເອນທຸກຄົນ. ຄົນເລວີເປັນຂອງເຮົາ,13ເພາະລູກກົກເປັນຂອງເຮົາ. ເມື່ອເວລາທີ່ເຮົາປະຫານລູກກົກທັງໝົດຂອງຊາວເອຢິບ, ເຮົາໄດ້ແຍກລູກກົກຂອງອິດສະຣາເອນທັງໝົດໄວ້, ບໍ່ວ່າຄົນ ຫລື ສັດ. ພວກເຂົາຕ້ອງເປັນຂອງເຮົາ. ເຮົາຄືພຣະເຈົ້າຢາເວ”.14ພຣະເຈົ້າຢາເວໄດ້ເວົ້າກັບໂມເຊໃນຖິ່ນແຫ້ງແລ້ງກັນດານຊີນາຍວ່າ,15“ຈົ່ງນັບຈຳນວນຄົນເລວີຕາມຄອບຄົວ ແລະ ຕະກຸນຕ່າງໆຂອງພວກເຂົາ. ນັບຜູ້ຊາຍທຸກຄົນອາຍຸໜຶ່ງເດືອນ ຫລື ຫລາຍກວ່ານັ້ນ”.16ດັ່ງນັ້ນ ໂມເຊຈຶ່ງໄດ້ນັບພວກເຂົາ, ຕາມຄຳສັ່ງໂດຍຖ້ອຍຄຳຂອງພຣະເຈົ້າຢາເວ.17ຕໍ່ໄປນີ້ແມ່ນລາຍຊື່ຂອງບັນດາລູກຊາຍຂອງເລວີ: ເກໂຊນ, ໂກຮາດ ແລະ ເມຣາຣິ.18ຄົນໃນຕະກຸນເກໂຊນມີຄື: ລິບນີ ແລະ ຊີເມອີ.19ຄົນໃນຕະກຸນໂກຮາດມີຄື: ອຳຣາມ, ອີຊະຮາດ, ເຮັບໂຣນ ແລະ ອຸດຊີເອນ.20ຄົນໃນຕະກຸນເມຣາຣິມີຄື: ມາຮະລີ ແລະ ມູຊີ.ທັງໝົດນີ້ຄືບັນດາຕະກຸນຂອງຄົນເລວີ ຕາມຄອບຄົວຕ່າງໆຂອງພວກເຂົາ.21ຕະກຸນຂອງຊາວລິບນີ ແລະ ຊີເມອີເປັນຂອງເກໂຊນ ແລະ ຕໍ່ໄປນີ້ຄືບັນດາຕະກຸນຂອງເກໂຊນ.22ຜູ້ຊາຍທັງໝົດທີ່ມີອາຍຸໜຶ່ງເດືອນ ຫລື ຫລາຍກວ່ານັ້ນມີ 7.500 ຄົນ.23ຕະກຸນເກໂຊນຈະຕັ້ງຄ້າຍພັກຢູ່ດ້ານທິດຕາເວັນຕົກ ທາງຫລັງຫໍເຕັນ.24ຜູ້ນຳຄອບຄົວຕ່າງໆໃນຕະກຸນເກໂຊນແມ່ນເອລີອາສັບ ລູກຊາຍຂອງລາເອນ.25ຢູ່ທີ່ເຕັນນັດພົບນັ້ນແມ່ນຕະກຸນເກໂຊນເປັນຜູ້ຮັບຜິດຊອບເບິ່ງແຍງຫໍເຕັນ ແລະ ເຕັນ, ເຄື່ອງປົກຄຸມເຕັນ ແລະ ຜ້າກັ້ງທີ່ທາງເຂົ້າເຕັນນັດພົບ,26ຜ້າກັ້ງອ້ອມເດີ່ນຫໍເຕັນ, ຜ້າກັ້ງທາງເຂົ້າເດີ່ນຫໍເຕັນ ແລະ ແທ່ນບູຊາ, ແລະ ເຊືອກທັງໝົດທີ່ໃຊ້ມັດຫໍເຕັນເຂົ້າດ້ວຍກັນ ແລະ ທຸກໆສິ່ງທີ່ກ່ຽວຂ້ອງກັບການໃຊ້ໃນງານນີ້.27ຕະກຸນໂກຮາດມີ: ຊາວອຳຣາມ, ຊາວອີຊະຮາ, ຊາວເຮັບໂຣນ ແລະ ຊາວອຸດຊີເອນ.28ຜູ້ຊາຍທັງໝົດທີ່ອາຍຸໜຶ່ງເດືອນ ຫລື ຫລາຍກວ່ານັ້ນມີຈຳນວນ 8.600 ຄົນ. ຕະກຸນໂກຮາດຮັບຜິດຊອບເບິ່ງແຍງສະຖານນະມັດສະການ.29ຄົນໂກຮາດຈະຕັ້ງຄ້າຍພັກຢູ່ທີ່ດ້ານທິດໃຕ້ຂອງຫໍເຕັນ.30ຜູ້ນຳຄອບຄົວຕ່າງໆຂອງຕະກຸນໂກຮາດແມ່ນເອລີຊາຟັນ ລູກຊາຍຂອງອຸດຊີເອນ.31ພວກເຂົາຮັບຜິດຊອບເບິ່ງແຍງຫີບພັນທະສັນຍາ, ໂຕະ, ຫລັກຕະກຽງ, ແທ່ນບູຊາທັງສອງ ແລະ ເຄື່ອງໃຊ້ຕ່າງໆຂອງສະຖານນະມັດສະການ, ຜ້າກັ້ງ ແລະ ທຸກໆສິ່ງທີ່ກ່ຽວຂ້ອງກັບການໃຊ້ໃນງານນີ້.32ຜູ້ນຳຂອງຄົນເລວີແມ່ນປະໂລຫິດເອເລອາຊາ ລູກຊາຍຂອງອາໂຣນ. ລາວໄດ້ຖືກແຕ່ງຕັ້ງໃຫ້ກຳກັບບັນດາຜູ້ຮັບຜິດຊອບເບິ່ງແຍງສະຖານນະມັດສະການ.33ສຳລັບເມຣາຣີນັ້ນ ເປັນຕະກຸນຂອງຊາວມາຮະລີ ແລະ ຊາວມູຊີ;34ຜູ້ຊາຍທັງໝົດທີ່ມີອາຍຸໜຶ່ງເດືອນ ຫລື ຫລາຍກວ່ານັ້ນມີຈຳນວນ 6.200 ຄົນ.35ຜູ້ນຳຄອບຄົວຕ່າງໆ ໃນຕະກຸນເມຣາຣິແມ່ນຊູຣີເອນ ລູກຊາຍຂອງອາບີໄຮ. ພວກເຂົາໄດ້ຕັ້ງຄ້າຍພັກຢູ່ທາງດ້ານທິດເໜືອຂອງຫໍເຕັນ.36ຊາວເມຣາຣິໄດ້ຖືກແຕ່ງຕັ້ງໃຫ້ເບິ່ງແຍງອຸປະກອນໂຄງຮ່າງຂອງຫໍເຕັນ, ຄານຂວາງ, ເສົາ, ຖານຮອງຮັບ, ອຸປະກອນຕ່າງໆ ແລະ ທຸກໆສິ່ງທີ່ກ່ຽວຂ້ອງເພື່ອໃຊ້ໃນງານນີ້,37ລວມທັງເສົາທີ່ອ້ອມເດີ່ນຫໍເຕັນ ພ້ອມດ້ວຍຖານຮອງຮັບເສົາ, ຫລັກປັກເຕັນ ແລະ ເຊືອກຕ່າງໆ.38ໂມເຊ ແລະ ອາໂຣນກັບບັນດາລູກຊາຍຂອງລາວຈະຕັ້ງຄ້າຍພັກຢູ່ທີ່ດ້ານທິດຕາເວັນອອກຂອງຫໍເຕັນ, ປິ່ນໜ້າໃສ່ທາງຕາເວັນຂຶ້ນ, ຕໍ່ໜ້າເຕັນນັດພົບ. ພວກເຂົາແມ່ນຮັບຜິດຊອບເບິ່ງແຍງສະຖານນະມັດສະການແທນຄົນອິດສະຣາເອນ. ຜູ້ໃດທີ່ເຂົ້າໄປໃກ້ສະຖານນະມັດສະການຈະຕ້ອງຕາຍ.39ຄົນເລວີທີ່ໄດ້ນັບຕາມຄຳສັ່ງຂອງພຣະເຈົ້າຢາເວໂດຍໂມເຊ ແລະ ອາໂຣນ ຕາມເຜົ່າຕ່າງໆຂອງພວກເຂົາ, ເຊິ່ງລວມທັງຜູ້ຊາຍອາຍຸໜຶ່ງເດືອນ ຫລື