ຈົດບັນຊີ26
ການຂຶ້ນສຳມະໂນຄົວຄັ້ງທີສອງ
1ຫລັງຈາກໄພພິບັດຢຸດຕິລົງແລ້ວ ພຣະເຈົ້າຢາເວໄດ້ເວົ້າກັບໂມເຊ ແລະ ເອເລອາຊາລູກຊາຍຂອງປະໂລຫິດອາໂຣນວ່າ,2“ຈົ່ງເຮັດສຳມະໂນຄົວຜູ້ຊາຍທຸກຄົນໃນອິດສະຣາເອນທີ່ມີອາຍຸ 20 ປີ ຂຶ້ນໄປ ເພື່ອສຳຫລວດວ່າໃນແຕ່ລະຄອບຄົວມີຄົນໃດແດ່ທີ່ສາມາດຮັບໃຊ້ໃນກອງທັບຂອງອິດສະຣາເອນໄດ້”.3ດັ່ງນັ້ນ ໂມເຊ ແລະ ປະໂລຫິດເອເລອາຊາຈຶ່ງໄດ້ແຈ້ງພວກເຂົາຂະນະທີ່ຕັ້ງຄ້າຍພັກຢູ່ໃນທົ່ງພຽງໂມອາບ ແຄມແມ່ນ້ຳຈໍແດນທີ່ກົງກັນຂ້າມເມືອງເຢຣິໂກ ແລະ ກ່າວວ່າ,4“ຈົ່ງຂຶ້ນສຳມະໂນຄົວຜູ້ຊາຍທີ່ມີອາຍຸ 20 ປີ ຂຶ້ນໄປ, ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ”.ຄົນອິດສະຣາເອນທີ່ອອກມາຈາກເອຢິບມີດັ່ງນີ້:5ເຊື້ອສາຍຂອງຣູເບັນ, ລູກຊາຍກົກຂອງອິດສະຣາເອນມີຄື: ໂດຍທາງຮານົກ ເປັນຕະກຸນຮານົກ. ໂດຍທາງປານລູ ເປັນຕະກຸນປານລູ.6ໂດຍທາງເຮຊະໂຣນ ເປັນຕະກຸນເຮຊະໂຣນ, ໂດຍທາງການໝີ ເປັນຕະກຸນການໝີ.7ທັງໝົດນີ້ຄືຕະກຸນຕ່າງໆຂອງຣູເບັນ ນັບໄດ້ຈຳນວນ 43.730 ຄົນ.8ລູກຊາຍຂອງປານລູຄືເອລີອາບ,9ແລະ ລູກຊາຍຂອງເອລີອາບຄືເນມູເອນ, ດາທານ ແລະ ອາບີຣາມ. ດາທານ ແລະ ອາບີຣາມຄົນດຽວກັນນີ້ທີ່ເປັນເຈົ້າໜ້າທີ່ຂອງຊຸມຊົນທີ່ໄດ້ກະບົດຕໍ່ໂມເຊ ແລະ ອາໂຣນ ແລະ ຢູ່ທ່າມກາງຂອງພວກທີ່ຕິດຕາມໂກຣາເມື່ອພວກເຂົາກະບົດຕໍ່ສູ້ພຣະເຈົ້າຢາເວ.10ແຜ່ນດິນໂລກໄດ້ອ້າປາກອອກ ແລະ ກືນເອົາພວກເຂົາລົງໄປພ້ອມກັບໂກຣາ, ເຊິ່ງເປັນພັກພວກຂອງລາວຈຳນວນ 250 ຄົນ ຖືກໄຟໄໝ້ຕາຍ ແລະ ນັ້ນເປັນເຄື່ອງເຕືອນໃຈບັນດາປະຊາຊົນ.11ເຖິງຢ່າງໃດກໍຕາມ, ເຊື້ອສາຍໂກຣາບໍ່ໄດ້ສູນສິ້ນໄປ.12ເຊື້ອສາຍຂອງຊີເມໂອນແຍກຕາມຕະກຸນຂອງພວກເຂົາມີດັ່ງນີ້: ໂດຍທາງເນມູເອນ, ເປັນຕະກຸນເນມູເອນ; ໂດຍທາງຢາມິນ, ເປັນຕະກຸນຢາມິນ; ໂດຍທາງຢາກິນ, ຕະກຸນຢາກິນ;13ໂດຍທາງເຊຣາ, ເປັນຕະກຸນເຊຣາ; ໂດຍທາງໂຊນ, ເປັນຕະກຸນໂຊນ.14ທັງໝົດນີ້ຄືຕະກຸນຕ່າງໆຂອງຊີເມໂອນ; ນັບໄດ້ຈຳນວນ 22.200 ຄົນ.15ເຊື້ອສາຍຂອງກາດແຍກຕາມຕະກຸນຂອງພວກເຂົາມີດັ່ງນີ້: ໂດຍທາງເຊໂຟນ, ເປັນຕະກຸນເຊໂຟນ; ໂດຍທາງຮັກກີ, ເປັນຕະກຸນຮັກກີ; ໂດຍທາງຊູນີ, ເປັນຕະກຸນຊູນີ;16ໂດຍທາງໂອຊະນີ, ເປັນຕະກຸນໂອຊະນີ; ໂດຍທາງເອຣີ, ເປັນຕະກຸນເອຣີ;17ໂດຍທາງອາໂຣດີ, ເປັນຕະກຸນອາໂຣດີ; ໂດຍທາງອາເຣລີ, ເປັນຕະກຸນອາເຣລີ;18ທັງໝົດນີ້ຄືຕະກຸນຕ່າງໆຂອງກາດ; ນັບໄດ້ຈຳນວນ 40.500 ຄົນ.19ເອຣະ ແລະ ໂອນານແມ່ນລູກຊາຍຂອງຢູດາ, ແຕ່ພວກເຂົາໄດ້ຕາຍຢູ່ທີ່ການາອານ.20ເຊື້ອສາຍຂອງຢູດາແຍກຕາມຕະກຸນຂອງພວກເຂົາມີດັ່ງນີ້: ໂດຍທາງເຊລາ, ເປັນຕະກຸນເຊລາ; ໂດຍທາງເປເຣັດ, ເປັນຕະກຸນເປເຣັດ; ໂດຍທາງເຊຣາ, ເປັນຕະກຸນເຊຣາ;21ເຊື້ອສາຍຂອງເປເຣັດມີດັ່ງນີ້: ໂດຍທາງເຮຊະໂຣນ, ເປັນຕະກຸນເຮຊະໂຣນ; ໂດຍທາງຮາມູນ, ເປັນຕະກຸນຮາມູນ;22ທັງໝົດນີ້ຄືຕະກຸນຕ່າງໆຂອງຢູດາ; ນັບໄດ້ຈຳນວນ 76.500 ຄົນ.23ເຊື້ອສາຍຂອງອິດຊາຄາຕາມຕະກຸນຂອງພວກເຂົາມີດັ່ງນີ້: ໂດຍທາງໂຕລາ, ເປັນຕະກຸນໂຕລາ; ໂດຍທາງປູອາ, ເປັນຕະກຸນປູອາ;24ໂດຍທາງຢາຊຸບ, ເປັນຕະກຸນຢາຊຸບ; ໂດຍທາງຊິມໂຣນ, ເປັນຕະກຸນຊິມໂຣນ.25ທັງໝົດນີ້ຄືຕະກຸນຕ່າງໆຂອງອິດຊາຄາ; ນັບໄດ້ຈຳນວນ 64.300 ຄົນ.26ເຊື້ອສາຍຂອງເຊບູໂລນແຍກຕາມຕະກຸນຂອງພວກເຂົາມີດັ່ງນີ້: ໂດຍທາງເຊເຣັດ, ເປັນຕະກຸນເຊເຣັດ; ໂດຍທາງເອໂລນ, ເປັນຕະກຸນເອໂລນ; ໂດຍທາງຢາເລເອນ, ເປັນຕະກຸນຢາເລເອນ.27ທັງໝົດນີ້ຄືຕະກຸນຕ່າງໆຂອງເຊບູໂລນ; ນັບໄດ້ຈຳນວນ 