ເນເຫມີຢາ10

1ຜູ້​ທີ່​ປະທັບຕາ​ຂໍ້​ຕົກລົງ​ມີ​ດັ່ງ​ນີ້:
ຜູ້​ປົກຄອງ​ມີ: ເນເຫມີຢາ ລູກຊາຍ​ຂອງ​ຮາກາລີຢາ.
ເຊເດກີຢາ,
2ເສຣາອີຢາ, ອາຊາຣີຢາ, ເຢເຣມີຢາ,3ປັດຊູ, ອາມາຣີຢາ, ມັນກີຢາ,4ຮັດຕຸຊະ, ເຊບານີຢາ, ມັນລຸກ,5ຮາຣິມ, ເມເຣໂມດ, ໂອບາດີຢາ,6ດານີເອນ, ກິນເນໂທນ, ບາຣຸກ,7ເມຊຸນລຳ, ອາບີຢາ, ມີຢາມິນ,8ມາອາຊີຢາ, ບິນກາຍ ແລະ ເຊມາອີຢາ. ຄົນ​ເຫລົ່ານີ້​ແມ່ນ​ປະໂລຫິດ.
9ຄົນ​ເລວີ​ມີ: ເຢຊູອາ ລູກຊາຍ​ຂອງ​ອາຊານີຢາ, ບິນນູອີ​ຄົນ​ໃນ​ເຊື້ອສາຍ​ຂອງ​ເຮນາດາດ, ກາດມີເອນ,10ແລະ ພັກພວກ​ຂອງ​ພວກເຂົາ​ມີ: ເຊບານີຢາ, ໂຮດີຢາ, ເກລີຕາ, ເປລາອີຢາ, ຮານານ,11ມີກາ, ເຣໂຮບ, ຮາຊາບີຢາ,12ຊັກກູເຣ, ເຊເຣບີຢາ, ເຊບານີຢາ,13ໂຮດີຢາ, ບານີ ແລະ ເບນີນູ.
14ບັນດາ​ຜູ້ນຳ​ປະຊາຊົນ​ມີ: ປາຣົດ, ປາຮາດ​ໂມອາບ, ເອລາມ, ຊັດຕຸ, ບານີ,15ບັນນີ, ອາຊະກາດ, ເບບາຍ,16ອາໂດນີຢາ, ບິກໄຫວ, ອາດິນ,17ອາເຕ, ເຮເຊກີຢາ, ອັດຊູຣະ,18ໂຮດີຢາ, ຮາຊຸມ, ເບໄຊ,19ຮາຣິບ, ອານາທົດ, ເນບາຍ,20ມາກາປີອັດຊະ, ເມຊຸນລຳ, ເຮສີຣະ,21ເມເຊຊາເບນ, ຊາດົກ, ຢັດດູອາ,22ເປລາຕີຢາ, ຮານານ, ອານາອີຢາ,23ໂຮເຊຢາ, ຮານານີຢາ, ຮັດຊຸບ,24ຮັນໂລເຮັດ, ປິນຮາ, ໂຊເບັກ,25ເຣຮຸມ, ຮາຊັບນາ, ມາອາເສອີຢາ,26ອາຮີຢາ, ຮານານ, ອານານ,27ມັນລຸກ, ຮາຣິມ ແລະ ບາອານາ.
28“ປະຊາຊົນ​ຄົນ​ທີ່​ເຫລືອ ທັງ​ປະໂລຫິດ, ຄົນ​ເລວີ, ຄົນ​ເຝົ້າຍາມ​ປະຕູ​ວິຫານ, ຄະນະ​ນັກຮ້ອງ, ຜູ້ຮັບໃຊ້​ໃນ​ວິຫານ ແລະ ທຸກຄົນ​ທີ່​ແຍກ​ໂຕ​ເອງ​ອອກ​ຈາກ​ຊົນຊາດ​ໃກ້​ຄຽງ​ເພາະ​ເຫັນ​ແກ່​ກົດບັນຍັດ​ຂອງ​ພຣະເຈົ້າ ພ້ອມ​ທັງ​ເມຍ ແລະ ລູກຊາຍ​ລູກສາວ​ທີ່​ສາມາດ​ເຂົ້າໃຈ.29ທັງໝົດ​ເຫລົ່ານີ້​ໄດ້​ຮ່ວມ​ກັບ​ພີ່ນ້ອງ​ບັນດາ​ຂຸນນາງ ແລະ ໄດ້​ປະຕິຍານ​ຕົນ​ພ້ອມ​ທີ່​ຈະ​ຮັບ​ຄຳ​ສາບແຊ່ງ​ຂອງ​ພຣະເຈົ້າ ຖ້າ​ບໍ່​ປະຕິບັດ​ຕາມ​ກົດບັນຍັດ​ຂອງ​ພຣະເຈົ້າ​ທີ່​ໄດ້​ໃຫ້​ໄວ້​ຜ່ານ​ທາງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະອົງ ແລະ ທີ່​ຈະ​ເຊື່ອຟັງ​ຄຳສັ່ງ, ກົດ​ລະບຽບ ແລະ ດຳລັດ​ທັງໝົດ​ຂອງ​ພຣະເຈົ້າ​ຢາເວ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.
