ຈົດບັນຊີ30
ຄຳສາບານ
1ໂມເຊເວົ້າກັບບັນດາຫົວໜ້າເຜົ່າຕ່າງໆຂອງອິດສະຣາເອນວ່າ: “ພຣະເຈົ້າຢາເວສັ່ງດັ່ງນີ້ຄື:2ຜູ້ໃດປະຕິຍານຕໍ່ພຣະເຈົ້າຢາເວ ຫລື ອອກປາກສາບານວ່າຈະເຮັດສິ່ງໃດ ກໍຢ່າຜິດຄຳປະຕິຍານ ແລະ ຕ້ອງໃຫ້ລາວເຮັດຕາມທີ່ເວົ້າໄວ້ທຸກປະການ.3“ຍິງສາວຄົນໃດທີ່ຍັງຢູ່ໃນປົກຄອງຂອງພໍ່ ແລະ ກ່າວປະຕິຍານຕໍ່ພຣະເຈົ້າຢາເວ ຫລື ກ່າວຄຳສາບານ4ແລະ ພໍ່ຂອງນາງກໍໄດ້ຍິນແຕ່ບໍ່ໄດ້ກ່າວສິ່ງໃດຕໍ່ນາງ, ແລ້ວຄຳສາບານທັງໝົດ ແລະ ທຸກຄຳປະຕິຍານຂອງນາງກໍຍັງຈະມີຜົນຢູ່.5ແຕ່ຖ້າພໍ່ຂອງນາງໄດ້ຍິນ ແລະ ຫ້າມຖືວ່າຄຳສາບານ ຫລື ຄຳປະຕິຍານບໍ່ມີຜົນຫຍັງ; ພຣະເຈົ້າຢາເວອະໄພໃຫ້ແກ່ນາງເພາະພໍ່ໄດ້ຫ້າມນາງແລ້ວ.6“ຖ້ານາງແຕ່ງງານຫລັງຈາກທີ່ໄດ້ປະຕິຍານ ຫລື ກ່າວຄຳສັນຍາອອກມາໂດຍບໍ່ໄດ້ຄິດຖີ່ຖ້ວນ7ແລະ ພາຍຫລັງຜົວຂອງນາງຮູ້ເຖິງຄຳປະຕິຍານນັ້ນ ແຕ່ບໍ່ໄດ້ທັກທ້ວງຫຍັງ, ຄຳປະຕິຍານ ຫລື ຄຳສາບານນັ້ນກໍຍັງຄົງມີຜົນຢູ່.8ເມື່ອຜົວຂອງນາງຫ້າມເມື່ອໄດ້ຍິນເລື່ອງນັ້ນ, ຖືວ່າລາວລົບລ້າງຄຳປະຕິຍານ ຫລື ຄຳສັນຍາທີ່ບໍ່ໄດ້ຄິດຖີ່ຖ້ວນຂອງນາງແລ້ວ ແລະ ພຣະເຈົ້າຢາເວກໍຈະປ່ອຍນາງໃຫ້ເປັນອິດສະຫລະ.9“ແຕ່ຄຳປະຕິຍານ ຫລື ຄຳສາບານຂອງແມ່ໝ້າຍທີ່ຖືກຢ່າຮ້າງຈະຍັງມີຜົນບັງຄັບ.10“ຖ້າຍິງໃດຍັງຢູ່ກິນກັບຜົວຂອງຕົນໄດ້ປະຕິຍານ ຫລື ບັງຄັບຕົນເອງໃນການລະເວັ້ນຈາກສິ່ງໃດສິ່ງໜຶ່ງ11ແລະ ຜົວຂອງນາງໄດ້ຍິນຄຳສາບານນັ້ນ ແຕ່ບໍ່ໄດ້ກ່າວ ແລະ ທັກທ້ວງສິ່ງໃດແກ່ນາງ, ຫລັງຈາກນັ້ນຄຳປະຕິຍານ ຫລື ຄຳສາບານທັງໝົດຂອງນາງ ທີ່ຈະລະເວັ້ນຈາກສິ່ງໃດສິ່ງໜຶ່ງຍັງຄົງມີຜົນຢູ່.12ແຕ່ຖ້າຜົວຂອງນາງຫ້າມເມື່ອໄດ້ຍິນ, ແລ້ວຄຳປະຕິຍານ ຫລື ຄຳສາບານທີ່ອອກຈາກປາກຂອງນາງກໍຈະບໍ່ເປັນຜົນຫຍັງ. ຜົວຂອງນາງໄດ້ລົບລ້າງສິ່ງເຫລົ່ານັ້ນແລ້ວ, ແລະ ພຣະເຈົ້າຢາເວຈະຍົກໂທດໃຫ້ແກ່ນາງ.13ຜົວຂອງນາງອາດຈະຮັບຮອງ ຫລື ລົບລ້າງທຸກຄຳປະຕິຍານທີ່ນາງໄດ້ເຮັດ ຫລື ປະຕິເສດທຸກຄຳສາບານ ກໍໄດ້.14ແຕ່ຖ້າຜົວຂອງນາງບໍ່ໄດ້ເວົ້າສິ່ງໃດນັບຕັ້ງແຕ່ວັນທີ່ລາວໄດ້ຍິນ ໃຫ້ຖືວ່າລາວກໍຮັບຮອງຄຳປະຕິຍານ ຫລື ຄຳສາບານທັງໝົດທີ່ກ່ຽວຂ້ອງນາງ. ລາວຮັບຮອງເອົາຄຳເຫລົ່ານັ້ນໂດຍທີ່ລາວບໍ່ໄດ້ກ່າວສິ່ງໃດແກ່ນາງເມື່ອລາວໄດ້ຍິນກ່ຽວກັບສິ່ງເຫລົ່ານັ້ນ.15ເຖິງຢ່າງໃດກໍຕາມ, ຖ້າລາວກ່າວທັກທ້ວງສິ່ງເຫລົ່ານັ້ນຕາມພາຍຫລັງ, ແລ້ວລາວຈະຕ້ອງຮັບຜິດຊອບຜົນຕາມມາຂອງການກະທຳຜິດຂອງນາງ”.16ທັງໝົດນີ້ຄືລະບຽບການທີ່ພຣະເຈົ້າຢາເວມອບໃຫ້ໂມເຊກ່ຽວກັບຄວາມສຳພັນລະຫວ່າງຜົວກັບເມຍ ແລະ ລະຫວ່າງພໍ່ກັບລູກສາວທີ່ຍັງອາໄສຢູ່ນຳຕົນ.Biblica, Inc.