ຈົດບັນຊີ28
ເຄື່ອງບູຊາປະຈຳວັນ
1ພຣະເຈົ້າຢາເວເວົ້າກັບໂມເຊວ່າ,2“ຈົ່ງມອບຄຳສັ່ງນີ້ແກ່ຄົນອິດສະຣາເອນ ແລະ ກ່າວກັບພວກເຂົາວ່າ: ‘ຈົ່ງໃຫ້ແນ່ໃຈວ່າພວກເຈົ້າຈະນຳເອົາອາຫານບູຊາມາຖວາຍແກ່ເຮົາຕາມເວລາທີ່ໄດ້ກຳນົດໄວ້, ເພື່ອເປັນກິ່ນຫອມທີ່ເຮົາພໍໃຈ’.3ຈົ່ງບອກພວກເຂົາວ່າ: ‘ນີ້ແມ່ນອາຫານບູຊາທີ່ພວກເຈົ້າຈະນຳມາຖວາຍແກ່ພຣະເຈົ້າຢາເວຄື: ລູກແກະອາຍຸໜຶ່ງປີບໍ່ມີຕຳໜິສອງໂຕ, ເປັນເຄື່ອງເຜົາບູຊາທັງໂຕທີ່ຖວາຍເປັນປະຈຳ.4ລູກແກະໂຕໜຶ່ງຖວາຍໃນຕອນເຊົ້າ ແລະ ອີກໂຕໜຶ່ງຖວາຍຕອນຫົວຄ່ຳ,5ພ້ອມດ້ວຍເຄື່ອງຖວາຍພືດພັນເປັນເມັດໜຶ່ງສ່ວນສິບເອຟາ ຂອງແປ້ງລະອຽດປະສົມກັບນ້ຳມັນໝາກກອກໜຶ່ງສ່ວນສີ່ຂອງຮິນ .6ນີ້ເປັນເຄື່ອງເຜົາບູຊາປະຈຳວັນທີ່ກຳນົດໄວ້ທີ່ພູເຂົາຊີນາຍເພື່ອເປັນກິ່ນຫອມທີ່ພໍໃຈ, ເປັນອາຫານບູຊາແກ່ພຣະເຈົ້າຢາເວ.7ເຄື່ອງດື່ມບູຊາທີ່ຖວາຍຄູ່ກັບລູກແກະແຕ່ລະໂຕນັ້ນຄືເຄື່ອງດື່ມທີ່ໝັກແລ້ວໜຶ່ງສ່ວນສີ່ຂອງຮິນ. ຈົ່ງຖອກເຄື່ອງດື່ມບູຊານີ້ຕໍ່ໜ້າພຣະເຈົ້າຢາເວໃນສະຖານນະມັດສະການ.8ຈົ່ງຖວາຍລູກແກະໂຕທີສອງໃນຕອນຫົວຄ່ຳ, ພ້ອມກັບເຄື່ອງຖວາຍພືດພັນເປັນເມັດ ແລະ ເຄື່ອງດື່ມບູຊາຢ່າງດຽວກັບທີ່ພວກເຈົ້າຖວາຍໃນຕອນເຊົ້າ. ນີ້ເປັນອາຫານບູຊາ, ເປັນກິ່ນຫອມທີ່ພຣະເຈົ້າຢາເວພໍໃຈ.ເຄື່ອງບູຊາສຳລັບວັນຊະບາໂຕ
9“ ‘ໃນວັນຊະບາໂຕ, ຈົ່ງຖວາຍລູກແກະອາຍຸໜຶ່ງປີບໍ່ມີຕຳໜິສອງໂຕ, ພ້ອມກັບເຄື່ອງດື່ມບູຊາ ແລະ ເຄື່ອງຖວາຍພືດພັນເປັນເມັດສອງສ່ວນສິບຂອງໜຶ່ງເອຟາ ຂອງແປ້ງລະອຽດປະສົມກັບນໍ້າມັນໝາກກອກ.10ນີ້ແມ່ນເຄື່ອງເຜົາບູຊາສຳລັບທຸກໆວັນຊະບາໂຕ, ນອກຈາກເຄື່ອງເຜົາບູຊາທັງໂຕທີ່ຖວາຍເປັນປະຈຳ ແລະ ເຄື່ອງດື່ມບູຊາ.ເຄື່ອງບູຊາປະຈຳທຸກເດືອນ
