ຮາບາກຸກ1
1ຄຳທຳນວາຍທີ່ຜູ້ທຳນວາຍຮາບາກຸກໄດ້ຮັບ.
ຄຳຮ້ອງທຸກຂອງຮາບາກຸກ
2ຂ້າແດ່ພຣະເຈົ້າຢາເວ, ຂ້ານ້ອຍຈະຕ້ອງຮ້ອງຂໍຄວາມຊ່ວຍເຫລືອອີກດົນປານໃດ,ແຕ່ພຣະອົງບໍ່ຮັບຟັງ?ຫລື ຕ້ອງຮ້ອງຂໍຕໍ່ພຣະອົງວ່າ, “ໂຫດຮ້າຍ!”ແຕ່ພຣະອົງບໍ່ມາຊ່ວຍ?3ດ້ວຍເຫດໃດພຣະອົງຈຶ່ງເຮັດໃຫ້ຂ້ານ້ອຍເບິ່ງຄວາມບໍ່ຍຸຕິທຳ?ດ້ວຍເຫດໃດພຣະອົງຈຶ່ງອົດກັ້ນຕໍ່ການກະທຳຜິດ?ການທຳລາຍ ແລະ ຄວາມຮຸນແຮງຢູ່ຕໍ່ໜ້າຂ້ານ້ອຍ;ມີການຕໍ່ສູ້ ແລະ ຂັດແຍ່ງກັນຢ່າງຫລວງຫລາຍ.4ເຫດສະນັ້ນ ກົດໝາຍຈຶ່ງເປັນອຳມະພາດແລະ ຄວາມຍຸຕິທຳຈຶ່ງບໍ່ປາກົດຄົນຊົ່ວຮ້າຍອ້ອມຮອບຄົນຊອບທຳ,ຈົນຄວາມຍຸຕິທຳຖືກບິດເບືອນໄປ.ຄຳຕອບຂອງພຣະເຈົ້າຢາເວ
5ພຣະເຈົ້າກ່າວວ່າ: “ຈົ່ງເບິ່ງແລະ ຄອຍເຝົ້າເບິ່ງຊົນຊາດຕ່າງໆ.ແລ້ວຈົ່ງປະຫລາດໃຈທີ່ສຸດເພາະເຮົາກຳລັງຈະເຮັດບາງສິ່ງໃນຍຸກຂອງເຈົ້າເຈົ້າກໍຈະບໍ່ເຊື່ອ,ເຖິງແມ່ນວ່າມີຜູ້ໃດບອກ.6ເຮົາກຳລັງຈະໃຫ້ຊາວບາບີໂລນ ມີອຳນາດຂຶ້ນມາ,ພວກເຂົາເປັນຊົນຊາດທີ່ໂຫດຮ້າຍ ແລະ ໃຈຮ້ອນເຊິ່ງເຄື່ອນທັບໄປທົ່ວແຜ່ນດິນໂລກເພື່ອຢຶດຄອງບ່ອນຢູ່ທີ່ບໍ່ແມ່ນຂອງຕົນ.7ພວກເຂົາເປັນຊົນຊາດທີ່ໜ້າຢຳເກງ ແລະ ໜ້າຢ້ານກົວ;ພວກເຂົາຖືເອົາຕົນເອງເປັນກົດໝາຍແລະ ສະແຫວງຫາກຽດຕິຍົດໃຫ້ຕົນເອງ.8ບັນດາມ້າຂອງພວກເຂົາແລ່ນໄວກວ່າເສືອດາວ,ໂຫດຮ້າຍກວ່າໝາປ່າໃນເວລາຄ່ຳກອງທະຫານມ້າຂອງພວກເຂົາຂີ່ມ້າຢ່າງວ່ອງໄວ;ທະຫານມ້າຂອງພວກເຂົາມາຈາກແດນໄກ.ພວກເຂົາບິນມາດັ່ງນົກອິນຊີເຈີດລົງຄຸບເຫຍື່ອ;9ພວກເຂົາທຸກຄົນມີເຈດຕະນາທີ່ຈະໃຊ້ຄວາມຮຸນແຮງ.ຝູງຊົນ ຂອງພວກເຂົາບຸກເຂົ້າມາເໝືອນລົມທະເລຊາຍແລະ ກວາດຕ້ອນນັກໂທດໄປເໝືອນເມັດຊາຍ10ພວກເຂົາເຢາະເຢີ້ຍບັນດາກະສັດແລະ ດູຖູກບັນດາຜູ້ປົກຄອງ.