30“ພວກເຮົາ​ສັນຍາ​ວ່າ​ຈະ​ບໍ່​ຍົກ​ລູກສາວ​ຂອງ​ພວກເຮົາ​ໃຫ້​ແຕ່ງງານ​ກັບ​ຄົນ​ອ້ອມ​ຂ້າງ ແລະ ບໍ່​ຮັບ​ລູກສາວ​ຂອງ​ພວກເຂົາ​ມາ​ໃຫ້​ລູກຊາຍ​ຂອງ​ພວກເຮົາ.
31“ເມື່ອ​ຊົນຊາດ​ເພື່ອນບ້ານ​ນຳ​ສິນຄ້າ ຫລື ເມັດພືດ​ມາ​ຂາຍ​ໃນ​ວັນຊະບາໂຕ ພວກເຮົາ​ຈະ​ບໍ່​ຊື້​ຈາກ​ພວກເຂົາ​ໃນ​ວັນຊະບາໂຕ ຫລື ວັນ​ບໍລິສຸດ​ອື່ນໆ. ທຸກ​ປີ​ທີ​ເຈັດ​ພວກເຮົາ​ຈະ​ໃຫ້​ດິນແດນ​ພັກ​ຈາກ​ການ​ໄຖ​ດິນ ແລະ ຈະ​ຍົກເລີກ​ໜີ້​ທັງໝົດ.
32“ພວກເຮົາ​ມີ​ໜ້າ​ທີ່​ຮັບຜິດຊອບ​ໃນ​ການ​ຈະ​ປະຕິບັດ​ຕາມ​ຄຳສັ່ງ​ເຫລົ່ານີ້​ໂດຍ​ໃຫ້​ເງິນ​ປີ​ລະ​ໜຶ່ງ​ໃນ​ສາມ​ເສເຂນ ສຳລັບ​ການ​ປະຕິບັດ​ໃນ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ33ສຳລັບ​ເຂົ້າຈີ່​ທີ່​ວາງ​ໄວ້​ເທິງ​ໂຕະ; ສຳລັບ​ເມັດພືດ​ບູຊາ ແລະ ເຄື່ອງເຜົາ​ບູຊາ; ສຳລັບ​ເຄື່ອງ​ຖວາຍ​ໃນ​ວັນຊະບາໂຕ, ເທດສະການ​ເດືອນ​ຂຶ້ນ​ໃໝ່ ແລະ ເທດສະການ​ຕ່າງໆ​ຕາມ​ກຳນົດ; ສຳລັບ​ເຄື່ອງຖວາຍ​ສັກສິດ; ສຳລັບ​ເຄື່ອງບູຊາ​ໄຖ່​ບາບ ​ເພື່ອ​ລຶບລ້າງ​ບາບ​ໃຫ້​ອິດສະຣາເອນ ແລະ ສຳລັບ​ກິດຈະການ​ທັງໝົດ​ກ່ຽວກັບ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ.
34“ພວກເຮົາ​ຄື​ປະໂລຫິດ, ຄົນ​ເລວີ ແລະ ປະຊາຊົນ​ໄດ້​ຈັບສະຫລາກ​ຈັດ​ຜຽນ​ໃຫ້​ແຕ່​ລະ​ຄອບຄົວ​ນຳ​ເອົາ​ຟືນ​ມາ​ຍັງ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ​ຕາມ​ກຳນົດ​ເວລາ​ຂອງ​ແຕ່​ລະ​ປີ​ສຳລັບ​ເຜົາ​ເທິງ​ແທ່ນບູຊາ​ຂອງ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຮົາ, ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ກົດບັນຍັດ.
