ຈົດບັນຊີ24

1ບັດນີ້​ເມື່ອ​ບາລາອາມ​ເຫັນ​ວ່າ​ພຣະເຈົ້າ​ຢາເວ​ພໍໃຈ​ທີ່​ຈະ​ອວຍພອນ​ອິດສະຣາເອນ​ແລ້ວ, ລາວ​ກໍ​ບໍ່​ໄດ້​ໄປ​ເບິ່ງ​ໂຊກ​ເບິ່ງ​ລາງ​ເໝືອນ​ຄັ້ງ​ກ່ອນໆ, ແຕ່​ຫັນ​ໜ້າ​ຂອງ​ລາວ​ໄປ​ສູ່​ຖິ່ນແຫ້ງແລ້ງກັນດານ.2ເມື່ອ​ບາລາອາມ​ຫລຽວ​ອອກ​ໄປ​ກໍ​ເຫັນ​ອິດສະຣາເອນ​ແຍກ​ຕັ້ງ​ທີ່ພັກ​ອາໄສ​ຕາມ​ເຜົ່າ, ພຣະວິນຍານ​ຂອງ​ພຣະເຈົ້າ​ກໍ​ມາ​ຢູ່​ເທິງ​ບາລາອາມ3ແລະ ລາວ​ຈຶ່ງ​ກ່າວ​ຄຳ​ທຳນວາຍ​ຂອງ​ພຣະອົງ​ວ່າ:“ຄຳ​ທຳນວາຍ​ຂອງ​ບາລາອາມ​ລູກຊາຍ​ຂອງ​ເບອໍ,ຄຳທຳນວາຍ​ຂອງ​ຜູ້​ມີ​ຕາ​ສະຫວ່າງ,4ຄຳ​ທຳນວາຍ​ຂອງ​ຜູ້​ໄດ້​ຍິນ​ຖ້ອຍຄຳ​ຂອງ​ພຣະເຈົ້າ,ຜູ້​ເຫັນ​ນິມິດ​ຈາກ​ອົງ​ຜູ້​ມີ​ລິດອຳນາດ​ຍິ່ງ​ໃຫຍ່, ຜູ້​ລົ້ມ​ລົງ​ນອນ​ຂ້ວມ ແລະ ຕາ​ໄດ້​ເປີດ​ອອກ:
5“ຢາໂຄບ! ບັນດາ​ເຕັນ​ຂອງ​ທ່ານ​ຊ່າງ​ງາມ​ແທ້,ອິດສະຣາເອນ, ທີ່ຢູ່​ອາໄສ​ຂອງ​ທ່ານ​ງາມ​ຫລາຍ!
6“ພວກເຂົາ​ແຜ່​ກະຈາຍ​ອອກ​ໄປ​ດັ່ງ​ຮ່ອມພູ,ດັ່ງ​ສວນ​ທີ່​ຢູ່​ແຄມ​ແມ່ນ້ຳ,ດັ່ງ​ຕົ້ນ​ເກດສະໜາ​ທີ່​ພຣະເຈົ້າ​ຢາເວ​ປູກ​ໄວ້,ດັ່ງ​ຕົ້ນໄມ້​ສີດາ​ທີ່​ຢູ່​ແຄມ​ນ້ຳ.7ນ້ຳ​ຈະ​ໄຫລ​ລົ້ນ​ຈາກ​ຖັງ​ຂອງ​ພວກເຂົາ;ເມັດພືດ​ຂອງ​ພວກເຂົາ​ຈະ​ມີ​ນ້ຳ​ຢ່າງ​ອຸດົມສົມບູນ.“ກະສັດ​ຂອງ​ພວກເຂົາ​ຈະ​ຍິ່ງໃຫຍ່​ກວ່າ​ອາກັກ;ອານາຈັກ​ຂອງ​ພວກເຂົາ​ໄດ້​ຮັບ​ການ​ຍົກ​ສູງ.
