ຈົດບັນຊີ27
ບັນດາລູກສາວຂອງເຊໂລເຟຮັດ
1ບັນດາລູກສາວຂອງເຊໂລເຟຮັດຜູ້ເປັນລູກຊາຍຂອງເຮເຟ, ເຮເຟເປັນລູກຊາຍຂອງກີເລອາດ, ເກລີອາດເປັນລູກຊາຍຂອງມາກີ, ມາກີເປັນລູກຊາຍຂອງມານາເຊ ຜູ້ເປັນລູກຊາຍຂອງໂຢເຊັບ. ເຊໂລເຟຮັດຢູ່ໃນຕະກຸນຂອງມານາເຊ ຊື່ລູກສາວທັງຫລາຍຂອງລາວມີ ມາຮະລາ, ໂນອາ, ໂຮຄະລາ, ມີລະກາ ແລະ ຕີຣະຊາ. ພວກເຂົາໄດ້ກ້າວອອກມາ2ແລະ ຢືນຕໍ່ໜ້າໂມເຊ, ປະໂລຫິດເອເລອາຊາ, ບັນດາຜູ້ນຳ ແລະ ປະຊາຊົນທັງໝົດຢູ່ທີ່ບໍລິເວນທາງເຂົ້າ ແລະ ເວົ້າວ່າ,3“ພໍ່ຂອງພວກເຮົາຕາຍໃນຖິ່ນແຫ້ງແລ້ງກັນດານ. ເພິ່ນບໍ່ໄດ້ຢູ່ໃນທ່າມກາງພວກທີ່ຕິດຕາມໂກຣາ, ຜູ້ທີ່ເປັນກະບົດຕໍ່ສູ້ພຣະເຈົ້າຢາເວ, ແຕ່ເພິ່ນໄດ້ຕາຍໄປເພາະບາບຂອງເພິ່ນເອງ ແລະ ບໍ່ມີລູກຊາຍປະໄວ້ໃຫ້ເລີຍ.4ເປັນຫຍັງຊື່ພໍ່ຂອງພວກເຮົາຈຶ່ງຖືກລຶບອອກໄປຈາກຕະກຸນຍ້ອນເພິ່ນບໍ່ມີລູກຊາຍ? ຂໍຈົ່ງໃຫ້ພວກເຮົາໄດ້ຮັບກຳມະສິດຮ່ວມກັບຍາດພີ່ນ້ອງທາງພໍ່ຂອງພວກເຮົາດ້ວຍ”.5ໂມເຊຈຶ່ງນຳເອົາກໍລະນີຂອງພວກເຂົາມາຍັງພຣະເຈົ້າຢາເວ,6ແລະ ພຣະເຈົ້າຢາເວກ່າວຕໍ່ເພິ່ນວ່າ,7“ສິ່ງທີ່ບັນດາລູກສາວຂອງເຊໂລເຟຮັດເວົ້ານັ້ນຖືກຕ້ອງແລ້ວ. ເຈົ້າຕ້ອງມອບຊັບສົມບັດໃຫ້ພວກນາງເປັນມໍລະດົກຮ່ວມກັບພີ່ນ້ອງທາງພໍ່ ແລະ ຈົ່ງມອບສ່ວນແບ່ງຂອງພໍ່ນັ້ນໃຫ້ແກ່ພວກນາງ.8“ຈົ່ງບອກຄົນອິດສະຣາເອນວ່າ, ‘ຖ້າຊາຍໃດຕາຍໄປ ແລະ ບໍ່ມີລູກຊາຍ, ຈົ່ງມອບມໍລະດົກຂອງລາວໃຫ້ຜູ້ເປັນລູກສາວ.9ຖ້າບໍ່ມີລູກສາວ, ຈົ່ງມອບມໍລະດົກນັ້ນໃຫ້ແກ່ອ້າຍນ້ອງຊາຍຂອງລາວ.10ຖ້າລາວບໍ່ມີອ້າຍ ຫລື ນ້ອງຊາຍ, ຈົ່ງມອບມໍລະດົກໃຫ້ແກ່ອ້າຍ ຫລື ນ້ອງຊາຍຂອງພໍ່ຂອງລາວ.11ຖ້າພໍ່ຂອງລາວບໍ່ມີອ້າຍ ຫລື ນ້ອງຊາຍ, ຈົ່ງມອບມໍລະດົກຂອງລາວໃຫ້ແກ່ພີ່ນ້ອງໃກ້ຊິດທີ່ສຸດໃນຕະກຸນຂອງລາວ, ເພື່ອລາວຈະໄດ້ຄອບຄອງມໍລະດົກນັ້ນ. ນີ້ເປັນຂໍ້ບັງຄັບຂອງກົດບັນຍັດສຳລັບຄົນອິດສະຣາເອນຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ’ ”.ໂຢຊວຍຮັບໜ້າທີ່ສືບຕໍ່ຈາກໂມເຊ