35“ແຕ່​ລະ​ປີ​ພວກເຮົາ​ຍັງ​ມີ​ໜ້າ​ທີ່​ຮັບຜິດຊອບ​ນຳ​ຜົນ​ທຳອິດ​ຂອງ​ການ​ເກັບກ່ຽວ ແລະ ຫມາກໄມ້​ທຸກ​ຊະນິດ​ມາ​ຍັງ​ວິຫານ​ຂອງ​ພຣະເຈົ້າ​ຢາເວ.
36“ພວກເຮົາ​ຈະ​ນຳ​ລູກຊາຍ​ກົກ​ຂອງ​ພວກເຮົາ ແລະ ລູກ​ຫົວ​ປີ​ຈາກ​ຝູງສັດ​ຂອງ​ພວກເຮົາ, ຈາກ​ທັງ​ຝູງ​ແບ້, ຝູງ​ແກະ​ກັບ​ຝູງ​ງົວ​ຂອງ​ພວກເຮົາ​ມາ​ຍັງ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ ແລ້ວ​ມອບ​ໃຫ້​ປະໂລຫິດ​ທີ່​ຮັບໃຊ້​ຢູ່​ທີ່​ນັ້ນ​ຕາມ​ທີ່​ບັນທຶກ​ໄວ້​ໃນ​ກົດບັນຍັດ.
37“ນອກ​ຈາກ​ນັ້ນ, ພວກເຮົາ​ຈະ​ນຳ​ຜົນ​ຜະລິດ​ຕ່າງໆ​ມາ​ໃຫ້​ປະໂລຫິດ​ເກັບ​ໄວ້​ໃນ​ຄັງ​ຂອງ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ ເຊິ່ງ​ມີ​ຜົນ​ທຳອິດ​ຂອງ​ພືດ​ສຳລັບ​ອາຫານ, ເມັດພືດ​ບູຊາ, ໝາກໄມ້​ຈາກ​ຕົ້ນໄມ້​ທັງໝົດ​ຂອງ​ພວກເຮົາ ແລະ ເຫລົ້າ​ອະງຸ່ນ​ໃໝ່ ແລະ ນ້ຳມັນ​ໝາກກອກ ແລະ ພວກເຮົາ​ຈະ​ນຳ​ເອົາ​ໜຶ່ງ​ສ່ວນ​ສິບ​ຂອງ​ພືດ​ຜົນ​ມາ​ມອບ​ໃຫ້​ແກ່​ຄົນ​ເລວີ, ເພາະ​ຄົນ​ເລວີ​ເປັນ​ຜູ້​ທີ່​ຮວບຮວມ​ສິບລົດ​ໃນ​ເມືອງ​ຕ່າງໆ​ທີ່​ພວກເຮົາ​ທຳງານ.38ປະໂລຫິດ​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ອາໂຣນ​ຈະ​ຕ້ອງ​ຢູ​ກັບ​ຄົນ​ເລວີ​ຂະນະ​ທີ່​ພວກເຂົາ​ຮັບ​ເອົາ​ສິບລົດ ແລະ ຄົນ​ເລວີ​ຈະ​ນຳ​ເອົາ​ໜຶ່ງ​ສ່ວນ​ສິບ​ຂອງ​ສິບລົດ​ທັງໝົດ​ນັ້ນ​ມາ​ເກັບ​ໄວ້​ໃນ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ, ທີ່​ຫ້ອງ​ເກັບ​ເຄື່ອງ​ໃນ​ຄັງ.39ປະຊາຊົນ​ອິດສະຣາເອນ ລວມ​ທັງ​ຄົນ​ເລວີ​ຈະ​ຕ້ອງ​ນຳ​ຂອງ​ຖວາຍ​ຕ່າງໆ ຄື​ເມັດພືດ, ເຫລົ້າອະງຸ່ນ​ໃໝ່ ແລະ ນ້ຳມັນ​ໝາກກອກ​ມາ​ຍັງ​ຄັງ ເຊິ່ງ​ເປັນ​ບ່ອນ​ເກັບ​ເຄື່ອງໃຊ້​ຕ່າງໆ​ຂອງ​ສະຖານ​ນະມັດສະການ ແລະ ບ່ອນ​ທີ່​ປະໂລຫິດ​ຜູ້ຮັບໃຊ້, ຄົນ​ເຝົ້າຍາມ​ປະຕູ ແລະ ຄະນະ​ນັກຮ້ອງ​ພັກ​ອາໄສ​ຢູ່.
“ພວກເຮົາ​ຈະ​ບໍ່​ລະເລີຍ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ”.

Biblica, Inc.

https://app.library.bible/content/eab9312f9f16b3a2