ເນເຫມີຢາ11
ຜູ້ມາອາໄສໃໝ່ຢູ່ໃນເຢຣູຊາເລັມ
1ເວລານັ້ນ ບັນດາຜູ້ນຳຂອງປະຊາຊົນໄດ້ຕັ້ງຖິ່ນຖານໃນເຢຣູຊາເລັມ. ສ່ວນປະຊາຊົນທັງຫລາຍແມ່ນຈັບສະຫລາກເລືອກຄົນໜຶ່ງໃນສິບຄົນເຂົ້າມາອາໄສຢູ່ໃນເຢຣູຊາເລັມນະຄອນສັກສິດ, ສ່ວນອີກເກົ້າຄົນນັ້ນແມ່ນອາໄສຢູ່ໃນເມືອງຂອງຕົນ.2ປະຊາຊົນຕ່າງກໍຊົມເຊີຍຄົນທັງໝົດທີ່ສະໝັກໃຈເຂົ້າມາອາໄສຢູ່ໃນເຢຣູຊາເລັມ.3ຕໍ່ໄປນີ້ແມ່ນບັນດາຜູ້ນຳຈາກເມືອງຕ່າງໆ ເຊິ່ງເຂົ້າມາອາໄສຢູ່ໃນເຢຣູຊາເລັມ (ເວລານີ້ຊາວອິດສະຣາເອນບາງສ່ວນ, ປະໂລຫິດ, ຄົນເລວີ, ຜູ້ຮັບໃຊ້ໃນວິຫານ ແລະ ເຊື້ອສາຍຂອງຜູ້ຮັບໃຊ້ຂອງໂຊໂລໂມນ ກໍໄດ້ອາໄສຢູ່ໃນເມືອງຕ່າງໆຂອງຢູດາຍ, ແຕ່ລະຄົນກໍມີທີ່ດິນເປັນຂອງຕົນເອງໃນເມືອງຕ່າງໆ,4ໃນຂະນະທີ່ປະຊາຊົນມາຈາກທັງຢູດາຍ ແລະ ເບັນຢາມິນກໍໄດ້ອາໄສຢູ່ໃນເຢຣູຊາເລັມ):ຈາກເຊື້ອສາຍຂອງຢູດາຍມີດັ່ງນີ້: ອາທາອີຢາ ລູກຊາຍຂອງອຸດຊີຢາ, ຜູ້ເປັນລູກຊາຍຂອງເຊກາຣີຢາ, ຜູ້ເປັນລູກຊາຍຂອງອາມາຣີຢາ, ຜູ້ເປັນລູກຊາຍຂອງເຊຟາຕີຢາ, ຜູ້ເປັນລູກຊາຍຂອງມະຫາລາເລນ ເຊິ່ງເປັນເຊື້ອສາຍຂອງເປເຣັດ;5ແລະ ມາອາເສອີຢາ ຜູ້ເປັນລູກຊາຍຂອງບາຣຸກ, ຜູ້ເປັນລູກຊາຍຂອງກົນໂຮເຊ, ຜູ້ເປັນລູກຊາຍຂອງຮາຊາອີຢາ, ຜູ້ເປັນລູກຊາຍຂອງອາດາອີຢາ, ຜູ້ເປັນລູກຊາຍຂອງໂຢອີອາຣິບ, ຜູ້ເປັນລູກຊາຍຂອງເຊກາຣີຢາ ເຊິ່ງເປັນເຊື້ອສາຍຂອງເຊຣາ.6ຈາກເຊື້ອສາຍຂອງເປເຣັດ ເຊິ່ງມາອາໄສຢູ່ເຢຣູຊາເລັມລວມທັງໝົດມີຜູ້ຊາຍຈຳນວນ 468 ຄົນ.7ຈາກເຊື້ອສາຍຂອງເບັນຢາມິນມີດັ່ງນີ້: ສານລູ ຜູ້ເປັນລູກຊາຍຂອງເມຊຸນລຳ, ຜູ້ເປັນລູກຊາຍຂອງໂຢເອັດ, ຜູ້ເປັນລູກຊາຍຂອງເປດາອີຢາ, ຜູ້ເປັນລູກຊາຍຂອງໂກລາອີຢາ, ຜູ້ເປັນລູກຊາຍຂອງມາອາເສອີຢາ, ຜູ້ເປັນລູກຊາຍຂອງອີທິເອນ, ຜູ້ເປັນລູກຊາຍຂອງເຢຊາອີຢາ8ແລະ ຜູ້ຕິດຕາມຂອງລາວແມ່ນກັບໄບ ແລະ ສານໄລ ລວມມີ 928 ຄົນ.9ຫົວໜ້າແມ່ນ ໂຢເອນ ລູກຊາຍຂອງຊີກະຣີ ແລະ ຢູດາ ລູກຊາຍຂອງຮັດເສນູຢາ ເປັນຜູ້ເບິ່ງແຍງເຂດສອງຂອງເມືອງ.10ຈາກບັນດາປະໂລຫິດມີດັ່ງນີ້: ເຢດາອີຢາ ລູກຊາຍຂອງໂຢອີອາຣິບ ແລະ ຢາກິນ.11ເສຣາອີຢາ ຜູ້ເປັນລູກຊາຍຂອງຮິນກີຢາ, ຜູ້ເປັນລູກຊາຍຂອງເມຊຸນລຳ, ຜູ້ເປັນລູກຊາຍຂອງຊາດົກ, ຜູ້ເປັນລູກຊາຍຂອງເມຣາອີຢົດ, ຜູ້ເປັນລູກຊາຍຂອງອາຮີຕຸບ ຜູ້ທີ່ຄວບຄຸມເບິ່ງແຍງໃນວິຫານຂອງພຣະເຈົ້າ,12ແລະ ຜູ້ຮ່ວມງານຂອງພວກເຂົາ ເຊິ່ງປະຕິບັດງານໃນວິຫານລວມມີ 822 ຄົນ; ອາດາອີຢາ ຜູ້ເປັນລູກຊາຍຂອງເຢໂຣຮາມ, ຜູ້ເປັນລູກຊາຍຂອງເປລາລີຢາ, ຜູ້ເປັນລູກຊາຍຂອງອາມຊີ, ຜູ້ເປັນລູກຊາຍຂອງເຊກາຣີຢາ, ຜູ້ເປັນລູກຊາຍຂອງປັດຊູ, ຜູ້ເປັນລູກຊາຍຂອງມັນກີຢາ.13ແລະ ຜູ້ຮ່ວມງານຂອງລາວ ເຊິ່ງເປັນຫົວໜ້າຄອບຄົວມີຈຳນວນ 242 ຄົນ. ອາມັດໄສ ຜູ້ເປັນລູກຊາຍຂອງອາຊາເຣນ, ຜູ້ເປັນລູກຊາຍຂອງອາຮະໄຊ, ຜູ້ເປັນລູກຊາຍຂອງເມຊີນເລໂມດ, ຜູ້ເປັນລູກຊາຍຂອງອິມເມ,14ແລະ ຜູ້ຮ່ວມງານຂອງລາວ ມີຈຳນວນ 128 ຄົນ. ເຊິ່ງລ້ວນແຕ່ເປັນຊາຍໜຸ່ມທີ່ແຂງແຮງ. ຫົວໜ້າຂອງພວກເຂົາແມ່ນຊັບດີເອນ ລູກຊາຍຂອງຮັກເກໂດລີມ.15ຈາກຄົນເລວີມີດັ່ງນີ້: ເຊມາອີຢາ ຜູ້ເປັນລູກຊາຍຂອງຮັດຊຸບ, ຜູ້ເປັນລູກຊາຍຂອງອາຊະຣີກຳ, ຜູ້ເປັນລູກຊາຍຂອງຮາຊາບີຢາ, ຜູ້ເປັນລູກຊາຍຂອງບັນນີ;16ຊັບເບທາຍ ແລະ ໂຢຊາບັດ ທັງສອງຄົນເປັນຫົວໜ້າຂອງຄົນເລວີ, ເຊິ່ງເບິ່ງແຍງວຽກງານພາຍນອກຂອງວິຫານຂອງພຣະເຈົ້າ.17ມັດຕານີຢາ ຜູ້ເປັນລູກຊາຍຂອງມີກາ, ຜູ້ເປັນລູກຊາຍຂອງຊັບດີ, ຜູ້ເປັນລູກຊາຍຂອງອາສັບ, ຜູ້ເປັນຜູ້ນຳໃນການອະທິຖານກັບຂອບພຣະຄຸນພຣະເຈົ້າ; ບັກບຸກີຢາ ເປັນຜູ້ຊ່ວຍຂອງລາວ; ແລະ ອັບດາຜູ້ເປັນລູກຊາຍຂອງຊາມມູອາ ຜູ້ເປັນລູກຊາຍຂອງກາລານ, ຜູ້ເປັນລູກຊາຍຂອງເຢດູທູນ.18ຄົນເລວີທີ່ຢູ່ໃນນະຄອນສັກສິດລວມທັງໝົດມີ 284.19ຄົນເຝົ້າຍາມປະຕູວິຫານມີດັ່ງນີ້: ອັກກຸບ, ຕານໂມນ ແລະ ຜູ້ຮ່ວມງານຂອງພວກເຂົາ ເຊິ່ງເປັນຄົນເຝົ້າຍາມຢູ່ທີ່ປະຕູຕ່າງໆລວມມີ 172 