ມີກາ3
ຕຳໜິຜູ້ນຳ ແລະ ຜູ້ທຳນວາຍ
1ແລ້ວຂ້າພະເຈົ້າໄດ້ກ່າວວ່າ,“ບັນດາຜູ້ນຳຂອງຢາໂຄບ ຈົ່ງຟັງ,ພວກທ່ານຜູ້ທີ່ປົກຄອງອິດສະຣາເອນ.ພວກທ່ານຄວນຈະຮູ້ຈັກຄວາມຍຸຕິທຳບໍ່ແມ່ນບໍ?2ພວກທ່ານຊັງຄວາມດີ ແລະ ຮັກຄວາມຊົ່ວ;ພວກທ່ານຜູ້ຈີກໜັງປະຊາຊົນຂອງເຮົາແລະ ຈີກຊີ້ນຈາກກະດູກຂອງພວກເຂົາ;3ຜູ້ກິນຊີ້ນພີ່ນ້ອງຮ່ວມຊາດຂອງເຮົາ,ລອກໜັງຂອງພວກເຂົາອອກແລະ ຫັກກະດູກເປັນຕ່ອນນ້ອຍໆ;ຜູ້ຫັ່ນພວກເຂົາເໝືອນຫັ່ນຊີ້ນໃສ່ກະທະ,ເໝືອນຫັ່ນຊີ້ນໃສ່ໝໍ້”4ຫລັງຈາກນັ້ນ ພວກເຂົາຈະຮ້ອງຫາພຣະເຈົ້າຢາເວ,ແຕ່ພຣະອົງຈະບໍ່ຕອບພວກເຂົາ.ເທື່ອນັ້ນພຣະອົງຈະເຊື່ອງໃບໜ້າຂອງພຣະອົງຈາກພວກເຂົາເພາະຄວາມຊົ່ວທີ່ພວກເຂົາໄດ້ເຮັດ.5ພຣະເຈົ້າຢາເວກ່າວດັ່ງນີ້ວ່າ:“ສຳລັບບັນດາຜູ້ທຳນວາຍຜູ້ທີ່ນຳປະຊາຊົນຂອງເຮົາຕະເຫລີດໄປ,ຫາກຜູ້ໃດລ້ຽງດູພວກເຂົາພວກເຂົາກໍຈະປະກາດວ່າ ‘ຈົ່ງມີສັນຕິສຸກ’ຜູ້ໃດບໍ່ລ້ຽງດູພວກເຂົາພວກເຂົາກໍຕຽມຈະເຮັດເສິກນໍາຜູ້ນັ້ນ.6ເຫດສະນັ້ນ ຄ່ຳຄືນຈະມາເຖິງພວກເຈົ້າ ພວກເຈົ້າຈະບໍ່ເຫັນນິມິດໃດໆ,ແລະ ຄວາມມືດມາເຖິງເຈົ້າ ບໍ່ມີການທຳນວາຍໃດໆ.ຕາເວັນຈະລັບໄປສຳລັບບັນດາຜູ້ທຳນວາຍ,ແລະ ກາງເວັນຈະມືດໄປສຳລັບພວກເຂົາ.7ຜູ້ພະຍາກອນຈະຖືກອັບອາຍແລະ ໝໍດູຈະຂາຍໜ້າ.ພວກເຂົາທຸກຄົນຈະເອົາມືປິດໜ້າຂອງຕົນເພາະບໍ່ມີຄຳຕອບຈາກພຣະເຈົ້າ”.8ແຕ່ສ່ວນຂ້າພະເຈົ້າ ຂ້າພະເຈົ້າແມ່ນເຕັມດ້ວຍລິດອຳນາດ,ດ້ວຍພຣະວິນຍານຂອງພຣະເຈົ້າຢາເວ,ແລະ ເຕັມດ້ວຍຄວາມຍຸຕິທຳກັບກຳລັງ,ເພື່ອປະກາດໃຫ້ຢາໂຄບຮູ້ເຖິງການລ່ວງລະເມີດຂອງເພິ່ນແລະ ໃຫ້ອິດສະຣາເອນຮູ້ເຖິງຄວາມບາບຂອງຕົນ.9ພວກທ່ານທີ່ເປັນຜູ້ນຳຂອງຢາໂຄບ ຈົ່ງຟັງ,ພວກທ່ານຜູ້ທີ່ປົກຄອງອິດສະຣາເອນ,ຜູ້ຊັງຄວາມຍຸຕິທຳແລະ ບິດເບືອນຄວາມຖືກຕ້ອງທຸກຢ່າງ;10ຜູ້ສ້າງຊີໂອນຂຶ້ນຈາກການຂ້າຄົນ,ສ້າງເຢຣູຊາເລັມຂຶ້ນຈາກຄວາມຊົ່ວຮ້າຍ.11ບັນດາຜູ້ນຳຂອງດິນແດນນີ້ຕັດສິນຄວາມໂດຍເຫັນແກ່ສິນບົນ,ບັນດາປະໂລຫິດຂອງດິນແດນນີ້ສັ່ງສອນໂດຍເຫັນແກ່ລາງວັນ,ແລະ ບັນດາຜູ້ທຳນວາຍຂອງດິນແດນນີ້ທຳນວາຍເພື່ອເງິນ.ເຖິງປານນັ້ນພວກເຂົາກໍຍັງເພິ່ງພາພຣະເຈົ້າຢາເວ ແລະ ກ່າວວ່າ,“ພຣະເຈົ້າຢາເວຢູ່ທ່າມກາງພວກເຮົາບໍ່ແມ່ນບໍ?ຈະບໍ່ມີໄພພິບັດໃດມາເຖິງພວກເຮົາເລີຍ”.12ເຫດສະນັ້ນ ເພາະພວກເຈົ້າຊີໂອນຈະຖືກໄຖເໝືອນກັບທົ່ງນາ,ເຢຣູຊາເລັມຈະກາຍເປັນກອງຂີ້ເຫຍື້ອ,ພູເຂົາທີ່ເປັນທີ່ຕັ້ງຂອງວິຫານຈະກາຍເປັນປ່າຮົກ.Biblica, Inc.