ເນເຫມີຢາ12
ບັນດາປະໂລຫິດ ແລະ ຄົນເລວີ
1ຕໍ່ໄປນີ້ແມ່ນບັນດາປະໂລຫິດ ແລະ ຄົນເລວີທີ່ກັບຄືນມາພ້ອມກັບເຊຣຸບບາເບນ ລູກຊາຍຂອງເຊອານຕີເອນ ແລະ ເຢຊູອາ ມີດັ່ງນີ້:ເສຣາອີຢາ, ເຢເຣມີຢາ, ເອຊະຣາ,2ອາມາຣີຢາ, ມັນລຸກ, ຮັດຕຸຊະ,3ເຊການີຢາ, ເຣຮຸມ, ເມເຣໂມດ,4ອິດໂດ, ກິນເນໂທອີ, ອາບີຢາ,5ມີຢາມິນ, ມາອາດີຢາ, ບີນກາ,6ເຊມາອີຢາ, ໂຢອີອາຣິບ, ເຢດາອີຢາ,7ສານລູ, ອາມົກ, ຮິນກີຢາ ແລະ ເຢດາອີຢາ.
ຄົນເຫລົ່ານີ້ແມ່ນບັນດາຜູ້ນຳຂອງປະໂລຫິດ ແລະ ບັນດາຜູ້ຮ່ວມງານຂອງພວກເຂົາໃນສະໄໝຂອງເຢຊູອາ.8ຄົນເລວີມີ: ເຢຊູອາ, ບິນນູອີ, ກາດມີເອນ, ເຊເຣບີຢາ, ຢູດາ ແລະ ມັດຕານີຢາ ພ້ອມກັບບັນດາຜູ້ຮ່ວມງານຂອງລາວ, ເຊິ່ງມີໜ້າທີ່ຮັບຜິດຊອບເລື່ອງບົດເພງຂອບພຣະຄຸນ.9ບັກບຸກີຢາ ແລະ ອັນໂນ ກັບບັນດາຜູ້ຮ່ວມງານຂອງພວກເຂົາ ຢືນຢູ່ກົງກັນຂ້າມກັບພວກເຂົາໃນການຮັບໃຊ້.10ເຢຊູອາ ເປັນພໍ່ຂອງໂຢອີອາກິມ, ໂຢອີອາກິມ ເປັນພໍ່ຂອງເອລີອາຊິບ, ເອລີຢາຊິບ ເປັນພໍ່ຂອງໂຢອີອາດາ,11ໂຢອີອາດາ ເປັນພໍ່ຂອງໂຢນາທານ, ແລະ ໂຢນາທານ ເປັນພໍ່ຂອງຢັດດູອາ.12ຕໍ່ໄປນີ້ແມ່ນຫົວໜ້າຄອບຄົວຂອງບັນດາປະໂລຫິດໃນສະໄໝຂອງໂຢອີອາກິມ:
ເມຣາອີຢາ ຈາກຄອບຄົວຂອງເສຣາອີຢາ; ຮານານີຢາ ຈາກຄອບຄົວຂອງເຢເຣມີຢາ;13ເມຊຸນລຳ ຈາກຄອບຄົວຂອງເອຊະຣາ; ເຢໂຮຮານານ ຈາກຄອບຄົວຂອງອາມາຣີຢາ;14ໂຢນາທານ ຈາກຄອບຄົວຂອງມັນລູກີ; ໂຢເຊັບ ຈາກຄອບຄົວຂອງເຊບານີຢາ; 15ອັດນາ ຈາກຄອບຄົວຂອງຮາຣິມ; ເຮນໄກ ຈາກຄອບຄົວຂອງເມຣາອີໂຢດ; 16ເຊກາຣີຢາ ຈາກຄອບຄົວຂອງອິດໂດ; ເມຊຸນລຳ ຈາກຄອບຄົວຂອງກິນເນໂທນ;17ຊີກະຣີ ຈາກຄອບຄົວຂອງອາບີຢາ; ປີນໄຕ ຈາກຄອບຄົວຂອງມີນີອາມິນ ແລະ ຄອບຄົວຂອງໂມອາດີຢາ;18ຊາມມູອາ ຈາກຄອບຄົວຂອງບີນກາ; ເຢໂຮຮານານ ຈາກຄອບຄົວຂອງເຊມາອີຢາ;19ມັດເຕໄນ ຈາກຄອບຄົວຂອງໂຢອີອາຣິບ; ອຸດຊີ ຈາກຄອບຄົວຂອງເຢດາອີຢາ;20ກັນໄລ ຈາກຄອບຄົວຂອງສານລູ; ເອເບ ຈາກຄອບຄົວຂອງອາມົກ;21ຮາຊາບີຢາ ຈາກຄອບຄົວຂອງຮິນກີຢາ; ເນທາເນນ ຈາກຄອບຄົວຂອງເຢດາອີຢາ.22ຫົວໜ້າຄອບຄົວຂອງຄົນເລວີໃນສະໄໝຂອງເອລີອາຊິບ, ໂຢອີອາດາ, ໂຢນາທານ ແລະ ຢັດດູອາ ຕະຫລອດຈົນບັນດາປະໂລຫິດ ຖືກບັນທຶກໄວ້ໃນສະໄໝຂອງດາຣິອຸດແຫ່ງເປີເຊຍ.23ບັນດາຫົວໜ້າຄອບຄົວທີ່ຢູ່ໃນທ່າມກາງເຊື້ອສາຍຂອງເລວີຈົນເຖິງສະໄໝຂອງໂຢນາທານ ລູກຊາຍເອລີອາຊິບ ເຊິ່ງມີບັນທຶກໄວ້ຢູ່ໃນໜັງສືຂ່າວຄາວ.24ບັນດາຜູ້ນຳຂອງຄົນເລວີມີຮາຊາບີຢາ, ເຊເຣບີຢາ, ເຢຊູອາ ລູກຊາຍຂອງກາດມີເອນ ແລະ ຢືນຢູ່ກົງກັນຂ້າມກັບພວກເຂົາຮ້ອງເພງສັນເສີນ ແລະ ຂອບພຣະຄຸນຕອບໂຕ້ກັນຕາມທີ່ດາວິດຄົນຂອງພຣະເຈົ້າໄດ້ກຳນົດໄວ້.25ຄົນເຝົ້າຍາມປະຕູວິຫານທີ່ຮັບຜິດຊອບຄັງຕ່າງໆຕາມແຕ່ລະປະຕູກໍມີ: ມັດຕານີຢາ, ບັກບຸກີຢາ, ໂອບາດີຢາ, ເມຊຸນລຳ, ຕານໂມນ ແລະ ອັກກຸບ.26ຄົນເຫລົ່ານີ້ໄດ້ປະຕິບັດໜ້າທີ່ຢູ່ໃນສະໄໝຂອງໂຢອີອາກິມ ລູກຊາຍຂອງເຢຊູອາ ຜູ້ເປັນລູກຊາຍຂອງໂຢຊາດັກ ແລະ ໃນສະໄໝຜູ້ປົກຄອງເນເຫມີຢາ ແລະ ເອຊະຣາຜູ້ເປັນປະໂລຫິດ ແລະ ຄູສອນກົດບັນຍັດ.
