ຈົດບັນຊີ4
ຄົນໂກຮາດ
1ພຣະເຈົ້າຢາເວໄດ້ເວົ້າກັບໂມເຊ ແລະ ອາໂຣນວ່າ:2“ຈົ່ງຈົດຈຳນວນພົນຂອງຄົນໂກຮາດ ເຊິ່ງເປັນເຊື້ອສາຍຂອງຄົນເລວີຕາມຕະກຸນ ແລະ ຄອບຄົວຂອງພວກເຂົາ.3ຈົ່ງນັບຜູ້ຊາຍທຸກຄົນທີ່ມີອາຍຸຕັ້ງແຕ່ 30 ປີຫາ 50 ປີ ເຊິ່ງມີຄຸນສົມບັດທີ່ຈະມາຮັບໃຊ້ໃນເຕັນນັດພົບ.4“ວຽກງານຂອງຄົນໂກຮາດໃນເຕັນນັດພົບນັ້ນມີຄື: ໃຫ້ເບິ່ງແຍງບັນດາສິ່ງບໍລິສຸດທີ່ສຸດ.5ເມື່ອມີການຍົກຍ້າຍຄ້າຍພັກ, ອາໂຣນ ແລະ ລູກຊາຍຂອງລາວຈະຕ້ອງເຂົ້າໄປທາງໃນ ແລະ ປົດຜ້າກັ້ງທີ່ຂັ້ນນັ້ນລົງມາ ແລ້ວຄຸມຫີບພັນທະສັນຍາໄວ້.6ຫລັງຈາກນັ້ນ ພວກເຂົາຈະຕ້ອງປົກຄຸມຜ້າກັ້ງດ້ວຍໜັງສັດຢ່າງດີ, ພືຜ້າສີຟ້າປົກທັບອີກ ແລ້ວສອດໄມ້ຄານໃສ່ຫີບພັນທະສັນຍາ.7“ຈົ່ງພືຜ້າສີຟ້າປົກໂຕະເຄື່ອງຖວາຍເບື້ອງໜ້າ ວາງຈານ, ຊາມ ແລະ ຖ້ວຍ, ເຢືອກສຳລັບເຄື່ອງດື່ມບູຊາ; ເຂົ້າຈີ່ທີ່ຕ້ອງຕັ້ງໄວ້ຢູ່ເທິງໂຕະນັ້ນບໍ່ໃຫ້ຂາດ.8ພວກເຂົາຈະຕ້ອງປູຜ້າສີແດງໃສ່ເທິງສິ່ງເຫລົ່ານັ້ນ, ແລ້ວໃຊ້ໜັງສັດຢ່າງດີປົກຄຸມໄວ້ ແລ້ວສອດໄມ້ຄານໃສ່ທີ່ຫວ່ງຂອງໂຕະ.9“ພວກເຂົາຈະຕ້ອງເອົາຜ້າສີຟ້າປົກຄຸມຫລັກຕະກຽງ ພ້ອມກັບຕະກຽງ, ມີດຕັດແຕ່ງໄສ້ຕະກຽງກັບຖາດ ແລະ ພາຊະນະທັງໝົດສຳລັບບັນຈຸນ້ຳມັນໝາກກອກເພື່ອເຕີມຕະກຽງ.10ແລ້ວໃຊ້ໜັງສັດຢ່າງດີຫຸ້ມຫໍ່ອີກ ແລ້ວນຳຂຶ້ນໄປວາງໃສ່ໄວ້ເທິງຮ່າງໄມ້ຄານຫາມ.11“ພວກເຂົາຈະຕ້ອງປູຜ້າສີຟ້າປົກແທ່ນບູຊາຄຳ ແລະ ຫຸ້ມດ້ວຍໜັງສັດຢ່າງດີອີກແລ້ວສອດໄມ້ຄານໃສ່.12“ພວກເຂົາຕ້ອງໃຊ້ຜ້າສີຟ້າຫໍ່ເຄື່ອງໃຊ້ທັງໝົດທີ່ໃຊ້ໃນສະຖານນະມັດສະການ, ຫຸ້ມເຄື່ອງເຫລົ່ານັ້ນດ້ວຍໜັງສັດຢ່າງດີອີກ ແລ້ວນຳໄປວາງເທິງຮ່າງໄມ້ຄານຫາມ.13“ໃຫ້ພວກເຂົາເອົາຂີ້ເທົ່າອອກຈາກແທ່ນບູຊາທອງສຳລິດ ແລະ ໃຊ້ຜ້າສີມ່ວງປົກເທິງແທ່ນນັ້ນ.14ແລ້ວພວກເຂົາຈະຕ້ອງນຳເອົາເຄື່ອງໃຊ້ທັງໝົດສຳລັບແທ່ນບູຊາເຊັ່ນ: ຖາດຮອງໄຟ, ສ້ອມສຽບຊີ້ນ, ຊ້ວນ ແລະ ຖ້ວຍສຳລັບຊິດເລືອດ. ວາງຢູ່ເທິງຜ້ານັ້ນແລ້ວປົກດ້ວຍໜັງສັດຢ່າງດີອີກ ແລະ ເອົາໄມ້ຄານສອດໃສ່.15“ຫລັງຈາກອາໂຣນ ແລະ ບັນດາລູກຊາຍຂອງລາວຫຸ້ມຫໍ່ເຄື່ອງຕົບແຕ່ງສັກສິດ ແລະ ເຄື່ອງໃຊ້ສັກສິດທັງໝົດເຫລົ່ານີ້ແລ້ວ, ແລະ ເມື່ອຄ້າຍພັກພ້ອມທີ່ຈະເຄື່ອນຍ້າຍນັ້ນ, ຄົນໂກຮາດກໍຈະເຂົ້າມາ ແລະ ພຽງແຕ່ເພື່ອແບກຫາມເທົ່ານັ້ນ. ແຕ່ພວກເຂົາຈະແຕະຕ້ອງສິ່ງສັກສິດນີ້ບໍ່ໄດ້ເດັດຂາດ ຫລື ບໍ່ດັ່ງນັ້ນພວກເຂົາຈະຕາຍ. ຊາວໂກຮາດຈະເປັນຜູ້ແບກຫາມສິ່ງຕ່າງໆທີ່ຢູ່ໃນເຕັນນັດພົບ.16“ປະໂລຫິດເອເລອາຊາລູກຊາຍຂອງອາໂຣນ ຈະຕ້ອງຮັບຜິດຊອບນ້ຳມັນຕະກຽງ, ເຄື່ອງຫອມ, ເຄື່ອງຖວາຍພືດຜົນເປັນເມັດ ແລະ ນ້ຳມັນເຈີມ. ລາວມີໜ້າທີ່ກວດກາເບິ່ງແຍງຫໍເຕັນທັງໝົດ ແລະ ທຸກໆສິ່ງທີ່ຢູ່ໃນຫໍເຕັນນັ້ນ, ລວມທັງເຄື່ອງຕົບແຕ່ງ ແລະ ເຄື່ອງໃຊ້ສັກສິດຂອງຫໍເຕັນ”.17ພຣະເຈົ້າຢາເວກ່າວແກ່ໂມເຊ ແລະ ອາໂຣນວ່າ,18“ຈົ່ງເບິ່ງວ່າຕະກຸນໂກຮາດຈະບໍ່ຖືກຕັດອອກຈາກເຜົ່າເລວີ.19ເພື່ອວ່າພວກເຂົາຈະມີຊີວິດຢູ່ ແລະ ບໍ່ຕາຍເມື່ອພວກເຂົາເຂົ້າມາໃກ້ສິ່ງບໍລິສຸດທີ່ສຸດ, ເຈົ້າຈົ່ງເຮັດດັ່ງນີ້ສຳລັບພວກເຂົາ: ອາໂຣນ ແລະ ບັນດາລູກຊາຍຂອງລາວຈະຕ້ອງເຂົ້າໄປໃນສະຖານນະມັດສະການ ແລະ ມອບວຽກໃຫ້ແຕ່ລະຄົນເຮັດ ແລະ ມອບສິ່ງທີ່ພວກເຂົາຈະແບກຫາມດ້ວຍ.20ແຕ່ຄົນໂກຮາດຈະຕ້ອງບໍ່ເຂົ້າໄປຂ້າງໃນເພື່ອເບິ່ງສິ່ງສັກສິດ, ແມ່ນແຕ່ນາທີດຽວ, ຫລື ບໍ່ດັ່ງນັ້ນພວກເຂົາຈະຕາຍ”.ຊາວເກໂຊນ