12ແລ້ວພຣະເຈົ້າຢາເວກ່າວແກ່ໂມເຊວ່າ, “ຈົ່ງຂຶ້ນໄປເທິງພູເຂົາອາບາຣິມນີ້ ແລະ ເບິ່ງດິນແດນທີ່ເຮົາມອບໃຫ້ຄົນອິດສະຣາເອນ.13ຫລັງຈາກເຈົ້າໄດ້ເຫັນດິນແດນນັ້ນແລ້ວ, ເຈົ້າກໍຈະຕາຍໄປຢູ່ກັບບັນພະບຸລຸດຂອງເຈົ້າ, ເໝືອນດັ່ງອາໂຣນອ້າຍຂອງເຈົ້າ,14ພວກເຈົ້າທັງສອງບໍ່ເຊື່ອຟັງຄຳສັ່ງຂອງເຮົາ ບໍ່ໃຫ້ກຽດເຮົາໃນຖານະອົງບໍລິສຸດຕໍ່ໜ້າປະຊາຊົນອິດສະຣາເອນ ເມື່ອເວລາຊຸມຊົນໄດ້ກະບົດໃນເລື່ອງນ້ຳໃນຖິ່ນແຫ້ງແລ້ງກັນດານຊິນ”. (ສິ່ງເຫລົ່ານີ້ເປັນເລື່ອງນ້ຳທີ່ເມຣີບາກາເດັດໃນຖິ່ນແຫ້ງແລ້ງກັນດານຊິນ.)15ໂມເຊກ່າວຕໍ່ພຣະເຈົ້າຢາເວວ່າ,16“ຂໍພຣະເຈົ້າຢາເວ, ພຣະເຈົ້າຜູ້ໃຫ້ລົມຫາຍໃຈແກ່ສິ່ງມີຊີວິດທັງໝົດ, ຂໍໂຜດແຕ່ງຕັ້ງບາງຄົນໃຫ້ປົກຄອງເໜືອຊຸມຊົນນີ້17ຄົນທີ່ຈະເຂົ້າອອກຕໍ່ໜ້າພວກເຂົາ ນຳພວກເຂົາອອກໄປ ແລະ ນຳກັບເຂົ້າມາ ເພື່ອປະຊາຊົນຂອງພຣະເຈົ້າຢາເວຈະບໍ່ເປັນເໝືອນແກະທີ່ປາດສະຈາກຄົນລ້ຽງດູ”.18ພຣະເຈົ້າຢາເວເວົ້າກັບໂມເຊວ່າ, “ຈົ່ງນຳເອົາໂຢຊວຍລູກຊາຍຂອງນູນ, ຊາຍຜູ້ມີຈິດວິນຍານແຫ່ງການເປັນຜູ້ນຳ ຢູ່ພາຍໃນເຂົ້າມາ, ແລ້ວວາງມືຂອງເຈົ້າໃສ່ລາວ.19ຈົ່ງໃຫ້ລາວຢືນຢູ່ຕໍ່ໜ້າປະໂລຫິດເອເລອາຊາ ແລະ ຊຸມຊົນທັງໝົດແລ້ວແຕ່ງຕັ້ງລາວຕໍ່ໜ້າຄົນເຫລົ່ານັ້ນ.20ຈົ່ງມອບສິດອຳນາດຂອງເຈົ້າບາງສ່ວນໃຫ້ລາວ ເພື່ອຊຸມຊົນອິດສະຣາເອນທັງໝົດຈະເຊື່ອຟັງລາວ.21ລາວຈະຢືນຢູ່ຕໍ່ໜ້າປະໂລຫິດເອເລອາຊາ, ຜູ້ທີ່ຈະຂໍຄຳຕັດສິນໃຫ້ລາວຕໍ່ໜ້າພຣະເຈົ້າຢາເວໂດຍສະຫລາກສັກສິດ ເມື່ອປະໂລຫິດເອເລອາຊາສັ່ງໃຫ້ອອກໄປ ໂຢຊວຍ ແລະ ຊຸມຊົນຊາວອິດສະຣາເອນທັງໝົດກໍຈະອອກໄປ ແລະ ເມື່ອປະໂລຫິດເອເລອາຊາສັ່ງໃຫ້ເຂົ້າມາ ພວກເຂົາກໍຈະເຂົ້າມາ”.22ໂມເຊກໍປະຕິບັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງ. ເພິ່ນໄດ້ນຳເອົາໂຢຊວຍມາຢືນຢູ່ຕໍ່ໜ້າປະໂລຫິດເອເລອາຊາ ແລະ ຊຸມຊົນທັງໝົດ.23ແລ້ວເພິ່ນຈຶ່ງວາງມືໃສ່ໂຢຊວຍ ແລະ ແຕ່ງຕັ້ງ, ຕາມທີ່ພຣະເຈົ້າຢາເວໄດ້ແນະນຳ.Biblica, Inc.