ຈົດບັນຊີ23
ຄຳທຳນວາຍຄັ້ງທຳອິດຂອງບາລາອາມ
1ບາລາອາມກ່າວວ່າ, “ຈົ່ງສ້າງແທ່ນບູຊາຂຶ້ນທີ່ນີ້ເຈັດແທ່ນ ແລະ ຕຽມງົວຜູ້ກັບແກະຜູ້ຢ່າງລະເຈັດໂຕໃຫ້ຂ້າພະເຈົ້າ”.2ບາຫລາກກໍເຮັດຕາມທີ່ບາລາອາມໄດ້ກ່າວ, ແລະ ພວກເຂົາທັງສອງກໍໄດ້ພາກັນຖວາຍບູຊາງົວຜູ້ ແລະ ແກະຜູ້ຢ່າງລະໂຕເທິງແທ່ນບູຊາແຕ່ລະແທ່ນ.3ແລ້ວບາລາອາມກໍກ່າວກັບບາຫລາກວ່າ, “ຈົ່ງຢືນຢູ່ຂ້າງເຄື່ອງຖວາຍຂອງທ່ານຢູ່ທີ່ນີ້ຂະນະທີ່ຂ້າພະເຈົ້າອອກໄປຂ້າງນອກ. ພຣະເຈົ້າຢາເວຈະມາພົບກັບຂ້າພະເຈົ້າ ຫລື ບໍ່. ສິ່ງໃດທີ່ພຣະອົງເປີດເຜີຍ, ຂ້າພະເຈົ້າຈະບອກທ່ານ”. ແລ້ວລາວກໍຂຶ້ນໄປເທິງຈອມພູທີ່ແຫ້ງແລ້ງ.4ພຣະເຈົ້າມາພົບກັບລາວ, ແລະ ບາລາອາມກ່າວວ່າ, “ຂ້ານ້ອຍໄດ້ຈັດຕຽມແທ່ນບູຊາເຈັດແທ່ນ, ແລະ ໄດ້ຖວາຍງົວຜູ້ກັບແກະຜູ້ຢ່າງລະໂຕເທິງແທ່ນບູຊາແຕ່ລະແທ່ນ”.5ພຣະເຈົ້າຢາເວເອົາຖ້ອຍຄຳໃສ່ໃນປາກຂອງບາລາອາມ ແລະ ກ່າວວ່າ, “ຈົ່ງກັບໄປຫາບາຫລາກ ແລະ ກ່າວຖ້ອຍຄຳນີ້ກັບລາວ”.6ບາລາອາມຈຶ່ງກັບລົງໄປຫາບາຫລາກ ແລະ ພົບວ່າເພິ່ນຢືນຢູ່ຂ້າງເຄື່ອງຖວາຍຂອງຕົນ, ພ້ອມດ້ວຍບັນດາຂ້າລາຊະການຊາວໂມອາບ.7ແລ້ວບາລາອາມຈຶ່ງກ່າວຖ້ອຍຄຳຂອງພຣະອົງວ່າ:“ບາຫລາກນຳຂ້າພະເຈົ້າມາຈາກອາຣາມ,ກະສັດແຫ່ງໂມອາບພາຂ້າພະເຈົ້າມາຈາກພູເຂົາທາງທິດຕາເວັນອອກ.ເພິ່ນກ່າວວ່າ, ‘ຈົ່ງມາ, ມາສາບແຊ່ງຢາໂຄບໃຫ້ຂ້ອຍແດ່;ຈົ່ງມາ, ປະນາມອິດສະຣາເອນ’.8ຂ້າພະເຈົ້າຈະສາບແຊ່ງຜູ້ທີ່ພຣະເຈົ້າຢາເວບໍ່ໄດ້ສາບແຊ່ງໄດ້ຢ່າງໃດ?ຂ້າພະເຈົ້າຈະປະນາມຜູ້ທີ່ພຣະເຈົ້າຢາເວບໍ່ໄດ້ປະນາມໄດ້ຢ່າງໃດ?9ຈາກຍອດຜາຫີນ ຂ້າພະເຈົ້າເຫັນພວກເຂົາ,ຈາກເບື້ອງສູງ ຂ້າພະເຈົ້າແນມເຫັນພວກເຂົາ.ຂ້າພະເຈົ້າເຫັນຊົນຊາດໜຶ່ງທີ່ຢູ່ຕາມລຳພັງແລະ ບໍ່ໄດ້ຖືວ່າພວກຕົນເປັນໜຶ່ງໃນບັນດາປະຊາຊາດຕ່າງໆ.10ຜູ້ໃດສາມາດນັບເຊື້ອສາຂອງຢາໂຄບທີ່ມີຢ່າງຫລວງຫລາຍເໝືອນຂີ້ຝຸ່ນດິນຫລື ແມ່ນແຕ່ເຊັ່ນທີສີ່ຂອງອິດສະຣາເອນໄດ້?