ນາຮູມ1
1ຄຳທຳນວາຍກ່ຽວກັບນະຄອນນີເນເວ. ໜັງສືແຫ່ງນິມິດຂອງນາຮູມຊາວແອນໂກດ.
ຄວາມໂກດຮ້າຍຂອງພຣະເຈົ້າຢາເວຕໍ່ນີເນເວ
2ພຣະເຈົ້າຢາເວເປັນພຣະເຈົ້າຜູ້ຫຶງຫວງ ແລະ ເຮັດການແກ້ແຄ້ນ;ພຣະເຈົ້າໄດ້ແກ້ແຄ້ນ ແລະ ເຕັມໄປດ້ວຍຄວາມໂກດຮ້າຍ.ພຣະເຈົ້າໄດ້ແກ້ແຄ້ນບັນດາສັດຕູຂອງພຣະອົງແລະ ໄດ້ລະບາຍຄວາມໂກດຮ້າຍຂອງພຣະອົງໃສ່ບັນດາສັດຕູຂອງພຣະອົງ.3ພຣະເຈົ້າຢາເວບໍ່ຮ້າຍງ່າຍ ແລະ ມີອຳນາດຍິ່ງໃຫຍ່ພຣະເຈົ້າຢາເວຈະບໍ່ປ່ອຍຄົນຜິດໄປໂດຍບໍ່ໄດ້ຮັບໂທດ.ພຣະອົງສະແດງທາງຂອງພຣະອົງຢູ່ໃນພະຍຸໝຸນ ແລະ ໃນລົມພະຍຸແລະ ເມກນັ້ນເປັນຂີ້ຝຸ່ນດິນຈາກຕີນຂອງພຣະອົງ.4ພຣະອົງສັ່ງທະເລ ແລະ ເຮັດໃຫ້ມັນແຫ້ງລົງ.ພຣະອົງເຮັດໃຫ້ແມ່ນ້ຳທຸກສາຍແຫ້ງໄປ.ບາຊານ ແລະ ກາເມນກໍຫ່ຽວແຫ້ງແລະ ບັນດາດອກໄມ້ທີ່ເບັ່ງບານຂອງເລບານອນກໍຫລົ່ນລົງ.5ບັນດາພູເຂົາສັ່ນສະເທືອນຢູ່ຕໍ່ໜ້າພຣະອົງແລະ ເນີນພູຕ່າງໆກໍພັງທະລາຍລົງ.ເມື່ອພຣະອົງມາປາກົດແຜ່ນດິນໂລກກໍສັ່ນສະທ້ານ,ໂລກ ແລະ ທຸກຄົນທີ່ຢູ່ໃນໂລກ.6ຜູ້ໃດສາມາດທົນຕໍ່ຄວາມໃຈຮ້າຍຂອງພຣະອົງໄດ້?ຜູ້ໃດສາມາດທົນຕໍ່ຄວາມໂກດຮ້າຍອັນຮຸນແຮງຂອງພຣະອົງໄດ້?ຄວາມໂກດຮ້າຍຂອງພຣະອົງພຸ່ງຂຶ້ນເໝືອນກັບໄຟ;ຫີນແຕກຫັກຕໍ່ໜ້າພຣະອົງ.7ພຣະເຈົ້າຢາເວປະເສີດເປັນທີ່ລີ້ໄພໃນເວລາຫຍຸ້ງຍາກ.ພຣະອົງຫ່ວງໃຍບັນດາຜູ້ທີ່ວາງໃຈໃນພຣະອົງ,8ແຕ່ດ້ວຍນ້ຳຖ້ວມໜັກພຣະອົງຈະເຮັດໃຫ້ນີນາເວສິ້ນສຸດລົງ;ພຣະອົງຈະໄລ່ຕາມບັນດາສັດຕູຂອງພຣະອົງເຂົ້າສູ່ຄວາມມືດ.9ສິ່ງໃດກໍຕາມທີ່ພວກເຂົາວາງແຜນຕໍ່ສູ້ພຣະເຈົ້າຢາເວພຣະອົງກໍຈະເຮັດ ໃຫ້ສິ້ນສຸດລົງ;ບັນຫາຈະບໍ່ເກີດຂຶ້ນເປັນຄັ້ງທີສອງ.10ພວກເຂົາຈະຕິດຢູ່ໃນທ່າມກາງດົງໜາມແລະ ເມົາດ້ວຍເຫລົ້າອະງຸ່ນຂອງພວກເຂົາ;ພວກເຂົາຈະຖືກເຜົາໄໝ້ເໝືອນກັບກໍເຟືອງແຫ້ງ. 11ນີເນເວ, ມີຜູ້ໜຶ່ງອອກມາຈາກເຈົ້າຜູ້ທີ່ວາງແຜນຮ້າຍຕໍ່ສູ້ພຣະເຈົ້າຢາເວແລະ ວາງແຜນຊົ່ວ.12ນີ້ແມ່ນສິ່ງທີ່ພຣະເຈົ້າຢາເວໄດ້ກ່າວດັ່ງນີ້:“ເຖິງແມ່ນວ່າພວກເຂົາມີພັນທະມິດ ແລະ ມີຈຳນວນຫລາຍພວກເຂົາກໍຈະຖືກທຳລາຍ ແລະ ສູນສິ້ນໄປ.ຢູດາເອີຍ, ເຖິງແມ່ນເຮົາໃຫ້ເຈົ້າທຸກທໍລະມານ,ເຮົາຈະບໍ່ໃຫ້ເຈົ້າທໍລະມານອີກຕໍ່ໄປ.13ບັດນີ້ ເຮົາຈະຫັກແອກຂອງພວກເຂົາຈາກຄໍຂອງເຈົ້າແລະ ຫັກໂສ້ຂອງເຈົ້າຖິ້ມໄປ”.14ນີເນເວເອີຍ, ພຣະເຈົ້າໄດ້ສັ່ງກ່ຽວກັບເຈົ້າດັ່ງນີ້:“ເຈົ້າຈະບໍ່ມີລູກຫລານສືບຕະກຸນຂອງເຈົ້າ.ເຮົາຈະທຳລາຍຮູບແກະສະຫລັກ ແລະ ຮູບເຄົາລົບທັງຫລາຍ.ທີ່ຢູ່ໃນວິຫານແຫ່ງພະທັງຫລາຍຂອງເຈົ້າ.ເຮົາຈະຕຽມຂຸມຝັງສົບຂອງເຈົ້າ,ເພາະເຈົ້າຊົ່ວຊ້າ”.15ເບິ່ງແມ, ຢູ່ເທິງພູເຂົານັ້ນ,ຕີນຂອງຜູ້ນຳຂ່າວດີມາ,ຜູ້ປະກາດສັນຕິສຸກ!ຢູດາເອີຍ, ຈົ່ງສະຫລອງເທດສະການຕ່າງໆຂອງເຈົ້າແລະ ເຮັດຕາມຄຳປະຕິຍານຂອງເຈົ້າ.ຄົນຊົ່ວຮ້າຍຈະບໍ່ມາຮຸກຮານເຈົ້າອີກ;ພວກເຂົາຈະຖືກທຳລາຍຈົນໝົດ.Biblica, Inc.