ຈົດບັນຊີ11
ໄຟຈາກອົງພຣະຜູ້ເປັນເຈົ້າ
1ບັດນີ້ປະຊາຊົນຈົ່ມເຖິງຄວາມຍາກລຳບາກຂອງພວກເຂົາຕໍ່ພຣະເຈົ້າຢາເວ, ແລະ ເມື່ອພຣະອົງໄດ້ຍິນຄຳຈົ່ມຂອງພວກເຂົາພຣະອົງກໍໂກດຮ້າຍ. ແລ້ວໄຟຂອງພຣະເຈົ້າຢາເວກໍລົງມາເຜົາຜານທ່າມກາງພວກເຂົາ ແລະ ບາງສ່ວນທີ່ຢູ່ນອກຂອງເຂດຄ້າຍພັກ.2ເມື່ອປະຊາຊົນຮ້ອງຂໍຕໍ່ໂມເຊ, ເພິ່ນກໍໄດ້ອະທິຖານຕໍ່ພຣະເຈົ້າຢາເວ ແລ້ວໄຟນັ້ນກໍມອດລົງ.3ດັ່ງນັ້ນ ຈຶ່ງໄດ້ເອີ້ນບ່ອນນັ້ນວ່າ ຕາເບຣາ, ເພາະມີໄຟຈາກພຣະເຈົ້າຢາເວລົງມາເຜົາຜານທ່າມກາງພວກເຂົາ.ນົກຂຸ້ມຈາກພຣະເຈົ້າຢາເວ
4ຝູງຊົນທີ່ມາກັບພວກເຂົາເລີ່ມຢາກກິນອາຫານຢ່າງອື່ນ ແລະ ຄົນອິດສະຣາເອນກໍເລີ່ມຈົ່ມທຸກອີກ ແລະ ເວົ້າວ່າ, “ພວກເຮົາຢາກກິນຊີ້ນຫລາຍ!5ພວກເຮົາຄິດເຖິງປາທີ່ພວກເຮົາເຄີຍກິນໃນເອຢິບໂດຍບໍ່ຕ້ອງຊື້ ອີກທັງໝາກແຕງ, ໝາກໂມ, ຕົ້ນກະທຽມ, ຫອມບົ່ວໃຫຍ່ ແລະ ກະທຽມ.6ແຕ່ເວລານີ້ພວກເຮົາເບື່ອອາຫານ; ພວກເຮົາບໍ່ເຄີຍເຫັນອາຫານຢ່າງອື່ນນອກຈາກມານາ!”7ມານາມີລັກສະນະເໝືອນເມັດຫອມປ້ອມ ແລະ ເບິ່ງຄ້າຍໆຄືຢາງຕົ້ນໄມ້.8ປະຊາຊົນທຽວໄປເກັບເອົາມານາ, ແລະ ຫລັງຈາກນັ້ນກໍເອົາມາບົດ ຫລື ຕຳດ້ວຍຄົກໃຫ້ເປັນແປ້ງ. ແລ້ວພວກເຂົາກໍເອົາມາຕົ້ມໃສ່ໝໍ້ ຫລື ເຮັດເປັນເຂົ້າຈີ່. ແລະ ລົດຊາດເໝືອນເຂົ້າໜົມບາງຢ່າງທີ່ປະສົມນ້ຳມັນໝາກກອກ.9ເມື່ອນ້ຳໝອກຕົກລົງມາໃສ່ຄ້າຍພັກໃນເວລາກາງຄືນ, ມານາກໍຕົກລົງມາເໝືອນກັນ.10ໂມເຊໄດ້ຍິນສຽງຈົ່ມທຸກຂອງຄົນທັງຫລາຍຈາກທຸກຄອບຄົວຢູ່ທາງເຂົ້າເຕັນຂອງພວກເຂົາ. ພຣະເຈົ້າຢາເວເກີດຄວາມໂກດຮ້າຍຫລາຍຂຶ້ນ ແລະ ໂມເຊກໍຍິ່ງທຸກໃຈ.11ເພິ່ນຖາມພຣະເຈົ້າຢາເວວ່າ, “ເປັນຫຍັງພຣະອົງຈຶ່ງນຳເອົາຄວາມທຸກໃຈນີ້ມາສູ່ຜູ້ຮັບໃຊ້ຂອງພຣະອົງ? ຂ້ານ້ອຍໄດ້ເຮັດສິ່ງໃດບໍ່ເປັນທີ່ພໍໃຈພຣະອົງ ພຣະອົງຈຶ່ງໃຫ້ຂ້ານ້ອຍແບກພາລະໜັກທັງໝົດຂອງປະຊາຊົນເຫລົ່ານີ້?12ຂ້ານ້ອຍເປັນຜູ້ຕັ້ງທ້ອງພວກເຂົາເຫລົ່ານີ້ບໍ? ຂ້ານ້ອຍເປັນຜູ້ໃຫ້ກຳເນີດພວກເຂົາມາບໍ? ເປັນຫຍັງພຣະອົງຈຶ່ງໃຫ້ຂ້ານ້ອຍເບິ່ງແຍງພວກເຂົາໃນອ້ອມແຂນຂອງຂ້ານ້ອຍ, ເໝືອນດັ່ງແມ່ລ້ຽງອູ້ມເດັກນ້ອຍຜູ້ໜຶ່ງເພື່ອເຂົ້າສູ່ດິນແດນທີ່ພຣະອົງສັນຍາໂດຍປະຕິຍານໄວ້ກັບບັນພະບຸລຸດຂອງພວກເຂົາ?13ຂ້ານ້ອຍຈະໄປຫາຊີ້ນຢູ່ໃສມາໃຫ້ຄົນເຫລົ່ານີ້ທັງໝົດ? ພວກເຂົາຄ່ຳຄວນກັບຂ້ານ້ອຍວ່າ, ‘ຂໍໃຫ້ພວກເຮົາໄດ້ກິນຊີ້ນແດ່!’14ຂ້ານ້ອຍບໍ່ສາມາດເບິ່ງແຍງປະຊາຊົນເຫລົ່ານີ້ທັງໝົດໄດ້ດ້ວຍຕົວຂ້ານ້ອຍເອງ; ເປັນພາລະໜັກເກີນໄປສຳລັບຂ້ານ້ອຍ.15ຖ້າຫາກວ່ານີ້ເປັນສິ່ງທີ່ພຣະອົງຈະກະທຳຕໍ່ຂ້ານ້ອຍ, ກໍຂໍໃຫ້ພຣະອົງເຮັດຕໍ່ໄປ ແລະ ຂ້າຂ້ານ້ອຍ, ຖ້າພຣະອົງຈະກະລຸນາ ກໍຂໍຢ່າປ່ອຍໃຫ້ຂ້ານ້ອຍປະເຊີນກັບຄວາມພິນາດຂອງຂ້ານ້ອຍເລີຍ”.16ພຣະເຈົ້າຢາເວກ່າວແກ່ໂມເຊວ່າ: “ຈົ່ງນຳເອົາຜູ້ອາວຸໂສຂອງຄົນອິດສະຣາເອນເຈັດສິບຄົນຜູ້ທີ່ເຈົ້າຮູ້ຈັກມາຫາເຮົາເພື່ອເປັນຜູ້ນຳ ແລະ ເປັນເຈົ້າໜ້າທີ່ທ່າມກາງປະຊາຊົນ. ຈົ່ງນຳພວກເຂົາມາທີ່ເຕັນນັດພົບ, ເຊິ່ງພວກເຂົາຈະມາຢືນຢູ່ທີ່ນັ້ນກັບເຈົ້າ.17ເຮົາຈະລົງມາ ແລະ ກ່າວກັບເຈົ້າທີ່ນັ້ນ, ແລະ ເຮົາຈະເອົາລິດອຳນາດຂອງພຣະວິນຍານທີ່ຢູ່ກັບເຈົ້າ ແລ້ວມອບລິດອຳນາດຂອງພຣະວິນຍານນັ້ນໃສ່ຄົນເຫລົ່ານັ້ນດ້ວຍ. ພວກເຂົາຈະຊ່ວຍແບກພາລະຂອງປະຊາຊົນຮ່ວມກັບເຈົ້າ ເພື່ອວ່າເຈົ້າຈະບໍ່ໄດ້ແບກພາລະນັ້ນແຕ່ຄົນດຽວ.18“ຈົ່ງບອກປະຊາຊົນວ່າ: ‘ຈົ່ງອຸທິດຕົນເຂົ້າສູ່ການກະກຽມສຳລັບມື້ອື່ນ, ພວກເຈົ້າຈະມີຊີ້ນກິນ. ພຣະເຈົ້າຢາເວໄດ້ຍິນທີ່ພວກເຈົ້າຄ່ຳຄວນແລ້ວວ່າ, “ພວກເຮົາຢາກກິນຊີ້ນຫລາຍ! ພວກເຮົາຢູ່ທີ່ເອຢິບກໍຍັງດີກວ່າ!” ບັດນີ້ ພຣະເຈົ້າຢາເວຈະໃຫ້ຊີ້ນແກ່ພວກເຈົ້າ ແລະ ພວກເຈົ້າຈະໄດ້ກິນຊີ້ນນັ້ນ.19ພວກເຈົ້າຈະບໍ່ໄດ້ກິນຊີ້ນພຽງແຕ່ວັນດຽວ ຫລື ສອງວັນ, ຫລື ຫ້າວັນ, ຫລື ສິບວັນ ຫລື ຊາວວັນເທົ່ານັ້ນ,20ແຕ່ສຳລັບໜຶ່ງເດືອນເຕັມ ຈົນຊີ້ນນັ້ນລົ້ນອອກມາທາງດັງຈົນພວກເຈົ້າເບື່ອຊີ້ນນັ້ນ ເພາະພວກເຈົ້າປະຕິເສດພຣະເຈົ້າຢາເວ, ຜູ້ຢູ່ທ່າມກາງພວກເຈົ້າ ແລະ ຄ່ຳຄວນຕໍ່ໜ້າພຣະອົງ, ໂດຍກ່າວວ່າ, “ເປັນຫຍັງພວກເຮົາຕ້ອງອອກມາຈາກເອຢິບ?” ’ ”21ແຕ່ໂມເຊກ່າວວ່າ, “ທີ່ນີ້ຂ້ານ້ອຍຢູ່ທ່າມກາງຜູ້ຊາຍຫົກແສນຄົນທີ່ຢືນຢູ່ທີ່ນີ້ແລ້ວ ແລະ ພຣະອົງຍັງກ່າວວ່າ, ‘ເຮົາຈະໃຫ້ຊີ້ນພວກເຂົາກິນຕະຫລອດໜຶ່ງເດືອນເຕັມ!’22ຖ້າຈະເອົາຝູງແບ້, ຝູງແກະ ແລະ ຝູງງົວມາຂ້າໃຫ້ພວກເຂົາກິນຈະພຽງພໍບໍ? ຖ້າຈະຫາປາໝົດທະເລມາໃຫ້ພວກເຂົາກິນຈະພຽງພໍບໍ?”23ພຣະເຈົ້າຢາເວໄດ້ຕອບໂມເຊວ່າ, “ແຂນຂອງພຣະເຈົ້າຢາເວສັ້ນໂພດບໍ? ບັດນີ້ ເຈົ້າຈະໄດ້ເຫັນວ່າສິ່ງທີ່ເຮົາກ່າວນັ້ນຈະກາຍມາເປັນຄວາມຈິງສຳລັບເຈົ້າ ຫລື ບໍ່”.24ດັ່ງນັ້ນ ໂມເຊຈຶ່ງອອກມາ ແລະ ແຈ້ງຕໍ່ປະຊາຊົນໃນສິ່ງທີ່ພຣະເຈົ້າຢາເວໄດ້ກ່າວ. ເພິ່ນເອີ້ນເອົາຜູ້ອາວຸໂສເຈັດສິບຄົນມາຮວມກັນ ແລະ ໃຫ້ພວກເຂົາຢືນລຽນອ້ອມເຕັນ.25ແລ້ວພຣະເຈົ້າຢາເວໄດ້ລົງມາໃນເມກ ແລະ ກ່າວແກ່ໂມເຊ, ແລະ ພຣະອົງນຳເອົາລິດອຳນາດຂອງພຣະວິນຍານທີ່ຢູ່ເທິງໂມເຊ ແລ້ວມອບໃຫ້ໃຫ້ແກ່ຜູ້ອາວຸໂສທັງເຈັດສິບຄົນ. ເມື່ອພຣະວິນຍານຢູ່ກັບພວກເຂົາແລ້ວ, ພວກເຂົາກໍໄດ້ເຮັດການທຳນວາຍຢູ່ຊົ່ວຂະນະໜຶ່ງ ແຕ່ຫລັງຈາກນັ້ນພວກເຂົາກໍບໍ່ເຮັດອີກ.26ເຖິງຢ່າງໃດກໍຕາມ, ມີຜູ້ອາວຸໂສສອງຄົນທີ່ຊື່ວ່າ ເອັນດາດ ແລະ ເມດາດ, ຍັງຢູ່ໃນຄ້າຍພັກ. ພວກເຂົາມີບັນຊີຢູ່ໃນກຸ່ມຂອງພວກອາວຸໂສທັງຫລາຍ, ແຕ່ບໍ່ໄດ້ອອກໄປທີ່ເຕັນ. ເຖິງປານນັ້ນ ພຣະວິນຍານກໍຍັງຢູ່ເທິງພວກເຂົາດ້ວຍ ແລະ ພວກເຂົາກໍໄດ້ເຮັດການທຳນວາຍຢູ່ໃນຄ້າຍພັກ.27ຊາຍໜຸ່ມຄົນໜຶ່ງແລ່ນໄປບອກໂມເຊວ່າ, “ເອັນດາດ ແລະ ເມດາດກຳລັງເຮັດການທຳນວາຍຢູ່ໃນຄ້າຍພັກ”.28ໂຢຊວຍລູກຊາຍຂອງນູນ, ຜູ້ທີ່ເປັນຜູ້ຊ່ວຍຂອງໂມເຊມາຕັ້ງແຕ່ຍັງໜຸ່ມນັ້ນ, ກໍໄດ້ຮ້ອງຂຶ້ນສຽງດັງໆ ແລະ ກ່າວວ່າ, “ໂມເຊ ເຈົ້ານາຍຂອງຂ້າພະເຈົ້າ, ຈົ່ງຫ້າມພວກເຂົາ!”29ແຕ່ໂມເຊຕອບວ່າ, “ເຈົ້າອິດສາເພາະເຫັນແກ່ເຮົາບໍ? ເຮົາຢາກໃຫ້ປະຊາຊົນຂອງພຣະເຈົ້າຢາເວທັງໝົດເປັນຜູ້ທຳນວາຍ ແລະ ເພື່ອພຣະເຈົ້າຢາເວຈະໃຫ້ພຣະວິນຍານຂອງພຣະອົງລົງເທິງພວກເຂົາ!”30ຫລັງຈາກນັ້ນ ໂມເຊ ແລະ ບັນດາຜູ້ອາວຸໂສຂອງອິດສະຣາເອນກໍໄດ້ກັບຄືນໄປທີ່ຄ້າຍພັກ.31ຂະນະນັ້ນ ມີກະແສລົມຈາກພຣະເຈົ້າຢາເວ ແລະ ພັດເອົານົກຂຸ້ມມາຈາກທະເລ. ລົມພັດກະຈັດກະຈາຍນົກຂຸ້ມຕົກຢູ່ອ້ອມຄ້າຍພັກສູງກາຍພື້ນດິນສອງສອກ, ໄກເປັນວົງລັດສະໝີເທົ່າກັບຊົ່ວໄລຍະທາງຍ່າງມື້ໜຶ່ງ.32ຕະຫລອດວັນ ແລະ ຄືນນັ້ນ ແລະ ວັນຕໍ່ມາ ປະຊາຊົນພາກັນອອກໄປຈັບເອົານົກຂຸ້ມ. ແຕ່ລະຄົນຈັບໄດ້ບໍ່ຫລຸດສິບໂອເມີ. ພວກເຂົາເອົາຊີ້ນນົກຂຸ້ມຕາກໄວ້ອ້ອມຄ້າຍພັກ.33ແຕ່ຂະນະທີ່ຊີ້ນຍັງຢູ່ໃນປາກຂອງພວກເຂົາ ແລະ ໂດຍຍັງບໍ່ໄດ້ກືນລົງໄປ, ຄວາມໂກດຮ້າຍຂອງພຣະເຈົ້າກໍລຸກໄໝ້ສູ່ພວກເຂົາ, ພຣະອົງທຳລາຍພວກເຂົາດ້ວຍໂລກລະບາດທີ່ຮຸນແຮງ.34ເຫດສະນັ້ນ ສະຖານທີ່ແຫ່ງນັ້ນຈຶ່ງໄດ້ຊື່ວ່າ, ກິບໂຣດຮັດຕາອາວາ , ເພາະພວກເຂົາຝັງສົບຂອງປະຊາຊົນຜູ້ທີ່ໄດ້ໂຫຍຫາອາຫານອື່ນ.35ພວກເຂົາເດີນທາງຕໍ່ຈາກກິບໂຣດຮັດຕາອາວາສູ່ຮາເຊໂຣດ ແລະ ພັກຢູ່ທີ່ນັ້ນ.Biblica, Inc.