ຈົດບັນຊີ2
ການຈັດຕັ້ງຄ້າຍພັກຂອງເຜົ່າຕ່າງໆ
1ພຣະເຈົ້າຢາເວ ໄດ້ກ່າວຕໍ່ໂມເຊ ແລະ ອາໂຣນວ່າ:2“ຄົນອິດສະຣາເອນຈະຕ້ອງຕັ້ງຄ້າຍພັກຢູ່ອ້ອມເຕັນນັດພົບ ໃຫ້ຫ່າງຈາກເຕັນນັດພົບພໍສົມຄວນ, ໃຫ້ພວກເຂົາແຕ່ລະຄົນຢູ່ພາຍໃຕ້ທຸງປະຈຳຂອງກອງພວກເຂົາ ແລະ ຖືທຸງປະຈຳຄອບຄົວຂອງພວກເຂົາ”.3ດ້ານຕາເວັນອອກ, ປິ່ນໜ້າໃສ່ທາງທີ່ຕາເວັນຂຶ້ນ: ເປັນບ່ອນຕັ້ງຄ້າຍພັກຂອງກອງຢູດາພາຍໃຕ້ທຸງປະຈຳກອງຂອງພວກເຂົາ. ຜູ້ນຳເຜົ່າຢູດາແມ່ນນາໂຊນ ລູກຊາຍຂອງອຳມີນາດາບ.4ກອງຂອງລາວມີຈຳນວນ 74.600 ຄົນ.5ເຜົ່າອິດຊາຄາຈະຕັ້ງຄ້າຍພັກໃກ້ກັບພວກເຂົາ. ຜູ້ນຳປະຊາຊົນຂອງອິດຊາຄາແມ່ນເນທາເນນ ລູກຊາຍຂອງຊູອາ.6ກອງຂອງລາວມີຈຳນວນ 54.400 ຄົນ.7ເຜົ່າເຊບູໂລນຈະເປັນຜູ້ຖັດໄປ. ຜູ້ນຳປະຊາຊົນແມ່ນເອລີອາບ ລູກຊາຍຂອງເຮໂລນ.8ກອງຂອງລາວມີຈຳນວນ 57.400 ຄົນ.9ຜູ້ຊາຍທັງໝົດທີ່ຖືກມອບໝາຍໃຫ້ເຜົ່າຢູດາຕາມກອງຂອງພວກເຂົາ, ມີຈຳນວນ 186.400 ຄົນ. ພວກເຂົາຈະອອກເດີນທາງໄປເປັນກອງທຳອິດ.10ທາງດ້ານໃຕ້ຈະເປັນ: ກອງຄ້າຍພັກຂອງຣູເບັນພາຍໃຕ້ທຸງປະຈຳກອງຂອງພວກເຂົາ. ຜູ້ນຳຂອງປະຊາຊົນຂອງຣູເບັນແມ່ນເອລີຊູ ລູກຊາຍຂອງເຊເດອຸເຣ.11ກອງຂອງລາວມີຈຳນວນ 46.500 ຄົນ.12ເຜົ່າຊີເມໂອນຈະຕັ້ງຄ້າຍພັກຖັດໄປຈາກພວກເຂົາ. ຜູ້ນຳປະຊາຊົນຂອງຊີເມໂອນແມ່ນເຊລູມີເອນ ລູກຊາຍຂອງຊູຣິດຊັດດາຍ.13ກອງຂອງລາວມີຈຳນວນ 59.300 ຄົນ.14ຕໍ່ມາແມ່ນເຜົ່າກາດ. ຜູ້ນຳປະຊາຊົນຂອງເຜົ່າກາດແມ່ນເອລີອາສັບ ລູກຊາຍຂອງດູເອນ. 15ກອງຂອງລາວມີຈຳນວນ 45.650 ຄົນ.16ຜູ້ຊາຍທັງໝົດທີ່ຖືກມອບໃຫ້ເຜົ່າຣູເບັນ, ຕາມກອງຂອງພວກເຂົາ, ມີຈຳນວນ 151.450 ຄົນ. ພວກເຂົາຈະອອກເດີນທາງເປັນກອງທີສອງ.17ຫລັງຈາກນັ້ນ ເຕັນນັດພົບ ແລະ ຄ້າຍພັກຂອງຄົນເລວີຈະຕັ້ງຢູ່ກາງຂອງຄ້າຍພັກຕ່າງໆ. ພວກເຂົາຈະອອກເດີນທາງຕາມລຳດັບດຽວກັນກັບທີ່ພວກເຂົາຕັ້ງຄ້າຍພັກ, ແຕ່ລະກອງຢູ່ໃນຕຳແໜ່ງຂອງຕົນພາຍໃຕ້ທຸງປະຈຳກອງຂອງຕົນ.18ດ້ານຕາເວັນຕົກຈະເປັນ: ກອງຂອງຄ້າຍພັກຂອງເອຟຣາອິມ ພາຍໃຕ້ທຸງປະຈຳກອງຂອງພວກເຂົາ. ຜູ້ນຳປະຊາຊົນຂອງເອຟຣາອິມແມ່ນເອລີຊາມາ ລູກຊາຍຂອງອາມມີຮູດ.19ກອງຂອງລາວມີຈຳນວນ 40.500 ຄົນ.20ເຜົ່າມານາເຊຈະຢູ່ຖັດຈາກພວກເຂົາ. ຜູ້ນຳປະຊາຊົນຂອງມານາເຊແມ່ນກາມາລີເອນ ລູກຊາຍຂອງເປດາຊູ.21ກອງຂອງລາວມີຈຳນວນ 32.200 ຄົນ.22ຕໍ່ມາແມ່ນເຜົ່າເບັນຢາມິນ. ຜູ້ນຳປະຊາຊົນຂອງເບັນຢາມິນແມ່ນອາບີດານ ລູກຊາຍຂອງກີເດໂອນີ.23ກອງຂອງລາວມີຈຳນວນ 35.400 ຄົນ.24ຜູ້ຊາຍທັງໝົດທີ່ຖືກມອບໃຫ້ແກ່ເຜົ່າເອຟຣາອິມຕາມກອງຂອງພວກເຂົາ, ມີຈຳນວນ 108.100 ຄົນ. ພວກເຂົາຈະອອກເດີນທາງເປັນກອງທີສາມ.25ດ້ານເໜືອຈະເປັນ: ກອງຄ້າຍພັກຂອງດານພາຍໃຕ້ທຸງປະຈຳກອງຂອງພວກເຂົາ. ຜູ້ນຳປະຊາຊົນຂອງດານແມ່ນອາຮີເອເຊ ລູກຊາຍຂອງອຳມີຊັດດາຍ.26ກອງຂອງລາວມີຈຳນວນ 62.700 ຄົນ.27ເຜົ່າອາເຊຈະຕັ້ງຄ້າຍຖັດຈາກພວກເຂົາ. ຜູ້ນຳປະຊາຊົນຂອງອາເຊແມ່ນປາກີເອນ ລູກຊາຍຂອງອົກກະຣັນ.28ກອງຂອງລາວມີຈຳນວນ 41.500 ຄົນ.29ຕໍ່ມາແມ່ນເຜົ່າເນັບທາລີ. ຜູ້ນຳປະຊາຊົນຂອງເນັບທາລີແມ່ນອາຮີຣາ ລູກຊາຍຂອງເອນານ.30ກອງຂອງລາວມີຈຳນວນ 53.400 ຄົນ.31ຜູ້ຊາຍທັງໝົດທີ່ທີ່ຖືກມອບໃຫ້ແກ່ເຜົ່າດານມີຈຳນວນ 157.600 ຄົນ. ພວກເຂົາຈະອອກເດີນທາງເປັນກອງສຸດທ້າຍ, ພາຍໃຕ້ທຸງປະຈຳກອງຂອງພວກເຂົາ.32ທັງໝົດນີ້ຄືຄົນອິດສະຣາເອນ, ນັບຕາມຄອບຄົວຂອງພວກເຂົາ. ຜູ້ຊາຍທັງໝົດທີ່ຢູ່ໃນຄ້າຍພັກ ຕາມກອງຂອງພວກເຂົາມີຈຳນວນ 603.550 ຄົນ.33ແຕ່ບໍ່ໄດ້ນັບຄົນເລວີລວມເຂົ້າກັບຄົນອິດສະຣາເອນອື່ນໆ, ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ.34ດັ່ງນັ້ນ ຄົນອິດສະຣາເອນຈຶ່ງໄດ້ເຮັດທຸກສິ່ງຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ; ນັ້ນຄືວິທີທີ່ພວກເຂົາໄດ້ຕັ້ງຄ້າຍພັກພາຍໃຕ້ທຸງປະຈຳກອງຂອງພວກເຂົາ ແລະ ນັ້ນຄືວິທີທີ່ພວກເຂົາກຳນົດໄວ້, ພວກເຂົາແຕ່ລະຄົນແມ່ນໄປກັບຕະກຸນ ແລະ ຄອບຄົວຂອງພວກເຂົາ.Biblica, Inc.