ຂໍໃຫ້ຂ້າພະເຈົ້າໄດ້ຕາຍຢ່າງຜູ້ຊອບທຳ,ຂໍໃຫ້ບັ້ນປາຍຊີວິດຂອງຂ້າພະເຈົ້າຈົບລົງເໝືອນດັ່ງພວກເຂົາ!”11ບາຫລາກກ່າວກັບບາລາອາມວ່າ, “ເຈົ້າເຮັດຫຍັງກັບເຮົາຢ່າງນີ້? ເຮົານຳເອົາເຈົ້າມາເພື່ອສາບແຊ່ງສັດຕູຂອງເຮົາ, ແຕ່ເຈົ້າບໍ່ໄດ້ເຮັດສິ່ງໃດເລີຍແຕ່ມາອວຍພອນພວກເຂົາ!”12ບາລາອາມຕອບວ່າ, “ຂ້າພະເຈົ້າຕ້ອງເວົ້າສິ່ງທີ່ພຣະເຈົ້າຢາເວໃສ່ໄວ້ໃນປາກຂອງຂ້າພະເຈົ້າບໍ່ແມ່ນບໍ?”ຄຳທຳນວາຍຄັ້ງທີສອງຂອງບາລາອາມ
13ແລ້ວບາຫລາກຈຶ່ງເວົ້າກັບບາລາອາມວ່າ, “ຈົ່ງໄປກັບເຮົາອີກບ່ອນໜຶ່ງບ່ອນທີ່ເຈົ້າສາມາດເຫັນພວກເຂົາໄດ້; ແຕ່ເຈົ້າຈະບໍ່ເຫັນພວກເຂົາທັງໝົດ ແຕ່ເຫັນພຽງຄ້າຍພັກຂອງພວກເຂົາຢູ່ນອກເມືອງເທົ່ານັ້ນ. ແລະ ຈາກທີ່ນັ້ນ, ຈົ່ງສາບແຊ່ງພວກເຂົາໃຫ້ເຮົາດ້ວຍ”.14ບາຫລາກຈຶ່ງພາບາລາອາມໄປຍັງທົ່ງໂຊພິມເທິງຈອມພູປີສະກາ, ແລະ ທີ່ນັ້ນລາວສ້າງແທ່ນບູຊາຂຶ້ນເຈັດແທ່ນ ແລະ ຖວາຍງົວຜູ້ກັບແກະຜູ້ຢ່າງລະໂຕເທິງແທ່ນບູຊາແຕ່ລະແທ່ນ.15ບາລາອາມກ່າວຕໍ່ບາຫລາກວ່າ, “ຈົ່ງຢືນຢູ່ຂ້າງເຄື່ອງຖວາຍຂອງທ່ານໃນຂະນະທີ່ຂ້າພະເຈົ້າຈະໄປພົບກັບພຣະອົງທີ່ນັ້ນ”.16ພຣະເຈົ້າຢາເວມາພົບບາລາອາມ ແລະ ເອົາຖ້ອຍຄຳໃສ່ໃນປາກຂອງລາວ ແລະ ກ່າວວ່າ, “ຈົ່ງກັບຄືນໄປຫາບາຫລາກ ແລະ ມອບຖ້ອຍຄຳນີ້ໃຫ້ລາວ”.17ດັ່ງນັ້ນບາລາອາມຈຶ່ງກັບໄປຫາບາຫລາກ ແລະ ພົບເພິ່ນຢືນຢູ່ຂ້າງເຄື່ອງຖວາຍຂອງຕົນ, ພ້ອມກັບບັນດາຂ້າລາຊະການຂອງໂມອາບ. ບາຫລາກຖາມລາວວ່າ, “ພຣະເຈົ້າຢາເວກ່າວຫຍັງແດ່?”18ແລ້ວບາລາອາມຈຶ່ງກ່າວຄຳທຳນວາຍວ່າ:“ຈົ່ງລຸກຂຶ້ນເທີນ ບາຫລາກເອີຍ, ແລະ ຈົ່ງຟັງ;ລູກຊາຍຂອງຊິບໂປເອີຍ, ຈົ່ງຟັງເຮົາເທີນ.19ພຣະເຈົ້າບໍ່ແມ່ນມະນຸດ, ທີ່ຈະກ່າວຄຳຕົວະ,ພຣະອົງບໍ່ແມ່ນມະນຸດ, ທີ່ຈະປ່ຽນຄວາມຄິດຂອງພຣະອົງ.