ມີກາ7
ຄວາມທຸກຍາກຂອງອິດສະຣາເອນ
1ໝົດຫວັງແລ້ວນໍ!ຂ້າພະເຈົ້າເປັນເໝືອນຄົນໄປເກັບໝາກໄມ້ໃນລະດູຮ້ອນຫລັງຈາກເພິ່ນເກັບໝາກອະງຸ່ນໄປໝົດສວນແລ້ວບໍ່ມີພວງໝາກອະງຸ່ນໃຫ້ຮັບກິນເລີຍ,ບໍ່ມີທັງໝາກເດື່ອຕົ້ນລະດູທີ່ຂ້າພະເຈົ້າຢາກກິນ.2ຄົນຊອບທຳນັ້ນຖືກກວາດໄປຈາກແຜ່ນດິນ;ບໍ່ມີຄົນສັດຊື່ເຫລືອຢູ່ແມ່ນແຕ່ຄົນດຽວ.ທຸກຄົນດັກລໍຖ້າຂ້າຄົນ;ພວກເຂົາຕ່າງກໍແກວ່ງຕາໜ່າງດັກພີ່ນ້ອງຂອງຕົນ.3ມືທັງສອງເບື້ອງກໍຊຳນານໃນການເຮັດຊົ່ວ;ຜູ້ປົກຄອງຮຽກຮ້ອງຂອງຂັວນ,ຜູ້ຕັດສິນຄະດີກໍຮັບສິນບົນ,ຜູ້ມີອິດທິພົນກໍສັ່ງການຕາມໃຈມັກຂອງພວກເຂົາພວກເຂົາທັງໝົດຮ່ວມຫົວກັນ.4ແມ່ນແຕ່ຄົນທີ່ດີທີ່ສຸດໃນທ່າມກາງພວກເຂົາກໍເປັນເໝືອນຕົ້ນໜາມ,ຄົນທີ່ທ່ຽງທຳທີ່ສຸດກໍຊົ່ວຍິ່ງກວ່າຮົ້ວໜາມ.ມື້ຂອງຜູ້ທີ່ຈັບຕາເບິ່ງເຈົ້ານັ້ນກໍມາເຖິງແລ້ວ,ເປັນວັນທີ່ພຣະເຈົ້າມາຫາພວກເຈົ້າ.ບັດນີ້ ເຖິງເວລາແລ້ວທີ່ພວກເຂົາຈະສັບສົນວຸ້ນວາຍ.5ຢ່າວາງໃຈເພື່ອນບ້ານ;ຢ່າໝັ້ນໃຈໃນມິດສະຫາຍ.ແມ່ນແຕ່ຍິງທີ່ນອນຢູ່ໃນອ້ອມເອິກຂອງພວກເຈົ້າຈົ່ງລະວັງຄຳເວົ້າຂອງຮີມສົບຂອງພວກເຈົ້າ.6ເພາະລູກຊາຍຈະດູຖູກພໍ່ຂອງຕົນ,ລູກສາວຈະລຸກຂຶ້ນຕໍ່ຕ້ານແມ່ຂອງຕົນ,ລູກໃພ້ຂັດແຍ້ງກັບແມ່ຍ່າສັດຕູຂອງລາວຈະເປັນຄົນທີ່ຢູ່ໃນຄົວເຮືອນຂອງລາວເອງ.7ແຕ່ສ່ວນຂ້າພຣະເຈົ້າ, ຂ້າພະເຈົ້າຈະມຸ່ງຫວັງໃນພຣະເຈົ້າຢາເວ,ຂ້າພຣະເຈົ້າລໍຖ້າພຣະເຈົ້າ ພຣະຜູ້ຊ່ວຍຂອງຂ້າພຣະເຈົ້າ;ພຣະເຈົ້າຂອງຂ້າພະເຈົ້າຈະຟັງສຽງຂອງຂ້າພະເຈົ້າ.ອິດສະຣາເອນຈະລຸກຂຶ້ນມາ
8ສັດຕູຂອງຂ້ອຍ, ຢ່າຍິ້ມເຢາະເຢີ້ຍຂ້ອຍເລີຍ!ເຖິງແມ່ນວ່າຂ້ອຍໄດ້ລົ້ມລົງ, ຂ້ອຍກໍຈະລຸກຂຶ້ນມາອີກ.ເຖິງແມ່ນວ່າຂ້ອຍນັ່ງຢູ່ໃນຄວາມມືດ,ພຣະເຈົ້າຢາເວກໍຈະເປັນຄວາມສະຫວ່າງຂອງຂ້ອຍ.9ເພາະຂ້າພະເຈົ້າໄດ້ເຮັດບາບຕໍ່ພຣະອົງ,ຂ້າພະເຈົ້າກໍຈະທົນຮັບຄວາມໂກດຮ້າຍຂອງພຣະເຈົ້າຢາເວ,ຈົນພຣະອົງວ່າຄະດີຄວາມໃຫ້ຂ້າພະເຈົ້າແລະ ປົກປ້ອງສິດຂອງຂ້າພຣະເຈົ້າໄວ້.ພຣະອົງຈະນຳຂ້ອຍອອກມາສູ່ຄວາມສະຫວ່າງ;ຂ້າພະເຈົ້າຈະເຫັນຄວາມຊອບທຳຂອງພຣະອົງ.10ແລ້ວສັດຕູຂອງຂ້າພະເຈົ້າກໍຈະເຫັນແລະ ຖືກປົກຄຸມດ້ວຍຄວາມອັບອາຍ,ຜູ້ທີ່ໄດ້ເວົ້າກັບຂ້າພະເຈົ້າວ່າ,“ພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າຢູ່ໃສ?”