ຈົດບັນຊີ29

ເທດສະການ​ເປົ່າແກ

1“ ‘ໃນ​ມື້​ທີ​ໜຶ່ງ​ຂອງ​ເດືອນ​ທີເຈັດ ຈົ່ງ​ຈັດ​ການໂຮມຊຸມນຸມ​ເພື່ອ​ນະມັດສະການ ແລະ ຢ່າ​ອອກແຮງງານ​ໃດໆ. ພວກເຈົ້າ​ຈະ​ຕ້ອງ​ເປົ່າ​ແກ​ໃນ​ວັນ​ນີ້.2ເພື່ອ​ເປັນ​ກິ່ນຫອມ​ທີ​ພຣະເຈົ້າ​ພໍໃຈ, ຈົ່ງ​ຖວາຍ​ເຄື່ອງເຜົາ​ບູຊາ​ຄື: ງົວເຖິກ​ໜຶ່ງ​ໂຕ, ແກະ​ຜູ້​ໜຶ່ງ​ໂຕ ແລະ ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ເຈັດ​ໂຕ, ທັງໝົດ​ບໍ່ມີຕຳໜິ.3ຈົ່ງ​ຖວາຍ​ພືດພັນ​ເປັນເມັດ​ຄື ແປ້ງ​ລະອຽດ​ສາມສ່ວນສິບ​ເອຟາ ​ປະສົມ​ນ້ຳມັນ​ໝາກກອກ​ພ້ອມ​ງົວເຖິກ; ຖວາຍ​ແປ້ງ​ລະອຽດ​ສອງສ່ວນສິບ​ເອຟາ​ພ້ອມ​ກັບ​ແກະຜູ້; 4ແລະ ຈົ່ງ​ຖວາຍ​ແປ້ງ​ລະອຽດ​ໜຶ່ງສ່ວນສິບ​ເອຟາກະ​ແຕ່ລະ. 5ລວມ​ທັງ​ຖວາຍ​ແບ້​ຜູ້​ໜຶ່ງ​ໂຕ​ເປັນ​ເຄື່ອງຖວາຍ​ໄຖ່​ບາບ ​ເພື່ອ​ເຮັດພິທີລຶບລ້າງບາບ​ສຳລັບ​ເຈົ້າ.6ນອກເໜືອ​ຈາກ​ເຄື່ອງເຜົາ​ບູຊາ​ປະຈຳ​ເດືອນ ແລະ ເຄື່ອງຖວາຍ​ພືດພັນ​ເປັນເມັດ​ທີ່​ຖວາຍ​ເປັນ​ປະຈຳ​ວັນ ແລະ ປະຈຳເດືອນ​ຕາມ​ທີ່​ໄດ້​ລະບຸ​ໄວ້​ແລ້ວ. ສິ່ງ​ເຫລົ່ານີ້​ເປັນ​ເຄື່ອງຖວາຍ​ບູຊາ​ອາຫານ​ແກ່​ພຣະເຈົ້າ​ຢາເວ, ເປັນ​ກິ່ນຫອມ​ທີ່​ພໍໃຈ.

