ມີກາ5
ຜູ້ປົກຄອງຕາມພຣະສັນຍາຈະມາຈາກເບັດເລເຮັມ
1ນະຄອນແຫ່ງກອງທະຫານ, ຈົ່ງຈັດທັບ, ເພາະສັດຕູມາລ້ອມເມືອງຂອງພວກເຮົາແລ້ວ.ພວກເຂົາຈະເອົາໄມ້ແສ້ຟາດແກ້ມຂອງຜູ້ປົກຄອງຂອງອິດສະຣາເອນ.2“ສ່ວນເຈົ້າ, ເບັດເລເຮັມ ເອຟຣາທາ,ເຖິງແມ່ນເຈົ້າຈະເປັນຜູ້ເລັກນ້ອຍໃນທ່າມກາງຕະກຸນຕ່າງໆ ຂອງຢູດາຍ,ແຕ່ຈະມີຜູ້ໜຶ່ງອອກມາຈາກເຈົ້າເພື່ອເຮົາເປັນຜູ້ທີ່ຈະຄອບຄອງອິດສະຣາເອນ,ຜູ້ນັ້ນມີທີ່ມາ ທີ່ມາຈາກສະໄໝກ່ອນຈາກສະໄໝບູຮານ”.3ເຫດສະນັ້ນ ອິດສະຣາເອນຈະຖືກປະຖິ້ມຈົນກວ່າເມື່ອເຖິງເວລາທີ່ແມ່ຍິງທີ່ກຳລັງເຈັບມົດລູກນັ້ນເກີດລູກຊາຍແລ້ວ,ແລະ ພີ່ນ້ອງອື່ນໆຂອງຜູ້ນັ້ນກັບມາສົມທົບກັນກັບຊົນຊາດອິດສະຣາເອນ.4ເພິ່ນຈະຢຶດໝັ້ນ ແລະ ລ້ຽງດູຝູງແກະຂອງເພິ່ນໂດຍກຳລັງຂອງພຣະເຈົ້າຢາເວໂດຍບາລະມີແຫ່ງນາມຂອງພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນ.ແລະ ພວກເຂົາຈະມີຊີວິດຢູ່ຢ່າງໝັ້ນຄົງປອດໄພເພາະຄວາມຍິ່ງໃຫຍ່ຂອງເພິ່ນຈະແຜ່ເຖິງສຸດປາຍແຜ່ນດິນໂລກ.5ແລະ ເພິ່ນຈະນຳສັນຕິສຸກມາໃຫ້ພວກເຮົາເມື່ອຄັ້ງທີ່ອັດຊີເຣຍຮຸກຮານດິນແດນຂອງພວກເຮົາແລະ ເດີນທັບຜ່ານປ້ອມປ້ອງກັນຂອງພວກເຮົາ.ເຮົາຈະຕັ້ງຄົນລ້ຽງແກະເຈັດຄົນ,ຜູ້ບັນຊາການແປດຄົນດ້ວຍ,6ພວກເຂົາຈະປົກຄອງ ດິນແດນອັດຊີເຣຍດ້ວຍດາບ,ປົກຄອງດິນແດນຂອງນິມໂຣດດ້ວຍດາບທີ່ຊັກອອກ. ຜູ້ນັ້ນຈະກອບກູ້ພວກເຮົາອອກຈາກອັດຊີເຣຍເມື່ອພວກເຂົາມາຮຸກຮານດິນແດນຂອງພວກເຮົາແລະ ເດີນທັບເຂົ້າມາໃນເຂດແດນຂອງພວກເຮົາ.7ຄົນທີ່ເຫລືອຂອງຢາໂຄບຈະຢູ່ທ່າມກາງຊົນຊາດທັງຫລາຍເໝືອນນ້ຳຄ້າງຈາກພຣະເຈົ້າຢາເວເໝືອນສາຍຝົນທີ່ໂຮຍລົງເທິງຫຍ້າ,ເຊິ່ງບໍ່ຕ້ອງລໍຖ້າຜູ້ໃດຫລື ເພິ່ງພາມະນຸດ.8ຄົນທີ່ເຫລືອຂອງຢາໂຄບຈະຢູ່ໃນທ່າມກາງປະຊາຊາດທັງຫລາຍ,ຢູ່ທ່າມກາງຊົນຊາດຕ່າງໆເໝືອນດັ່ງໂຕສິງທີ່ຢູ່ໃນທ່າມກາງສັດປ່າ,ເໝືອນສິງໜຸ່ມທີ່ຢູ່ໃນທ່າມກາງຝູງແກະ,ເຊິ່ງຢຽບຢ່ຳ ແລະ ທຳລາຍຂະນະທີ່ຍ່າງໄປ,ໂດຍບໍ່ມີຜູ້ໃດຊ່ວຍໄດ້.9ເຈົ້າຈະຍົກມືຂຶ້ນດ້ວຍໄຊຊະນະເໜືອສັດຕູທັງຫລາຍຂອງພວກເຈົ້າ,ແລະ ສັດຕູທັງໝົດຂອງພວກເຈົ້າຈະຖືກທຳລາຍ.10ພຣະເຈົ້າຢາເວປະກາດວ່າ,“ໃນວັນນັ້ນ ເຮົາຈະທຳລາຍມ້າທັງຫລາຍຂອງພວກເຈົ້າໃຫ້ໝົດໄປຈາກພວກເຈົ້າແລະ ທຳລາຍບັນດາລົດມ້າຂອງພວກເຈົ້າ.11ເຮົາຈະທຳລາຍເມືອງຕ່າງໆໃນດິນແດນຂອງພວກເຈົ້າແລະ ທຳລາຍທີ່ໝັ້ນທັງໝົດຂອງພວກເຈົ້າ.12ເຮົາຈະທຳລາຍພວກແມ່ມົດຂອງພວກເຈົ້າແລະ ພວກເຈົ້າຈະບໍ່ໃຊ້ເວດມົນຄາຖາອີກຕໍ່ໄປ.13ເຮົາຈະທຳລາຍຮູບເຄົາລົບທັງຫລາຍຂອງພວກເຈົ້າ;ແລະ ຫີນສັກສິດທ່າມກາງພວກເຈົ້າໃຫ້ໝົດໄປ;ພວກເຈົ້າຈະບໍ່ກົ້ມກາບສິ່ງທີ່ມືຂອງພວກເຈົ້າເຮັດຂຶ້ນມາອີກຕໍ່ໄປ.14ເຮົາຈະຮື້ຖອນເສົາເຈົ້າແມ່ອາເຊຣາທີ່ຢູ່ທ່າມກາງພວກເຈົ້າອອກໄປແລະ ທຳລາຍເມືອງຕ່າງໆຂອງພວກເຈົ້າ.15ເຮົາຈະແກ້ແຄ້ນດ້ວຍຄວາມໃຈຮ້າຍ ແລະ ຄວາມໂກດຮ້າຍຂອງເຮົາແກ່ຊົນຊາດຕ່າງໆທີ່ບໍ່ເຊື່ອຟັງເຮົາ”.Biblica, Inc.