ມີກາ4
ພູເຂົາຂອງພຣະເຈົ້າຢາເວ
1ໃນບັ້ນປາຍພູເຂົາທີ່ວິຫານຂອງພຣະເຈົ້າຢາເວຕັ້ງຢູ່ຈະໄດ້ຮັບການສະຖາປະນາໃຫ້ເປັນເອກໃນທ່າມກາງພູເຂົາທັງຫລາຍ;ວິຫານຈະໄດ້ຮັບການຍົກຂຶ້ນເໜືອບັນດາເນີນພູທັງຫລາຍ,ແລະ ຄົນທັງຫລາຍຈະຫລັ່ງໄຫລໄປບ່ອນນັ້ນ.2ປະຊາຊາດທັງຫລາຍຈະມາ ແລະ ກ່າວວ່າ,“ຈົ່ງມາ, ໃຫ້ພວກເຮົາຂຶ້ນໄປເທິງພູເຂົາຂອງພຣະເຈົ້າຢາເວ,ໄປທີ່ວິຫານຂອງພຣະເຈົ້າຂອງຢາໂຄບ.ພຣະອົງຈະສອນວິຖີທາງຂອງພຣະອົງໃຫ້ພວກເຮົາ,ເພື່ອພວກເຮົາຈະເດີນໃນວິຖີທາງຂອງພຣະອົງ”.ກົດບັນຍັດຈະອອກມາຈາກຊີໂອນ,ຖ້ອຍຄຳຂອງພຣະເຈົ້າຢາເວຈະອອກມາຈາກເຢຣູຊາເລັມ.3ພຣະອົງຈະຕັດສິນຄວາມລະຫວ່າງຊົນຊາດທັງຫລາຍແລະ ຈະຢຸດຕິກໍລະນີຜິດພາດໃຫ້ຊາດມະຫາອຳນາດທັງຫລາຍທີ່ຢູ່ໄກ ແລະ ຢູ່ໃກ້.ພວກເຂົາຈະຕີດາບຂອງພວກເຂົາໃຫ້ເປັນໝາກກະສົບໄຖແລະ ຕີຫອກຂອງພວກເຂົາໃຫ້ເປັນມີດຕັດກິ່ງໄມ້.ຊົນຊາດທັງຫລາຍຈະເຊົາສູ້ຮົບກັນ,ພວກເຂົາຈະບໍ່ມີການຝຶກສູ້ຮົບອີກຕໍ່ໄປ,4ທຸກຄົນຈະນັ່ງຢູ່ກ້ອງເຄືອອະງຸ່ນຂອງຕົນເອງແລະ ກ້ອງຕົ້ນໝາກເດື່ອຂອງຕົນເອງ,ແລະ ຈະບໍ່ມີຜູ້ໃດເຮັດໃຫ້ພວກເຂົາຢ້ານ,ເພາະພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ໄດ້ກ່າວໄວ້ແລ້ວ.5ທຸກຊົນຊາດອາດຈະດຳເນີນໃນນາມຂອງພະຂອງຕົນ,ສ່ວນພວກເຮົາຈະດຳເນີນໃນນາມຂອງພຣະເຈົ້າຢາເວພຣະເຈົ້າຂອງພວກເຮົາຕະຫລອດໄປເປັນນິດ.ແຜນການຂອງພຣະເຈົ້າຢາເວ
