ນາຮູມ2
ນີເນເວຈະຫລົ້ມຈົມ
1ນີເນເວ, ຜູ້ໂຈມຕີໄດ້ບຸກໜ້າມາຕໍ່ສູ້ເຈົ້າແລ້ວ.ຈົ່ງເຂົ້າປະຈຳປ້ອມ,ເຝົ້າເບິ່ງຫົນທາງໄວ້,ຕຽມຕົວໃຫ້ພ້ອມ,ແລະ ຮວບຮວມກຳລັງທັງໝົດຂອງເຈົ້າ!2ພຣະເຈົ້າຢາເວຈະຟື້ນຟູຄວາມຮຸ່ງເຮືອງໃຫ້ຢາໂຄບເໝືອນກັບຄວາມຮຸ່ງເຮືອງຂອງອິດສະຣາເອນ,ເຖິງແມ່ນວ່າຜູ້ທຳລາຍໄດ້ທຳລາຍມັນຖິ້ມໄປແລະ ທຳລາຍເຄືອອະງຸ່ນຂອງມັນ.3ໂລ່ຂອງທະຫານເປັນສີແດງ;ນັກຮົບກໍສວມຊຸດສີແດງເຂັ້ມ.ໂລຫະຢູ່ເທິງລົດມ້າຈະເປັ່ງປະກາຍໃນວັນທີ່ພວກເຂົາໄດ້ຕຽມພ້ອມ;ຫອກໄມ້ແປກກໍແກວ່ງໄກວ. 4ລົດຮົບຟ້າວບຸກໄປຕາມຖະໜົນຟ້າວແລ່ນໄປມາຜ່ານເດີ່ນເມືອງ.ພວກເຂົາເບິ່ງຄືກັນກັບກະບອງໄຟທີ່ກຳລັງລຸກຢູ່;ພວກເຂົາພຸ່ງໄປມາເໝືອນຟ້າແມບ.5ນີເນເວໄດ້ລະດົມກອງທະຫານທີ່ຕົນເລືອກໄວ້,ແຕ່ພວກເຂົາສະດຸດລົ້ມກາງທາງ.ພວກເຂົາຟ້າວບຸກເຂົ້າໄປທີ່ກຳແພງເມືອງ;ໂລ່ປ້ອງກັນກໍຕັ້ງປະຈຳທີ່.6ປະຕູດ້ານແມ່ນ້ຳກໍຖືກທຳລາຍລົງແລະ ວັງກໍພັງລົງ.7ມີດຳລັດ ໃຫ້ນີເນເວນັ້ນຖືກເນລະເທດ ແລະ ຖືກກວາດຕ້ອນໄປ.ບັນດາຂ້າທາດຍິງຂອງນີເນເວຮ້ອງຄວນຄາງເໝືອນນົກເຂົາແລະ ຕີເອິກຂອງຕົນ.8ນີເນເວເປັນເໝືອນສະນ້ຳທີ່ມີນ້ຳກຳລັງໄຫລອອກໄປໝົດ.ພວກເຂົາຮ້ອງວ່າ, “ຢຸດ! ຢຸດ!”ແຕ່ບໍ່ມີຜູ້ໃດຫັນກັບມາ.9ຈົ່ງປຸ້ນເອົາເງິນ!ຈົ່ງປຸ້ນເອົາຄຳ!ເຄື່ອງຂອງມີຫລວງຫລາຍໃຊ້ບໍ່ໝົດ,ຄວາມຮັ່ງມີຈາກຊັບສົມບັດຂອງນີເນເວ!10ນີເນເວຖືກປຸ້ນ, ຖືກປຸ້ນ ຖືກຢຶດຂອງມີຄ່າໄປໝົດ!ຫົວໃຈສະຫລາຍ, ຫົວເຂົ່າກໍອ່ອນແຮງໂຕສັ່ນ ແລະ ທຸກຄົນໜ້າຈືດ.11ຖ້ຳສິງຢູ່ບ່ອນໃດບ່ອນທີ່ພວກມັນເບິ່ງແຍງລູກນ້ອຍຂອງຕົນພໍ່ ແລະ ແມ່ລູກສິງໄປທີ່ໃດ,ແລະ ລູກສິງກໍບໍ່ຕ້ອງຢ້ານກົວສິ່ງໃດ?12ສິງທີ່ຂ້າເຫຍື່ອມາໃຫ້ບັນດາລູກຂອງຕົນຢ່າງພຽງພໍແລະ ກໍຄາບມາໃຫ້ຄູ່ຂອງຕົນ,ສະສົມເຫຍື່ອຂອງຕົນໄວ້ທີ່ຮັງແລະ ສະສົມສັດທີ່ຂ້າໄວ້ທີ່ຖ້ຳຂອງມັນ.13ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ປະກາດວ່າ,“ເຮົາເປັນສັດຕູກັບເຈົ້າ.ເຮົາຈະຈູດລົດມ້າຂອງເຈົ້າຈົນຄວັນພຸ່ງຂຶ້ນ,ແລະ ດາບຈະຟາດແຂ້ວສິງໜຸ່ມຂອງເຈົ້າເຮົາຈະບໍ່ປະເຫຍື່ອໄວ້ໃຫ້ເຈົ້າໃນໂລກນີ້.ສຽງຮ້ອງຂອງບັນດາຜູ້ສົ່ງຂ່າວຂອງເຈົ້າຈະບໍ່ໄດ້ຍິນອີກຕໍ່ໄປ”.Biblica, Inc.