ມີຫລືບໍທີ່ພຣະອົງກ່າວແລ້ວບໍ່ໄດ້ກະທຳ?ມີຫລືບໍທີ່ພຣະອົງສັນຍາ ແລະ ບໍ່ໄດ້ກະທຳ?20ຂ້າພະເຈົ້າໄດ້ຮັບຄຳສັ່ງໃຫ້ອວຍພອນ;ພຣະອົງກໍໄດ້ອວຍພອນແລ້ວ, ແລະ ຂ້າພະເຈົ້າບໍ່ສາມາດປ່ຽນແປງຄຳສັ່ງນັ້ນໄດ້.21“ບໍ່ເຫັນມີເຄາະກຳໃດໃນຢາໂຄບ,ບໍ່ມີຄວາມທຸກຍາກໃດທີ່ສັງເກດໄດ້ໃນອິດສະຣາເອນ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາສະຖິດຢູ່ກັບພວກເຂົາ;ສຽງໂຮຮ້ອງຂອງກະສັດຢູ່ທ່າມກາງພວກເຂົາ;22ພຣະເຈົ້າໄດ້ນຳເອົາພວກເຂົາອອກມາຈາກເອຢິບ;ພວກເຂົາມີກຳລັງເໝືອນງົວປ່າ.23ບໍ່ມີເວດມົນຄາຖາໃດຕໍ່ສູ້ ຢາໂຄບ,ບໍ່ມີວິຊາອາຄົມໃດຕໍ່ສູ້ອິດສະຣາເອນ.ເຖິງເວລາແລ້ວທີ່ຈະກ່າວເຖິງຢາໂຄບແລະ ອິດສະຣາເອນວ່າ, ‘ຈົ່ງເບິ່ງສິ່ງທີ່ພຣະເຈົ້າໄດ້ກະທຳ!’24ປະຊາຊົນລຸກຂຶ້ນເໝືອນດັ່ງນາງພະຍາສິງ;ພວກເຂົາປຸກໃຈຕົນເອງເໝືອນດັ່ງຣາຊາສິງຈະບໍ່ຢຸດພັກຈົນກວ່າຈະໄດ້ເຫຍື່ອມາເປັນອາຫານ.ແລະ ໄດ້ດື່ມເລືອດຂອງເຫຍື່ອເສຍກ່ອນ”.25ຫລັງຈາກນັ້ນບາຫລາກຈຶ່ງກ່າວກັບບາລາອາມວ່າ, “ຖ້າບໍ່ສາບແຊ່ງພວກເຂົາ ແລະ ກໍບໍ່ອວຍພອນພວກເຂົາເລີຍ!”26ບາລາອາມຕອບວ່າ, “ຂ້າພະເຈົ້າບອກທ່ານແລ້ວບໍ່ແມ່ນບໍວ່າຂ້າພະເຈົ້າຈະຕ້ອງເຮັດຕາມທີ່ພຣະເຈົ້າກ່າວ?”ຄຳທຳນວາຍຄັ້ງທີສາມຂອງບາລາອາມ
27ແລ້ວບາຫລາກເວົ້າກັບບາລາອາມວ່າ, “ມາເທາະ, ເຮົາຈະພາທ່ານໄປບ່ອນໜຶ່ງອີກ. ບາງທີບ່ອນນີ້ພຣະເຈົ້າອາດພໍໃຈເພື່ອຈະໃຫ້ເຈົ້າສາບແຊ່ງພວກເຂົາຈາກທີ່ນັ້ນ”.28ບາຫລາກຈຶ່ງພາບາລາອາມໄປຍັງຈອມພູເປອໍ, ເຊິ່ງຫລຽວລົງມາເຫັນດິນຫວ່າງເປົ່າ.29ບາລາອາມກ່າວວ່າ, “ຈົ່ງສ້າງແທ່ນບູຊາເຈັດແທ່ນໃຫ້ຂ້າພະເຈົ້າທີ່ນີ້, ແລະ ຕຽມງົວຜູ້ເຈັດໂຕກັບແກະຜູ້ເຈັດໂຕສຳລັບຂ້າພະເຈົ້າ”.30ບາຫລາກກໍເຮັດຕາມທີ່ບາລາອາມໄດ້ກ່າວ, ແລະ ໄດ້ຖວາຍງົວຜູ້ ແລະ ແກະຜູ້ຢ່າງລະໜຶ່ງໂຕເທິງແທ່ນບູຊາແຕ່ລະແທ່ນ.Biblica, Inc.