60.500 ຄົນ.28ເຊື້ອສາຍຂອງໂຢເຊັບແຍກຕາມຕະກຸນຂອງພວກເຂົາຜ່ານທາງມານາເຊ ແລະ ເອຟຣາອິມມີຄື:29ເຊື້ອສາຍຂອງມານາເຊມີດັ່ງນີ້: ໂດຍທາງມາກີ, ເປັນຕະກຸນມາກີ (ມາກີເປັນພໍ່ຂອງກີເລອາດ); ໂດຍທາງກີເລອາດ, ເປັນຕະກຸນຂອງກີເລອາດ.30ເຊື້ອສາຍຂອງກີເລອາດມີດັ່ງນີ້: ໂດຍທາງອີເອເຊ, ເປັນຕະກຸນອີເອເຊ; ໂດຍທາງເຮເຫລັກ, ເປັນຕະກຸນເຮເຫລັກ;31ໂດຍທາງອາຊະຣີເອນ, ເປັນຕະກຸນອາຊະຣີເອນ; ໂດຍທາງເຊເຄມ, ເປັນຕະກຸນເຊເຄມ;32ໂດຍທາງເຊມີດາ, ເປັນຕະກຸນເຊມີດາ; ໂດຍທາງເຮເຟ, ເປັນຕະກຸນເຮເຟ;33(ເຊໂລເຟຮັດລູກຊາຍຂອງເຮເຟບໍ່ມີລູກຊາຍ; ລາວມີແຕ່ລູກສາວ, ເຊິ່ງມີຊື່ວ່າ: ມາຮະລາ, ໂນອາ, ໂຮກະລາ, ມີລະກາ ແລະ ຕີຣະຊາ.)34ທັງໝົດນີ້ຄືຕະກຸນຕ່າງໆຂອງມານາເຊ; ນັບໄດ້ຈຳນວນ 52.700 ຄົນ.35ເຊື້ອສາຍຂອງເອຟຣາອິມແຍກຕາມຕະກຸນມີດັ່ງນີ້: ໂດຍທາງຊູເທລາ, ເປັນຕະກຸນຊູເທລາ ໂດຍທາງເບເກ, ເປັນຕະກຸນເບເກ; ໂດຍທາງຕາຮານ, ເປັນຕະກຸນຕາຮານ;36ຄົນເຫລົ່ານີ້ແມ່ນເຊື້ອສາຍຂອງຊູເທລາຄື: ໂດຍທາງເອຣານ, ເປັນຕະກຸນເອຣານ;37ທັງໝົດນີ້ຄືຕະກຸນຕ່າງໆຂອງເອຟຣາອິມ; ນັບໄດ້ຈຳນວນ 32.500 ຄົນ. ທັງໝົດນີ້ຄືເຊື້ອສາຍຂອງໂຢເຊັບແຍກຕາມຕະກຸນ.38ເຊື້ອສາຍຂອງເບັນຢາມິນແຍກຕາມຕະກຸນມີດັ່ງນີ້: ໂດຍທາງເບລາ, ເປັນຕະກຸນຂອງເບລາ; ໂດຍທາງອັດຊະເບັນ, ເປັນຕະກຸນອັດຊະເບັນ; ໂດຍທາງອາຮີຣາມ, ເປັນຕະກຸນອາຮີຣາມ;39ໂດຍທາງຊູຟາມ, ເປັນຕະກຸນຊູຟາມ. ໂດຍທາງຮູຟາມ, ເປັນຕະກຸນຮູຟາມ;40ເຊື້ອສາຍຂອງເບລາໂດບທາງອາກດາ ແລະ ນາອາມານມີດັ່ງນີ້: ໂດຍທາງອາກເດ, ເປັນຕະກຸນຂອງອາກເດ; ຜ່ານທາງນາອາມານ, ຕະກຸນຊາວນາອາມານ;41ທັງໝົດນີ້ຄືຕະກຸນຕ່າງໆຂອງເບັນຢາມິນ; ນັບໄດ້ຈຳນວນ 45.600 ຄົນ.42ເຊື້ອສາຍຂອງດານແຍກຕາມຕະກຸນມີດັ່ງນີ້: ໂດຍທາງຊູຮາມ, ເປັນຕະກຸນຊູຮາມ; ຄົນເຫລົ່ານີ້ແມ່ນຕະກຸນຂອງດານ.43ພວກເຂົາທັງໝົດແມ່ນຢູ່ໃນຕະກຸນຊູຮາມ; ແລະ ນັບໄດ້ຈຳນວນ 64.400 ຄົນ.44ເຊື້ອສາຍຂອງອາເຊແຍກຕາມຕະກຸນມີດັ່ງນີ້: ໂດຍທາງອິມນາ, ເປັນຕະກຸນອິມນາ; ໂດຍທາງອີຊະວີ, ເປັນຕະກຸນອີຊະວີ; ໂດຍທາງເບຣີຢາ, ເປັນຕະກຸນເບຣີຢາ;45ແລະ ໂດຍທາງເຊື້ອສາຍຂອງເບຣີຢາ: ໂດຍທາງເຮເບ, ເປັນຕະກຸນເຮເບ; ໂດຍທາງມັນກີເອນ, ເປັນຕະກຸນມັນກີເອນ;46ອາເຊມີລູກສາວຄົນໜຶ່ງຊື່ເສຣາ.47ທັງໝົດນີ້ແມ່ນຕະກຸນຕ່າງໆຂອງອາເຊ; ນັບໄດ້ຈຳນວນ 53.400 ຄົນ.48ເຊື້ອສາຍຂອງເນັບທາລີແຍກຕາມຕະກຸນຂອງພວກເຂົາມີດັ່ງນີ້: ໂດຍທາງຢາເຊເອນ, ເປັນຕະກຸນຢາເຊເອນ; ໂດຍທາງກູນີ, ເປັນຕະກຸນກູນີ;49ໂດຍທາງເຢເຊ, ເປັນຕະກຸນເຢເຊ; ໂດຍທາງຊິນເລັມ, ເປັນຕະກຸນຊິນເລັມ;50ທັງໝົດນີ້ຄືຕະກຸນຕ່າງໆຂອງເນັບທາລີ; ນັບໄດ້ຈຳນວນ 45.400 ຄົນ.51ລວມພົນອິດສະຣາເອນທັງໝົດໄດ້ 601.730 ຄົນ.52ພຣະເຈົ້າຢາເວສັ່ງໂມເຊວ່າ,53“ຈົ່ງແບ່ງດິນແດນໃຫ້ແກ່ເຜົ່າຕ່າງໆເພື່ອເປັນມໍລະດົກຕາມຈຳນວນຄົນທີ່ນັບໄດ້.54ເຜົ່າໃດໃຫຍ່ກໍໄດ້ຮັບທີ່ດິນຫລາຍ ແລະ ເຜົ່າໃດທີ່ນ້ອຍກວ່າກໍໄດຮັບທີ່ດິນນ້ອຍລົງຕາມສ່ວນ ແຕ່ລະກຸ່ມຈະໄດ້ຮັບມໍລະດົກຕາມຈຳນວນລາຍຊື່ທີ່ຂຶ້ນທະບຽນໄວ້.55ຈົ່ງໃຫ້ແນ່ໃຈວ່າດິນແດນນັ້ນໄດ້ຖືກແບ່ງໂດຍການຈັບສະຫລາກ. ແຕ່ລະກຸ່ມໄດ້ຮັບມໍລະດົກຕາມຈຳນວນລາຍຊື່ບັນພະບຸລຸດຂອງເຜົ່າ.56ມໍລະດົກທຸກຢ່າງຈະຕ້ອງໄດ້ແບ່ງປັນໂດຍການຈັບສະຫລາກຕາມເຜົ່າໃຫຍ່ ແລະ ເຜົ່ານ້ອຍ”.57ຕໍ່ໄປນີ້ຄືເຜົ່າເລວີນັບຕາມຕະກຸນຂອງພວກເຂົາມີດັ່ງນີ້: ໂດຍທາງເກໂຊນ, ເປັນຕະກຸນເກໂຊນ; ໂດຍທາງໂກຮາດ, ເປັນຕະກຸນໂກຮາດ; ໂດຍທາງເມຣາຣີ, ເປັນຕະກຸນເມຣາຣິ;58ຕໍ່ໄປນີ້ຄືຕະກຸນເລວີມີດັ່ງນີ້: ຕະກຸນລີບນີ, ຕະກຸນເຮັບໂຣນ, ຕະກຸນມາຮະລີ, ຕະກຸນມູຊີ, ຕະກຸນໂກຮາດ. (ໂກຮາດເປັນບັນພະບຸລຸດຂອງອຳຣາມ;59ເມຍຂອງອຳຣາມຊື່ວ່າໂຢເກເບັດ, ຜູ້ເປັນເຊື້ອສາຍຂອງເລວີ, ຜູ້ເປັນລູກສາວຂອງຄົນເລວີ ໃນເອຢິບ. ເພື່ອອຳຣາມນາງໄດ້ເກີດອາໂຣນ, ໂມເຊ ແລະ ມີຣີອາມເອື້ອຍຂອງພວກເຂົາ.60ອາໂຣນເປັນພໍ່ຂອງນາດາບ ແລະ ອາບີຮູ, ເອເລອາຊາ ແລະ ອີທາມາ.61ແຕ່ນາດາບ ແລະ ອາບີຮູໄດ້ຕາຍໄປເມື່ອພວກເຂົາຈຸດໄຟຖວາຍເຄື່ອງບູຊາທີ່ບໍ່ໄດ້ຮັບອະນຸຍາດຕໍ່ໜ້າພຣະເຈົ້າຢາເວ).62ຈຳນວນຜູ້ຊາຍທັງໝົດໃນຕະກຸນເລວີອາຍຸໜຶ່ງເດືອນຂຶ້ນໄປນັບໄດ້ຈຳນວນ 23.000 ຄົນ. ແຕ່ພວກເຂົາບໍ່ໄດ້ນັບລວມເຂົ້າໃນສຳມະໂນຄົວຂອງຊາວອິດສະຣາເອນ ເພາະຊາວເລວີບໍ່ໄດ້ຮັບສ່ວນແບ່ງທີ່ດິນເໝືອນຕະກຸນອື່ນໆ.63ທັງໝົດນີ້ຄືສຳມະໂນຄົວຊາວອິດສະຣາເອນທີ່ໂມເຊ ແລະ ປະໂລຫິດເອເລອາຊາຈັດຂຶ້ນໃນທົ່ງພຽງໂມອາບ ແຄມແມ່ນ້ຳຈໍແດນກົງກັນຂ້າມກັບເມືອງເຢຣິໂກ.64ບໍ່ມີແມ່ນແຕ່ຄົນດຽວໃນສຳມະໂນຄົວນີ້ທີ່ມີຊື່ຢູ່ໃນສຳມະໂນຄົວຄັ້ງກ່ອນທີ່ໂມເຊ ແລະ ປະໂລຫິດອາໂຣນນັບຈຳນວນຊາວອິດສະຣາເອນໃນຖິ່ນແຫ້ງແລ້ງກັນດານຊີນາຍ.65ເພາະພຣະເຈົ້າຢາເວໄດ້ກ່າວແກ່ຊາວອິດສະຣາເອນເຫລົ່ານັ້ນວ່າພວກເຂົາຈະຕາຍໃນຖິ່ນແຫ້ງແລ້ງກັນດານແນ່ນອນ ແລະ ບໍ່ມີຄົນໃດເຫລືອຢູ່ ຍົກເວັ້ນກາເລັບລູກຊາຍຂອງເຢຟຸນເນ ແລະ ໂຢຊວຍລູກຊາຍຂອງນູນ.
Biblica, Inc.