ຕາຂອງຂ້າພະເຈົ້າກໍຈະເຫັນລາວລົ້ມລົງບັດນີ້ແຫລະ ລາວຈະຖືກຢຽບຢ່ຳຢູ່ກ້ອງຕີນ.ເໝືອນຂີ້ຕົມຢູ່ເທິງຖະໜົນ.11ມື້ສ້າງກຳແພງໃຫ້ເຈົ້ານັ້ນຈະມາເຖິງ,ເປັນວັນທີ່ຈະຂະຫຍາຍເຂດແດນຂອງເຈົ້າອອກໄປ.12ໃນມື້ນັ້ນ ຄົນທັງຫລາຍຈະມາຫາເຈົ້າຈາກອັດຊີເຣຍ ແລະ ເມືອງຕ່າງໆຂອງເອຢິບ,ເຖິງແມ່ນວ່າຈາກເອຢິບໄປຫາເອີຟຣັດຈາກທະເລໄປຫາທະເລແລະ ຈາກພູເຂົາໄປຫາພູເຂົາ.13ແຜ່ນດິນໂລກຈະແຫ້ງແລ້ງເພາະຊາວໂລກ.ນັ້ນເປັນຜົນຈາກການກະທຳຂອງພວກເຂົາ.ຄຳອະທິຖານ ແລະ ສັນລະເສີນ
14ຂໍໂຜດລ້ຽງດູປະຊາຊົນຂອງພຣະອົງດ້ວຍໄມ້ຄ້ອນເທົ້າຂອງພຣະອົງ,ລ້ຽງດູຝູງແກະທີ່ເປັນກຳມະສິດຂອງພຣະອົງ,ເຊິ່ງດຳລົງຊີວິດດ້ວຍຕົນເອງຢູ່ໃນປ່າ,ໃນທົ່ງຫຍ້າທີ່ອຸດົມສົມບູນ. ໃຫ້ພວກເຂົາຫາກິນໃນບາຊານ ແລະ ກີເລອາດເໝືອນໃນອະດີດດົນມາແລ້ວ.15“ເໝືອນເມື່ອຄັ້ງທີ່ພວກເຈົ້າອອກມາຈາກເອຢິບເຮົາຈະສະແດງໃຫ້ພວກເຈົ້າເຫັນການອັດສະຈັນຂອງເຮົາ”.16ປະຊາຊາດທັງຫລາຍຈະເຫັນ ແລະ ຕ້ອງອັບອາຍ,ແລະ ສູນເສຍອຳນາດທັງໝົດຂອງພວກເຂົາ.ພວກເຂົາຈະເອົາມືຂອງພວກເຂົາປິດປາກຕົນເອງແລະ ຫູຂອງພວກເຂົາກໍຈະໜວກໄປ.17ພວກເຂົາຈະເລຍຝຸ່ນເໝືອນງູເໝືອນສິ່ງມີຊີວິດທີ່ເລືອຄານຢູ່ຕາມພື້ນດິນ.ພວກເຂົາຈະໂຕສັ່ນເຊັນອອກມາຈາກຖ້ຳຂອງພວກເຂົາພວກເຂົາຈະຫັນມາຫາພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາດ້ວຍຄວາມຢຳເກງແລະ ຈະຢ້ານພຣະອົງ.18ຜູ້ໃດທີ່ເປັນພຣະເຈົ້າເໝືອນກັບພຣະອົງ,ຜູ້ທີ່ອະໄພບາບ ແລະ ອະໄພການລ່ວງລະເມີດຂອງຄົນທີ່ເຫລືອພຽງຢິບມື ເຊິ່ງເປັນກຳມະສິດຂອງພຣະອົງ?ພຣະອົງບໍ່ໄດ້ໃຈຮ້າຍຢູ່ຕະຫລອດໄປແຕ່ປີຕິຍິນດີທີ່ຈະສະແດງຄວາມເມດຕາ.19ພຣະອົງຈະເອັນເມດຕາສົງສານພວກເຮົາອີກ;ຈະຢຽບບາບທັງຫລາຍຂອງພວກເຮົາໄວ້ກ້ອງຕີນແລະ ແກວ່ງຄວາມຊົ່ວຊ້າທັງໝົດຂອງພວກເຮົາລົງສູ່ທະເລເລິກ.20ພຣະອົງຈະສັດຊື່ຕໍ່ຢາໂຄບ,ແລະ ຈະສະແດງຄວາມເມດຕາແກ່ອັບຣາຮາມ,ເໝືອນດັ່ງທີ່ພຣະອົງໄດ້ປະຕິຍານໄວ້ກັບບັນພະບຸລຸດຂອງພວກເຮົາແຕ່ດົນນານມາແລ້ວ.Biblica, Inc.