21ພຣະເຈົ້າຢາເວກ່າວແກ່ໂມເຊວ່າ,22“ຈົ່ງຈົດຈຳນວນພົນຊາວເກໂຊນຕາມຄອບຄົວ ແລະ ຕາມຕະກຸນຂອງພວກເຂົາ.23ຈົ່ງນັບຜູ້ຊາຍທັງໝົດທີ່ມີອາຍຸຕັ້ງແຕ່ສາມສິບເຖິງຫ້າສິບປີ ຜູ້ທີ່ຈະມາຮັບໃຊ້ໃນວຽກງານທີ່ເຕັນນັດພົບ.24“ນີ້ຄືໜ້າທີ່ຂອງຕະກຸນຊາວເກໂຊນໃນການແບກຫາມ ແລະ ວຽກງານອື່ນໆຂອງພວກເຂົາ:25ພວກເຂົາຈະຕ້ອງແບກຫາມຜ້າກັ້ງຂອງຫໍເຕັນ, ຄືເຕັນນັດພົບ, ເຊິ່ງມີຜ້າປົກຄຸມຊັ້ນໃນ ແລະ ຜ້າປົກຄຸມຊັ້ນນອກທີ່ຫຸ້ມດ້ວຍໜັງສັດຢ່າງດີ, ຜ້າກັ້ງທາງເຂົ້າເຕັນນັດພົບ,26ຜ້າກັ້ງທີ່ອ້ອມຮອບຫໍເຕັນ ແລະ ແທ່ນບູຊາ, ຜ້າກັ້ງທາງເຂົ້າໄປເດີ່ນຫໍເຕັນ, ບັນດາເຊືອກ ແລະ ອຸປະກອນທັງໝົດທີ່ນຳໃຊ້ໃນເຕັນ. ຊາວເກໂຊນຈະຕ້ອງເຮັດກ່ຽວກັບສິ່ງເຫລົ່ານີ້ໃຫ້ສຳເລັດ.27ການຮັບໃຊ້ທັງໝົດຂອງພວກເຂົາ, ທັງການແບກຫາມ ຫລື ວຽກອື່ນໆ, ແມ່ນຈະຕ້ອງເຮັດພາຍໃຕ້ການຊີ້ນຳຂອງອາໂຣນ ແລະ ລູກຊາຍຂອງລາວ.28ນີ້ແມ່ນການຮັບໃຊ້ຂອງຕະກຸນເກໂຊນທີ່ເຕັນນັດພົບ. ໜ້າທີ່ຂອງພວກເຂົາແມ່ນໃຫ້ຢູ່ໃຕ້ການຊີ້ນຳຂອງປະໂລຫິດອີທາມາລູກຊາຍຂອງອາໂຣນ.ຊາວເມຣາຣີ
29“ຈົ່ງນັບຊາວເມຣາຣີຕາມຕະກຸນ ແລະ ຕາມຄອບຄົວຂອງພວກເຂົາ.30ຈົ່ງນັບຜູ້ຊາຍທຸກຄົນທີ່ມີອາຍຸແຕ່ສາມສິບປີເຖິງຫ້າສິບປີ ຜູ້ທີ່ຈະມາຮັບໃຊ້ໃນວຽກງານທີ່ເຕັນນັດພົບ.31ດ້ວຍວ່າເປັນການຮັບໃຊ້ຂອງພວກເຂົາທີ່ເຕັນ, ພວກເຂົາຈະຕ້ອງແບກຫາມໂຄງຂອງຫໍເຕັນ, ຄານ, ເສົາ ແລະ ຖານຮອງຮັບ,32ລວມທັງເສົາທີ່ອ້ອມເດີ່ນຂອງຫໍເຕັນພ້ອມກັບຖານຮອງຮັບ, ຫລັກປັກເຕັນ, ເຊືອກ, ອຸປະກອນທັງໝົດຂອງເຕັນ ແລະ ເຄື່ອງໃຊ້ທີ່ກ່ຽວຂ້ອງໃນເຕັນທຸກຢ່າງ. ຈົ່ງມອບໜ້າທີ່ແບກຫາມສະເພາະໃຫ້ແກ່ຜູ້ຊາຍແຕ່ລະຄົນ.33ນີ້ຄືການຮັບໃຊ້ຂອງຕະກຸນເມຣາຣິທີ່ເຕັນນັດພົບພາຍໃຕ້ການຊີ້ນຳຂອງປະໂລຫິດອີທາມາລູກຊາຍຂອງອາໂຣນ”.ການນັບຈຳນວນຄົນໃນຕະກຸນເລວີ