ວັນ​ລຶບລ້າງບາບ

7“ ‘ໃນ​ມື້​ທີສິບ​ຂອງ​ເດືອນ​ທີເຈັດ​ນີ້ ຈົ່ງ​ຈັດ​ການໂຮມຊຸມນຸມ​ສັກສິດ. ພວກເຈົ້າ​ຕ້ອງ​ປະຕິເສດ​ຕົນ​ເອງ ແລະ ຢ່າ​ເຮັດ​ວຽກງານ​ໃດໆ.8ຈົ່ງ​ຖວາຍ​ງົວຜູ້​ໜຸ່ມ​ໜຶ່ງ​ໂຕ, ແກະຜູ້​ໜຶ່ງ​ໂຕ ແລະ ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ເຈັດ​ໂຕ, ທັງໝົດ​ບໍ່ມີຕຳໜິ, ເປັນ​ເຄື່ອງເຜົາ​ບູຊາ​ທັງ​ໂຕ ເປັນ​ກິ່ນຫອມ​ທີ່​ພຣະເຈົ້າ​ຢາເວ​ພໍໃຈ.9ຈົ່ງ​ຖວາຍ​ເມັດພືດບູຊາ​ຄື​ແປ້ງ​ໂມ້​ລະອຽດ​ປະມານ​ສາມ​ສ່ວນ​ສິບ​ເອຟາ​ປະສົມ​ກັບ​ນໍ້າມັນ; ຖວາຍ​ແປ້ງ​ປະມານ​ສອງ​ສ່ວນ​ສິບ​ເອຟາ​ພ້ອມ​ກັບ​ແກະ​ຜູ້;10ແລະ ຈົ່ງ​ຖວາຍ​ແປ້ງ​ລະອຽດ​ໜຶ່ງ​ສ່ວນ​ສິບ​ເອຟາ​ພ້ອມ​ກັບ​ລູກແກະ​ແຕ່​ລະ​ໂຕ​ຂອງ​ແກະ​ເຈັດ​ໂຕ​ນັ້ນ.11ນອກ​ເໜືອ​ຈາກ​ເຄື່ອງ​ບູຊາ​ໄຖ່​ບາບ​ເພື່ອ​ລຶບລ້າງ​ບາບ ແລະ ເຄື່ອງເຜົາ​ບູຊາ​ທັງ​ໂຕ​ທີ່​ຖວາຍ​ເປັນ​ປະຈຳ​ພ້ອມ​ກັບ​ພ້ອມ​ກັບ​ເມັດພືດບູຊາ ແລະ ເຄື່ອງດື່ມບູຊາ, ຈົ່ງ​ຖວາຍ​ແກະ​ຜູ້​ໜຶ່ງ​ໂຕ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ດ້ວຍ.

ເທດສະການ​ປຸກຕູບ​ຢູ່

12“ ‘ໃນ​ມື້​ທີ​ສິບຫ້າ​ຂອງ​ເດືອນ​ທີ​ເຈັດ, ຈົ່ງ​ຈັດ​ການ​ປະຊຸມ​ອັນ​ສັກສິດ ແລະ ຢ່າ​ທຳງານ​ປະຈຳ. ຈົ່ງ​ສະຫລອງ​ເທດສະການ​ແກ່​ພຣະເຈົ້າ​ຢາເວ​ເປັນ​ເວລາ​ເຈັດ​ວັນ.13ຈົ່ງ​ຖວາຍ​ເຄື່ອງເຜົາ​ບູຊາ​ທັງ​ໂຕ​ໄດ້​ແກ່: ງົວເຖິກ​ສິບສາມ​ໂຕ, ແກະຜູ້​ສອງ​ໂຕ ແລະ ລູກແກະ​ຜູ້​ອາຍຸ​ໜຶ່ງ​ປີ​ສິບສີ່​ໂຕ, ທັງໝົດ​ບໍ່ມີຕຳໜິ ເປັນ​ອາຫານ​ບູຊາ ເປັນ​ກິ່ນ​ຫອມ​ທີ່​ພຣະເຈົ້າ​ຢາເວ​ພໍໃຈ.14ຈົ່ງ​ຖວາຍ​ພືດພັນ​ເປັນເມັດ​ຄື​ແປ້ງ​ລະອຽດ​ປະມານ​ສາມ​ສ່ວນ​ສິບ​ເອຟາ​ປະສົມ​ກັບ​ນ້ຳມັນ​ພ້ອມ​ກັບ​ງົວເຖິກ​ແຕ່​ລະ​ໂຕ ຖວາຍ​ແປ້ງ​ປະມານ​ສອງ​ສ່ວນ​ສິບ​ເອຟາ​ພ້ອມ​ກັບ​ແກະຜູ້​ແຕ່​ລະ​ໂຕ;15ຈົ່ງ​ຖວາຍ​ແປ້ງ​ປະມານ​ໜຶ່ງ​ສ່ວນ​ສິບ​ເອຟາ​ພ້ອມ​ກັບ​ລູກແກະ​ແຕ່​ລະ​ຕົວ.16ນອກ​ເໜືອ​ຈາກ​ເຄື່ອງເຜົາ​ບູຊາ​ທັງ​ໂຕ​ທີ່​ຖວາຍ​ເປັນ​ປະຈຳ​ພ້ອມ​ກັບ​ພືດພັນ​ເປັນເມັດ ແລະ ເຄື່ອງດື່ມ​ບູຊາ ຈົ່ງ​ຖວາຍ​ແບ້​ຜູ້​ໜຶ່ງ​ໂຕ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ດ້ວຍ.