11“ ‘ທຸກວັນທຳອິດຂອງເດືອນ, ຈົ່ງຖວາຍເຄື່ອງເຜົາບູຊາແກ່ພຣະເຈົ້າຢາເວຄື: ງົວເຖິກສອງໂຕ, ແກະຜູ້ໜຶ່ງໂຕ ແລະ ລູກແກະຜູ້ອາຍຸໜຶ່ງປີເຈັດໂຕ, ທັງໝົດບໍ່ມີຕຳໜິ.12ງົວຜູ້ແຕ່ລະໂຕຕ້ອງຖວາຍພ້ອມກັບເຄື່ອງຖວາຍພືດພັນເປັນເມັດສາມສ່ວນສິບເອຟາ ຂອງແປ້ງລະອຽດປະສົມກັບນ້ຳມັນ; ພ້ອມກັບແກະຜູ້, ເຄື່ອງຖວາຍພືດພັນເປັນເມັດສອງສ່ວນສິບເອຟາຂອງແປ້ງລະອຽດປະສົມກັບນ້ຳມັນ;13ເຄື່ອງຖວາຍພືດພັນເປັນເມັດໜຶ່ງສ່ວນສິບເອຟາຂອງແປ້ງລະອຽດປະສົມກັບນ້ຳມັນ ພ້ອມກັບແກະແຕ່ລະໂຕ. ນີ້ເປັນເຄື່ອງເຜົາບູຊາທັງໂຕ, ເປັນກິ່ນຫອມທີ່ພຣະເຈົ້າພໍໃຈ, ເປັນອາຫານບູຊາຖວາຍແກ່ພຣະເຈົ້າຢາເວ.14ເຄື່ອງດື່ມບູຊາພ້ອມກັບງົວຄືເຫລົ້າອະງຸ່ນເຄິ່ງຮິນ ; ແກະຜູ້ພ້ອມກັບເຫລົ້າອະງຸ່ນໜຶ່ງສ່ວນສາມຮິນ ; ແລະ ລູກແກະຜູ້ພ້ອມກັບເຫລົ້າອະງຸ່ນໜຶ່ງສ່ວນສີ່ຮິນ. ນີ້ເປັນເຄື່ອງເຜົາບູຊາທີ່ຈະຕ້ອງຖວາຍທຸກເດືອນໃນວັນອອກໃໝ່ຕະຫລອດທັງປີ.15ນອກຈາກເຄື່ອງເຜົາບູຊາທັງໂຕທີ່ຖວາຍເປັນປະຈຳພ້ອມກັບເຄື່ອງດື່ມບູຊາແລ້ວ, ຈະຕ້ອງໄດ້ເອົາແບ້ໂຕໜຶ່ງມາຖວາຍແກ່ພຣະເຈົ້າຢາເວເພື່ອເປັນເຄື່ອງຖວາຍບູຊາໄຖ່ບາບ.ເທດສະການປັດສະຄາ
16“ ‘ໃນມື້ທີສິບສີ່ຂອງເດືອນທີໜຶ່ງ ຈົ່ງຈັດເທດສະການປັດສະຄາຂອງພຣະເຈົ້າຢາເວຂຶ້ນ.17ໃນວັນທີສິບຫ້າຂອງເດືອນດຽວກັນນີ້ເປັນການສະຫລອງເທດສະການ; ໂດຍກິນເຂົ້າຈີ່ບໍ່ມີເຊື້ອແປ້ງເປັນເວລາເຈັດວັນ.18ໃນມື້ທຳອິດຈົ່ງເຕົ້າໂຮມເພື່ອນະມັດສະການ ແລະ ຢ່າເຮັດວຽກໃດໆ.19ຈົ່ງຖວາຍເຄື່ອງຖວາຍບູຊາອາຫານແກ່ພຣະເຈົ້າຢາເວປະກອບດ້ວຍເຄື່ອງເຜົາບູຊາຄື: ງົວເຖິກສອງໂຕ, ແກະຜູ້ໜຶ່ງໂຕ ແລະ ລູກແກະຜູ້ອາຍຸໜຶ່ງປີເຈັດໂຕ, ທັງໝົດລ້ວນບໍ່ມີຕຳໜິ.20ຈົ່ງຖວາຍພືດພັນເປັນເມັດຄື: ແປ້ງລະອຽດສາມສ່ວນສິບເອຟາປະສົມກັບນ້ຳມັນພ້ອມກັບງົວແຕ່ລະຕົວ; ແປ້ງສອງສ່ວນສິບເອຟາຖວາຍພ້ອມກັບແກະຜູ້ແຕ່ລະໂຕ;21ແລະ ແປ້ງລະອຽດໜຶ່ງສ່ວນສິບເອຟາພ້ອມກັບລູກແກະແຕ່ລະໂຕ.22ຈົ່ງຖວາຍແບ້ຜູ້ໜຶ່ງໂຕເປັນເຄື່ອງບູຊາໄຖ່ບາບຂອງເຈົ້າດ້ວຍ.23ຈົ່ງຖວາຍເຄື່ອງບູຊາເຫລົ່ານີ້ເພີ່ມເຕີມໃສ່ເຄື່ອງເຜົາບູຊາປົກກະຕິໃນຕອນເຊົ້າ.24ໂດຍວິທີນີ້ຈົ່ງຖວາຍເຄື່ອງຖວາຍບູຊາອາຫານທຸກວັນເປັນເວລາເຈັດວັນເພື່ອເປັນກິ່ນຫອມທີ່ພຣະເຈົ້າຢາເວພໍໃຈ; ສິ່ງນີ້ຈະຕ້ອງໄດ້ຖວາຍເພີ່ມເຕີມຈາກເຄື່ອງເຜົາບູຊາ ແລະ ເຄື່ອງດື່ມບູຊາປົກກະຕິ.25ໃນມື້ທີເຈັດຈົ່ງຈັດການໂຮມຊຸມນຸມເພື່ອນະມັດສະການ ແລະ ຢ່າເຮັດວຽກໃດໆ.ເທດສະການປະຈຳອາທິດ
26“ ‘ໃນວັນຖວາຍພືດຜົນຫົວປີນັ້ນ, ເມື່ອເຈົ້ານຳເອົາພືດພັນເປັນເມັດໃໝ່ມາຖວາຍແກ່ພຣະເຈົ້າຢາເວໃນຊ່ວງເທດສະການແຫ່ງອາທິດນັ້ນ, ຈົ່ງຈັດໂຮມຊຸມນຸມເພື່ອນະມັດສະການຂຶ້ນ ແລະ ຢ່າອອກແຮງງານໃດໆ.27ຈົ່ງຖວາຍງົວເຖິກສອງໂຕ, ແກະຜູ້ໜຶ່ງໂຕ ແລະ ລູກແກະໂຕຜູ້ອາຍຸໜຶ່ງປີເຈັດໂຕເປັນເຄື່ອງເຜົາບູຊາເພື່ອເປັນກິ່ນຫອມທີ່ພຣະເຈົ້າຢາເວພໍໃຈ.28ຄຽງຄູ່ກັບການຖວາຍງົວແຕ່ລະໂຕນັ້ນ ຕ້ອງມີການຖວາຍພືດພັນເປັນເມັດຄືແປ້ງລະອຽດສາມສ່ວນສິບເອຟາປະສົມນ້ຳມັນ; ແປ້ງລະອຽດສອງສ່ວນສິບພ້ອມກັບແກະຜູ້;29ແລະ ຖວາຍແປ້ງໜຶ່ງສ່ວນສິບເອຟາໄປພ້ອມກັບລູກແກະແຕ່ລະໂຕ.30ແລະ ຈົ່ງຖວາຍແບ້ຜູ້ໜຶ່ງໂຕເປັນເຄື່ອງຖວາຍໄຖ່ບາບສຳລັບເຈົ້າ.31ນອກເໜືອຈາກເຄື່ອງເຜົາບູຊາປົກກະຕິ ແລະ ເຄື່ອງຖວາຍພືດພັນເປັນເມັດແລ້ວ ຈົ່ງຖວາຍເຄື່ອງດື່ມບູຊາອີກດ້ວຍ. ຈົ່ງໃຫ້ແນ່ໃຈວ່າບັນດາສັດທີ່ນຳມາຖວາຍນັ້ນບໍ່ມີຕຳໜິໃດໆເລີຍ.Biblica, Inc.