ການມອບຖວາຍກຳແພງເຢຣູຊາເລັມ
27ຄົນເລວີທັງໝົດທົ່ວດິນແດນໄດ້ຖືກນຳໂຕມາທີ່ເຢຣູຊາເລັມ ເພື່ອສະຫລອງພິທີມອບຖວາຍກຳແພງເຢຣູຊາເລັມຢ່າງມ່ວນຊື່ນດ້ວຍການຮ້ອງເພງຂອບພຣະຄຸນ ພ້ອມດ້ວຍສຽງຊິ່ງ, ພິນໃຫຍ່ ແລະ ພິນເຂົາຄູ່.28ຄະນະນັກຮ້ອງກໍຖືກຮວບຮວມມາຈາກຖິ່ນຖານຕ່າງໆ ທີ່ຢູ່ອ້ອມເຢຣູຊາເລັມຄືຈາກໝູ່ບ້ານຊາວເນໂຕຟາ.29ຈາກເບັດກິນການ ແລະ ຈາກເຂດເກບາກັບອາຊະມາເວດ ເພາະວ່ານັກຮ້ອງເຫລົ່ານີ້ໄດ້ສ້າງໝູ່ບ້ານເພື່ອອາໄສຢູ່ອ້ອມເຢຣູຊາເລັມ.30ເມື່ອປະໂລຫິດ ແລະ ຄົນເລວີຊຳລະໂຕໃຫ້ບໍລິສຸດຕາມລະບຽບພິທີແລ້ວ ພວກເຂົາກໍເຮັດພິທີຊຳລະປະຊາຊົນ, ປະຕູທັງຫລາຍ ແລະ ກຳແພງເມືອງ.31ຂ້ານ້ອຍໃຫ້ບັນດາຜູ້ນຳຢູດາຍຂຶ້ນໄປເທິງ ກຳແພງ ແລະ ແບ່ງນັກຮ້ອງອອກເປັນສອງຄະນະໃຫຍ່ ເພື່ອຮ້ອງເພງຂອບພຣະຄຸນ. ຄະນະໜຶ່ງແມ່ນຍ່າງຂຶ້ນໄປເທິງ ກຳແພງ ໄປທາງຂວາ, ໄປຫາປະຕູກອງຂີ້ເຫຍື້ອ.32ໂຮຊາອີຢາ ແລະ ຜູ້ນຳຂອງຢູດາຍເຄິ່ງໜຶ່ງກໍຕາມພວກເຂົາໄປ,33ພ້ອມດ້ວຍອາຊາຣີຢາ, ເອຊະຣາ, ເມຊຸນລຳ,34ຢູດາ, ເບັນຢາມິນ, ເຊມາອີຢາ, ເຢເຣມີຢາ,35ລວມທັງປະໂລຫິດຜູ້ເປົ່າແກ ແລະ ເຊກາຣີຢາ ລູກຊາຍຂອງໂຢນາທານ ຜູ້ເປັນລູກຊາຍຂອງເຊມາອີຢາ, ຜູ້ເປັນລູກຊາຍຂອງມັດຕານີຢາ, ຜູ້ເປັນລູກຊາຍຂອງມີກາອີຢາ, ຜູ້ເປັນລູກຊາຍຂອງຊັກກູເຣ, ຜູ້ເປັນລູກຊາຍຂອງອາສັບ,36ແລະ ພັກພວກຂອງລາວມີ: ເຊມາອີຢາ, ອາຊາເຣນ, ມິລາໄລ, ກີລາໄລ, ມາໄອ, ເນທາເນນ, ຢູດາ ແລະ ຮານານີ ພ້ອມດ້ວຍເຄື່ອງດົນຕີຕາມທີ່ດາວິດຄົນຂອງພຣະເຈົ້າໄດ້ລະບຸໄວ້. ເອຊະຣາຄູສອນກົດບັນຍັດໄດ້ຍ່າງນຳໜ້າຂະບວນ.37ເມື່ອມາເຖິງປະຕູນ້ຳພຸ ພວກເຂົາກໍຍ່າງຂຶ້ນຂັ້ນໄດຂອງເມືອງດາວິດທີ່ທາງຂຶ້ນກຳແພງ ແລະ ຜ່ານເໜືອວັງຂອງດາວິດໄປສູ່ປະຕູນ້ຳທາງທິດຕາເວັນອອກ.38ຄະນະນັກຮ້ອງຄະນະທີສອງແມ່ນນຳຂະບວນໄປທາງກົງກັນຂ້າມ. ຂ້ານ້ອຍໄດ້ຍ່າງຕາມພວກເຂົາຂຶ້ນໄປເທິງກຳແພງພ້ອມດ້ວຍປະຊາຊົນອີກເຄິ່ງໜຶ່ງ ຜ່ານຫໍຄອຍເຕົາອົບໄປຍັງກຳແພງກວ້າງ,39ເໜືອປະຕູເອຟຣາອິມ, ປະຕູເຢຊານາ, ປະຕູປາ, ຫໍຄອຍຮານາເນນ ແລະ ຫໍຄອຍໜຶ່ງຮ້ອຍ ໄກໄປຈົນເຖິງປະຕູແກະ ແລະ ພວກເຂົາໄດ້ຢຸດຢູ່ທີ່ປະຕູຍາມ.40ຄະນະນັກຮ້ອງທັງສອງຄະນະໄດ້ໂມທະນາຂອບພຣະຄຸນແລ້ວກໍເຂົ້າປະຈຳທີ່ໃນວິຫານຂອງພຣະເຈົ້າ; ຂ້ານ້ອຍກັບເຈົ້າໜ້າທີ່ອີກເຄິ່ງໜຶ່ງກໍເຂົ້າປະຈຳທີ່ເໝືອນກັນ.41ປະໂລຫິດຜູ້ເປົ່າແກໄດ້ແກ່ ເອລີອາກິມ, ມາອາເສອີຢາ, ມີນີອາມິນ, ມີກາອີຢາ, ເອລີໂອນາຍ, ເຊກາຣີຢາ ແລະ ຮານານີຢາ42ແລະ ມາອາເສອີຢາ, ເຊມາອີຢາ, ເອເລອາຊາ, ອຸດຊີ, ເຢໂຮຮານານ, ມັນກີຢາ, ເອລາມ ແລະ ເອເຊ ກໍເຂົ້າປະຈຳທີ່. ຄະນະນັກຮ້ອງຂັບຮ້ອງເພງໂດຍມີເຢຊະຣາຮີຢາເປັນຜູ້ຄວບຄຸມ.43ພວກເຂົາໄດ້ຖວາຍເຄື່ອງບູຊາຈຳນວນຫລວງຫລາຍໃນວັນນັ້ນ, ພາກັນຊື່ນຊົມຍິນດີເພາະພຣະເຈົ້າໄດ້ໃຫ້ຄວາມຍິນດີອັນໃຫຍ່ແກ່ພວກເຂົາ. ແມ່ຍິງກັບເດັກນ້ອຍກໍຊື່ນຊົມຍິນດີເໝືອນກັນ. ສຽງໂຫ່ຮ້ອງຍິນດີໃນເຢຣູຊາເລັມດັງໄປໄກ.44ໃນເວລານັ້ນໄດ້ມີການແຕ່ງຕັ້ງຄົນທີ່ຈະເບິ່ງແຍງຄັງຕ່າງໆສຳລັບຂອງຖວາຍຜົນທຳອິດ ແລະ ສິບລົດ. ພວກເຂົາໄດ້ນຳເອົາສິ່ງເຫລົ່ານີ້ຈາກທົ່ງນາອ້ອມເມືອງຕ່າງໆ ມາໄວ້ໃນຄັງຕາມທີ່ກົດບັນຍັດໄດ້ລະບຸໄວ້ສຳລັບໃຫ້ປະໂລຫິດ ແລະ ຄົນເລວີ, ເພາະຊາວຢູດາພໍໃຈໃນປະໂລຫິດ ແລະ ຄົນເລວີຜູ້ປະຕິບັດງານ.45ພວກເຂົາຮັບໃຊ້ພຣະເຈົ້າ ແລະ ເຮັດໜ້າທີ່ໃນພິທີຊຳລະ, ຄະນະນັກຮ້ອງ ແລະ ຄົນເຝົ້າຍາມປະຕູວິຫານກໍເໝືອນກັນ ພາກັນປະຕິບັດຕາມຄຳສັ່ງຂອງດາວິດ ແລະ ລູກຊາຍໂຊໂລໂມນ.46ເພາະດົນນານມາແລ້ວໃນສະໄໝຂອງດາວິດ ແລະ ອາສັບ ມີບັນດາຫົວໜ້ານຳພາຄະນະນັກຮ້ອງ ແລະ ກຳກັບເພງສັນເສີນ ແລະ ຂອບພຣະຄຸນພຣະເຈົ້າ.47ດັ່ງນັ້ນ ໃນສະໄໝຂອງເຊຣຸບບາເບນ ແລະ ເນເຫມີຢາ ຊົນຊາດອິດສະຣາເອນທັງໝົດຈຶ່ງໄດ້ນຳຂອງຖວາຍປະຈຳວັນມາຖວາຍສຳລັບນັກຮ້ອງ ແລະ ຄົນເຝົ້າຍາມປະຕູວິຫານ ແລະ ພວກເຂົາຍັງໄດ້ເກັບຮັກສາສ່ວນໜຶ່ງໄວ້ສຳລັບຄົນເລວີອື່ນໆ ແລະ ຄົນເລວີເອງກໍເກັບຮັກສາສ່ວນໜຶ່ງໄວ້ສຳລັບເຊື້ອສາຍຂອງອາໂຣນດ້ວຍ.Biblica, Inc.