17“ ‘ໃນ​ມື້​ທີ​ສອງ ຈົ່ງ​ຖວາຍ​ງົວເຖິກ​ສິບສອງ​ໂຕ, ແກະຜູ້​ສອງ​ໂຕ ແລະ ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ສິບສີ່​ໂຕ, ທັງໝົດ​ບໍ່ມີຕຳໜິ.18ຈົ່ງ​ຖວາຍ​ພ້ອມ​ກັບ​ງົວຜູ້, ແກະຜູ້ ແລະ ລູກແກະ​ນັ້ນ​ຄື: ເຄື່ອງຖວາຍ​ພືດພັນ​ເປັນເມັດ ແລະ ເຄື່ອງດື່ມ​ບູຊາ​ຕາມ​ຈຳນວນ​ທີ່​ກຳນົດ​ໄວ້.19ນອກ​ເໜືອ​ຈາກ​ເຄື່ອງເຜົາ​ບູຊາ​ທັງ​ໂຕ​ທີ່​ຖວາຍ​ເປັນ​ປະຈຳ​ພ້ອມ​ກັບ​ພືດພັນ​ເປັນເມັດ ແລະ ເຄື່ອງດື່ມ​ບູຊາ ຈົ່ງ​ຖວາຍ​ແບ້​ຜູ້​ໜຶ່ງ​ໂຕ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ດ້ວຍ.
20“ ‘ໃນ​ມື້​ທີ​ສາມ ຈົ່ງ​ຖວາຍ​ງົວຜູ້​ສິບເອັດ​ໂຕ, ແກະຜູ້​ສອງ​ໂຕ ແລະ ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ສິບສີ່​ໂຕ, ທັງໝົດ​ບໍ່ມີຕຳໜິ.21ພ້ອມ​ກັບ​ການຖວາຍ​ງົວຜູ້, ແກະຜູ້ ແລະ ລູກແກະ​ນັ້ນ​ຕ້ອງ​ຖວາຍ​ເຄື່ອງຖວາຍ​ພືດພັນ​ເປັນເມັດ ແລະ ເຄື່ອງດື່ມ​ບູຊາ​ຕາມ​ຈຳນວນ​ທີ່​ໄດ້​ກຳນົດ​ໄວ້.22ນອກເໜືອ​ຈາກ​ເຄື່ອງ​ບູຊາ​ຊື່ງ​ຖວາຍ​ເປັນ​ປົກກະຕິ​ພ້ອມດ້ວຍ​ເຄື່ອງຖວາຍ​ພືດພັນ​ເປັນເມັດ ແລະ ເຄື່ອງດື່ມ​ບູຊາ ຈົ່ງ​ຖວາຍ​ແບ້ຜູ້​ໂຕ​ໜຶ່ງ​ເປັນ​ເຄື່ອງຖວາຍ​ໄຖ່ບາບ.
23“ ‘ໃນ​ມື້​ທີ​ສີ່ ຈົ່ງ​ຖວາຍ​ງົວຜູ້​ສິບ​ໂຕ, ແກະຜູ້​ສອງ​ໂຕ ແລະ ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ສິບສີ່​ໂຕ, ທັງໝົດ​ບໍ່ມີຕຳໜິ.24ພ້ອມ​ກັບ​ການ​ຖວາຍ​ງົວຜູ້, ແກະຜູ້ ແລະ ລູກແກະ​ນັ້ນ ຈົ່ງ​ຖວາຍ​ພືດພັນ​ເປັນເມັດ ແລະ ເຄື່ອງດື່ມ​ບູຊາ​ຕາມ​ຈຳນວນ​ທີ່​ໄດ້​ກຳນົດ​ໄວ້.25ນອກ​ເໜືອ​ຈາກ​ເຄື່ອງເຜົາ​ບູຊາ​ທັງ​ໂຕ​ທີ່​ຖວາຍ​ເປັນ​ປະຈຳ​ພ້ອມ​ກັບ​ພືດພັນ​ເປັນເມັດ ແລະ ເຄື່ອງດື່ມ​ບູຊາ ຈົ່ງ​ຖວາຍ​ແບ້​ຜູ້​ໜຶ່ງ​ໂຕ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ດ້ວຍ.
26“ ‘ໃນ​ມື້​ທີ​ຫ້າ ຈົ່ງ​ຖວາຍ​ງົວຜູ້​ເກົ້າ​ໂຕ, ແກະຜູ້​ສອງ​ໂຕ ແລະ ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ສິບສີ່​ໂຕ, ທັງໝົດ​ບໍ່ມີຕຳໜິ.27ພ້ອມ​ກັບ​ການ​ຖວາຍ​ງົວຜູ້, ແກະຜູ້ ແລະ ລູກແກະ​ນັ້ນ ຈົ່ງ​ຖວາຍ​ພືດພັນ​ເປັນເມັດ ແລະ ເຄື່ອງດື່ມ​ບູຊາ​ຕາມ​ຈຳນວນ​ທີ່​ໄດ້​ກຳນົດ​ໄວ້.28ນອກ​ເໜືອ​ຈາກ​ເຄື່ອງເຜົາ​ບູຊາ​ທັງ​ໂຕ​ທີ່​ຖວາຍ​ເປັນ​ປະຈຳ​ພ້ອມ​ກັບ​ພືດພັນ​ເປັນເມັດ ແລະ ເຄື່ອງດື່ມ​ບູຊາ ຈົ່ງ​ຖວາຍ​ແບ້​ຜູ້​ໜຶ່ງ​ໂຕ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ດ້ວຍ.
29“ ‘ໃນ​ມື້​ທີ​ຫົກ ຈົ່ງ​ຖວາຍ​ງົວຜູ້​ແປດ​ໂຕ, ແກະຜູ້​ສອງ​ໂຕ ແລະ ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ສິບສີ່​ໂຕ, ທັງໝົດ​ບໍ່ມີຕຳໜິ.30ພ້ອມ​ກັບ​ການ​ຖວາຍ​ງົວຜູ້, ແກະຜູ້ ແລະ ລູກແກະ​ນັ້ນ ຈົ່ງ​ຖວາຍ​ພືດພັນ​ເປັນເມັດ ແລະ ເຄື່ອງດື່ມ​ບູຊາ​ຕາມ​ຈຳນວນ​ທີ່​ໄດ້​ກຳນົດ​ໄວ້.31ນອກ​ເໜືອ​ຈາກ​ເຄື່ອງເຜົາ​ບູຊາ​ທັງ​ໂຕ​ທີ່​ຖວາຍ​ເປັນ​ປະຈຳ​ພ້ອມ​ກັບ​ພືດພັນ​ເປັນເມັດ ແລະ ເຄື່ອງດື່ມ​ບູຊາ ຈົ່ງ​ຖວາຍ​ແບ້​ຜູ້​ໜຶ່ງ​ໂຕ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ດ້ວຍ.
32“ ‘ໃນ​ມື້​ທີ​ເຈັດ ຈົ່ງ​ຖວາຍ​ງົວຜູ້​ເຈັດ​ໂຕ, ແກະຜູ້​ສອງ​ໂຕ ແລະ ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ສິບສີ່​ໂຕ, ທັງໝົດ​ບໍ່ມີຕຳໜິ.33ພ້ອມ​ກັບ​ການຖວາຍ​ງົວຜູ້, ແກະຜູ້ ແລະ ລູກແກະ​ນັ້ນ ຈົ່ງ​ຖວາຍ​ພືດພັນ​ເປັນເມັດ ແລະ ເຄື່ອງດື່ມ​ບູຊາ​ຕາມ​ຈຳນວນ​ທີ່​ໄດ້​ກຳນົດ​ໄວ້.34ນອກ​ເໜືອ​ຈາກ​ເຄື່ອງເຜົາ​ບູຊາ​ທັງ​ໂຕ​ທີ່​ຖວາຍ​ເປັນ​ປະຈຳ​ພ້ອມ​ກັບ​ພືດພັນ​ເປັນເມັດ ແລະ ເຄື່ອງດື່ມ​ບູຊາ ຈົ່ງ​ຖວາຍ​ແບ້​ຜູ້​ໜຶ່ງ​ໂຕ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ດ້ວຍ.
