ຈົດບັນຊີ12
ມີຣີອາມ ແລະ ອາໂຣນຕໍ່ຕ້ານໂມເຊ
1ມີຣີອາມ ແລະ ອາໂຣນໄດ້ເລີ່ມຕົ້ນກ່າວຕໍ່ຕ້ານໂມເຊ ເພາະໂມເຊໄດ້ແຕ່ງງານ ແລະ ມີເມຍເປັນຊາວກູເຊ.2ພວກເຂົາຖາມວ່າ, “ພຣະເຈົ້າຢາເວກ່າວຜ່ານພຽງໂມເຊເທົ່ານັ້ນບໍ? ພຣະອົງບໍ່ໄດ້ກ່າວຜ່ານພວກເຮົານຳບໍ?” ແລະ ພຣະເຈົ້າຢາເວໄດ້ຍິນສິ່ງນີ້.3(ໂມເຊນັ້ນເປັນຄົນຖ່ອມຕົວຫລາຍ, ຖ່ອມຕົວຍິ່ງກວ່າຄົນໃດໆເທິງແຜ່ນດິນໂລກ.)4ທັນໃດນັ້ນພຣະເຈົ້າຢາເວກ່າວແກ່ໂມເຊ, ອາໂຣນ ແລະ ມີຣີອາມວ່າ, “ພວກເຈົ້າທັງສາມຈົ່ງອອກມາທີ່ເຕັນນັດພົບ”. ແລ້ວພວກເຂົາທັງສາມຈຶ່ງອອກມາ.5ແລ້ວພຣະເຈົ້າຢາເວໄດ້ລົງມາເທິງເສົາເມກ; ພຣະອົງຢືນຢູ່ທີ່ທາງເຂົ້າຫໍເຕັນ ແລະ ເອີ້ນອາໂຣນກັບມີຣີອາມ. ແລ້ວທັງສອງກໍ່ຍ່າງກ້າວອອກມາທາງໜ້າ,6ພຣະອົງກ່າວວ່າ, “ຈົ່ງຟັງຖ້ອຍຄຳຂອງເຮົາ:“ເມື່ອມີຜູ້ທຳນວາຍຢູ່ໃນທ່າມກາງພວກເຈົ້າ,ເຮົາຄືພຣະເຈົ້າຢາເວ, ເຮົາເປີດເຜີຍເຮົາເອງແກ່ພວກເຂົາໃນທາງນິມິດ,ເຮົາກ່າວກັບພວກເຂົາໃນທາງຄວາມຝັນ.7ແຕ່ກັບໂມເຊຜູ້ຮັບໃຊ້ຂອງເຮົາບໍ່ເປັນເຊັ່ນນັ້ນ;ລາວສັດຊື່ກວ່າຄົນໃດໃນວິຫານຂອງເຮົາ.8ເຮົາເວົ້າກັບລາວໜ້າຕໍ່ໜ້າ,ຢ່າງຊັດເຈນ ແລະ ບໍ່ເປັນປິດສະໜາ;ລາວໄດ້ເຫັນຮູບຊົງຂອງພຣະເຈົ້າຢາເວ.ເປັນຫຍັງພວກເຈົ້າຈຶ່ງບໍ່ຢ້ານກົວທີ່ຈະເວົ້າໂຈມຕີໂມເຊຜູ້ຮັບໃຊ້ຂອງເຮົາ?”9ຄວາມໂກດຮ້າຍຂອງພຣະເຈົ້າຢາເວລຸກໄໝ້ສູ່ພວກເຂົາ, ແລ້ວພຣະອົງກໍຈາກພວກເຂົາໄປ.10ເມື່ອເມກທີ່ຢູ່ເໜືອຫໍເຕັນເລື່ອນຂຶ້ນ, ມີຣີອາມກໍເປັນພະຍາດຂີ້ທູດ ຜິວໜັງຂອງລາວກໍ່ກາຍເປັນດ່າງຂາວດັ່ງຫິມະ. ອາໂຣນຫັນໄປຫານາງ ແລະ ເຫັນວ່າມີຣີອາມເປັນພະຍາດຜີວໜັງທີ່ເປັນມົນທິນ,11ແລະ ລາວຈຶ່ງກ່າວກັບໂມເຊວ່າ, “ເຈົ້ານາຍຂອງຂ້ານ້ອຍ, ຂໍຢ່າໄດ້ຖືໂທດບາບທີ່ພວກເຮົາໄດ້ເຮັດໂດຍຄວາມໂງ່ນີ້.12ຂໍຢ່າປ່ອຍໃຫ້ມີຣີອາມເປັນເໝືອນເດັກນ້ອຍທີ່ຫລຸອອກມາຈາກທ້ອງແມ່ດ້ວຍຮ່າງກາຍທີ່ຖືກກັດກິນໄປແລ້ວເຄິ່ງໜຶ່ງ”.13ໂມເຊຈຶ່ງຮ້ອງຂໍຕໍ່ພຣະເຈົ້າຢາເວວ່າ, “ຂ້າແດ່ພຣະເຈົ້າ, ຂໍໂຜດຮັກສານາງດ້ວຍ!”14ພຣະເຈົ້າຢາເວກ່າວຕອບໂມເຊວ່າ, “ຖ້າພໍ່ຂອງນາງຖົ່ມນ້ຳລາຍໃສ່ໜ້ານາງ, ນາງຈະບໍ່ໄດ້ຮັບຄວາມອັບອາຍເຈັດວັນບໍ? ສະນັ້ນຈົ່ງກັກນາງໄວ້ນອກຄ້າຍພັກເຈັດວັນ; ຫລັງຈາກນັ້ນຈຶ່ງນຳນາງກັບຄືນມາໄດ້”.15ດັ່ງນັ້ນມີຣີອາມຈຶ່ງຖືກກັກໄວ້ນອກທີ່ພັກອາໄສເຈັດວັນ ແລະ ປະຊາຊົນບໍ່ໄດ້ອອກເດີນທາງຈົນກວ່ານາງກັບເຂົ້າມາອີກ.16ຫລັງຈາກນັ້ນ ປະຊາຊົນກໍອອກຈາກຮາເຊໂຣດ ແລະ ມາຕັ້ງຄ້າຍພັກໃນຖິ່ນແຫ້ງແລ້ງປາຣານ.Biblica, Inc.