ມີກາ6
ພຣະເຈົ້າຢາເວສູ້ຄວາມອິດສະຣາເອນ
1ຈົ່ງຟັງສິ່ງທີ່ພຣະເຈົ້າຢາເວດັ່ງນີ້:“ຈົ່ງລຸກຢືນຂຶ້ນ, ສະເໜີຄະດີຄວາມຂອງເຈົ້າຕໍ່ໜ້າພູເຂົາທັງຫລາຍແລະ ໃຫ້ບັນດາໂນນພູທັງຫລາຍຟັງສິ່ງທີ່ເຈົ້າເວົ້າ,2“ພູເຂົາທັງຫລາຍ, ຈົ່ງຟັງການກ່າວໂທດຂອງພຣະເຈົ້າຢາເວ;ຈົ່ງຟັງ, ເຈົ້າຜູ້ເປັນຮາກຖານອັນໝັ້ນຄົງຂອງໂລກ.ເພາະພຣະເຈົ້າຢາເວມີຄະດີຄວາມກັບປະຊາຊົນຂອງພຣະອົງ;ພຣະອົງຕັ້ງຂໍ້ກ່າວຫາອິດສະຣາເອນ.3“ປະຊາຊົນຂອງເຮົາ ເຮົາໄດ້ເຮັດຫຍັງໃຫ້ພວກເຈົ້າ?ເຮົາໄດ້ໃສ່ພາລະອັນໃດໃຫ້ແກ່ພວກເຈົ້າ? ຈົ່ງຕອບເຮົາມາ.4ເຮົາໄດ້ນຳພວກເຈົ້າອອກມາຈາກເອຢິບແລະ ໄດ້ໄຖ່ພວກເຈົ້າຈາກດິນແດນແຫ່ງຂ້າທາດ.ເຮົາໄດ້ສົ່ງໂມເຊມາເພື່ອນຳພາພວກເຈົ້າ,ພ້ອມທັງອາໂຣນ ແລະ ມີຣີອາມ.5ປະຊາຊົນຂອງເຮົາ, ຈົ່ງລະນຶກເຖິງກະສັດບາຫລາກແຫ່ງໂມອາບ ທີ່ພະຍາຍາມຈະເຮັດໃຫ້ພວກເຈົ້າຖືກສາບແຊ່ງ.ແຕ່ບາລາອາມ ລູກຊາຍຂອງເບອໍກໍໄດ້ຕອບເພິ່ນ.ຈົ່ງລະນຶກເຖິງການເດີນທາງຂອງພວກເຈົ້າຈາກຊິດຕິມໄປຫາກິນການ,ເພື່ອພວກເຈົ້າຈະໄດ້ຮູ້ເຖິງຄວາມສັດຊື່ຂອງພຣະເຈົ້າຢາເວ”.6ຂ້າພະເຈົ້າຈະນຳສິ່ງໃດມາຕໍ່ໜ້າພຣະເຈົ້າຢາເວແລະ ກາບລົງຕໍ່ພຣະເຈົ້າຜູ້ສູງສຸດ?ຂ້າພະເຈົ້າຈະຕ້ອງເຂົ້າພົບພຣະອົງດ້ວຍເຄື່ອງເຜົາບູຊາ,ດ້ວຍລູກງົວທັງຫລາຍທີ່ມີອາຍຸໜຶ່ງປີບໍ?7ພຣະເຈົ້າຢາເວຈະພໍໃຈແກະເປັນພັນໆໂຕ,ແລະ ສາຍນ້ຳມັນເປັນໝື່ນໆສາຍບໍ?ຂ້າພະເຈົ້າຈະຕ້ອງຖວາຍລູກຫົວປີເພື່ອການລ່ວງລະເມີດຂອງຂ້າພະເຈົ້າ,ຖວາຍເຊື້ອສາຍຂອງຂ້າພຣະເຈົ້າເພື່ອບາບແຫ່ງຈິດວິນຍານຂອງຂ້າພະເຈົ້າບໍ?8ໂອ ມະນຸດ, ພຣະອົງໄດ້ສະແດງແກ່ພວກເຈົ້າແລ້ວວ່າອັນໃດດີ.