ຈົດບັນຊີ25
ໂມອາບລໍ້ລວງອິດສະຣາເອນ
1ຂະນະທີ່ອິດສະຣາເອນພັກຢູ່ທີ່ຊິດຕິມ, ພວກຜູ້ຊາຍເລີ່ມເຮັດຜິດທາງເພດກັບຍິງຊາວໂມອາບ,2ຜູ້ທີ່ເຊີນພວກເຂົາໄປຮ່ວມບູຊາບັນດາພະຂອງພວກເຂົາ. ພວກເຂົາກໍ່ໄດ້ຮ່ວມງານລ້ຽງ ແລະ ຂາບໄຫວ້ຕໍ່ໜ້າພະເຫລົ່ານີ້.3ດ້ວຍວ່າອິດສະຣາເອນຫັນຕົວເອງເຂົ້າຂາບໄຫວ້ພະບາອານແຫ່ງເປອໍ. ພຣະເຈົ້າຢາເວໂກດຮ້າຍຕໍ່ພວກເຂົາຫລາຍ.4ພຣະເຈົ້າຢາເວກ່າວແກ່ໂມເຊວ່າ, “ຈົ່ງນຳເອົາບັນດາຜູ້ນຳຂອງປະຊາຊົນເຫລົ່ານີ້, ມາປະຫານຊີວິດ ແລະ ແຂວນພວກເຂົາໄວ້ກາງແດດກ້າຕໍ່ໜ້າພຣະເຈົ້າຢາເວ, ເພື່ອວ່າຄວາມໂກດຮ້າຍອັນຮຸນແຮງຂອງພຣະເຈົ້າຢາເວຈະຫັນໜີໄປຈາກອິດສະຣາເອນ”.5ດັ່ງນັ້ນໂມເຊຈຶ່ງສັ່ງຜູ້ພິພາກສາຂອງອິດສະຣາເອນວ່າ, “ພວກເຈົ້າແຕ່ລະຄົນຈະຕ້ອງປະຫານຊີວິດຜູ້ທີ່ຮ່ວມກາບໄຫວ້ພະບາອານແຫ່ງເປອໍ”.6ແລ້ວຊາຍຄົນອິດສະຣາເອນຄົນໜຶ່ງໄດ້ນຳເອົາຍິງຊາວມີດີອານເຂົ້າມາໃນຄ້າຍພັກຕໍ່ໜ້າໂມເຊ ແລະ ຊຸມຊົນທັງໝົດຂອງອິດສະຣາເອນໃນຂະນະທີ່ພວກເຂົາຢືນຮ້ອງໄຫ້ຢູ່ທີ່ທາງເຂົ້າຂອງເຕັນນັດພົບ.7ເມື່ອຟີເນຮາລູກຊາຍຂອງເອເລອາຊາ, ຜູ້ເປັນລູກຊາຍຂອງປະໂລຫິດອາໂຣນເຫັນເຊັ່ນນີ້, ລາວກໍອອກຈາກຊຸມຊົນໄປ, ໂດຍຈັບເອົາຫອກໃສ່ມືຂອງຕົນ8ແລ້ວໄດ້ຕິດຕາມຊາຍຄົນອິດສະຣາເອນເຂົ້າໄປໃນເຕັນ. ລາວຊັດຫອກເຂົ້າໃສ່ພວກເຂົາ, ທະລຸຜ່ານຊາຍຄົນອິດສະຣາເອນ ແລະ ຊອດເຂົ້າໄປທ້ອງຂອງຍິງນັ້ນ. ແລ້ວໂລກລະບາດທີ່ເກີດຂື້ນກັບຄົນອິດສະຣາເອນກໍໄດ້ຢຸດຕິລົງ.9ແຕ່ມີຜູ້ເສຍຊີວິດຍ້ອນໂລກລະບາດໄປແລ້ວຈຳນວນ 24.000 ຄົນ.10ພຣະເຈົ້າຢາເວກ່າວແກ່ໂມເຊວ່າ,11“ຟີເນຮາລູກຊາຍຂອງເອເລອາຊາ, ຜູ້ເປັນລູກຊາຍຂອງປະໂລຫິດອາໂຣນ, ເປັນຜູ້ນຳເອົາຄວາມໂກດຮ້າຍຂອງເຮົາອອກໄປຈາກຄົນອິດສະຣາເອນ. ເນື່ອງຈາກວ່າລາວມີຄວາມກະຕືລືລົ້ນເພື່ອປົກປ້ອງກຽດຂອງເຮົາທີ່ມີຢູ່ນັ້ນ, ເຮົາຈຶ່ງຢຸດເຊົາການທຳລາຍຂອງເຮົາຕໍ່ພວກເຂົາ.12ສະນັ້ນຈົ່ງບອກລາວວ່າເຮົາໄດ້ເຮັດພັນທະສັນຍາແຫ່ງສັນຕິສຸກຂອງເຮົາກັບລາວ.13ລາວ ແລະ ເຊື້ອສາຍຂອງລາວຈະມີພັນທະສັນຍາຂອງການເປັນປະໂລຫິດຕະຫລອດໄປ, ເພາະລາວມີຄວາມກະຕືລືລົ້ນເພື່ອປົກປ້ອງກຽດຂອງພຣະເຈົ້າຂອງລາວ ແລະ ໄດ້ລຶບລ້າງບາບໃຫ້ຄົນອິດສະຣາເອນ”.14ຊື່ຂອງຊາຍຄົນອິດສະຣາເອນຜູ້ທີ່ຖືກຂ້າພ້ອມຍິງຊາວມີດີອານນັ້ນແມ່ນຊິມຣີລູກຊາຍຂອງສາລູ, ຜູ້ນຳຄົນໜຶ່ງຂອງຄອບຄົວຊາວຊີເມໂອນ.15ແລະ ຊື່ຂອງຍິງຊາວມີດີອານຜູ້ທີ່ຖືກຂ້າຄົນນັ້ນແມ່ນໂກຊະບີລູກສາວຂອງຊູເຣ, ເຊິ່ງເປັນຫົວໜ້າຄອບຄົວຂອງເຜົ່າຊາວມີດີອານ.16ພຣະເຈົ້າຢາເວກ່າວແກ່ໂມເຊວ່າ,17“ຈົ່ງປະຕິບັດຕໍ່ຊາວມີດີອານໃນຖານະສັດຕູ ແລະ ຂ້າພວກເຂົາເສຍ.18ພວກເຂົາປະຕິບັດຕໍ່ເຈົ້າໃນຖານະສັດຕູເມື່ອພວກເຂົາຫລອກລວງເຈົ້າທີ່ເປອໍ ແລະ ເລື່ອງຂອງໂກຊະບີ, ລູກສາວຜູ້ນຳຂອງຊາວມີດີອານ, ແມ່ຍິງທີ່ຖືກຂ້າເມື່ອໂລກລະບາດເຂົ້າມາຈາກຜົນຂອງເຫດການນັ້ນ”.Biblica, Inc.