ຈົດບັນຊີ1
ການສຳຫລວດສຳມະໂນຄົວ
1ພຣະເຈົ້າຢາເວໄດ້ເວົ້າກັບໂມເຊໃນເຕັນນັດພົບ ຢູ່ທີ່ຖິ່ນແຫ້ງແລ້ງກັນດານຊີນາຍ ໃນມື້ທີໜຶ່ງເດືອນທີສອງຂອງປີທີສອງຫລັງຈາກທີ່ຄົນອິດສະຣາເອນອອກມາຈາກເອຢິບ. ພຣະອົງໄດ້ເວົ້າວ່າ:2“ຈົ່ງສຳຫລວດສຳມະໂນຄົວຂອງຊຸມຊົນຄົນອິດສະຣາເອນທັງໝົດຕາມຕະກຸນ ແລະ ຄອບຄົວຂອງພວກເຂົາ, ຈົ່ງເຮັດບັນຊີລາຍຊື່ຜູ້ຊາຍທຸກຄົນຕາມລຳດັບ.3ເຈົ້າ ແລະ ອາໂຣນຈະຕ້ອງນັບຜູ້ຊາຍທັງໝົດໃນອິດສະຣາເອນທີ່ມີອາຍຸ 20 ປີ ຫລື ຫລາຍກວ່ານັ້ນ ທີ່ສາມາດເຮັດໜ້າທີ່ໃນກອງທັບໄດ້ໂດຍແຍກພວກເຂົາອອກເປັນກອງ.4ຈົ່ງເລືອກເອົາຜູ້ຊາຍໜຶ່ງຄົນຈາກແຕ່ລະເຜົ່າ, ພວກເຂົາເຫລົ່ານັ້ນແມ່ນຫົວໜ້າຄອບຄົວ, ເພື່ອຈະເປັນຜູ້ຊ່ວຍພວກເຈົ້າ.5“ຕໍ່ໄປນີ້ແມ່ນລາຍຊື່ຂອງຜູ້ຊາຍທັງຫລາຍທີ່ຈະມາຊ່ວຍພວກເຈົ້າ:“ເອລີຊູລູກຊາຍຂອງເຊເດອຸເຣ, ຈາກເຜົ່າຣູເບັນ;6ເຊລູມີເອນລູກຊາຍຂອງຊູຣິດຊັດດາຍ, ຈາກເຜົ່າຊີເມໂອນ;7ນາໂຊນລູກຊາຍຂອງອຳມີນາດາບ, ຈາກເຜົ່າຢູດາ;8ເນທາເນນລູກຊາຍຂອງຊູອາ, ຈາກເຜົ່າອິດຊາຄາ;9ເອລີອາບລູກຊາຍຂອງເຮໂລນ, ຈາກເຜົ່າເຊບູໂລນ;10ຈາກບັນດາລູກຊາຍຂອງໂຢເຊັບ: ເອລີຊາມາລູກຊາຍອາມມີຮູດ, ຈາກເຜົ່າເອຟຣາອິມ; ກາມາລີເອນລູກຊາຍຂອງເປດາຊູ, ຈາກເຜົ່າມານາເຊ;11ອາບີດານລູກຊາຍຂອງກີເດໂອນີ, ຈາກເຜົ່າເບັນຢາມິນ;12ອາຮີເອເຊລູກຊາຍຂອງອຳມີຊັດດາຍ, ຈາກເຜົ່າດານ;13ປາກີເອນລູກຊາຍຂອງອົກກະຣັນ, ຈາກເຜົ່າອາເຊ;14ເອລີອາສັບລູກຊາຍຂອງດູເອນ, ຈາກເຜົ່າກາດ;15ອາຮີຣາລູກຊາຍເອນັນຈາກເຜົ່າເນັບທາລີ”.16ຜູ້ຊາຍເຫລົ່ານີ້ໄດ້ຖືກແຕ່ງຕັ້ງຈາກຊຸມຊົນ, ບັນດາຜູ້ນຳຂອງເຜົ່າຕ່າງໆຕາມບັນພະບຸລຸດຂອງພວກເຂົາ. ພວກເຂົາເປັນຫົວໜ້າຕະກຸນຕ່າງໆຂອງອິດສະຣາເອນ.17ໂມເຊ ແລະ ອາໂຣນໄດ້ຮັບເອົາຜູ້ຊາຍເຫລົ່ານີ້ຕາມບັນຊີລາຍຊື່ທີ່ໄດ້ລະບຸໄວ້,18ແລະ ພວກເພິ່ນໄດ້ເອີ້ນຊຸມຊົນທັງໝົດມາເຕົ້າໂຮມກັນໃນມື້ທີໜຶ່ງຂອງເດືອນທີສອງ. ປະຊາຊົນໄດ້ລົງບັນຊີລາຍຊື່ບັນພະບຸລຸດຂອງພວກເຂົາຕາມຕະກຸນ ແລະ ຄອບຄົວຂອງພວກເຂົາ ແລະ ໄດ້ລົງບັນຊີລາຍຊື່ຜູ້ຊາຍແຕ່ລະຄົນທີ່ມີອາຍຸ 20 ປີ ຫລື ຫລາຍກວ່ານັ້ນ,19ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊ. ດັ່ງນັ້ນ ເພິ່ນຈຶ່ງໄດ້ນັບຈຳນວນຄົນເຫລົ່ານີ້ໃນຖິ່ນແຫ້ງແລ້ງກັນດານຊີນາຍຄື:20ຈາກເຊື້ອສາຍຂອງຣູເບັນລູກຊາຍກົກຂອງອິດສະຣາເອນ: ຜູ້ຊາຍທັງໝົດອາຍຸ 20 ປີ ຫລື ຫລາຍກວ່ານັ້ນທີ່ສາມາດຮັບໃຊ້ໃນກອງທັບຕາມບັນຊີລາຍຊື່ຂອງຕະກຸນ ແລະ ຂອງຄອບຄົວນັ້ນ.21ຈາກເຜົ່າຣູເບັນມີຈຳນວນ 46.500 ຄົນ.22ຈາກເຊື້ອສາຍຂອງຊີເມໂອນ: ຜູ້ຊາຍທັງໝົດທີ່ມີອາຍຸ 20 ປີ ຫລື ຫລາຍກວ່າທີ່ສາມາດອອກຮັບໃຊ້ໃນກອງທັບຕາມບັນຊີລາຍຊື່ຂອງຕະກຸນ ແລະ ຂອງຄອບຄົວ.23ຈາກເຜົ່າຊີເມໂອນມີຈຳນວນ 59.300 ຄົນ.24ຈາກເຊື້ອສາຍຂອງກາດ: ຜູ້ຊາຍທັງໝົດທີ່ມີອາຍຸ 20 ປີ ຫລື ຫລາຍກວ່າ ທີ່ສາມາດອອກຮັບໃຊ້ໃນກອງທັບຕາມບັນຊີລາຍຊື່ຂອງຕະກຸນ ແລະ ຂອງຄອບຄົວ.25ຈາກເຜົ່າກາດມີຈຳນວນ 45.650 ຄົນ.26ຈາກເຊື້ອສາຍຂອງຢູດາ: ຜູ້ຊາຍທັງໝົດທີ່ມີອາຍຸ 20 ປີ ຫລື ຫລາຍກວ່ານັ້ນ ທີ່ສາມາດອອກຮັບໃຊ້ໃນກອງທັບຕາມບັນຊີລາຍຊື່ຂອງຕະກຸນ ແລະ ຂອງຄອບຄົວ.27ຈາກເຜົ່າຂອງຢູດາມີຈຳນວນ 74.600 ຄົນ.28ຈາກເຊື້ອສາຍຂອງອິດຊາຄາ: ຜູ້ຊາຍທັງໝົດທີ່ມີອາຍຸ 20 ປີ ຫລື ຫລາຍກວ່ານັ້ນ ທີ່ສາມາດອອກຮັບໃຊ້ໃນກອງທັບຕາມບັນຊີລາຍຊື່ຂອງຕະກຸນ ແລະ ຂອງຄອບຄົວ.29ຈາກເຜົ່າອິດຊາຄາມີຈຳນວນ 54.400 