34ໂມເຊ, ອາໂຣນ ແລະ ບັນດາຜູ້ນຳຂອງຊຸມຊົນໄດ້ນັບຄົນໂກຮາດຕາມຕະກຸນ ແລະ ຕາມຄອບຄົວຕ່າງໆຂອງພວກເຂົາ.35ຜູ້ຊາຍທັງໝົດທີ່ມີອາຍຸແຕ່ສາມສິບປີເຖິງຫ້າສິບປີ ຜູ້ທີ່ຈະມາຮັບໃຊ້ໃນວຽກງານທີ່ເຕັນນັດພົບ,36ນັບຕາມຕະກຸນມີ 2.750 ຄົນ.37ນີ້ຄືຈຳນວນຂອງຜູ້ທີ່ຢູ່ໃນຕະກຸນໂກຮາດທັງໝົດຮັບໃຊ້ໃນເຕັນນັດພົບ. ໂມເຊ ແລະ ອາໂຣນໄດ້ນັບຈຳນວນພວກເຂົາຕາມທີ່ພຣະເຈົ້າຢາເວສັ່ງຜ່ານທາງໂມເຊ.38ເຂົາໄດ້ນັບຊາວເກໂຊນຕາມຕະກຸນ ແລະ ຕາມຄອບຄົວຂອງພວກເຂົາ.39ຜູ້ຊາຍທັງໝົດທີ່ມີອາຍຸແຕ່ສາມສິບປີເຖິງຫ້າສິບປີທີ່ຈະມາຮັບໃຊ້ໃນວຽກງານໃນເຕັນນັດພົບ,40ເຊິ່ງໄດ້ນັບຕາມຕະກຸນ ແລະ ຕາມຄອບຄົວມີ 2.630 ຄົນ.41ນີ້ແມ່ນຈຳນວນຄົນຂອງຕະກຸນເກໂຊນທັງໝົດທີ່ຮັບໃຊ້ໃນເຕັນນັດພົບ. ໂມເຊ ແລະ ອາໂຣນໄດ້ນັບພວກເຂົາຕາມຄຳສັ່ງຂອງພຣະເຈົ້າຢາເວສັ່ງໂມເຊ.42ເຂົາໄດ້ນັບຊາວເມຣາຣີຕາມຕະກຸນ ແລະ ຕາມຄອບຄົວຂອງພວກເຂົາ.43ຜູ້ຊາຍທັງໝົດທີ່ມີອາຍຸແຕ່ສາມສິບປີເຖິງຫ້າສິບປີ ຜູ້ທີ່ຮັບໃຊ້ໃນວຽກງານທີ່ເຕັນນັດພົບ,44ໄດ້ນັບຕາມຕະກຸນຂອງພວກເຂົາມີ 3.200 ຄົນ.45ນີ້ແມ່ນຈຳນວນຄົນທັງໝົດໃນຕະກຸນເມຣາຣິ. ໂມເຊກັບອາໂຣນນັບຈຳນວນພວກເຂົາຕາມຄຳສັ່ງຂອງພຣະເຈົ້າຢາເວຜ່ານທາງໂມເຊ.46ດັ່ງນັ້ນໂມເຊ, ອາໂຣນ ແລະ ບັນດາຜູ້ນຳຂອງອິດສະຣາເອນໄດ້ນັບຄົນເລວີທັງໝົດຕາມຕະກຸນ ແລະ ຄອບຄົວຂອງພວກເຂົາ.47ຜູ້ຊາຍທັງໝົດທີ່ມີອາຍຸແຕ່ສາມສິບປີເຖິງຫ້າສິບປີ ຜູ້ທີ່ຈະມາເຮັດວຽກງານຮັບໃຊ້ ແລະ ແບກຫາມເຕັນນັດພົບ48ລວມມີ 8.580 ຄົນ.49ຕາມຄຳສັ່ງຂອງພຣະເຈົ້າຢາເວຜ່ານທາງໂມເຊ, ແຕ່ລະຄົນໄດ້ຮັບມອບໝາຍວຽກງານຂອງຕົນ ແລະ ໄດ້ຮັບການຊີ້ນຳໃນສິ່ງທີ່ຈະແບກຫາມ.ດັ່ງນັ້ນພວກເຂົາຈຶ່ງນັບຈຳນວນ, ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ.
Biblica, Inc.