ແລະ ສິ່ງທີ່ພຣະເຈົ້າຢາເວຕ້ອງການຈາກພວກເຈົ້າຄືອັນໃດ?ຄືຈົ່ງປະພຶດຢ່າງທ່ຽງທຳ ແລະ ຮັກຄວາມເມດຕາກະລຸນາແລະ ດຳເນີນຊີວິດຢ່າງຖ່ອມໃຈ ໄປກັບພຣະເຈົ້າຂອງພວກເຈົ້າ.ຄວາມຜິດ ແລະ ການລົງໂທດຂອງອິດສະຣາເອນ
9ຈົ່ງຟັງ! ພຣະເຈົ້າຢາເວກຳລັງເອີ້ນເຢຣູຊາເລັມເປັນການສະຫລາດທີ່ຈະການຢຳເກງນາມພຣະອົງ“ຈົ່ງຟັງ ເຜົ່າທີ່ຊຸມນຸມກັນຢູ່ໃນນະຄອນນັ້ນ. 10ເຮືອນຂອງຄົນຊົ່ວຮ້າຍ, ຈະໃຫ້ເຮົາລືມຊັບສົມບັດທີ່ເຈົ້າໄດ້ມາຢ່າງບໍ່ສັດຊື່,ແລະ ລືມເຄື່ອງຕວງຄົດໂກງ ທີ່ຖືກສາບແຊ່ງບໍ?11ຈະໃຫ້ເຮົາຍອມປ່ອຍຄົນທີ່ໃຊ້ເຄື່ອງຊັ່ງທີ່ບໍ່ຖືກຕ້ອງແລະ ມີຕາຊິງຄົດໂກງໄປບໍ?12ຄົນຮັ່ງມີຂອງເຈົ້ານັ້ນໂຫດຮ້າຍທາລຸນແລະ ຄົນຂອງເຈົ້າກໍເປັນຄົນຂີ້ຕົວະແລະ ລິ້ນຂອງພວກເຂົາກໍເວົ້າແຕ່ຄຳຫລອກລວງ.13ເຫດສະນັ້ນ ເຮົາຈຶ່ງໄດ້ເລີ່ມທີ່ຈະທຳລາຍເຈົ້າ;ທຳລາຍລ້າງເຈົ້າເພາະບາບທັງຫລາຍຂອງເຈົ້າ.14ເຈົ້າຈະກິນ ແຕ່ກໍບໍ່ອິ່ມ;ທ້ອງຂອງເຈົ້າກໍຍັງຫວ່າງເປົ່າຢູ່. ເຈົ້າຈະສະສົມໄວ້ ແຕ່ກໍບໍ່ມີຫຍັງເຫລືອ.ເພາະເຮົາຈະມອບສິ່ງທີ່ເຈົ້າສະສົມໄວ້ນັ້ນໃຫ້ແກ່ຄົມດາບ.15ເຈົ້າຈະປູກ ແຕ່ບໍ່ໄດ້ເກັບກ່ຽວ;ເຈົ້າຈະບີບເອົານ້ຳມັນໝາກກອກ ແຕ່ກໍບໍ່ໄດ້ໃຊ້ເອງ,ເຈົ້າຈະຍ່ອງໝາກອະງຸ່ນ ແຕ່ກໍບໍ່ໄດ້ດື່ມເຫລົ້າອະງຸ່ນ.16ເຈົ້າໄດ້ຖືຮັກສາກົດເກນຂອງອົມຣິແລະ ພິທີກຳທັງໝົດຂອງເຮືອນຂອງອາຮາບແລ້ວເຈົ້າກໍເອົາແບບຢ່າງຂອງພວກເພິ່ນ.ເຫດສະນັ້ນ ເຮົາຈະປ່ອຍໃຫ້ເຈົ້າພິນາດປະຊາຊົນຂອງເຈົ້າຈະຖືກເຢາະເຢີ້ຍ;ເຈົ້າຈະເປັນທີ່ດູຖູກຈາກປະຊາຊາດທັງຫລາຍ ”.Biblica, Inc.