6ພຣະເຈົ້າຢາເວປະກາດວ່າ,“ໃນວັນນັ້ນ, ເຮົາຈະເຕົ້າໂຮມຄົນຂາພິການ;ເຮົາຈະຮວບຮວມບັນດາຊະເລີຍແລະ ບັນດາຄົນທີ່ເຮົາໃຫ້ພົບກັບຄວາມໂສກເສົ້າ.7ເຮົາຈະໃຫ້ຄົນຂາພິການເປັນຄົນທີ່ເຫລືອຢູ່ຂອງເຮົາ,ໃຫ້ບັນດາຄົນທີ່ຖືກເນລະເທດເປັນຊາດທີ່ແຂງແຮງ.ພຣະເຈົ້າຢາເວຈະປົກຄອງພວກເຂົາຢູ່ໃນພູເຂົາຊີໂອນຕັ້ງແຕ່ວັນນັ້ນ ແລະ ຕະຫລອດໄປ.8ສ່ວນເຈົ້າ, ຜູ້ເປັນຫໍຄອຍເຝົ້າຍາມຂອງຝູງແກະ,ເປັນທີ່ໝັ້ນ ຂອງລູກສາວແຫ່ງຊີໂອນ, ອຳນາດເດີມຈະກັບຄືນມາເປັນຂອງເຈົ້າ;ລູກສາວແຫ່ງເຢຣູຊາເລັມ ຈະໄດ້ຮັບອຳນາດຄອບຄອງ”.9ດ້ວຍເຫດໃດເຈົ້າຈຶ່ງຮ້ອງສຽງດັງເຈົ້າບໍ່ມີກະສັດບໍ?ທີ່ປຶກສາຂອງເຈົ້າພິນາດໄປແລ້ວບໍ?ເຈົ້າຈຶ່ງເຈັບປວດເໝືອນແມ່ຍິງກຳລັງເກີດລູກ.10ລູກສາວແຫ່ງຊີໂອນ, ຈົ່ງດີ້ນດ້ວຍຄວາມເຈັບປວດ,ເໝືອນແມ່ຍິງທີ່ກຳລັງເກີດລູກ,ເພາະບັດນີ້ເຈົ້າຈະຕ້ອງຈາກເມືອງໄປຕັ້ງຄ້າຍພັກຢູ່ກາງທົ່ງນາ.ເຈົ້າຈະໄປທີ່ບາບີໂລນ;ເຈົ້າຈະໄດ້ຮັບການຊ່ວຍເຫລືອຢູ່ບ່ອນນັ້ນ.ພຣະເຈົ້າຢາເວຈະໄຖ່ເຈົ້າອອກຈາກມືຂອງສັດຕູທັງຫລາຍຂອງເຈົ້າຢູ່ບ່ອນນັ້ນ.11ແຕ່ບັດນີ້ຫລາຍຊົນຊາດໄດ້ຮວມໂຕກັນມາສູ້ຮົບກັບເຈົ້າ.ພວກເຂົາກ່າວວ່າ, “ໃຫ້ຊີໂອນເປັນມົນທິນ,ໃຫ້ຕາຂອງພວກເຮົາໄດ້ເບິ່ງຊີໂອນດ້ວຍຄວາມສະໃຈ!”12ແຕ່ພວກເຂົາບໍ່ຮູ້ຄວາມຄິດຂອງພຣະເຈົ້າຢາເວ;ພວກເຂົາບໍ່ເຂົ້າໃຈແຜນການຂອງພຣະອົງ,ທີ່ພຣະອົງໄດ້ຮວບຮວມພວກເຂົາເໝືອນຮວບຮວມຟ່ອນເຂົ້າມາສູ່ລານຟາດເຂົ້າ.13“ລູກສາວແຫ່ງຊີໂອນ, ຈົ່ງລຸກຂຶ້ນຟາດເຂົ້າ,ເພາະເຮົາຈະໃຫ້ເຈົ້າມີເຂົາເປັນເຫລັກ;ເຮົາຈະໃຫ້ເຈົ້າມີກີບຕີນເປັນທອງສຳລິດ,ແລະ ເຈົ້າຈະບົດຫລາຍຊາດໃຫ້ມຸ່ນໄປ”.ພວກທ່ານຈະຖວາຍສິ່ງທີ່ພວກເຂົາໄດ້ມາໂດຍບໍ່ຊອບທຳນັ້ນແກ່ພຣະເຈົ້າຢາເວ,ຖວາຍຄວາມຮັ່ງມີຂອງພວກເຂົາແກ່ອົງພຣະຜູ້ເປັນເຈົ້າແຫ່ງໂລກນີ້ທັງໝົດ.Biblica, Inc.