8“ພຣະເຈົ້າ​ໄດ້​ນຳເອົາ​ພວກເຂົາ​ອອກ​ມາ​ຈາກ​ເອຢິບ;ພວກເຂົາ​ມີ​ກຳລັງ​ເໝືອນ​ງົວປ່າ.ພວກເຂົາ​ທຳລາຍ​ຊົນຊາດ​ຕ່າງໆ​ທີ່​ເປັນ​ສັດຕູແລະ ຫັກ​ກະດູກ​ຂອງ​ພວກເຂົາ​ເປັນ​ຕ່ອນໆ;ພວກເຂົາ​ສຽບແທງ​ຄົນ​ເຫລົ່ານັ້ນ​ດ້ວຍ​ລູກທະນູ.9ພວກເຂົາ​ລົ້ມຕົວ​ລົງ​ນອນ​ເໝືອນ​ດັ່ງ​ນາງ​ພະຍາ​ສິງຄ້າຍ​ນາງ​ສິງ​ຜູ້ໃດ​ກ້າ​ກຸກກວນ​ພວກເຂົາ​ໄດ້?“ຂໍ​ໃຫ້​ຜູ້​ທີ່​ອວຍພອນ​ທ່ານ​ໄດ້​ຮັບ​ພອນແລະ ໃຫ້​ຜູ້​ທີ່​ສາບແຊ່ງ​ທ່ານ​ຖືກ​ສາບແຊ່ງ!”
10ແລ້ວ​ບາຫລາກ​ກໍ່​ເກີດ​ຄວາມ​ໃຈຮ້າຍ​ຕໍ່​ບາລາອາມ. ເພິ່ນ​ທຸບ​ກຳປັ້ນ​ຕົນ​ເອງ ແລະ ເວົ້າ​ຕໍ່​ບາລາອາມ​ວ່າ, “ເຮົາ​ໄດ້​ເອີ້ນ​ເອົາ​ເຈົ້າ​ມາ​ເພື່ອ​ສາບແຊ່ງ​ສັດຕູ​ຂອງ​ເຮົາ, ແຕ່​ເຈົ້າ​ໄດ້​ອວຍພອນ​ພວກເຂົາ​ເຖິງ​ສາມ​ຄັ້ງ.11ຈົ່ງ​ໜີ​ໄປ​ດຽວນີ້ ແລະ ກັບ​ບ້ານ​ໄປ! ເຮົາ​ເວົ້າ​ແລ້ວ​ວ່າ​ເຮົາ​ຈະ​ໃຫ້​ລາງວັນ​ເຈົ້າ​ຢ່າງ​ງົດງາມ, ແຕ່​ພຣະເຈົ້າ​ຢາເວ​ໄດ້​ຂັດຂວາງ​ບໍ່​ໃຫ້​ໄດ້​ຮັບ​ລາງວັນ”.
12ບາລາອາມ​ຕອບ​ບາຫລາກ​ວ່າ, “ຂ້າພະເຈົ້າ​ບໍ່​ໄດ້​ບອກ​ຜູ້​ສົ່ງຂ່າວ​ທີ່​ທ່ານ​ສົ່ງ​ໄປ​ຫາ​ຂ້າພະເຈົ້າ​ບໍ​ວ່າ,13‘ເຖິງແມ່ນວ່າ​ບາຫລາກ​ຈະ​ມອບ​ເງິນ ແລະ ຄຳ​ທັງໝົດ​ໃນ​ລາຊະວັງ​ຂອງ​ເພິ່ນ​ໃຫ້​ຂ້າພະເຈົ້າ​ກໍ​ຕາມ, ຂ້າພະເຈົ້າ​ກໍ​ບໍ່​ສາມາດ​ເຮັດ​ສິ່ງ​ໃດ​ຕາມ​ໃຈ​ມັກ​ຂອງ​ຂ້າພະເຈົ້າ​ໄດ້, ບໍ່​ວ່າ​ດີ ຫລື ຮ້າຍ, ບໍ່​ສາມາດ​ທີ່​ຈະ​ໄປ​ໄກ​ເກີນ​ຄຳສັ່ງ​ຂອງ​ພຣະເຈົ້າ​ຢາເວ​ໄດ້ ແລະ ຂ້າພະເຈົ້າ​ຕ້ອງ​ເວົ້າ​ໃນ​ສິ່ງ​ທີ່​ພຣະເຈົ້າ​ຢາເວ​ກ່າວ​ເທົ່ານັ້ນ’?14ບັດນີ້ ຂ້າພະ​ເຈົ້າ​ຈະ​ກັບ​ຄືນ​ໄປ​ຫາ​ປະຊາຊົນ​ຂອງ​ຂ້າພະເຈົ້າ, ແຕ່​ຂໍ​ເຕືອນ​ທ່ານ​ເຖິງ​ສິ່ງ​ທີ່​ປະຊາຊົນ​ເຫລົ່ານີ້​ຈະ​ເຮັດ​ແກ່​ປະຊາຊົນ​ຂອງ​ທ່ານ​ໃນ​ວັນ​ຂ້າງ​ໜ້າ”.

ຄຳ​ທຳນວາຍ​ຄັ້ງ​ທີສີ່​ຂອງ​ບາລາອາມ

15ແລ້ວ​ເພິ່ນ​ຈຶ່ງ​ກ່າວ​ຄຳ​ທຳນວາຍ​ຂອງ​ເພິ່ນ​ວ່າ:“ຄຳ​ທຳນວາຍ​ຂອງ​ບາລາອາມ​ລູກຊາຍ​ຂອງ​ເບອໍ,ຄຳ​ທຳນວາຍ​ຂອງ​ຜູ້​ມີ​ຕາ​ສະຫວ່າງ,16ຄຳ​ທຳນວາຍ​ຂອງ​ຜູ້​ໄດ້​ຍິນ​ຖ້ອຍຄຳ​ຂອງ​ພຣະເຈົ້າ,ຜູ້​ມີ​ຄວາມຮູ້​ຈາກ​ຜູ້ສູງສຸດ,ຜູ້​ເຫັນ​ນິມິດ​ຈາກ​ອົງ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່,ຜູ້​ລົ້ມ​ລົງ ແລ້ວ​ຕາ​ໄດ້​ເປີດອອກ​ແລ້ວ:
17“ຂ້າພະເຈົ້າ​ເຫັນ​ເພິ່ນ, ແຕ່​ບໍ່​ແມ່ນ​ຂະນະ​ນີ້ຂ້າພະເຈົ້າ​ເບິ່ງ​ເຫັນ, ແຕ່​ບໍ່​ແມ່ນ​ໄລຍະ​ໃກ້.ດາວ​ດວງ​ໜຶ່ງ​ຈະ​ອອກ​ມາ​ຈາກ​ຢາໂຄບ;ໄມ້ຄາທາ​ອັນ​ໜຶ່ງ​ຈະ​ຂຶ້ນ​ມາ​ຈາກ​ອິດສະຣາເອນ.ຜູ້​ນັ້ນ​ຈະ​ຍ່ອງ​ໜ້າຜາກ​ຂອງ​ໂມອາບ,ແລະ ທຸບ​ກະໂຫລກຫົວ  ​ຂອງ  ​ເຊື້ອສາຍ​ຂອງ​ເຊດ  .18ເອໂດມ​ຈະ​ຖືກ​ພ່າຍແພ້;ເສອີ, ສັດຕູ​ຂອງ​ເຂົາ, ກໍ​ຈະ​ຖືກ​ພ່າຍແພ້,ແຕ່​ອິດສະຣາເອນ​ຈະ​ເຂັ້ມແຂງ​ຂຶ້ນ19ຈະ​ມີ​ຜູ້ປົກຄອງ​ຜູ້​ໜຶ່ງ​ອອກ​ມາ​ຈາກ​ຢາໂຄບແລະ ຈະ​ທຳລາຍ​ຜູ້​ທີ່​ລອດ​ຊີວິດ​ຂອງ​ເມືອງ​ນັ້ນ”.

ຄຳ​ທຳນວາຍ​ຄັ້ງ​ທີຫ້າ​ຂອງ​ບາລາອາມ

20ຈາກ​ນັ້ນ​ບາລາອາມ​ແນມເບິ່ງ​ຊາວອາມາເຫລັກ ແລະ ກ່າວ​ຄຳທຳນວາຍ​ຂອງ​ເພິ່ນ​ວ່າ:“ອາມາເຫລັກ​ເປັນ​ທີ​ໜຶ່ງ​ໃນ​ທ່າມກາງ​ປະຊາຊາດ​ຕ່າງໆ,ແຕ່​ບັ້ນປາຍ​ພວກເຂົາ​ຈະ​ພັງ​ພິນາດ”.

ຄຳ​ທຳນວາຍ​ຄັ້ງ​ທີ​ຫົກ​ຂອງ​ບາລາອາມ

21ແລ້ວ​ເຂົາ​ກໍ່​ແນມເບິ່ງ​ຊາວເກນິດ ແລະ ກ່າວ​ຄຳ​ທຳນວາຍ​ວ່າ:“ບ່ອນ​ທີ່​ພວກເຈົ້າ​ອາໄສ​ຢູ່​ກໍ​ໝັ້ນຄົງ,ຮັງ​ຂອງ​ພວກເຈົ້າ​ກໍ່​ຕັ້ງ​ຢູ່​ທີ່​ຫລືບ​ຫີນ;22ແຕ່​ພວກເຈົ້າ​ຊາວເກນິດ​ຈະ​ຖືກ​ທຳລາຍເມື່ອ​ອັດຊູເຣ​ຈັບ​ພວກເຈົ້າ​ໄປ​ເປັນ​ຊະເລີຍ”.

ຄຳ​ທຳນວາຍ​ຄັ້ງ​ທີ​ເຈັດ​ຂອງ​ບາລາອາມ

23ແລ້ວ​ບາລາອາມ​ກໍ​ກ່າວ​ຄຳ​ທຳນວາຍ​ຂອງ​ເພິ່ນ​ວ່າ:“ອະນິຈັງ! ມີ​ຜູ້ໃດ​ຈະ​ມີ​ຊີວິດ​ຢູ່​ໄດ້​ເມື່ອ​ພຣະເຈົ້າ​ກະທຳ​ເຊັ່ນ​ນີ້?24ເຮືອ​ຈະ​ມາ​ຈາກ​ຝັ່ງທະເລ​ຂອງ​ໄຊປຣັດ;ແລະ ພວກເຂົາ​ຈະ​ເອົາ​ຊະນະ​ທັງ​ອັດຊູເຣ ແລະ ເອເບ,ແຕ່​ພວກເຂົາ​ກໍ​ຈະ​ຈິບຫາຍ​ໄປ​ເຊັ່ນ​ກັນ”.
25ແລ້ວ​ບາລາອາມ​ກໍ​ລຸກ​ຂຶ້ນ ແລະ ກັບ​ເມືອ​ທີ່​ຢູ່​ຂອງ​ຕົນ, ແລະ ບາຫລາກ​ກໍ​ໄປ​ຕາມ​ທາງ​ຂອງ​ຕົນ.

Biblica, Inc.

https://app.library.bible/content/eab9312f9f16b3a2