35“ ‘ໃນ​ມື້​ທີ​ແປດ ຈົ່ງ​ຈັດ​ການ​ປະຊຸມ​ພິເສດ​ຄື​ພິທີ​ປິດ ແລະ ຢ່າ​ເຮັດວຽກ​ປະຈຳ.36ຈົ່ງ​ຖວາຍ​ເຄື່ອງເຜົາ​ບູຊາ​ປະກອບດ້ວຍ​ງົວຜູ້​ໜຶ່ງ​ໂຕ, ແກະຜູ້​ໜຶ່ງ​ໂຕ ແລະ ລູກແກະ​ໂຕ​ຜູ້​ອາຍຸ​ໜຶ່ງ​ປີ​ເຈັດ​ໂຕ​ທັງໝົດ​ບໍ່ມີຕຳໜິ​ເປັນ​ເຄື່ອງຖວາຍ​ບູຊາ​ອາຫານ​ເປັນ​ກິ່ນຫອມ​ທີ່​ພຣະເຈົ້າ​ຢາເວ​ພໍໃຈ.37ຈົ່ງ​ຖວາຍ​ງົວຜູ້, ແກະຜູ້ ແລະ ລູກແກະ​ໂຕ​ຜູ້, ພ້ອມ​ກັບ​ເຄື່ອງຖວາຍ​ພືດພັນ​ເປັນເມັດ ແລະ ເຄື່ອງດື່ມ​ບູຊາ​ຕາມ​ຈຳນວນ​ທີ່​ໄດ້​ກຳນົດ​ໄວ້.38ນອກ​ເໜືອ​ຈາກ​ເຄື່ອງເຜົາ​ບູຊາ​ທັງ​ໂຕ​ທີ່​ຖວາຍ​ເປັນ​ປະຈຳ​ພ້ອມ​ກັບ​ພືດພັນ​ເປັນເມັດ ແລະ ເຄື່ອງດື່ມ​ບູຊາ ຈົ່ງ​ຖວາຍ​ແບ້​ຜູ້​ໜຶ່ງ​ໂຕ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ດ້ວຍ.
39“ ‘ນອກ​ຈາກ​ເຄື່ອງຖວາຍ​ຕາມ​ທີ່​ພວກເຈົ້າ​ບະບົນ ແລະ ເຄື່ອງຖວາຍ​ຕາມ​ຄວາມສະໝັກໃຈ​ຂອງ​ພວກເຈົ້າ​ແລ້ວ, ຈົ່ງ​ຖວາຍ​ສິ່ງ​ເຫລົ່ານີ້​ແກ່​ພຣະເຈົ້າ​ຢາເວ​ໃນ​ເທດສະການ​ຕ່າງໆ​ຕາມ​ທີ່​ໄດ້​ກຳນົດ​ໄວ້​ຄື: ເຄື່ອງເຜົາ​ບູຊາ, ເຄື່ອງຖວາຍ​ພືດພັນ​ເປັນເມັດ, ເຄື່ອງດື່ມ​ບູຊາ ແລະ ເຄື່ອງຖວາຍ​ເພື່ອ​ຄວາມ​ສາມັກຄີທຳ’ ”.
40ໂມເຊ​ຈຶ່ງ​ບອກ​ຄົນ​ອິດສະຣາເອນ​ທຸກສິ່ງ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ເພິ່ນ​ໄວ້.

Biblica, Inc.

https://app.library.bible/content/eab9312f9f16b3a2