ຈົດບັນຊີ13
ການສຳຫລວດການາອານ
1ພຣະເຈົ້າຢາເວກ່າວແກ່ໂມເຊວ່າ,2“ຈົ່ງສົ່ງຜູ້ຊາຍທີ່ເປັນຜູ້ນຳຈາກແຕ່ລະເຜົ່າໄປສຳຫລວດດິນແດນການາອານ, ເຊິ່ງເຮົາກຳລັງມອບໃຫ້ຄົນອິດສະຣາເອນ”.3ດັ່ງນັ້ນໂມເຊຈຶ່ງສົ່ງພວກເຂົາອອກໄປຈາກຖິ່ນແຫ້ງແລ້ງປາຣານຕາມຄຳສັ່ງຂອງພຣະເຈົ້າຢາເວ. ພວກເຂົາທັງໝົດເປັນຜູ້ນຳຂອງຄົນອິດສະຣາເອນ.4ນີ້ແມ່ນລາຍຊື່ຂອງພວກເຂົາຄື:ຊາມມູອາລູກຊາຍຂອງຊັກກູເຣ, ຈາກເຜົ່າຣູເບັນ;5ຊາຟັດລູກຊາຍຂອງໂຮຣີ, ຈາກເຜົ່າຊີເມໂອນ;6ກາເລັບລູກຊາຍຂອງເຢຟຸນເນ, ຈາກເຜົ່າຢູດາ;7ອີການລູກຊາຍຂອງໂຢເຊັບ, ຈາກເຜົ່າອິດຊາຄາ;8ໂຮເຊອາລູກຊາຍຂອງນູນ, ຈາກເຜົ່າເອຟຣາອິມ;9ປານຕີລູກຊາຍຂອງຣາຟູ, ຈາກເຜົ່າເບັນຢາມິນ;10ກາດດີເອນລູກຊາຍຂອງໂສດີ, ຈາກເຜົ່າເຊບູໂລນ;11ກາດດີລູກຊາຍຂອງສູສີ, ຈາກເຜົ່າມານາເຊ;12ອາມມີເອນລູກຊາຍຂອງເກມາລີ, ຈາກເຜົ່າດານ;13ເສທູເຣລູກຊາຍຂອງມີກາເອນ, ຈາກເຜົ່າອາເຊ;14ນາບີລູກຊາຍຂອງວົບສີ, ຈາກເຜົ່າເນັບທາລີ;15ເກອູເອນລູກຊາຍຂອງມາກີ, ຈາກເຜົ່າກາດ.16ໂມເຊໄດ້ສົ່ງຄົນເຫລົ່ານີ້ໄປສຳຫລວດດິນແດນ. (ໂມເຊຕັ້ງຊື່ໃຫ້ໂຮເຊອາລູກຊາຍຂອງນູນວ່າ ໂຢຊວຍ.)17ເມື່ອໂມເຊສົ່ງພວກເຂົາໄປສຳຫລວດການາອານນັ້ນ, ເພິ່ນກ່າວວ່າ, “ຈົ່ງຂຶ້ນໄປທົ່ວເນເກັບ ແລະ ໄປຕໍ່ຈົນເຖິງເຂດເນີນພູ.18ເບິ່ງວ່າດິນແດນນັ້ນເປັນຢ່າງໃດ ແລະ ປະຊາຊົນອາໄສຢູ່ທີ່ນັ້ນເຂັ້ມແຂງ ຫລື ອ່ອນແອ, ມີຫລາຍ ຫລື ມີໜ້ອຍ.19ດິນແດນທີ່ພວກເຂົາອາໄສຢູ່ນັ້ນເປັນຢ່າງໃດ? ດີຫລືບໍ່? ບ້ານເມືອງທີ່ພວກເຂົາອາໄສຢູ່ເປັນຢ່າງໃດ? ມີກຳແພງເມືອງ ຫລື ມີປ້ອມປ້ອງກັນຫລືບໍ່?20ສະພາບດິນເປັນຢ່າງໃດ? ເປັນດິນອຸດົມສົມບູນ ຫລື ບໍ່? ມີຕົ້ນໄມ້ຢູ່ທີ່ນັ້ນຫລາຍຫລື ບໍ່? ຈົ່ງພະຍາຍາມນຳເອົາຜົນລະໄມ້ຂອງດິນແດນນັ້ນກັບມານຳດ້ວຍ”. (ເວລານັ້ນເປັນລະດູເກັບໝາກອະງຸ່ນຜົນທຳອິດ.)21ດັ່ງນັ້ນພວກເຂົາຈຶ່ງຂຶ້ນໄປສຳຫລວດດິນແດນຕັ້ງແຕ່ຖິ່ນແຫ້ງແລ້ງກັນດານຊິນໄປຈົນເຖິງເຣໂຮບ, ມຸ່ງໜ້າໄປຍັງເລໂບຮາມັດ.22ພວກເຂົາຂຶ້ນໄປທົ່ວເນເກັບ ແລະ ມາທີ່ເມືອງເຮັບໂຣນ, ບ່ອນທີ່ອາຮີມານ, ເຊຊາຍ ແລະ ຕານໄມ, ເຊື້ອສາຍຂອງອານາກເຄີຍອາໄສຢູ່. (ເຮັບໂຣນໄດ້ຖືກສ້າງຂຶ້ນເຈັດປີກ່ອນໂຊອານໃນເອຢິບ.)23ເມື່ອພວກເຂົາມາເຖິງຮ່ອມພູເອັດຊະໂຄນ, ພວກເຂົາຕັດເອົາພວງໝາກອະງຸ່ນທີ່ເກີດໝາກດົກໜາ. ຈົນພວກເຂົາທັງສອງຕ້ອງໄດ້ສອດໄມ້ຄານຫາມມາຄົນລະສົ້ນ, ພ້ອມດ້ວຍໝາກພິລາ ແລະ ໝາກເດື່ອ.24ສະຖານທີ່ນັ້ນມີຊື່ວ່າຮ່ອມພູເອັດຊະໂຄນເພາະວ່າຄົນອິດສະຣາເອນໄດ້ຕັດພວງໝາກອະງຸ່ນມາຈາກທີ່ນັ້ນ.25ຫລັງຈາກນັ້ນສີ່ສິບວັນ, ພວກເຂົາກໍກັບມາຈາກການສຳຫລວດດິນແດນນັ້ນ.