ຫລາຍກວ່ານັ້ນ ມີຈຳນວນທັງໝົດ 22.000 ຄົນ.40ພຣະເຈົ້າຢາເວໄດ້ກັບໂມເຊວ່າ, “ຈົ່ງນັບລູກຊາຍກົກທັງໝົດຂອງຄົນອິດສະຣາເອນທີ່ມີອາຍຸໜຶ່ງເດືອນ ຫລື ຫລາຍກວ່ານັ້ນ ແລະ ໃຫ້ເຮັດບັນຊີລາຍຊື່ຂອງພວກເຂົາ.41ຈົ່ງແຍກຄົນເລວີໄວ້ສຳລັບເຮົາ ເພື່ອເປັນຕົວແທນລູກຊາຍກົກຂອງຄົນອິດສະຣາເອນ ແລະ ສັດລ້ຽງຂອງຄົນເລວີ ເພື່ອເປັນຕົວແທນຂອງລູກຫົວປີທັງໝົດຂອງສັດລ້ຽງຂອງຄົນອິດສະຣາເອນ. ເຮົາຄືພຣະເຈົ້າຢາເວ”.42ດັ່ງນັ້ນ ໂມເຊຈຶ່ງໄດ້ນັບຈຳນວນລູກກົກທັງໝົດຂອງຄົນອິດສະຣາເອນ, ຕາມທີ່ພຣະເຈົ້າຢາເວໄດ້ສັ່ງເພິ່ນ.43ລູກຊາຍກົກທີ່ມີອາຍຸໜຶ່ງເດືອນ ຫລື ກວ່ານັ້ນ, ຕາມລາຍຊື່ມີຈຳນວນທັງໝົດ 22.273 ຄົນ.44ພຣະເຈົ້າຢາເວໄດ້ເວົ້າກັບໂມເຊເໝືອນກັນວ່າ,45“ຈົ່ງແຍກຄົນເລວີໄວ້ເພື່ອເປັນຕົວແທນຂອງລູກຊາຍກົກທັງໝົດຂອງອິດສະຣາເອນ ແລະ ສັດລ້ຽງທັງຫລາຍຂອງຄົນເລວີເພື່ອເປັນຕົວແທນຂອງສັດລ້ຽງຂອງຄົນອິດສະຣາເອນ. ຄົນເລວີຈະຕ້ອງເປັນຂອງເຮົາ. ເຮົາຄືພຣະເຈົ້າຢາເວ.46ເພື່ອເປັນການໄຖ່ລູກຊາຍກົກຂອງຄົນອິດສະຣາເອນຈຳນວນ 273 ຄົນ ທີ່ເກີນຈຳນວນຂອງຄົນເລວີນັ້ນ,47ຈົ່ງເກັບເງິນຄົນລະຫ້າເຊເຂວ, ຕາມເຊເຂວຂອງສະຖານນະມັດສະການ ເຊິ່ງມີນ້ຳໜັກເທົ່າກັບຊາວເກຣາ.48ຈົ່ງມອບເງິນສຳລັບຄ່າໄຖ່ຂອງຄົນອິດສະຣາເອນທີ່ເກີນຈຳນວນນີ້ ໃຫ້ແກ່ອາໂຣນ ແລະ ລູກຊາຍຂອງລາວ”.49ດັ່ງນັ້ນ ໂມເຊຈຶ່ງໄດ້ເກັບເງິນຄ່າໄຖ່ຈາກບັນດາຄົນທີ່ເກີນຈຳນວນເຫລົ່ານັ້ນທີ່ໄດ້ໄຖ່ແລ້ວໂດຍທາງຄົນເລວີ.50ເພິ່ນໄດ້ເກັບເງິນຈາກລູກຊາຍກົກຂອງຄົນອິດສະຣາເອນໄດ້ນ້ຳໜັກຈຳນວນ 1.365 ເຊເຂວ, ຕາມເຊເຂວຂອງສະຖານນະມັດສະການ.51ໂມເຊມອບໄດ້ເງິນຄ່າໄຖ່ນີ້ໃຫ້ແກ່ອາໂຣນ ແລະ ບັນດາລູກຊາຍຂອງລາວ, ຕາມທີ່ເພິ່ນໄດ້ຮັບຄຳສັ່ງຈາກພຣະເຈົ້າຢາເວ.
Biblica, Inc.