ເອສະເທີ1
ລາຊີນີວາຊະຕີຖືກປົດອອກຈາກຕໍາແໜ່ງ
1ເຫດການນີ້ເກີດຂຶ້ນໃນຊ່ວງສະໄໝຂອງກະສັດເຊເຊັດ ຜູ້ທີ່ໄດ້ປົກຄອງ 127 ແຂວງ ຕັ້ງແຕ່ອິນເດຍຈົນເຖິງກູເຊ 2ໃນສະໄໝນັ້ນ ກະສັດເຊເຊັດໄດ້ປົກຄອງບັນລັງຂອງເພິ່ນຢູ່ທີ່ເມືອງເອກຊູຊາ,3ແລະ ໃນປີທີສາມຂອງການປົກຄອງຂອງເພິ່ນ ເພິ່ນໄດ້ຈັດງານລ້ຽງສໍາລັບບັນດາຂຸນນາງ ແລະ ຂ້າລາຊະການທັງໝົດຂອງເພິ່ນ. ບັນດາຜູ້ນໍາກອງທັບຂອງເປີເຊຍ ແລະ ຂອງເມເດຍ, ບັນດາເຈົ້ານາຍ ແລະ ບັນດາຂຸນນາງຂອງແຂວງຕ່າງໆກໍໄດ້ມາເຂົ້າພົບ.4ກະສັດໄດ້ສະແດງຄວາມຮັ່ງມີຂອງອານາຈັກ, ຄວາມງົດງາມ ແລະ ກຽດສັກສີອັນຍິ່ງໃຫຍ່ຂອງເພິ່ນເປັນເວລາ 180 ວັນ.5ຫລັງຈາກນັ້ນ ຜ່ານໄປຫລາຍວັນ, ກະສັດໄດ້ຈັດງານລ້ຽງຂຶ້ນເຈັດວັນຢູ່ທີ່ເດີ່ນສວນຂອງວັງຂອງກະສັດ ສຳລັບທຸກຄົນທີ່ຢູ່ປ້ອມເມືອງຊູຊາ, ຕັ້ງແຕ່ຜູ້ຍິ່ງໃຫຍ່ທີ່ສຸດລົງໄປເຖິງຜູ້ນ້ອຍທີ່ສຸດ.6ໃນສວນນັ້ນໄດ້ມີຜ້າຝ້າຍລິນິນສີຂາວ ແລະ ສີຟ້າ ຫ້ອຍດ້ວຍເຊືອກຝ້າຍລິນິນສີຂາວ ແລະ ສີມ່ວງໃສ່ກັບບ້ວງເງິນຢູ່ເທິງເສົາຫີນອ່ອນ. ມີຕັ່ງນວມຄຳ ແລະ ຕັ່ງນວມເງິນຕັ້ງຢູ່ຕາມທາງຍ່າງ ເຊິ່ງຝັງຫີນແດງ, ຫີນອ່ອນ, ຫອຍມຸກ ແລະ ພອຍທີ່ມີລາຄາແພງອື່ນໆ.7ເຫລົ້າອະງຸ່ນທີ່ນຳອອກມາແຈກຢາຍແມ່ນບັນຈຸໃນພາຊະນະຄຳ, ແຕ່ລະອັນແມ່ນມີຮູບຮ່າງ ແລະ ລວດລາຍບໍ່ຊ້ຳກັນ, ກະສັດໄດ້ມອບເຫລົ້າອະງຸ່ນຫລວງໃຫ້ດື່ມຢ່າງເຫລືອເຟືອ.8ແຂກແຕ່ລະຄົນດື່ມໄດ້ຕາມທີ່ຕ້ອງການ, ເພາະເພິ່ນໄດ້ສັ່ງພະນັກງານຝ່າຍເຫລົ້າອະງຸ່ນໃຫ້ນຳມາບໍລິການຕາມຄວາມພໍໃຈຂອງທຸກຄົນ.9ລາຊີນີວາຊະຕີກໍໄດ້ຈັດງານລ້ຽງສຳລັບບັນດາແມ່ຍິງທີ່ຢູ່ໃນວັງຂອງກະສັດເຊເຊັດເໝືອນກັນ.10ໃນວັນທີເຈັດ, ເມື່ອກະສັດເຊເຊັດມ່ວນຊື່ນຫລາຍຈາກການດື່ມເຫລົ້າອະງຸ່ນ ເພິ່ນກໍໄດ້ສັ່ງໃຫ້ຂັນທີເຈັດຄົນທີ່ເປັນຜູ້ຮັບໃຊ້ສ່ວນຕົວຂອງເພິ່ນມາຄື: ເມຫູມານ, ບີຊະທາ, ຮາໂບນາ, ບິກທາ, ອາບັກທາ, ເຊທາເຣ ແລະ ກາກກັດ.11ໃຫ້ໄປເຊີນລາຊີນີວາຊະຕີ ທີ່ກຳລັງສວມມົງກຸດມາພົບເພິ່ນ. ເພື່ອໃຫ້ປະຊາຊົນ ແລະ ບັນດາຂຸນນາງໄດ້ເຫັນຄວາມງາມຂອງນາງ, ເພາະນາງຊ່າງງົດງາມໜ້າເບິ່ງຫລາຍ.12ແຕ່ເມື່ອຄົນເຫລົ່ານີ້ໄປເຊີນລາຊີນີຕາມຄຳສັ່ງຂອງກະສັດແລ້ວ, ລາຊີນີວາຊະຕີກໍປະຕິເສດທີ່ຈະມາ, ກະສັດຈຶ່ງໂກດຮ້າຍ ແລະ ໃຈຮ້າຍຫລາຍ.13ເນື່ອງຈາກເປັນປະເພນີທີ່ກະສັດຈະຕ້ອງປຶກສາກັບຜູ້ຊ່ຽວຊານທາງດ້ານກົດໝາຍ ແລະ ຄວາມຍຸຕິທຳ, ເພິ່ນຈຶ່ງໄດ້ເວົ້າກັບບັນດານັກປາດຜູ້ເຂົ້າໃຈຍຸກສະໄໝ14ແລະ ເປັນຜູ້ໃກ້ຊິດກະສັດທີ່ສຸດມີດັ່ງນີ້: ກາກເຊນາ, ເຊດຖາ, ອັດມາທາ, ຕາກຊິດ, ເມເຣັດ, ມາກເຊນາ ແລະ ເມມູການ, ຂຸນນາງທັງເຈັດແຫ່ງມີເດຍ ແລະ ເປີເຊຍ ເຊິ່ງເປັນຜູ້ທີ່ມີສິດທິພິເສດໃນການເຂົ້າພົບກະສັດ ແລະ ເປັນຜູ້ມີອຳນາດສູງສຸດໃນອານາຈັກ.15ເພິ່ນໄດ້ຖາມວ່າ, “ຕາມກົດໝາຍແລ້ວຈະຕ້ອງເຮັດກັບລາຊີນີວາຊະຕີຢ່າງໃດ? ນາງບໍ່ຍອມເຊື່ອຟັງຄຳສັ່ງຂອງກະສັດເຊເຊັດຕາມທີ່ໃຫ້ຂັນທີໄປເຊີນນາງ”.16ແລ້ວເມມູການກໍໄດ້ຕອບຕໍ່ໜ້າກະສັດ ແລະ ບັນດາເຈົ້ານາຍວ່າ, “ລາຊີນີວາຊະຕີໄດ້ເຮັດຜິດ, ບໍ່ແມ່ນພຽງແຕ່ຕໍ່ກະສັດເທົ່ານັ້ນ ແຕ່ຍັງເຮັດຜິດຕໍ່ຂຸນນາງທັງໝົດ ແລະ ປະຊາຊົນທັງໝົດໃນທຸກແຂວງຂອງກະສັດເຊເຊັດດ້ວຍ.17ເພາະແມ່ຍິງທຸກກໍຈະຮູ້ຈັກການກະທຳຂອງລາຊີນີ ແລະ ດັ່ງນັ້ນ ພວກເຂົາຈະພາກັນດູຖູກຜົວຂອງຕົນ ແລະ ເວົ້າວ່າ, ‘ກະສັດເຊເຊັດໄດ້ສັ່ງໃຫ້ລາຊີນີວາຊະຕີເຂົ້າໄປພົບເພິ່ນ, ແຕ່ນາງບໍ່ຍອມໄປ’.18ໃນມື້ນັ້ນ ບັນດາແມ່ຍິງຄົນຊັ້ນສູງແຫ່ງເມເດຍ ແລະ ເປີເຊຍທີ່ໄດ້ຍິນເລື່ອງການກະທຳຂອງລາຊີນີ ກໍຈະປະຕິບັດຕໍ່ບັນດາຂຸນນາງທັງໝົດຂອງກະສັດໃນແບບດຽວກັນ. ຈະເຮັດໃຫ້ຂາດຄວາມເຄົາລົບ ແລະ ເກີດຄວາມຂັດແຍ້ງບໍ່ສິ້ນສຸດຈັກເທື່ອ.19“ເຫດສະນັ້ນ ຖ້າທ່ານເຫັນດີ ກໍຂໍໃຫ້ທ່ານອອກດຳລັດເປັນທາງການ ແລະ ຂໍໃຫ້ຂຽນຂຶ້ນເປັນກົດໝາຍຂອງເປີເຊຍ ແລະ ເມເດຍ, ເຊິ່ງຈະບໍ່ມີການລຶບລ້າງໄດ້ຈັກເທື່ອ, ເພື່ອວ່າວາຊະຕີຈະເຂົ້າພົບກະສັດບໍ່ໄດ້ອີກຕໍ່ໄປ. ພ້ອມທັງຂໍໃຫ້ທ່ານມອບຕຳແໜ່ງລາຊີນີຂອງນາງໃຫ້ແກ່ຍິງຄົນອື່ນທີ່ດີກວ່ານາງ.20ຫລັງຈາກນັ້ນ ເມື່ອຄໍາສັ່ງຂອງກະສັດໄດ້ຖືກປະກາດອອກໄປທົ່ວອານາຈັກອັນກວ້າງໃຫຍ່ຂອງທ່ານແລ້ວ, ແມ່ຍິງທຸກຄົນຈະໃຫ້ຄວາມເຄົາລົບຕໍ່ຜົວຂອງຕົນ, ຕັ້ງແຕ່ຜູ້ນ້ອຍທີ່ສຸດໄປຈົນເຖິງຜູ້ໃຫຍ່ທີ່ສຸດ”.21ກະສັດ ແລະ ບັນດາເຈົ້ານາຍຂອງເພິ່ນກໍເກີດຄວາມພໍໃຈກັບຄຳແນະນໍານີ້ ສະນັ້ນກະສັດກໍໄດ້ເຮັດຕາມທີ່ເມມູການໄດ້ສະເໜີ.22ເພິ່ນໄດ້ສົ່ງໜັງສືທາງການອອກໄປທຸກພາກຂອງອານາຈັກ, ໄປຫາທຸກແຂວງເປັນຄໍາເວົ້າທີ່ຕົນໃຊ້ກັນນັ້ນ ແລະ ໄປຫາທຸກຄົນເປັນພາສາທ້ອງຖິ່ນຂອງພວກຕົນ, ໂດຍປະກາດວ່າ ຜູ້ຊາຍທຸກຄົນຈະຕ້ອງເປັນຜູ້ປົກຄອງຢູ່ໃນເຮືອນຂອງຕົນ, ໂດຍໃຊ້ອໍານາດໃນທ້ອງຖິ່ນຂອງຕົນ.Biblica, Inc.