ລາຍງານການສຳຫລວດ
26ພວກເຂົາກັບຄືນມາຫາໂມເຊ ແລະ ອາໂຣນ ແລະ ຊຸມຊົນຄົນອິດສະຣາເອນທັງໝົດທີ່ກາເດັດໃນຖິ່ນແຫ້ງແລ້ງປາຣານ. ຢູ່ທີ່ນັ້ນພວກເຂົາໄດ້ລາຍງາຍຕໍ່ໂມເຊ, ອາໂຣນ ແລະ ຊຸມຊົນທັງໝົດ ແລ້ວໄດ້ນຳເອົາໝາກໄມ້ຈາກດິນແດນໃຫ້ພວກເຂົາເບິ່ງດ້ວຍ.27ພວກເຂົາໄດ້ລາຍງານຕໍ່ໂມເຊດັ່ງນີ້: “ພວກເຮົາໄດ້ເຂົ້າໄປໃນດິນແດນທີ່ທ່ານສົ່ງພວກເຮົາໄປ, ແລະ ດິນແດນນັ້ນກໍອຸດົມດ້ວຍນ້ຳນົມ ແລະ ນ້ຳເຜິ້ງ! ເບິ່ງໝາກໄມ້ເຫລົ່ານີ້ແມ!28ແຕ່ປະຊາຊົນທີ່ອາໄສຢູ່ທີ່ນັ້ນມີກຳລັງແຂງແຮງຫລາຍ, ເມືອງຕ່າງໆຂອງພວກເຂົາກໍມີປ້ອມປ້ອງກັນ ແລະ ກວ້າງໃຫຍ່ຫລາຍ. ພວກເຮົາຍັງພົບເຫັນເຊື້ອສາຍຂອງຄົນອານາກຢູ່ທີ່ນັ້ນດ້ວຍ.29ຊາວອາມາເຫລັກອາໄສຢູ່ໃນເນເກັບ; ຊາວຮິດຕີ, ຊາວເຢບຸດ ແລະ ຊາວອາໂມຢູ່ເຂດເນີນພູ; ແລະ ຊາວການາອານອາໄສຢູ່ໃກ້ຝັ່ງທະເລ ແລະ ເລາະລຽບໄປຕາມຝັ່ງແມ່ນ້ຳຈໍແດນ”.30ແລ້ວກາເລັບບອກໃຫ້ປະຊາຊົນມິດງຽບຕໍ່ໜ້າໂມເຊ ແລະ ເວົ້າວ່າ, “ເຮົາຄວນຈະຂຶ້ນໄປ ແລະ ຍຶດເອົາດິນແດນ, ເພາະພວກເຮົາສາມາດເຮັດໄດ້ແນ່ນອນ”.31ແຕ່ຄົນອື່ນໆທີ່ໄດ້ໄປກັບລາວເວົ້າວ່າ, “ພວກເຮົາບໍ່ສາມາດຕໍ່ສູ້ປະຊາຊົນເຫລົ່ານັ້ນດອກ; ພວກເຂົາແຂງແຮງກວ່າພວກເຮົາ”.32ແລ້ວພວກເຂົາກໍກະຈາຍລາຍງານໃນແງ່ບໍ່ດີທ່າມກາງຄົນອິດສະຣາເອນກ່ຽວກັບດິນແດນທີ່ພວກເຂົາໄດ້ໄປສຳຫລວດນັ້ນ. ພວກເຂົາເວົ້າວ່າ, “ດິນແດນທີ່ພວກເຮົາໄປສຳຫລວດນັ້ນກືນກິນຜູ້ທີ່ອາໄສຢູ່ໃນທີ່ນັ້ນ. ປະຊາຊົນທັງໝົດທີ່ພວກເຮົາໄດ້ເຫັນມີຮູບຮ່າງສູງໃຫຍ່.33ພວກເຮົາເຫັນຄົນເນຟີລິມ (ເຊື້ອສາຍຂອງອານາກທີ່ມາຈາກເນຟີລິມ) ກໍຢູ່ທີ່ນັ້ນດ້ວຍ. ໃນສາຍຕາຂອງພວກເຮົາເອງ ເຮົາເປັນເໝືອນຕັກແຕນ, ແລະ ພວກເຂົາກໍເບິ່ງພວກເຮົາເຊັ່ນນັ້ນຄືກັນ”.Biblica, Inc.