ເນເຫມີຢາ13
ການປະຕິຮູບຄັ້ງສຸດທ້າຍຂອງເນເຫມີຢາ
1ໃນວັນນັ້ນມີການອ່ານໜັງສືຂອງໂມເຊໃຫ້ປະຊາຊົນຟັງ ແລະ ພົບຂໍ້ຄວາມຕອນໜຶ່ງທີ່ຂຽນວ່າບໍ່ໃຫ້ຄົນອຳໂມນ ຫລື ຄົນໂມອາບເຂົ້າຮ່ວມທີ່ປະຊຸມປະຊາຊົນຂອງພຣະເຈົ້າເປັນນິດ,2ເພາະພວກເຂົາບໍ່ຍອມໃຫ້ອາຫານ ແລະ ນ້ຳແກ່ຊາວອິດສະຣາເອນ ແຕ່ໄດ້ຈ້າງບາລາອາມມາສາບແຊ່ງຊາວອິດສະຣາເອນ. (ແຕ່ພຣະເຈົ້າຂອງພວກເຮົາໄດ້ປ່ຽນຄຳສາບແຊ່ງເປັນຄຳອວຍພອນ).3ເມື່ອປະຊາຊົນໄດ້ຍິນກົດຂໍ້ນີ້, ພວກເຂົາກໍແຍກເຊື້ອສາຍຂອງຄົນຕ່າງຊາດທັງໝົດອອກໄປຈາກອິດສະຣາເອນ.4ກ່ອນໜ້ານີ້, ປະໂລຫິດເອລີອາຊິບມີໜ້າທີ່ເບິ່ງແຍງຄັງຕ່າງໆຂອງວິຫານຂອງພຣະເຈົ້າຂອງພວກເຮົາ. ເພິ່ນສະໜິດສະໜົມກັນກັບໂຕບີຢາ,5ແລະ ໄດ້ຈັດຫ້ອງໃຫຍ່ຫ້ອງໜຶ່ງໃຫ້ແກ່ໂຕບີຢາ ເຊິ່ງເມື່ອກ່ອນໃຊ້ເກັບເຄື່ອງຖວາຍພືດຜົນເປັນເມັດ, ເຄື່ອງຫອມ ແລະ ເຄື່ອງໃຊ້ໃນວິຫານ ແລະ ລວມທັງສິບລົດຂອງພືດຜົນ, ເຫລົ້າອະງຸ່ນໃໝ່ກັບນ້ຳມັນໝາກກອກ ເຊິ່ງເປັນສ່ວນທີ່ກຳນົດໄວ້ສຳລັບຄົນເລວີ, ຄະນະນັກຮ້ອງກັບຄົນເຝົ້າຍາມປະຕູວິຫານ ແລະ ຂອງຖວາຍສຳລັບປະໂລຫິດ.6ແຕ່ຕອນນັ້ນຂ້ານ້ອຍບໍ່ໄດ້ຢູ່ໃນເຢຣູຊາເລັມ ເພາະໃນປີທີສາມສິບສອງຂອງກະສັດອາກຕາເຊເຊັດແຫ່ງບາບີໂລນ ຂ້ານ້ອຍໄດ້ກັບໄປພົບກະສັດ. ໃນເວລາຕໍ່ມາຂ້ານ້ອຍຈຶ່ງໄດ້ຂໍອະນຸຍາດ7ແລະ ກັບຄືນມາທີ່ເຢຣູຊາເລັມ. ເມື່ອຮູ້ພຶດຕິກຳອັນຊົ່ວຮ້າຍຂອງເອລີອາຊິບທີ່ຈັດຫ້ອງສຳລັບໂຕບີຢາໄວ້ໃນເດີ່ນວິຫານຂອງພຣະເຈົ້າ.8ຂ້ານ້ອຍຄຽດຫລາຍ ແລະ ໄດ້ຖິ້ມເຄື່ອງຂອງທັງໝົດຂອງໂຕບີຢາອອກຈາກຫ້ອງນັ້ນ.9ຂ້ານ້ອຍໄດ້ສັ່ງໃຫ້ຊຳລະຫ້ອງນັ້ນໃຫ້ບໍລິສຸດ ແລ້ວນຳເຄື່ອງໃຊ້ປະຈຳວິຫານຂອງພຣະເຈົ້າ ພ້ອມດ້ວຍເຄື່ອງຖວາຍພືດຜົນເປັນເມັດ ແລະ ເຄື່ອງຫອມເຂົ້າມາໄວ້ເໝືອນເດີມ.10ຂ້ານ້ອຍຍັງຮູ້ວ່າຄົນເລວີບໍ່ໄດ້ຮັບສ່ວນທີ່ເປັນຂອງພວກເຂົາ ແລະ ຄົນເລວີທຸກຄົນກັບຄະນະນັກຮ້ອງ ເຊິ່ງຄວນຈະຢູ່ປະຕິບັດໜ້າທີ່ກໍໄດ້ກັບໄປຍັງທົ່ງນາຂອງຕົນ.11ຂ້ານ້ອຍຈຶ່ງໄດ້ຕຳໜິພວກເຈົ້າໜ້າທີ່ ແລະ ຖາມພວກເຂົາວ່າ “ເປັນຫຍັງຈຶ່ງລະເລີຍວິຫານຂອງພຣະເຈົ້າ?” ຫລັງຈາກນັ້ນ ຂ້ານ້ອຍກໍໄດ້ເອີ້ນຄົນເລວີມາເຕົ້າໂຮມກັນ ແລະ ໃຫ້ພວກເຂົາເຂົ້າປະຈຳໜ້າທີ່ເໝືອນເດີມ.12ຊາວຢູດາຍທັງໝົດໄດ້ນຳສິບລົດຂອງເຂົ້າ, ເຫລົ້າອະງຸ່ນໃໝ່ ແລະ ນ້ຳມັນມາທີ່ຄັງວິຫານ.13ຂ້ານ້ອຍໄດ້ແຕ່ງຕັ້ງປະໂລຫິດເຊເລມີຢາ, ຊາດົກຜູ້ເປັນນັກຮຽນຮູ້ກົດບັນຍັດ ແລະ ເປດາອີຢາຄົນເລວີ ໃຫ້ເບິ່ງແຍງຄັງຕ່າງໆ ແລະ ແຕ່ງຕັ້ງຮານານລູກຊາຍຂອງຊັກກູເຣ ຜູ້ເປັນລູກຊາຍຂອງມັດຕານີຢາ ໃຫ້ເປັນຜູ້ຊ່ວຍຂອງພວກເຂົາ, ເພາະວ່າຄົນເຫລົ່ານີ້ແມ່ນເຊື່ອຖືໄດ້. ພວກເຂົາມີໜ້າທີ່ແຈກຢາຍສິ່ງຂອງຕ່າງໆໃຫ້ແກ່ພີ່ນ້ອງເຜົ່າເລວີ.14ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ ຂໍລະນຶກເຖິງຂ້ານ້ອຍໃນຂໍ້ນີ້ ແລະ ຂໍຢ່າໄດ້ລຶບລ້າງສິ່ງທີ່ຂ້ານ້ອຍໄດ້ເຮັດຢ່າງສັດຊື່ເພື່ອວິຫານຂອງພຣະເຈົ້າຂອງຂ້ານ້ອຍ ແລະ ເພື່ອການປະຕິບັດຮັບໃຊ້ໃນວິຫານ.15ຄັ້ງນັ້ນຂ້ານ້ອຍໄດ້ເຫັນຄົນໃນຢູດາຍ ບີບໝາກອະງຸ່ນໃນວັນຊະບາໂຕ ແລະ ນຳເອົາເມັດພືດບັນທຸກໃສ່ເທິງຫລັງລໍພ້ອມດ້ວຍເຫລົ້າອະງຸ່ນ, ໝາກອະງຸ່ນ, ໝາກເດື່ອ ແລະ ເຄື່ອງຂອງຫລາຍຊະນິດເຂົ້າມາໃນເຢຣູຊາເລັມໃນວັນຊະບາໂຕ. ຂ້ານ້ອຍໄດ້ຈຶ່ງຕັກເຕືອນພວກເຂົາບໍ່ໃຫ້ຂາຍອາຫານໃນວັນນັ້ນ.16ຄົນຈາກຕີເຣບາງຄົນທີ່ອາໄສຢູ່ໃນເຢຣູຊາເລັມໄດ້ນຳປາ ແລະ ສິນຄ້າຫລາຍຊະນິດມາຂາຍໃຫ້ຊາວຢູດາຍໃນເຢຣູຊາເລັມ ໃນວັນຊະບາໂຕ.17ຂ້ານ້ອຍຈຶ່ງໄດ້ຕຳໜິບັນດາຂຸນນາງຂອງຢູດາຍວ່າ, “ພວກທ່ານກຳລັງເຮັດສິ່ງຊົ່ວຮ້າຍ ທ່ານກຳລັງລະເມີດວັນຊະບາໂຕຮູ້ບໍ?18ບັນດາບັນພະບຸລຸດຂອງພວກທ່ານກໍໄດ້ເຮັດຢ່າງນີ້ ພຣະເຈົ້າຂອງພວກເຮົາຈຶ່ງໄດ້ນຳໄພພິບັດທັງໝົດມາເໜືອພວກເຮົາ ແລະ ເໜືອເມືອງນີ້ບໍ່ແມ່ນບໍ? ບັດນີ້ ພວກທ່ານກຳລັງຍົວະໃຫ້ຄວາມໃຈຮ້າຍຂອງພຣະອົງທີ່ມີຕໍ່ອິດສະຣາເອນໃຫ້ໜັກຂຶ້ນອີກໂດຍລະເມີດວັນຊະບາໂຕຢ່າງນີ້”.19ດັ່ງນັ້ນ ຂ້ານ້ອຍຈຶ່ງໄດ້ອອກຄຳສັ່ງໃຫ້ປິດປະຕູເມືອງເຢຣູຊາເລັມເມື່ອເວລາໃກ້ຄ່ຳຂອງວັນກ່ອນວັນຊະບາໂຕ ແລະ ຂ້ານ້ອຍສັ່ງບໍ່ໃຫ້ເປີດປະຕູຈົນກວ່າຈະສິ້ນສຸດວັນຊະບາໂຕ. ທັງສົ່ງຄົນຂອງຂ້ານ້ອຍໄປປະຈຳຢູ່ທີ່ປະຕູຕ່າງໆ ເພື່ອບໍ່ໃຫ້ຜູ້ໃດນຳສິນຄ້າເຂົ້າມາໃນວັນຊະບາໂຕ.20ມີຢູ່ຄັ້ງ ຫລື ສອງຄັ້ງທີ່ບັນດາພໍ່ຄ້າ ແລະ ຄົນຂາຍເຄື່ອງຂອງທຸກຊະນິດ ໄດ້ມາພັກຄ້າງຄືນຢູ່ນອກເມືອງເຢຣູຊາເລັມ.21ແຕ່ຂ້ານ້ອຍໄດ້ເຕືອນພວກເຂົາວ່າ, “ພວກທ່ານມາພັກຄ້າງຄືນຢູ່ແຄມກຳແພງເຮັດຫຍັງ? ຖ້າຫາກພວກທ່ານເຮັດຢ່າງນີ້ອີກ, ເຮົາຈະຈັບພວກທ່ານ”. ຕັ້ງແຕ່ນັ້ນມາພວກເຂົາກໍບໍ່ໄດ້ມາໃນວັນຊະບາໂຕອີກ.22ແລ້ວຂ້ານ້ອຍຈຶ່ງສັ່ງຄົນເລວີໃຫ້ຊຳລະຕົນ ແລະ ເຝົ້າຍາມຢູ່ທີ່ປະຕູເພື່ອປົກປັກຮັກສາວັນຊະບາໂຕໃຫ້ບໍລິສຸດ.ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ ຂໍລະນຶກເຖິງຂ້ານ້ອຍໃນຂໍ້ນີ້ດ້ວຍ ແລະ ຂໍສະແດງຄວາມເມດຕາຕໍ່ຂ້ານ້ອຍຕາມຄວາມຮັກອັນຍິ່ງໃຫຍ່ຂອງພຣະອົງ.23ຫລາຍກວ່ານັ້ນ ໃນຄັ້ງນັ້ນຂ້ານ້ອຍຍັງໄດ້ເຫັນຊາວຢູດາຍທີ່ແຕ່ງງານກັບແມ່ຍິງຈາກອາຊະໂດດ, ອຳໂມນ ແລະ ໂມອາບ.24ບັນດາລູກຂອງພວກເຂົາເຄິ່ງໜຶ່ງແມ່ນເວົ້າພາສາອາຊະໂດດ ຫລື ພາສາຂອງຊາດໃດຊາດໜຶ່ງຂອງພາສາເຫລົ່ານັ້ນ ແລະ ເວົ້າພາສາຢູດາຍບໍ່ໄດ້ເລີຍ.25ຂ້ານ້ອຍຈຶ່ງຕຳໜິ ແລະ ສາບແຊ່ງຊາວຢູດາຍເຫລົ່ານັ້ນ. ຂ້ານ້ອຍທຸບຕີຜູ້ຊາຍບາງຄົນ ແລະ ດຶງຜົມຂອງພວກເຂົາ. ຂ້ານ້ອຍໄດ້ໃຫ້ເຂົາເຫລົ່ານັ້ນສາບານໃນນາມຂອງພຣະເຈົ້າ ແລະ ເວົ້າວ່າ: “ເຈົ້າຈະບໍ່ຍົກລູກສາວໃຫ້ແຕ່ງງານກັບລູກຊາຍຂອງຄົນພວກເຂົາ ຫລື ຮັບລູກສາວຂອງພວກເຂົາມາເປັນເມຍຂອງລູກຊາຍຂອງຕົນ ຫລື ເອົາມາເປັນເມຍຂອງຕົນ.26ການແຕ່ງງານຂ້າມຊາດແບບນີ້ເຮັດໃຫ້ກະສັດໂຊໂລໂມນແຫ່ງອິດສະຣາເອນເຮັດບາບບໍ່ແມ່ນບໍ? ໃນທ່າມກາງຊົນຊາດທັງຫລາຍບໍ່ມີກະສັດຄົນໃດເໝືອນກັບໂຊໂລໂມນ. ລາວເປັນທີ່ຮັກຂອງພຣະເຈົ້າ ແລະ ພຣະເຈົ້າໄດ້ຕັ້ງລາວໃຫ້ເປັນກະສັດປົກຄອງອິດສະຣາເອນທັງໝົດ, ແຕ່ເຖິງຢ່າງນັ້ນ ໂຊໂລໂມນກໍຖືກແມ່ຍິງຄົນຕ່າງຊາດພາໃຫ້ເຮັດບາບ.27ບັດນີ້ຈະໃຫ້ພວກເຮົາທົນຟັງວ່າພວກທ່ານກໍເຮັດສິ່ງຊົ່ວຮ້າຍຢ່າງດຽວກັນ ແລະ ທໍລະຍົດຕໍ່ພຣະເຈົ້າໂດຍໄປແຕ່ງງານກັບແມ່ຍິງຄົນຕ່າງຊາດບໍ?”28ລູກຊາຍຄົນໜຶ່ງຂອງໂຢອີອາດາ ຜູ້ເປັນລູກຊາຍຂອງມະຫາປະໂລຫິດເອລີອາຊິບໄດ້ແຕ່ງງານກັບລູກສາວຄົນໜຶ່ງຂອງສານບັນລັດຊາວໂຮໂຣນ ແລະ ຂ້ານ້ອຍໄດ້ຂັບໄລ່ລາວອອກໄປໃຫ້ພົ້ນຈາກຂ້ານ້ອຍ.29ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ ຂໍຈົດຈຳຄົນເຫລົ່ານີ້ ເພາະພວກເຂົາໄດ້ສ້າງມົນທິນໃຫ້ແກ່ຕຳແໜ່ງປະໂລຫິດ ແລະ ຄຳໝັ້ນສັນຍາຂອງການເປັນປະໂລຫິດກັບຄຳໝັ້ນສັນຍາຂອງຄົນເລວີ.30ດັ່ງນັ້ນ ຂ້ານ້ອຍຈຶ່ງໄດ້ຊຳລະບັນດາປະໂລຫິດກັບຄົນເລວີຈາກທຸກສິ່ງຂອງຄົນຕ່າງຊາດ ແລະ ມອບໝາຍງານໃຫ້ແຕ່ລະຄົນຕາມໜ້າທີ່ຂອງຕົນ.31ຂ້ານ້ອຍຍັງໄດ້ຈັດຫາຟືນມາຖວາຍຕາມເວລາທີ່ກຳນົດ ແລະ ໃຫ້ເຝົ້າເບິ່ງແຍງຜົນທຳອິດ.
ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ ຂໍລະນຶກເຖິງຂ້ານ້ອຍດ້ວຍຄວາມພໍໃຈດ້ວຍ.
Biblica, Inc.