ຄົນ.20ສ່ວນປະຊາຊົນອິດສະຣາເອນທີ່ຍັງເຫລືອພ້ອມກັບບັນດາປະໂລຫິດ ແລະ ຄົນເລວີທີ່ຍັງອາໄສຢູ່ຕາມເມືອງທັງໝົດຂອງຢູດາຍ, ຕາມເຂດກຳມະສິດທີ່ສືບທອດຈາກບັນພະບຸລຸດຂອງພວກເຂົາ.21ສ່ວນຜູ້ຮັບໃຊ້ໃນວິຫານແມ່ນໄດ້ອາໄສຢູ່ທີ່ໂນນພູໂອເຟນ ແລະ ມີຊີຮາກັບກີຊະປາ ເປັນຜູ້ດູແລເບິ່ງແຍງພວກເຂົາ.22ຫົວໜ້າຂອງຄົນເລວີທີ່ຢູ່ໃນເຢຣູຊາເລັມມີ ອຸດຊີ ຜູ້ເປັນລູກຊາຍຂອງບານີ, ຜູ້ເປັນລູກຊາຍຂອງຮາຊາບີຢາ, ຜູ້ເປັນລູກຊາຍຂອງມັດຕານີຢາ, ຜູ້ເປັນລູກຊາຍຂອງມີກາ. ອຸດຊີ ເປັນຜູ້ໜຶ່ງໃນເຊື້ອສາຍຂອງອາສັບ, ເຊິ່ງເປັນນັກດົນຕີ ມີໜ້າທີ່ຮັບໃຊ້ໃນວິຫານຂອງພຣະເຈົ້າ.23ບັນດານັກດົນຕີແມ່ນປະຕິບັດໜ້າທີ່ຂອງຕົນທຸກວັນຕາມຄຳສັ່ງຂອງກະສັດ.24ເປທາຮີຢາ ລູກຊາຍຂອງເມເຊຊາເບນ, ເປັນຜູ້ໜຶ່ງໃນບັນດາເຊື້ອສາຍຂອງເຊຣາ ລູກຊາຍຂອງຢູດາ ເປັນໂຕແທນຂອງກະສັດໃນການເບິ່ງແຍງກິດຈະການທຸກຢ່າງທີ່ກ່ຽວກັບປະຊາຊົນ.25ສຳລັບໝູ່ບ້ານທີ່ມີທົ່ງນານັ້ນ, ຊາວຢູດາຍສ່ວນໜຶ່ງແມ່ນໄດ້ອາໄສຢູ່ໃນກີລີອາດອາກບາ, ດີໂບນ, ເຢກັບເຊເອນ ແລະ ໝູ່ບ້ານຕ່າງໆທີ່ຢູ່ອ້ອມເມືອງເຫລົ່ານີ້.26ເຢຊູອາ, ໂມລາດາ, ເບັດເປເລັດ27ຮາຊາຊູອານ, ເບເອນເຊບາ ແລະ ໃນໝູ່ບ້ານທີ່ຢູ່ໃນອ້ອມແອ້ມນັ້ນ.28ຊິກລັກ, ເມໂກນາ ແລະ ໝູ່ບ້ານທີ່ຢູ່ອ້ອມແອ້ມນັ້ນ.29ເອນຣິມໂມນ, ໂຊຣາ, ຢາຣະມຸດ,30ໃນຊາໂນອາ, ອາດຸນລຳ ແລະ ໝູ່ບ້ານຂອງພວກເຂົາ, ໃນລາກິດ ແລະ ທົ່ງນາ. ໃນອາເສກາ ແລະ ໝູ່ບ້ານທີ່ຢູ່ອ້ອມແອ້ມນັ້ນ. ດັ່ງນັ້ນ ພວກເຂົາໄດ້ອາໄສຢູ່ຕາມທາງຈາກເບເອນເຊບາຈົນຮອດຮ່ອມພູຮິນໂນມ.31ເຊື້ອສາຍຂອງເບັນຢາມິນ ແມ່ນມາຈາກເກບາທີ່ອາໄສຢູ່ໃນມິກມາດ, ອາອີ, ເບັດເອນ ແລະ ໝູ່ບ້ານທີ່ຢູ່ອ້ອມແອ້ມນັ້ນ,32ທີ່ອານາທົດ, ໂນບ ແລະ ອານານີຢາ,33ຮາໂຊ, ຣາມາ ແລະ ກິດຕາອິມ,34ຮາດິດ, ເຊບົວອິມ ແລະ ເນບັນລັດ,35ໂລດ ແລະ ໂອໂນ, ແລະ ໃນຮ່ອມພູຂອງບັນດາຊ່າງສີມື.36ຄົນເລວີບາງໝວດຂອງຢູດາໄດ້ອາໄສຢູ່ໃນເຂດຂອງເບັນຢາມິນ.
Biblica, Inc.