ນາຮູມ3
ວິບັດແກ່ນີເນເວ
1ວິບັດແກ່ເມືອງທີ່ເຕັມໄປດ້ວຍເລືອດ,ເຊິ່ງເຕັມໄປດ້ວຍການຕົວະ,ເຕັມໄປດ້ວຍການປຸ້ນຈີ້,ບໍ່ເຄີຍຂາດເຫຍື່ອ!2ສຽງໄມ້ແສ້ຟາດ,ສຽງລໍ້ລົດ!ສຽງມ້າແລ່ນແລະ ສຽງລົດມ້າທີ່ສັ່ນສະເທືອນ!3ທະຫານມ້າເຂົ້າປະທະກັນ,ດາບທີ່ເຫລື້ອມແລະ ຫອກທີ່ສ່ອງແສງ!ມີຜູ້ບາດເຈັບລົ້ມຕາຍຫລາຍຄົນ,ມີກອງຊາກສົບ,ສົບກໍນັບບໍ່ຖ້ວນ,ຄົນທັງຫລາຍຍ່າງເຕະສະດຸດສົບ4ທັງໝົດນີ້ແມ່ນຍ້ອນຕັນຫາອັນປ່າເຖື່ອນຂອງຍິງໂສເພນີ,ຜູ້ຍົວະເຍົ້າ, ເປັນເຈົ້າແຫ່ງມົນສະເໜ່,ຜູ້ເຮັດໃຫ້ປະຊາຊາດທັງຫລາຍຕົກເປັນຂ້າທາດໂດຍການຂາຍໂຕຂອງນາງແລະ ຄົນທັງຫລາຍດ້ວຍເວດມົນຂອງນາງ.5ພຣະເຈົ້າຢາເວຜູ້ມີລິດອຳນາດໄດ້ປະກາດວ່າ, “ເຮົາເປັນສັດຕູກັບເຈົ້າ.ເຮົາຈະເປີດກະໂປ່ງຂອງເຈົ້າຄຸມໜ້າເຈົ້າ.ເຮົາຈະເຜີຍຄວາມເປືອຍກາຍຂອງເຈົ້າໃຫ້ປະຊາຊາດທັງຫລາຍເຫັນແລະ ໃຫ້ອານາຈັກຕ່າງໆໄດ້ເຫັນຄວາມໜ້າອັບອາຍຂອງເຈົ້າ.6ເຮົາຈະສາດຂອງສົກກະປົກໃສ່ເຈົ້າ,ເຮົາຈະເຮັດກັບເຈົ້າຢ່າງດູຖູກແລະ ປະຈານເຈົ້າ.7ທຸກຄົນທີ່ເຫັນເຈົ້າຈະໜີໄປຈາກເຈົ້າ ແລະ ເວົ້າວ່າ,‘ນີເນເວຈິບຫາຍແລ້ວ ຜູ້ໃດຈະໄວ້ທຸກໃຫ້ແກ່ນາງ?’ເຮົາຈະຫາຄົນມາໜູນໃຈເຈົ້າໄດ້ຈາກໃສ?”8ເຈົ້າດີກວ່າເທເບັດບໍ,ເຊິ່ງຢູ່ແຄມຝັ່ງແມ່ນ້ຳນິນແລະ ມີນ້ຳອ້ອມຮອບນາງບໍ?ແມ່ນ້ຳເປັນປ້ອມປ້ອງກັນຂອງນາງ,ນ້ຳເປັນກຳແພງຂອງນາງ.9ກູເຊ ແລະ ເອຢິບເປັນກຳລັງອັນບໍ່ຈຳກັດໃຫ້ນາງພູດ ແລະ ລີເບຍກໍເປັນພັນທະມິດຂອງນາງ.10ເຖິງປານນັ້ນນາງກໍຕ້ອງຕົກເປັນເມືອງຂຶ້ນແລະ ຖືກກວາດໄປເປັນຊະເລີຍ.ລູກນ້ອຍຂອງນາງຖືກຈັບຟາດເປັນຕ່ອນໆຢູ່ທີ່ທຸກແຈຂອງຖະໜົນ.ພວກເຂົາຈັບສະຫລາກແບ່ງຂຸນນາງຂອງນາງ,ແລະ ຜູ້ນຳທັງໝົດຂອງນາງຖືກລ່າມໂສ້ໄວ້.11ເຈົ້າກໍຈະມຶນເມົາເໝືອນກັນ;ເຈົ້າຈະເຂົ້າໄປຫລົບລີ້ແລະ ສະແຫວງຫາບ່ອນລີ້ໄພຈາກສັດຕູ.12ປ້ອມປ້ອງກັນທັງໝົດຂອງເຈົ້າເປັນກັບເໝືອນຕົ້ນໝາກເດື່ອທີ່ມີໝາກສຸກລຸ້ນທຳອິດ;ເມື່ອກົກມັນຖືກສັ່ນ,ໝາກເດື່ອກໍຫລົ່ນເຂົ້າປາກຂອງຄົນກິນ.13ເບິ່ງກອງທະຫານຂອງເຈົ້າພວກເຂົາລ້ວນແຕ່ເປັນດັ່ງແມ່ຍິງ.ບັນດາປະຕູເມືອງຂອງດິນແດນຂອງເຈົ້າເປີດກວ້າງຮັບບັນດາສັດຕູຂອງເຈົ້າ;ໄຟໄດ້ເຜົາກາດປະຕູທັງຫລາຍແລ້ວ.14ຈົ່ງຕັກນ້ຳຕຽມໄວ້ເພາະຈະຖືກລ້ອມເມືອງຈົ່ງເສີມເຄື່ອງປ້ອງກັນເມືອງ!ນວດດິນໜຽວ,ຢຽບປູນ.ແລະ ສ້ອມແປງສິ່ງທີ່ສ້າງດ້ວຍດິນຈີ່!15ບ່ອນນັ້ນໄຟຈະເຜົາໄໝ້ເຈົ້າ;ດາບຈະຕັດເຈົ້າລົງມັນຈະກັດກິນເຈົ້າເໝືອນກັບຕັກແຕນ.ຈົ່ງເພີ່ມຈຳນວນຄົນໃຫ້ຫລາຍເໝືອນຕັກແຕນທະວີຈຳນວນຂຶ້ນເໝືອນຝູງຕັກແຕນ!16ເຈົ້າໄດ້ເພີ່ມຈຳນວນພໍ່ຄ້າຂອງເຈົ້າຈົນພວກເຂົາມີຈຳນວນຫລາຍຂຶ້ນກວ່າດາວເທິງທ້ອງຟ້າ,ແຕ່ພວກເຂົາກໍເໝືອນກັບຕັກແຕນທີ່ພວກມັນກັດກິນຈົນຈົນໝົດແຜ່ນດິນແລະ ແລ້ວກໍບິນໜີໄປ.17ບັນດາຄົນເຝົ້າຍາມຂອງເຈົ້າເໝືອນດັ່ງຕັກແຕນ,ບັນດາຂ້າລາຊະການຂອງເຈົ້າເໝືອນດັ່ງຝູງຕັກແຕນເຊິ່ງເກາະຢູ່ທີ່ກຳແພງໃນມື້ອາກາດໜາວແຕ່ເມື່ອດວງຕາເວັນປາກົດຂຶ້ນພວກມັນກໍບິນໜີໄປໝົດ,ແລະ ບໍ່ມີຜູ້ໃດຮູ້ວ່າໄປໃສ.18ກະສັດແຫ່ງອັດຊີເຣຍ, ບັນດາຄົນລ້ຽງແກະ ຂອງເຈົ້າໄດ້ນອນຫລັບຢູ່;ພວກເຈົ້ານາຍຂອງເຈົ້າກໍໄດ້ເອນກາຍລົງພັກຜ່ອນ.ປະຊາຊົນຂອງເຈົ້າກໍກະຈັດກະຈາຍໄປຕາມພູເຂົາຕ່າງໆບໍ່ມີຜູ້ໃດຮວບຮວມພວກເຂົາ.19ບໍ່ມີສິ່ງໃດສາມາດຮັກສາບາດແຜຂອງເຈົ້າໄດ້;ບາດແຜຂອງເຈົ້າກໍເປັນອັນຕະລາຍເຖິງຕາຍ.ທຸກຄົນທີ່ໄດ້ຍິນຂ່າວກ່ຽວກັບເຈົ້າກໍຕົບມືຂອງຕົນທີ່ເຈົ້າຫລົ້ມຈົມ.ເພາະມີຜູ້ໃດແດ່ທີ່ບໍ່ຮູ້ສຶກເຖິງຄວາມໂຫດຮ້າຍທີ່ບໍ່ມີສິ້ນສຸດຂອງເຈົ້າ?Biblica, Inc.