ພວກເຂົາຫົວເຢາະເຢີ້ຍເມືອງທີ່ມີປ້ອມປ້ອງກັນທັງໝົດ;ໂດຍກອງດິນຂຶ້ນສູງຊັນ ແລະ ເຂົ້າຢຶດເມືອງເຫລົ່ານັ້ນ.11ແລ້ວພວກເຂົາກໍກວດທັບໄປຢ່າງວ່ອງໄວເໝືອນລົມ ແລະ ມຸ່ງໜ້າຕໍ່ໄປພວກເຂົາເປັນຄົນຜິດ ທີ່ຖືເອົາພາລະກຳລັງຂອງຕົນເອງເປັນເທບພະເຈົ້າຂອງຕົນ”.ຄຳຮ້ອງທຸກເທື່ອທີສອງຂອງຮາບາກຸກ
12ຂ້າແດ່ພຣະເຈົ້າຢາເວ, ພຣະອົງດຳລົງຢູ່ນິລັນດອນບໍ່ແມ່ນບໍ?ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ, ອົງບໍລິສຸດຂອງຂ້ານ້ອຍ, ພວກຂ້ານ້ອຍທັງຫລາຍຈະບໍ່ຕາຍ.ພຣະເຈົ້າຢາເວ ພຣະອົງໄດ້ແຕ່ງຕັ້ງພວກເຂົາໃຫ້ດຳເນີນການຕາມຄຳພິພາກສາ;ສີລາຂອງຂ້ານ້ອຍ, ພຣະອົງໄດ້ບັນຊາໃຫ້ພວກເຂົາມາລົງໂທດ.13ຕາຂອງພຣະອົງບໍລິສຸດເກີນກວ່າຈະເບິ່ງຄວາມຊົ່ວຮ້າຍ;ພຣະອົງບໍ່ສາມາດທົນຕໍ່ການກະທຳຜິດໄດ້.ດ້ວຍເຫດໃດພຣະອົງຈຶ່ງທົນຕໍ່ຄົນທໍລະຍົດ?ດ້ວຍເຫດໃດພຣະອົງຈຶ່ງງຽບຢູ່ໃນຂະນະທີ່ຄົນຊົ່ວຮ້າຍກືນກິນບັນດາຄົນທີ່ຊອບທຳກວ່າພວກເຂົາເອງ?14ພຣະອົງເຮັດໃຫ້ມະນຸດເປັນເໝືອນປາໃນທະເລ,ເໝືອນບັນດາສັດໃນທະເລທີ່ບໍ່ມີຜູ້ໃດປົກຄອງ.15ສັດຕູຜູ້ຊົ່ວຮ້າຍໄດ້ດຶງພວກເຂົາທັງໝົດຂຶ້ນມາດ້ວຍເບັດ,ລາວຈັບພວກເຂົາດ້ວຍແຫຂອງລາວ,ລາວໄດ້ຮວບຮວມພວກເຂົາຂຶ້ນມາດ້ວຍມອງຂອງຕົນ,ແລ້ວລາວຈຶ່ງຊື່ນຊົມຍິນດີ ແລະ ດີໃຈ.16ເຫດສະນັ້ນ ລາວຈຶ່ງຖວາຍເຄື່ອງບູຊາແກ່ແຫຂອງຕົນແລະ ເຜົາເຄື່ອງຫອມແກ່ມອງຂອງຕົນ,ເພາະແຫຂອງລາວເຮັດໃຫ້ລາວດຳລົງຊີວິດຢູ່ໄດ້ຢ່າງຟູມເຟືອຍແລະ ເພີດເພີນກັບອາຫານທີ່ເລືອກມາແລ້ວຢ່າງດີ.17ລາວຈະແກະສິ່ງທີ່ຈັບໄດ້ອອກມາຈາກແຫຂອງລາວ,ທຳລາຍຊົນຊາດຕ່າງໆຢ່າງບໍ່ມີຄວາມເມດຕາຕໍ່ໄປບໍ?Biblica, Inc.