ຄົນ.30ຈາກເຊື້ອສາຍຂອງເຊບູໂລນ: ຜູ້ຊາຍທັງໝົດທີ່ມີອາຍຸ 20 ປີ ຫລື ຫລາຍກວ່ານັ້ນ ທີ່ສາມາດອອກຮັບໃຊ້ໃນກອງທັບຕາມບັນຊີລາຍຊື່ຂອງຕະກຸນ ແລະ ຂອງຄອບຄົວ.31ຈາກເຜົ່າເຊບູໂລນມີຈຳນວນ 57.400 ຄົນ.32ລູກຊາຍຂອງໂຢເຊັບ: ຈາກເຊື້ອສາຍຂອງເອຟຣາອິມ: ຜູ້ຊາຍທັງໝົດຜູ້ທີ່ມີອາຍຸ 20 ປີ ຫລື ຫລາຍກວ່ານັ້ນ ທີ່ສາມາດອອກຮັບໃຊ້ໃນກອງທັບທີ່ໄດ້ຕາມລາຍຊື່ຂອງຕະກຸນ ແລະ ຂອງຄອບຄົວ.33ຈາກເຜົ່າເອຟຣາອິມມີຈຳນວນ 40.500 ຄົນ.34ຈາກເຊື້ອສາຍຂອງມານາເຊລູກຊາຍຂອງໂຢເຊັບ: ຜູ້ຊາຍທັງໝົດທີ່ມີອາຍຸ 20 ປີ ຫລື ກວ່ານັ້ນ ທີ່ສາມາດອອກຮັບໃຊ້ໃນກອງທັບຕາມບັນຊີລາຍຊື່ຂອງຕະກຸນ ແລະ ຂອງຄອບຄົວ.35ຈາກເຜົ່າມານາເຊມີຈຳນວນ 32.200 ຄົນ.36ຈາກເຊື້ອສາຍຂອງເບັນຢາມິນ: ຜູ້ຊາຍທັງໝົດທີ່ມີອາຍຸ 20 ປີ ຫລື ຫລາຍກວ່ານັ້ນ ທີ່ສາມາດອອກຮັບໃຊ້ໃນກອງທັບໄດ້ຕາມບັນຊີລາຍຊື່ຂອງຕະກຸນ ແລະ ຂອງຄອບຄົວ.37ຈາກເຜົ່າເບັນຢາມິນມີຈຳນວນ 35.400 ຄົນ.38ຈາກເຊື້ອສາຍຂອງດານ: ຜູ້ຊາຍທັງໝົດທີ່ມີອາຍຸ 20 ປີ ຫລື ຫລາຍກວ່ານັ້ນ ທີ່ສາມາດອອກຮັບໃຊ້ໃນກອງທັບຕາມບັນຊີລາຍຊື່ຂອງຕະກຸນ ແລະ ຂອງຄອບຄົວ.39ຈາກເຜົ່າດານມີຈຳນວນ 62.700 ຄົນ.40ຈາກເຊື້ອສາຍຂອງອາເຊ: ຜູ້ຊາຍທັງໝົດທີ່ມີອາຍຸ 20 ປີ ຫລື ຫລາຍກວ່ານັ້ນ ທີ່ສາມາດອອກຮັບໃຊ້ໃນກອງທັບຕາມບັນຊີລາຍຊື່ຂອງຕະກຸນ ແລະ ຂອງຄອບຄົວ.41ຈາກເຜົ່າອາເຊມີຈຳນວນ 41.500 ຄົນ.42ຈາກເຊື້ອສາຍຂອງເນັບທາລີ: ຜູ້ຊາຍທັງໝົດທີ່ມີອາຍຸ 20 ປີ ຫລື ຫລາຍກວ່ານັ້ນ ທີ່ສາມາດອອກຮັບໃຊ້ໃນກອງທັບຕາມບັນຊີລາຍຊື່ຂອງຕະກຸນ ແລະ ຂອງຄອບຄົວ.43ຈາກເຜົ່າເນັບທາລີມີຈຳນວນ 53.400 ຄົນ.44ທັງໝົດນີ້ຄືຈຳນວນຜູ້ຊາຍທີ່ໂມເຊ, ອາໂຣນ ແລະ ຜູ້ນຳທັງສິບສອງເຜົ່າຂອງອິດສະຣາເອນໄດ້ນັບໄວ້, ແຕ່ລະຄົນເປັນຕົວແທນຄອບຄົວຂອງຕົນ.45ຜູ້ຊາຍທັງໝົດຂອງຄົນອິດສະຣາເອນທີ່ມີອາຍຸ 20 ປີ ຫລື ຫລາຍກວ່ານັ້ນ ຜູ້ທີ່ສາມາດອອກຮັບໃຊ້ໃນກອງທັບທີ່ໄດ້ຖືກນັບໄວ້ຂອງຄອບຄົວພວກເຂົາ.46ລວມຈຳນວນທັງໝົດມີ 603.550 ຄົນ.47ເຖິງຢ່າງໃດກໍຕາມ, ເຜົ່າທີ່ເປັນບັນພະບຸລຸດຂອງຄົນເລວີບໍ່ໄດ້ນັບລວມເຂົ້າກັບເຜົ່າອື່ນໆ.48ພຣະເຈົ້າຢາເວໄດ້ເວົ້າກັບໂມເຊວ່າ:49“ເຈົ້າຕ້ອງບໍ່ນັບເຜົ່າເລວີ ຫລື ລວມເອົາພວກເຂົາເຂົ້າໃນສຳມະໂນຄົວກັບຄົນອິດສະຣາເອນອື່ນໆ.50ແຕ່ຈົ່ງແຕ່ງຕັ້ງຄົນເລວີໃຫ້ຮັບຜິດຊອບຫໍເຕັນແຫ່ງພັນທະສັນຍາ ໃຫ້ເບິ່ງແຍງເຄື່ອງໃຊ້ ແລະ ທຸກສິ່ງທີ່ຢູ່ໃນຫໍເຕັນນັ້ນ. ພວກເຂົາຈະຕ້ອງຫາມຫໍເຕັນ ແລະ ເຄື່ອງໃຊ້ຕ່າງໆ ແລະ ທຸກສິ່ງທີ່ຢູ່ໃນຫໍເຕັນ; ພວກເຂົາຈະຕ້ອງເອົາໃຈໃສ່ເບິ່ງແຍງຫໍເຕັນ ແລະ ຕັ້ງຄ້າຍພັກຢູ່ອ້ອມຫໍເຕັນ.51ເມື່ອໃດກໍຕາມ ທີ່ມີການເຄື່ອນຍ້າຍຫໍເຕັນ, ຄົນເລວີຈະເປັນຜູ້ປົດຫໍເຕັນລົງ ແລະ ເມື່ອໃດກໍຕາມ ທີ່ຫໍເຕັນຈະຕ້ອງຕັ້ງຂຶ້ນໃໝ່, ຄົນເລວີຈະເປັນຜູ້ຕັ້ງຂຶ້ນ. ຜູ້ໃດທີ່ເຂົ້າໄປໃກ້ຫໍເຕັນນັ້ນຈະຕ້ອງຕາຍ.52ຄົນອິດສະຣາເອນຈະຕ້ອງຕັ້ງເຕັນຂອງຕົນຂຶ້ນໂດຍແບ່ງເປັນກອງຕ່າງໆ, ແຕ່ລະຄົນຢູ່ໃນຄ້າຍພັກຂອງຕົນພາຍໃຕ້ທຸງປະຈຳກອງຂອງຕົນ.53ສ່ວນຄົນເລວີຈະຕ້ອງຕັ້ງເຕັນຂອງຕົນຂຶ້ນຢູ່ອ້ອມຮອບຫໍເຕັນຂອງແຫ່ງພັນທະສັນຍາ ເພື່ອວ່າຄວາມໂກດຮ້າຍຂອງພຣະເຈົ້າຈະບໍ່ຕົກໃສ່ຊຸມຊົນຄົນອິດສະຣາເອນ. ຄົນເລວີຈະຕ້ອງຮັບຜິດຊອບເບິ່ງແຍງຫໍເຕັນແຫ່ງພັນທະສັນຍາ”.54ຄົນອິດສະຣາເອນກໍໄດ້ປະຕິບັດທຸກໆສິ່ງຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂມເຊໄວ້.
Biblica, Inc.